ວິທີທີ່ ໂຊເຟີລົດ ສາມາດເຕີມພະລັງໄດ້ຢ່າງວ່ອງໄວໃນການເດີນທາງແຕ່ລະຄັ້ງ

15:44 | 20/09/2024

ຍສໝ - ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ ແລະຜູ້ໂດຍສານ, ຜູ້ຂັບຂີ່ຕ້ອງ ຮັກສາພະລັງ ແລະມີຄວາມຕື່ນຕົວທີ່ສຸດ. ໃນຖະຫນົນຫົນທາງທີ່ ເຕັມໄປດ້ວຍຄວາມທ້າທາຍ, ສີ່ງນີ້ບໍ່ແມ່ນເລື່ອງງ່າຍ. ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ວິ​ທີ​ແກ້​ໄຂ​ການ​ເຕີມ​ພະ​ລັງ​ແບບ​ໄວ​ເພື່ອບັງຄັບພວງມະໄລ​ໄດ້ທຸກທີ່, ​ທຸກ​ເວ​ລາ​.

ຊອກຫາວິທີແກ້ໄຂ ແລະ ປະກອບຄຳເຫັນເພື່ອຍົກສູງປະສິດທິຜົນການທູດປະຊາຊົນໃນການພັດທະນານະຄອນຫຼວງ ຊອກຫາວິທີແກ້ໄຂ ແລະ ປະກອບຄຳເຫັນເພື່ອຍົກສູງປະສິດທິຜົນການທູດປະຊາຊົນໃນການພັດທະນານະຄອນຫຼວງ
ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ: ປ່ຽນແປງໃໝ່ບັນດາວິທີດຶງດູດປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວສັນຕິພາບ ຄະນະກຳມະການສັນຕິພາບນະຄອນ ຫາຍຟ່ອງ: ປ່ຽນແປງໃໝ່ບັນດາວິທີດຶງດູດປະຊາຊົນເຂົ້າຮ່ວມບັນດາການເຄື່ອນໄຫວສັນຕິພາບ

ອາຊີບຂັບລົດໄດ້ເຮັດໃຫ້ອ້າຍຮ່ວນໄດ້ພົວພັນ ແລະໄດ້ພົບກັບຜູ້ໂດຍສານຫຼາຍຄົນ, ແຕ່ລະຄົນ ກໍມີເລື່ອງລາວ ແລະຊີວິດຄວາມເປັນຢູ່ທີ່ແຕກຕ່າງກັນ. ການເດີນທາງເຕັມໄປດ້ວຍສຽງ ການໂອ້ລົມເຊື່ອມໂຍງລະຫວ່າງຄົນແປກໜ້າກັບກາຍເປັນຄົນຄຸ້ນເຄີຍຢ່າງບໍ່ຮູ້ຕົວ. ມີຜູ້ໂດຍສານບາງຄົນຕ້ອງ ການຮັບສົ່ງໃນໄລຍະທາງສັ້ນເພື່ອໄປເຮັດວຽກ, ມີບາງຄົນກໍ່ຕ້ອງການຮັບສົ່ງຈາກສະໜາມບິນກັບໄປເຮືອນຫຼັງຈາກການເດີນທາງໄກ, ກໍ່ມີຜູ້ໂດຍ ສານອື່ນອີກທີ່ຕ້ອງການໃຫ້ພາໄປຕ່າງແຂວງທີ່ຢູ່ໃກ້ຄຽງເພື່ອໄປເຮັດວຽກທີ່ນັ້ນ 1-2 ມື້. ເຖິງຈະເປັນຜູ້ໂດຍສານໃດ ຫຼືຈຸດໝາຍຢູ່ໃສກໍຕາມ, ອ້າຍຮ່ວນກໍຍີນດີຮັບໃຊ້ດ້ວຍຄວາມເຕັມໃຈ ແລະພິຖີພິຖັນ.

ວິທີທີ່ ໂຊເຟີລົດ ສາມາດເຕີມພະລັງໄດ້ຢ່າງວ່ອງໄວໃນການເດີນທາງແຕ່ລະຄັ້ງ
ຄວາມປອດໄພແມ່ນສິ່ງທີ່ໂຊເຟີລົດຢຶດຖືເປັນປັດໄຈສຳຄັນໃນທຸກການເດີນທາງ.

ຫຼາຍຄົນຄິດວ່າການເປັນໂຊເຟີລົດແມ່ນເລື່ອງງ່າຍ, ແຕ່ມີພຽງຜູ້ທີ່ໄດ້ຜູກພັນ ກັບວຽກນີ້ ແລ້ວຈຶ່ງຮູ້ເຖິງຄວາມລຳບາກ ແລະຄວາມຍາກຂອງມັນ. ຄວາມອິດເມື່ອຍເປັນສິ່ງທີ່ບໍ່ສາມາດຫລີກລ້ຽງໄດ້ໃນມື້ທີ່ມີສະພາບອາກາດຮ້ອນເອົ້າ ຫຼືເສັ້ນທາງການຈາລະຈອນທີ່ຕິດຂັດຢ່າງໜາແໜ້ນ. ບໍ່ນັບການຂັບລົດໄປແຂວງທີ່ຕ້ອງຈັບພວງມະໄລຢ່າງຕໍ່ເນື່ອງຫຼາຍຊົ່ວໂມງ, ເຮັດໃຫ້ຮ່າງກາຍເມື່ອຍລ້າ ແລະອ່ອນແຮງ. ຖ້າບໍ່ມີພະລັງ ແລະຄວາມ ພ້ອມພຽງພໍ, ໂຊເຟີລົດກໍຍາກທີ່ຈະຮັບປະກັນຄວາມປອດໄພໃຫ້ກັບຕົນເອງກໍ່ຄືຜູ້ໂດຍສານ ແລະຄົນທີ່ກຳລັງຮ່ວມການສັນຈອນ.

ວິທີທີ່ ໂຊເຟີລົດ ສາມາດເຕີມພະລັງໄດ້ຢ່າງວ່ອງໄວໃນການເດີນທາງແຕ່ລະຄັ້ງ
ໂຊເຟີລົດຕ້ອງຮັບປະກັນພະລັງ ແລະຄວາມມີສະມາທິໃນຕະຫຼອດເວລາທີ່ຂັບລົບ.

ເວົ້າເພີ່ມເຕີມເຖິງວິທີການຜ່ານຜ່າຄວາມຫຍຸ້ງຍາກໃນການເຮັດວຽກ, ອ້າຍ ຮ່ວນໄດ້ໃຫ້ຮູ້ວ່າ: “ມື້ທີ່ຂ້ອຍຂັບລົດ ຂ້ອຍບໍ່ສາມາດຂາດເຄື່ອງດື່ມຊູກຳລັງ Number 1 ປະມານ 1-2 ຂວດ. ມັນບໍ່ພຽງແຕ່ຊ່ວຍດັບຄວາມ ກະຫາຍແຕ່ຍັງຊ່ວຍໃຫ້ຂ້ອຍເຕີມພະລັງໄດ້ຢ່າງວ່ອງໄວ, ມີຄວາມພ້ອມຂື້ນມາທັນທີ, ເຮັດໃຫ້ຂ້ອຍສາມາດຮັກສາຄວາມມີສະມາທິໃນຂະນະທີ່ຂັບລົດ ແລະຈັດການກັບບັນຫາຕ່າງໆທີ່ເກີດຂຶ້ນໃນເວລາເດີນທາງໄດ້”.

ແບ່ງປັນປະສົບການທີ່ໜ້າຈົດຈຳ, ອ້າຍຮ່ວນຍັງເລົ່າຄືນການເດີນທາງ ຕອນກາງຄືນຈາກຮ່າໂນ້ຍ ໄປເງ້ອານ ໃນຊ່ວງເວລາປີໃໝ່ທີ່ຜ່ານມາ. ເວລານັ້ນ, ຄວາມຕ້ອງການເດີນທາງກັບບ້ານຂອງຄົນຫລາຍເພີ່ມຂຶ້ນ, ເຮັດໃຫ້ເວລາເດີນທາງຍາວກວ່າການຄາດກະ. ອ້າຍຮ່ວນເລີ່ມຕົ້ນຮັບຜູ້ ໂດຍສານເວລາ 10 ໂມງກາງຄືນ ແລະການຄາດກະວ່າຈະຮອດເງ້ອານ ໃນຊ່ວງເວລາເຊົ້າ, ແຕ່ລ່າຊ້າຕື່ມອີກປະມານ 3 ຊົ່ວໂມງ. ໃນເວລາທີ່ ຂັບລົດໄປ 300 ກິໂລແມັດນັ້ນ, ອ້າຍຮ່ວນບໍ່ພຽງແຕ່ຕ້ອງ ປະເຊີນໜ້າກັບສະພາບການຈາລະຈອນທີ່ຢຫຍຸ້ງຍາກ ແຕ່ຍັງຕ້ອງໄດ້ປະ ເຊີນໜ້າກັບຝົນຝອຍ ແລະລົມໜາວນຳອີກ, ເຮັດໃຫ້ການຂັບລົດກາງ ຄືນຍາກກວ່າປົກກະຕິ.

ເວລານັ້ນ, ເຄື່ອງດື່ມຊູກຳລັງ Number 1 ກໍໄດ້ເປັນເພື່ອນຮ່ວມທາງ ທີ່ຂາດບໍ່ໄດ້ຂອງອ້າຍຮ່ວນ. "ກິ່ນທີ່ຫອມຫວານ ແລະຄວາມສົດຊື່ນຂອງມັນ ຫຼັງຈາກດື່ມເຂົ້າໄປ ໄດ້ຊ່ວຍໃຫ້ຂ້ອຍເພີ່ມຄວາມພ້ອມ ມີແຮງຂຶ້ນມາທັນທີ ແລະມີສະມາທິຂັບລົດ. ສິ່ງທ້າຍທາຍໃນການຂັບລົດຂ້າມຄືນໄປແຂວງທີ່ຢູ່ໄກກໍ ກາຍເປັນເລື່ອງງ່າຍຂື້ນ". ອ້າຍຮ່ວນໄດ້ກ່າວ.

ວິທີທີ່ ໂຊເຟີລົດ ສາມາດເຕີມພະລັງໄດ້ຢ່າງວ່ອງໄວໃນການເດີນທາງແຕ່ລະຄັ້ງ
ເຄື່ອງດື່ມຊູກຳລັງ Number 1 ໄດ້ເປັນເພື່ອນຮ່ວມທາງທີ່ເພີ່ມພະລັງ ໃຫ້ໂຊເຟີລົດຢູ່ທົ່ວບັນດາເສັ້ນທາງ.

ຮອດຕອນເຊົ້າ, ອ້າຍຮ່ວນກໍພາຜູ້ໂດຍສານໄປເຖິງເງ້ອານຢ່າງປອດໄພ. "ເຖິງແມ່ນວ່າ ນັ້ນແມ່ນການເດີນທາງທີ່ຍາວນານ ແລະອິດເມື່ອຍກ່ວາປົກກະຕິ, ແຕ່ເມື່ອເຫັນຮອຍຍິ້ມ ແລະຄວາມສຸກຂອງຜູ້ໂດຍສານເມື່ອໄດ້ ກັບເຮືອນໄປຢູ່ກັບຄອບຄົວ, ຂ້ອຍຮູ້ສຶກວ່າ ສົມກັບຄວາມພະຍາຍາມຂອງຂ້ອຍ" ອ້າຍຮ່ວນເລົ່າຄືນ.

10 ປີຂອງການຈັບພວງມະໄລກໍ່ຄືເວລາທີ່ອ້າຍຮ່ວນໄດ້ເລືອກເຄື່ອງດື່ມຊູ ກຳລັງ Number 1 ເປັນເພື່ອນຮ່ວມທາງ. ບໍ່ພຽງແຕ່ເພີ່ມພະລັງງານໃຫ້ ກັບອ້າຍຮ່ວນຕາມບັນດາເສັ້ນທາງ, ແຕ່ຍັງເປັນຈຸດຮັກມັກ, ຊ່ວຍໃຫ້ອ້າຍຮ່ວນມີ ຄວາມໝັ້ນໃຈໃນການເດີນຕາມຫາອາຊີບທີ່ຕົນເລືອກ. ສໍາລັບອ້າຍຮ່ວນ ຫລືໂຊເຟີລົດອື່ນໆ, ທາງຫນ້າຂອງພວງມະໄລຄືອະນາຄົດ, ແຫລ່ງພະລັງ ງານຄວາມພ້ອມແມ່ນເພື່ອນຮ່ວມທາງທີ່ຊ່ວຍໃນການມຸ່ງໄປຫາອະນາຄົດ ທີ່ດີກວ່າ.

ເຄື່ອງດື່ມຊູກຳລັງ Number 1 ໄດ້ອອກສູ່ຕະຫຼາດຕັ້ງແຕ່ປີ 2001 ແລະໄດ້ຈັດຢູ່ອັນດັບຕົ້ນໆຂອງເຄື່ອງດື່ມສໍາລັບເພີ່ມພະລັງງານທີ່ມີຜູ້ຄົນນິຍົມຫລາຍທີ່ສຸດ, ໄດ້ນໍາພະລັງ ແລະຄວາມມີສະຕິມາໃຫ້ກັບຜູ້ບໍລິໂພກຫລາຍ ລ້ານຄົນໃນທົ່ວປະເທດຫວຽດນາມ.

ດ້ວຍສ່ວນປະກອບທີ່ເພີ່ມພະລັງ ແລະ ຊ່ວຍໃຫ້ກັບຄືນມາມີສະຕິໃນທັນທີ, ເຄື່ອງດື່ມຊູກຳລັງ Number 1 ໄດ້ກາຍເປັນ ເພື່ອນຮ່ວມທາງທີ່ຄຸ້ນເຄີຍສໍາລັບກຳມະກອນໃນຫລາຍສາຍອາຊີບ, ຊ່ວຍໃຫ້ພວກເຂົາຝ່າຟັນຄວາມຫຍຸ້ງຍາກ ແລະສີ່ງທ້າທາຍໃນວຽກງານ ແລະຊີວິດ, ພ້ອມທີ່ຈະກາຍເປັນຄົນທີ່ດີທີ່ສຸດຂອງຕົນເອງ.

ຂໍ້ມູນຕິດຕໍ່: Website ແລະ Fanpage

Tag: ເຄື່ອງດື່ມຊູກຳລັງ Number 1, ໂຊເຟີລົດ, ເພີ່ມພະລັງ, ຮັກສາສະມາທິໃນການຂັບຂີ່

ບູນມີ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.