ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ

08:20 | 21/09/2024

ຍສໝ - ວັນທີ 18 ກັນຍາ, ຢູ່ສູນວັດທະນະທໍາ ສືດົງ, ຄະນະກໍາມະການປະຊາຊົນແຂວງ ຫາຍເຢືອງ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນສອງແຂວງ ຫາຍເຢືອງ ແລະ ແຂວງ ວຽງຈັນ (ສປປ ລາວ) ເພື່ອເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງເລິກເຊິ່ງກ່ວາອີກ.

ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ
ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ

ຄະນະ​ຜູ້​ແທນ​ແຂວງ​ວຽງ​ຈັນ ທີ່​ເຂົ້າ​ຮ່ວມກອງປະຊຸມພົບປະ ​ມີ​ສະຫາຍ ຄຳ​ພັນ ສິດທິ​ດຳພາ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ເລຂາ​​ພັກ​ແຂວງ, ເຈົ້າ​ແຂວງໆ​ວຽງ​ຈັນ; ການ​ນຳ​ຫ້ອງ​ວ່າການປົກຄອງ, ພະແນກ, ຂະແໜງການ ແລະ ຜູ້ຕາງໜ້າ​ວິ​ສາ​ຫະກິດຂຶ້ນກັບແຂວງ​ ວຽງ​ຈັນ ຈຳນວນ​ໜຶ່ງ.

ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ

ສະຫາຍ ເລຂາພັກແຂວງ ຫາຍເຢືອງ ເຈີ່ນດຶກຖັງ ກ່າວຄຳປາໄສທີ່ການຕ້ອນຮັບຄະນະຜູ້ແທນແຂວງ ວຽງຈັນ ໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ຫາຍເຢືອງ. (ພາບ: ໜັງສືພິມ ຫາຍເຢືອງ)

ບັນດາສະຫາຍ: ທ່ານ ເຈີ່ນດຶກຖັງ, ກໍາມະການສູນກາງພັກ, ເລຂາພັກແຂວງ; ທ່ານ ເລວັນຮຽວ, ຮອງເລຂາຜູ້ປະຈຳຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ; ທ່ານ ເລ​ຫງອກ​ເຈົາ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຂົ້າ​ຮ່ວມກອງປະຊຸມພົບປະ.

ພ້ອມກັນເຂົ້າຮ່ວມ ມີບັນດາສະຫາຍໃນຄະນະປະຈຳພັກແຂວງ, ຜູ້ປະຈຳການສະພາປະຊາຊົນ, ການນຳຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ, ຄະນະຜູ້ແທນສະພາແຫ່ງຊາດແຂວງ, ການນຳບາງພະແນກ, ຄະນະ, ຂະແໜງການ, ສະຫະພັນ​ບັນດາ​ອົງການ​ມິດຕະພາບແຂວງ, ສູນ​ຮ່ວມ​ມື​ມິດຕະພາບ​ແຂວງ, ສະມາຄົມ​ວິ​ສາ​ຫະກິດ​ແຂວງ ​ແລະ ການ​ນຳ​ມະຫາວິທະຍາ​ໄລ​ ຫາຍ​ເຢືອງ, ວິທະຍາ​ໄລ​ການ​ຢາ​ສູນ​ກາງ ຫາຍ​ເຢືອງ.

ກ່າວ​ຄຳ​ປາໄສ​ທີ່​ກອງປະຊຸມພົບປະ, ຕາງໜ້າໃຫ້​ການ​ນຳ​ແຂວງ ຫາຍ​ເຢືອງ, ສະຫາຍ ​ເຈີ່ນ​ດຶກ​ຖັງ ​ໄດ້ຮັບຕ້ອນ​ຢ່າງສຸດອົກສຸດໃຈ​ຕໍ່​ຄະນະ​ຜູ້​ແທນ​ພັກ, ອຳນາດການປົກຄອງ​ແຂວງ ວຽງ​ຈັນ ທີ່ໄດ້ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫາຍ​ເຢືອງ.

ສະຫາຍ ​ເຈີ່ນ​ດຶກ​ຖັງ ຢືນຢັນວ່າ ສາຍພົວພັນມິດຕະພາບ ຫວຽດນາມ - ລາວ ອ້າຍນ້ອງ ໄດ້ຮັບການກໍ່ສ້າງ, ເພີ່ມພູນຄູນສ້າງ ຜ່ານບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ທັງເລືອດເນື້ອ. ຜ່ານ​ຫລາຍ​ໄລຍະ​ປະຫວັດສາດ, ນ້ຳ​ໃຈ​ມິດຕະພາບ​ນັ້ນ ​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງຢ່າງ​ບໍ່​ຢຸດ​ຢັ້ງ​ຈາກ​ການ​ນຳ​ບັນດາລຸ້ນ ແລະ ປະຊາຊົນ​ສອງ​ປະ​ເທດ ແລະ ​ໄດ້​ກາຍ​ເປັນ​ມູນເຊື້ອແບບພິ​ເສດຂອງຄວາມສາມັກຄີ, ນັບ​ມື້​ນັບມີຄວາມຜູກພັນ, ສະໜິດແໜ້ນ, ກາຍເປັນຊັບສິນທີ່ລ້ຳຄ່າຂອງ​ສອງ​ປະ​ເທດ​ທີ່​ປະທານ ​ໂຮ່ຈີ​ມິນ ແລະ ປະທານ ໄກສອນ ພົມວິຫານ ຕ້ອງໄດ້ເຮັດວຽກໜັກເພື່ອເພີ່ມພູນຄູນສ້າງ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເຖິງ​ວ່າເງື່ອນໄຂ​ເສດຖະກິດ​ຂອງ​ສອງ​ແຂວງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ຄວາມ​ສາມັກຄີມິດຕະພາບ​ລະຫວ່າງ​ແຂວງ ຫາຍ​ເຢືອງ ​ແລະ ແຂວງ ວຽງ​ຈັນ ຍິ່ງນັບ​ມື້​ນັບ​ເລິກ​ເຊິ່ງ, ໝັ້ນຄົງ​ເຂັ້ມ​ແຂງ. ການພົວພັນຮ່ວມມືນັບມື້ນັບພັດທະນາ ແລະ ເປີດກ້ວາງກັບຫຼາຍລາຍການ, ໂຄງການເສດຖະກິດ-ສັງຄົມ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນພັດທະນາ, ນຳມາເຊິ່ງໝາກຜົນຕົວຈິງ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນເເຕ່ລະແຂວງ.

ກ່າວ​ຄຳປາໄສ​ທີ່ກອງປະຊຸມພົບປະ, ສະໍຫາຍ ຄຳ​ພັນ ສິດທິ​ດຳພາ ​ເລຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ວຽງ​ຈັນ ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ອັນ​ສູງ​ສົ່ງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອແບບພິເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ປະຊາຊົນ​ສອງ​ແຂວງ ແມ່ນພວມແຕກດອກອອກຫມາກຢ່າງບໍ່ຢຸດຢັ້ງ.

ສະຫາຍ ​ເລຂາ​ພັກ​ແຂວງ, ເຈົ້າ​ແຂວງໆວຽງ​ຈັນ ​ໃຫ້​ຮູ້​ວ່າ ​ໃນ​ການ​ຢ້ຽມຢາມ​ແຂວງ ຫາຍ​ເຢືອງ ​ໃນ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ ໄດ້ສະແດງ​ຄວາມດີໃຈເມື່ອ​ໄດ້​ໄປຢ້ຽມຢາມສຸສານປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ -​ ການນຳທີ່ເກັ່ງກ້າຂອງ​ສອງ​ຊາດ, ຜູ້ສ້າງຕັ້ງພັກກອມມູນິດອິນດູຈີນ - ຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວໃນປັດຈຸບັນ.

ຕາງໜ້າການນຳ, ປະຊາຊົນແຂວງວຽງຈັນ, ສະຫາຍ ຄຳພັນ ສິດທິ​ດຳພາ ໄດ້ແບ່ງປັນຕໍ່ຄວາມເສຍຫາຍທີ່ພະຍຸເລກທີ 3 ໄດ້ສ້າງ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ ຫວຽດນາມ ເວົ້າລວມ, ແຂວງ ຫາຍ​ເຢືອງ ​ເວົ້າ​ສະ​ເພາະ. ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະ​ນະ​ພັກ​ແຂວງ, ປະ​ຊາ​ຊົນ​ແຂວງ ຫາຍ​ເຢືອງ ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກໂດຍໄວ, ຊີວິດການເປັນຢູ່ເປັນປົກກະຕິເທື່ອລະກ້າວ ແລະ ສືບ​ຕໍ່ພັດທະນາຢ່າງເຂັ້ມ​ແຂງ. ອວຍພອນ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ

ສະຫາຍ ຄຳ​ພັນ ສິດທິ​ດຳພາ ​ເລຂາ​ພັກ​ແຂວງ, ເຈົ້າ​ແຂວງໆ​ວຽງ​ຈັນ ໄດ້ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອເເບບພິເສດລະຫວ່າງແຂວງ ຫາຍເຢືອງ ແລະ ແຂວງ ວຽງຈັນ. (ພາບ: ໜັງສືພິມ ຫາຍເຢືອງ)

​ໃນ​ຂອບ​ເຂດ​ກອງປະຊຸມພົບປະ, ສະຫາຍ ​ເຈີ່ນ​ດຶກຖັງ ​ແລະ ​ສະຫາຍ ຄຳ​ພັນ ສິດທິ​ດຳພາ ໄດ້​ແຈ້ງ​ໂດຍສັງເຂບການ​ພັດທະນາ​ເສດຖະກິດ - ສັງຄົມ​ລະຫວ່າງ 2 ​ແຂວງ.​

ສະຫາຍ ຄຳພັນ ສິດທິດຳພາ ໃຫ້ຮູ້ວ່າ ເມື່ອທຽບໃສ່ແຂວງ ຫາຍເຢືອງ, ແຂວງວຽງຈັນ ຍັງມີຂໍ້ຈຳກັດຫຼາຍດ້ານໃນການພັດທະນາເສດຖະກິດ, ລາຍຮັບສະເລ່ຍຕໍ່ຫົວຄົນ, ລາຍຮັບງົບປະມານປີກາຍຍັງບໍ່ບັນລຸຕາມເປົ້າໝາຍທີ່ວາງໄວ້... ເຖິງຢ່າງໃດກໍ່ຕາມ, ແຂວງ ວຽງຈັນ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພັດທະນາອຸດສາຫະກຳ, ກະສິກຳ, ການທ່ອງທ່ຽວ. ສະຫາຍຫວັງ​ວ່າ​ແຂວງ ຫາຍ​ເຢືອງ ຈະ​ເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອ, ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ມາ​ລົງທຶນເຂົ້າໃນແຂວງ ​ວຽງ​ຈັນ. ແຂວງ​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫາຍ​ເຢືອງ...

ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ

ຄະນະຜູ້ແທນສອງແຂວງ ຫາຍເຢືອງ ແລະ ແຂວງ ວຽງຈັນ ໄດ້ຖ່າຍຮູບທີ່ລະນຶກ. (ພາບ: ໜັງສືພິມ ຫາຍເຢືອງ)

ບັນດາສະຫາຍການ​ນຳ​ຂອງ​ສອງ​ແຂວງ​ກໍ່​ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ກັນ, ຖ່າຍຮູບ​ທີ່​ລະນຶກ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະໜິດ​ຕິດ​ພັນ​ທີ່​ແໜ້ນ​ແຟ້ນລະຫວ່າງ​ສອງ​ທ້ອງ​ຖິ່ນ.

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ສ.ເກົາ​ຫຼີ ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່ ບິ່ງ​ເຢືອງ

ຍສໝ - ສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ບິ່ງເຢືອງ ຫາກໍ່ເຂົ້າຮ່ວມການຕ້ອນຮັບຄະນະທິມງານນັກສຶກສາຂອງບັນດາມະຫາວິທະຍາໄລທີ່ຂື້ນກັບນະຄອນ ບູຊານ (ສ.ເກົາຫຼີ) ປະຕິບັດການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳນັກສຶກສາຢູ່ມະຫາວິທະຍາໄລ ທູເຢົ່າໂມດ.

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຊາວ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ສ.​ເກົາຫຼີ

ຍສໝ - 2 ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບວຽກງານການ​ທູດ​ປະຊາຊົນ ​ແລະ ບົດບາດ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ສ.​ເກົາຫຼີ.

ມິງດຶກ (ແປຕາມ baomoi.com)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.