ຄວາມເສລີພາບ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຄວາມ​ສົນ​ໃຈ​ຂອງ​ທຸກ​ຝ່າຍ

11:49 | 15/09/2023

ຍສໝ - ທະ​ເລ​ຕາ​ເວັນ​ອອກ​ ບໍ່​ພຽງ​ແຕ່​ແມ່ນ​ເຂດ​ຍຸດ​ທະ​ສາດ, ແຕ່ຍັງ ເປັນເຂດເພື່ອ​ຄວາມ​ຢູ່​ລອດ (ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ) ຂອງ​ບັນດາ​ປະ​ເທດ ASEAN ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ ເສັ້ນທາງ​ເສດຖະກິດ​ທີ່ສຳຄັນ ​ແລະ ​ແມ່ນເສັ້ນທາງຂົນສົ່ງ “ສາຍ​ເລືອດ” ຂອງ​ພາກ​ພື້ນອາຊີ - ປາຊີ​ຟິກ ແລະ ຂອງ​ໂລກ ອີກດ້ວຍ.

ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ກ່ອນ​ອື່ນ​ໝົດ, ຍ້ອນ​ວ່າ​ທະ​ເລ​ຕາ​ເວັນ​ອອກ ​ຕັ້ງ​ຢູ່​ບົນ​ເສັ້ນ​ທາງ​ ສາຍຫຼັກ ການເດີນທະ​ເລ ​​ທີ່​ເຊື່ອມ​ຕໍ່​ ລະຫວ່າງມະຫາ ສະໝຸດ ປາ​ຊີ​ຟິກ - ມະ​ຫາ​ສະ​ໝຸດ​ອິນເດຍ, ເອີ​ຣົບ - ອາ​ຊີ, ຕາ​ເວັນ​ອອກ​ກາງ - ອາ​ຊີ. ທະ​ເລ​ຕາເວັນອອກ​ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຄ້າ​ທາງ​ທະ​ເລ​ ທົ່ວ​ໂລກ.

ຄວາມເສລີພາບ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຄວາມ​ສົນ​ໃຈ​ຂອງ​ທຸກ​ຝ່າຍ
ຕັ້ງຢູ່ອ່າວ ເຈີນໄມ (ເມືອງ ຝູ໋ລົກ, ແຂວງ ເທື່ອທຽນເຫວ້) ດ້ວຍເນື້ອທີ່ໜ້ານ້ຳປະມານ 20 ກມ2 ແລະ ປາກທະເລກວ້າງ 7 ກມ, ທ່າເຮືອ ເຈີນໄມ ຖືວ່າເປັນ “ຫົວໃຈ” ຂອງເຂດເສດຖະກິດ ເຈີນໄມ - ລັງໂກ. ພາບ: VNA

ບັນດາເສັ້ນ​ທາງ​ເດີນ​ທະ​ເລ​ ຜ່ານ​ທະ​ເລ​ຕາ​ເວັນ​ອອກ​ ແມ່ນ “ຄໍ” ເພື່ອ​ແລກ​ປ່ຽນ​ສິນ​ຄ້າ​ ຂອງ​ ຫຼາຍ​ປະ​ເທດ​ອາ​ຊີ, ດ້ວຍ​ມູນ​ຄ່າ​ການ​ຄ້າ​ປະ​ມານ 5,3 ພັນຕື້ ໂດລາສະຫະລັດ. ຕາມ​ສະຖິຕິ ​ຂອງ ​ອົງການ​ພະລັງງານ ​ຂອງ ​ສ ອາ​ເມ​ລິ​ກາ, ນ້ຳ ມັນ​ດິບ 1/3 ​ແລະ ອາຍແກັສແຫຼວ ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຖືກ​ຂົນ​ສົ່ງ​ຜ່ານ​ທະ​ເລ​ຕາເວັນອອກ. ປະລິມານນ້ຳມັນດິບແລະ ອາຍ ແກັສແຫຼວ ທີ່ຂົນສົ່ງຜ່ານທະເລ ແຫ່ງນີ້ ແມ່ນຫຼາຍກວ່າ 15 ເທົ່າ ທີ່ຂົນ ສົ່ງຜ່ານຄອງ ປານາມາ ໃນ ອາເມລິກາກາງ. ໃນ ແຕ່ລະປີ, ປະລິມານ ນ້ໍາມັນ ນຳເຂົ້າປະມານ 70% ແລະ ປະລິມານ ສິນຄ້າສົ່ງອອກ ປະມານ 45% ຂອງ ຍີ່ປຸ່ນ ແມ່ນ ໄດ້ຂົນສົ່ງຜ່ານທະເລຕາເວັນອອກ. ສປ ຈີນ ​ມີ​ເສັ້ນທາງ​ເດີນ​ທະ​ເລ 29/39 ​ເສັ້ນ ແລະ​ ປະລິມານ​ສິນຄ້າ​ນຳ​ເຂົ້າສິນຄ້າ ປະມານ 60%​, 70% ນໍ້າມັນ ນໍາເຂົ້າ ຖືກຂົນ​ສົ່ງ​ ຜ່ານ​ທະ​ເລ​ຕາເວັນອອກ.

ບັນດາປະເທດ ຫວຽດ​ນາມ, ໄທ, ຟີ​ລິບ​ປິນ, ມາ​ເລ​ເຊຍ, ກຳ​ປູ​ເຈຍ, ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ ແລະ ບຣູ​ໄນ ແມ່ນ​ປະ​ເທດ ໃນກຸ່ມ​ ASEAN ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ຕາ​ເວັນ​ອອກ. ປະລິມານ​ສິນຄ້າ​ສົ່ງ​ອອກ ​ຜ່ານ​ທະ​ເລ​ຕາເວັນອອກ ຂອງ ​ບັນດາ​ປະ​ເທດ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ 55%, ບັນດາ ປະ​ເທດ​ອຸດສາຫະກຳ​ໃໝ່ ​ແມ່ນ 26%, ອົດ​ສະ​ຕຣາ​ລີ ແມ່ນ 40%.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.