ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ

00:44 | 16/09/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 12 ກັນຍາ, ວິທະຍາຄານ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ເປີດຊຸດ​ຝຶກອົບຮົມການບັນຊາການ - ທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ​ປີ 2023. ພັນ​ເອກ, ຮອງ​ສາດສະດາຈານ, ປະລິນຍາເອກ ຫງວຽນ​ຊວນ​ບັກ, ຮອງອຳນວຍການ, ຜູ້ຮັບ​ຜິດ​ຊອບ​​ອຳນວຍການ​ວິທະຍາຄານ​ປ້ອງ​ກັນ​ຊາຍ​ແດນ ​ເປັນປະທານເປີດພິທີ.

ໃນສົກຮຽນ 2023 – 2024, ມີພະນັກງານ 50 ສະຫາຍ ຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນ ຢູ່ວິທະຍາຄານປ້ອງກັນຊາຍແດນ. ພາຍຫຼັງການຮັບ​​ໜ້າທີ່, ວິທະຍາຄານ​ປ້ອງ​ກັນ​ຊາຍ​ແດນ​ໄດ້​ກະກຽມ​ເນື້ອ​ໃນ,​ຫຼັກສູດ, ​ເອກະສານ​ການ​ສອນ ​ແລະ ຄົ້ນຄວ້າ​ຢ່າງ​ວ່ອງ​ໄວ; ມອບ​ໃຫ້​ອາຈານ​ທີ່​ມີ​ປະສົບ​ການ​ໃນ​ການ​ກະກຽມ​ແຜນການ​ຮຽນ ​ແລະ ການຮ່ຳຮຽນ; ຮັບປະກັນກັບເງື່ອນໄຂພື້ນຖານວັດຖຸຮັບໃຊ້ສໍາລັບການດໍາລົງຊີວິດ ແລະ ການສຶກສາຊອງນັກສຳມະນາກອນໃນຊຸດຝຶກອົບຮົມນີ້ໃຫ້ເປັນຢ່າງດີ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດຊຸດຝຶກອົບຮົມ, ພັນເອກ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນຊວນບັກ ​ຮຽກຮ້ອງ​ວ່າ: ສຳລັບ​ຄະນະ​ວິຊາ, ຄູ​ອາຈານ​ຕ້ອງ​ປະຕິບັດ​ເຂັ້ມງວດເນື້ອໃນບົດສອນທີ່​ໄດ້​ຮັບ​ອະນຸມັດຜ່ານ, ​ແຕ່ງ​ຕັ້ງ​ຄູ​ອາຈານ​ທີ່​ມີ​ປະສົບ​ການ ​ແລະ ວິທີ​ການ​ສອນ​ດີ ເພື່ອເຂົ້າຮ່ວມຊຸດຝຶກອົບຮົມ. ສຳລັບຫ້ອງການ, ຂະແໜງ, ປະສານສົມທົບເພື່ອຮັບປະກັນພື້ນຖານວັດຖຸໃນການຝຶກອົບຮົມ, ທີ່ພັກ, ອາຫານ, ການດໍາລົງຊີວິດ ແລະ ລະບອບມາດຕະຖານສໍາລັບນັກສຳມະນາກອນ. ສຳລັບລະບົບສາກົນ, ຄຸ້ມຄອງ ແລະ ປະຕິບັດລະບອບປະຈຳວັນ ແລະ ປະຈຳອາທິດຢ່າງເຂັ້ມງວດ, ກຳແໜ້ນໃນສະພາບການແນວຄິດ, ລະດົມ ແລະ ສົ່ງເສີມນັກສຳມະນາກອນເຮັດໜ້າທີ່ວຽກງານການຝຶກອົບຮົມເປັນຢ່າງດີ.

ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ
ບັນຍາກາດຂອງຫ້ອງຮຽນຊຸດຝຶກອົບຮົມ. ພາບ: ກວາງ​ຊາວ

ສໍາລັບນັກສຶກສາ, ຕ້ອງໄດ້ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໃນການຄົ້ນຄວ້າ, ຮ່ຳຮຽນ ແລະ ສະສົມຄວາມຮູ້; ພ້ອມ​ກັນ​ນັ້ນ, ​ກໍ່​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ໝູນໃຊ້​​ຫົວຄິດ​ປະດິດ​ສ້າງ​ເຂົ້າ​ໃນ​ການ​ປະຕິບັດ​ຕົວ​ຈິງ​ຢູ່​ບັນດາ​ອົງການ, ຫົວໜ່ວຍ​ໃນ​ຕໍ່ໜ້າ.

ໂຄງການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ໄດ້ດຳເນີນເປນເວລາ 3 ເດືອນ.

ດີງເລື້ອງ

302 Found

Found

The document has moved here.