ການ​ລາດ​ຕະ​ເວນ​ສອງ​ປະ​ເທດ ເພື່ອ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ຫວຽດ​ນາມ - ລາວ

09:18 | 02/09/2023

ຍສໝ - ໃນວັນທີ 1 ກັນຍາ, ຄ້າຍທະຫານຊາຍແດນ ຫງອກເລີມ, ກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກູ​ບາ ມາ​ຢ້ຽມ​ຢາມ​ຫວຽດ​ນາມ: ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແບບ​ພິ​ເສດ
ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ ຊຸກຍູ້, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຫວຽດນາມ - ລາວ

ກໍາລັງລາດຕະເວນສອງຝ່າຍໄດ້ລົງກວດກາສະພາບຕົວຈິງທີ່ຫຼັກໝາຍຊາຍແດນທີ 455 ໃນເສັ້ນຊາຍແດນຫວຽດນາມ-ລາວ, ຢູ່ຄວາມສູງ 1.300 ແມັດເມື່ອທຽບໃສ່ໜ້ານໍ້າທະເລ; ຖາງຫຍ້າ, ເຮັດອະນາໄມຢູ່ອ້ອມຫຼັກໝາຍ, ພ້ອມທັງແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ.

ການ​ລາດ​ຕະ​ເວນ​ສອງ​ປະ​ເທດ ເພື່ອ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ຫວຽດ​ນາມ - ລາວ

ໃນວິວັດການລາດຕະເວນ, ສອງຝ່າຍໄດ້ປະຕິບັດຕາມຫຼັກການ, ພິທີການ ແລະລະບຽບການໃນການເຄື່ອນໄຫວພົວພັນຕ່າງປະເທດ. ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ແລະເຫັນດີເປັນເອກະພາບຕໍ່ເນື້ອໃນການລາດຕະເວນຄັ້ງຕໍ່ໄປ.

ການເຄື່ອນໄຫວດັ່ງກ່າວ ເພື່ອແນໃສ່ພົບເຫັນການກະທຳລະເມີດກົດລະບຽບຊາຍແດນ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ຕາມເສັ້ນຊາຍແດນ ຫວຽດນາມ - ລາວ.

ເນື່ອງໃນໂອກາດນີ້, ກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ມອບຂອງຂວັນອວຍພອນຄ້າຍທະຫານຊາຍແດນຫງອກເລີມ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສສ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.