ຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານຊາຍແດນລາວ

09:08 | 21/09/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 18 ກັນຍາ, ຢູ່​ນະຄອນ​ວີງ, ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ​ແຂວງ ເຫງ້ອານ ​ໄດ້​ຈັດ​ພິທີ​ເປີດ​ຊຸດ​ເຝິກອົບຮົມວຽກງານ​ຄຸ້ມ​ຄອງ​ຊາຍ​ແດນ​ໃຫ້​ແກ່ພະນັກງານ 40 ຄົນສັງກັດກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ​ແລະ ​ແຂວງຫົວພັນ, ສປປ ລາວ.

ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ
ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະ ໃຫ້ພະນັກງານສານທະຫານ ແຫ່ງ ສປປ ລາວ

ຊຸດເຝິກ​ອົບຮົມແມ່ນ​ເພື່ອ​ແນ​ໃສ່​ແລກປ່ຽນ​ຄວາມ​ຮູ້​ວິຊາ​ສະ​ເພາະ, ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ, ຮັກສາ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ - ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ຮ່ວມ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວ ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ການເຄື່ອນໄຫວນີ້ແມ່ນການຫັນຂໍ້ຕົກລົງຮ່ວມມືໄລຍະ 2023 – 2025 ລະຫວ່າງຄະນະຜູ້ແທນຂັ້ນສູງແຂວງ ເຫງ້ອານ (ຫວຽດນາມ) ແລະ ຄະນະຜູ້ແທນຂັ້ນສູງແຂວງຫົວພັນ ແລະ ແຂວງຊຽງຂວາງ (ລາວ) ປີ 2023 ໃຫ້ເປັນອັນລະອຽດ.

ຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານຊາຍແດນລາວ
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ເລ ເເທກ

​ໃນ​ໄລຍະ​ປະມານ 1 ​ເດືອນ, ບັນດາສຳມະນາກອນ​ລາວ​ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ, ວຽກ​ງານ​ການ​ທະຫານ, ວິຊາສະເພາະປ້ອງ​ກັນ​ຊາຍ​ແດນ...

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ສະຫາຍ ​ພັນ​ເອກ ຫງວຽນ​ກົງ​ລືກ, ຫົວໜ້າກອງບັນຊາການ​ທະຫານ​ຊາຍ​ແດນ ​ເຫງ້ອານ ​ໄດ້ສະເໜີ​ໃຫ້​ພະນັກງານ ສຳມະນາກອນ​ຊຸດ​ຝຶກ​ອົບຮົມ​ຕັ້ງໜ້າ​ຮ່ຳຮຽນ ແລະ ຝຶກຝົນ, ກຳແໜ້ນບັນດາເນື້ອໃນບົດສອນ​ເພື່ອ​​ພາຍຫຼັງ​ກັບເມືອກົມກອງ​ຫົວໜ່ວຍ​ຕ້ອງ​ມີຄວາມຮັບຜິດຊອບຖ່າຍທອດຕໍ່ຄວາມຮູ້​​ທີ່​ກຳໄດ້​ໃຫ້​ບັນດາ​ສະຫາຍ​ທີ່​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ແລະ ນຳ​ໃຊ້​ຢ່າງ​ມີໄຫວພິບ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສຳລັບ​ຄະນະ​ຈັດ​ຕັ້ງ​ຊຸດຝຶກ​ອົບຮົມ ກໍ່ໄດ້ຮັກສາ ​ແລະ ດຳ​ເນີນ​ຂຸດ​ຝຶກ​ອົບຮົມ​ໃຫ້​ຖືກຕາມເນື້ອ​ໃນ​ໂຄງການ​ທີ່​ໄດ້​ຮັບ​ການ​ອະນຸມັດ; ຄຸ້ມຄອງສຳມະນາກອນປະຕິບັດຕາມຂໍ້ກຳນົດກົດລະບຽບ; ກວດກາ, ຊຸກຍູ້ການຮຽນ - ການສອນຂອງຄູ - ອາຈານ ແລະ ວິທະຍາຄານຢ່າງເປັນປົກກະຕິ, ສະເໜີໃຫ້ກອງບັນຊາການທະຫານຊາຍແດນແຂວງ ເຫງ້ອານ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ຢ່າງທັນການ.

ອົງການຈັດ​ຕັ້ງໄດ້​ການ​ກວດກາ ​ແລະ ຕີລາຄາໝາກຜົນຊຸດຮຽນ​​ເຂັ້ມງວດ, ​ພາວະວິໄສ ​ແລະ ຊັດເຈນ; ຮັກສາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ, ສິລະ​ປະ, ກິລາກາຍຍະກຳ; ພິເສດແມ່ນໃນໂມງພັກຜ່ອນ ແລະ ວັນພັກ; ພ້ອມ​ກັນ​ນັ້ນ, ບົນ​ພື້ນຖານ​ການ​ຮ່ຳຮຽນ ​ແລະ ຝຶກຝົນຫຼໍ່ຫຼອມຂອງ​ບັນດາ​ສະຫາຍ, ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ເຫງ້ອານ ​ໄດ້​ສະ​ເໜີ​ມີການຍ້ອງຍໍ​ໃຫ້​ບັນດາ​ສະຫາຍ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ຝຶກຝົນຫຼໍ່ຫຼອມ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.