47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ: ຫວຽດນາມ-ສປຊ ພ້ອມກັນຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງອະນາຄົດອັນດີງາມໃຫ້ແກ່ມວນມະນຸດ

00:00 | 20/09/2024

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕອບສຳພາດຕໍ່ນັກຂ່າກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການປະກອບສ່ວນຂອງຫວຽດນາມ ເຂົ້າໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ.

ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ ຫວຽດນາມ ຈັດສົ່ງນາຍທະຫານ 4 ຄົນເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບ ສປຊ ຕື່ມອີກ
ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024. ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024.

ແຕ່ວັນທີ 21 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ຊຸດທີ 79 ແລະເຮັດວຽກຢູ່ ສະຫະລັດອາເມລິກາ.

ເນື່ອງໃນໂອກາດນີ້, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການປະກອບສ່ວນຂອງຫວຽດນາມ ເຂົ້າໃນອົງການຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ.

ຕໍ່ໄປນີ້ແມ່ນເນື້ອໃນຂອງການສໍາພາດ:

ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ ສປຊ ເປັນຄັ້ງທຳອິດ, ທ່ານຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງການປະຕິບັດງານຄັ້ງນີ້?

ຄະນະຜູ້ແທນຂັ້ນສູງຫວຽດນາມ ນໍາໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ, ດ້ວຍສານທີ່ວ່າ: “ປັບປຸງລັດທິຫຼາຍຝ່າຍ, ພ້ອມກັນກະທໍາເພື່ອສ້າງອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະຍືນຍົງໃຫ້ທຸກຄົນ”. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເຫດການນີ້ມີຄວາມໝາຍສຳຄັນທີ່ສຸດ.

47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ: ຫວຽດນາມ-ສປຊ ພ້ອມກັນຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງອະນາຄົດອັນດີງາມໃຫ້ແກ່ມວນມະນຸດ
ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: Baoquocte.vn

ນີ້ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມສະມັດຊາໃຫຍ່ ສປຊ ໂດຍກົງ ແລະກໍ່ແມ່ນການເຄື່ອນໄຫວທາງການທູດຫຼາຍຝ່າຍຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ອົງການຈັດຕັ້ງສາກົນທົ່ວໂລກ ສປຊ, ຜ່ານນັ້ນໄດ້ຢັ້ງຢືນຄືນໃໝ່ຢ່າງແຂງແຮງໃນລະດັບສູງສຸດແນວທາງພົວພັນຕ່າງປະເທດ ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ແບ່ງປັນວິໄສທັດ ແລະມາດຕະການຂອງຫວຽດນາມ ກ່ຽວກັບບົດບາດຂອງ ສປຊ ແລະບັນດາບັນຫາສຳຄັນຂອງໂລກ, ພ້ອມທັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພັກ ແລະລັດໃນການຮ່ວມມືຫຼາຍຝ່າຍ, ບັນດາໂຄງການດໍາເນີນງານໃຫຍ່ຂອງ ສປຊ ແລະການພົວພັນຮອບດ້ານກັບ ສປຊ.

ຫວຽດນາມ ນັບມື້ນັບມີທັດສະນະສຳຄັນຢູ່ ສປຊ, ນັບມື້ນັບເປັນເຈົ້າການເຂົ້າຮ່ວມວຽກງານລວມຂອງອົງການຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການປະກອບສ່ວນທີ່ມີຄວາມໝາຍຂອງຫວຽດນາມ ໃຫ້ ສປຊ ໃນໄລຍະຜ່ານມາແມ່ນຫຍັງແດ່?

ຫວນຄືນໄລຍະເກືອບເຄິ່ງສັດຕະວັດຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ໄດ້ມີບາດກ້າວພັດທະນາກະໂດດຂັ້ນ, ໃນຫຼາຍດ້ານ ແລະຫຼາຍຂັ້ນ. ສປຊ ແມ່ນເພື່ອນມິດທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນກັບຫວຽດນາມ ໃນໄລຍະຕົ້ນແຫ່ງການສ້າງປະເທດຄືນໃໝ່ພາຍຫຼັງສົງຄາມ ແລະໃນພາລະກິດປ່ຽນແປງໃໝ່ຕໍ່ໄປ. ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການຢ່າງບໍ່ຢຸດຢັ້ງ ແລະການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ ສປຊ, ແບ່ງປັນບັນດາຄຸນຄ່າຫຼັກຂອງອົງການນີ້ຢ່າງເລິກເຊິ່ງ. ຈາກປະເທດທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປຊ, ຫວຽດນາມ ໄດ້ຫັນເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະມີປະສິດທິຜົນຂອງ ສປຊ, ແມ່ນປະເທດປະກອບສ່ວນໃຫຍ່ອັນດັບທີ 49 ເຂົ້າໃນງົບປະມານຂອງ ສປຊ, ເຂົ້າຮ່ວມນັບມື້ນັບເລິກເຊິ່ງກວ້າງຂວາງ, ມີການປະກອບສ່ວນທີ່ມີຄວາມໝາຍທັງ 3 ເສົາຄໍ້າຕົ້ນຕໍ: ສັນຕິພາບ-ຄວາມໝັ້ນຄົງ, ການຮ່ວມມືພັດທະນາ ແລະສິດທິມະນຸດ.

ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ໄດ້ຮັບການຮັບຮູ້ ແລະສະໜັບສະໜູນຈາກປະຊາຄົມໂລກ, ໄດ້ຮັບເລືອກຕັ້ງເຂົ້າບັນດາຕຳແໜ່ງສຳຄັນເພື່ອບໍລິຫານບັນດາອົງການ ສປຊ, ຄື: ຮອງປະທານສະມັດຊາໃຫຍ່ ສປຊ ຊຸດທີ 77 (2022-2023), ສະມາຊິກສະພາປະຕິບັດໂຄງການພັດທະນາ ສປຊ (UNDP), ກອງທຶນປະຊາກອນ ສປຊ (UNFPA) ແລະຫ້ອງການບໍລິການຂອງ ສປຊ (UNOPS) ອາຍຸການ 2000-2002, ສະມາຊິກສະພາເສດຖະກິດ ແລະສັງຄົມ ສປຊ (ECOSOC) ບັນດາອາຍຸການ 1998-2000 ແລະ 2016-2018, ປະທານສະມັດຊາໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ອາຍຸການ 2018-2019, ເຂົ້າຮ່ວມບັນດາກົນໄກເຄື່ອນໄຫວບໍລິຫານຂອງອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສປຊ (UNESCO)…

ການທູດຫຼາຍຝ່າຍມີບົດບາດສໍາຄັນໃນແນວທາງ “ການທູດໄມ້ໄຜ່” ຂອງຫວຽດນາມ. ແນວທາງນີ້ໄດ້ປະກອບສ່ວນຍົກສູງທີ່ຕັ້ງ ແລະຮູບພາບປະເທດຊາດ, ຊາວຫວຽດນາມ ຄືແນວໃດໃນສາຍຕາເພື່ອນມິດສາກົນ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ໃນໄລຍະຜ່ານມາ, ພວກເຮົາບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ເຮັດໃຫ້ຮູບພາບຫວຽດນາມ ສວຍງາມຕື່ມອີກໃນສາຍຕາເພື່ອນມິດສາກົນ, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວລວມຂອງ ສປຊ, ຄື: ຮັກສາສັນຕິພາບ, ຄວາມໝັ້ນຄົງ, ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະສິດທິມະນຸດ. ການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນອີກເທື່ອໜຶ່ງແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນກັບຫວຽດນາມເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບໃນລະດັບສູງສຸດ, ສະແດງໃຫ້ເຫັນຢ່າງຈະແຈ້ງຮູບພາບຫວຽດນາມ ເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີຄວາມສາມາດແບກຫາບວຽກງານລວມຂອງ ສປຊ.

ດ້ວຍພື້ນຖານອັນດີງາມທີ່ບັນລຸໄດ້ໃນໄລຍະຜ່ານມາ, ທ່ານເອກອັກຄະລັດຖະທູດ ຈະມີຄວາມຫວັງໃດແດ່ຕໍ່ການພົວພັນລະຫວ່າງຫວຽດນາມ ແລະ ສປຊ ໃນໄລຍະຈະມາເຖິງ?

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືກັບ ສປຊ, ແນໃສ່ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະກົດບັດ ສປຊ; ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະສາກົນ; ຮັບມືຢ່າງທັນການ ແລະມີປະສິດທິຜົນຕໍ່ສິ່ງທ້າທາຍທົ່ວໂລກ, ເປັນຕົ້ນແມ່ນຄຳໝັ້ນສັນຍາການກະທໍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ສືບຕໍ່ຕັ້ງໜ້າຜັນຂະຫຍາຍແຜນການກະທໍາແຫ່ງຊາດປະຕິບັດໂຄງການດໍາເນີນງານ 2030; ຍູ້ແຮງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ເພີ່ມທະວີການພົວພັນລະຫວ່າງ ສປຊ ກັບອົງການຈັດຕັ້ງພາກພື້ນ, ພິເສດແມ່ນຍົກສູງບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.

ຫວນຄືນໄລຍະ 47 ປີຜ່ານມາ, ການພົວພັນຄູ່ຮ່ວມມື ຫວຽດນາມ-ສປຊ ບັນລຸໄດ້ໝາກຜົນອັນດີງາມ ແລະມີຄວາມໝາຍຫຼາຍຢ່າງ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງຫວຽດນາມໃນແຕ່ລະໄລຍະ, ທັງປະກອບສ່ວນເສີມຂະຫຍາຍຮູບພາບ, ທີ່ຕັ້ງຂອງປະເທດ, ເພີ່ມທະວີທັດສະນະ ແລະ “ຂີດໝາຍ” ປະກອບສ່ວນຂອງຫວຽດນາມ ຢູ່ ສປຊ. ບັນດາໝາກຜົນດັ່ງກ່າວຈະສ້າງເງື່ອນໄຂສະດວກໃຫ້ສອງຝ່າຍເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມື, ຕັ້ງໜ້າໜູນຊ່ວຍໃຫ້ພາລະກິດພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ກໍ່ຄືປະກອບສ່ວນປະຕິບັດບັນດາເປົ້າໝາຍລວມຂອງ ສປຊ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງມະນຸດ, ເພື່ອອະນາຄົດອັນດີງາມກວ່າໃຫ້ທຸກຄົນ.

47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ: ປະກອບສ່ວນຍົກສູງຖານະທີ່ຕັ້ງ, ຮູບພາບຫວຽດນາມ ໃນເວທີສາກົນ 47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ: ປະກອບສ່ວນຍົກສູງຖານະທີ່ຕັ້ງ, ຮູບພາບຫວຽດນາມ ໃນເວທີສາກົນ

ຍສໝ - ການພົວພັນ ຫວຽດນາມ - ສະຫະປະຊາຊາດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ.

ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ ກອງປະຊຸມສະ ມັດຊາໃຫຍ່ອົງການ ສປຊ ສະໄໝທີ 78: ຄະນະຜູ້ແທນ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ພົບປະກັບຕາງໜ້າ ສປຊ ແລະ ປະເທດເພື່ອນມິດ

ຍສໝ - ໃນວັນທີ 20 ກັນຍາ 2023 ທີ່ ນະຄອນ ນິວຢອກ, ສ ອາເມລິກາ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະ ຊວງການຕ່າງປະເທດ

ສົມເພັດ

302 Found

Found

The document has moved here.