ຮັດ​ແໜ້ນ​ການ​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ຮ່າ​ຕິງ ແລະ ແຂວງ​ລາວ

10:52 | 09/09/2023

ຍສໝ - ບັນດາ​ກຳລັງ​ປະກອບ​ອາວຸດ​ແຂວງ ຮ່າ​ຕິ້ງ ​ແລະ ລາວ ​ໄດ້​ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ບັນດາ​ອິດ​ທິກຳລັງ​ປໍ​ລະ​ປັກ, ສະກັດ​ກັ້ນ​ບັນດາ​ກົນອຸບາຍ​ທຳລາຍ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ ​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ

ໃນວັນ​ທີ 6 ຫາ​ວັນ​ທີ 8 ກັນຍາ​ນີ້, ຢູ່​ເມືອງ​ປາກ​ຊັນ ແຂວງ​ບໍລິ​ຄຳ​ໄຊ ​ແລະ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ (ສປປ ລາວ), ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ​ແຂວງ ຮ່າ​ຕິ້ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ຜູ້​ບັນຊາ​ການ​ທະຫານ, ຕຳຫຼວດ​ແຂວງ​ບໍລິ​ຄຳ​ໄຊ ​ແລະ. ກອງບັນຊາການ ປກສ ແຂວງຄໍາມ່ວນ (ລາວ).

ພັນເອກ ບຸ່ຍຮົ່ງແທ່ງ, ຜູ້ບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ, ທ່ານພົນໂທ ເຈືອງຈັນ ລາດຊະວົງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍລິຄໍາໄຊ, ພັນໂທ ເຄນວອນ ໂລວັນໄຊ, ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ພັນໂທ ທິບພະຈັນ ໂພໄຊ, ຫົວໜ້າກົມໃຫຍ່ເສນາທິການ; ກອງບັນຊາການ ປກສ ແຂວງຄໍາມ່ວນ ເປັນປະທານກອງປະຊຸມ.

ຮັດ​ແໜ້ນ​ການ​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ຮ່າ​ຕິງ ແລະ ແຂວງ​ລາວ

ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ (ຫວຽດນາມ) ພົບປະເຈລະຈາກັບກອງຊາການທະຫານແຂວງບໍລິຄຳໄຊ ແລະ ກປສ ແຂວງບໍລິຄຳໄຊ.

ທີ່ການພົບປະເຈລະຈາ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ; ກອງບັນຊາການທະຫານແຂວງບໍລິຄໍາໄຊ ແລະ ກປສ ແຂວງບໍລິຄໍາໄຊ; ກປສ ແຂວງຄໍາມ່ວນ ໄດ້ແຈ້ງໃຫ້ກັນຮັບຊາບ, ຕີລາຄາສະພາບການ, ໝາກຜົນການເຄື່ອນໄຫວປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມໃນປີ 2022, ຢືນຢັນວ່າ ການສົມທົບກັນລະຫວ່າງກໍາລັງຕ່າງໆນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ, ປະກອບສ່ວນຮັບປະກັນຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ.

ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ກັບກອງບັນຊາການທະຫານແຂວງບໍລິຄຳໄຊ ແລະ ປກສ ແຂວງບໍລິຄໍາໄຊ; ກປສ ແຂວງຄຳມ່ວນ ໄດ້ເຫັນດີເປັນເອກະພາບຊຸກຍູ້ວຽກງານໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນປະຕິບັດຕາມອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກຢ່າງເຂັ້ມງວດ.

ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍ ແລະຝຶກອົບຮົບວຽກງານປ້ອງກັນຊາຍແດນ ໃຫ້ແກ່ທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງບໍລິຄໍາໄຊ. ພ້ອມກັນນັ້ນ, ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຂອງແຕ່ລະຝ່າຍ ກ່ຽວກັບການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ພັດທະນາເສດຖະກິດ - ວັດທະນະທໍາ - ສັງຄົມຢູ່ເຂດຊາຍແດນ; ສົມທົບກັນກູ້ໄພກູ້ຊີບ, ຮັບມືກັບໄພທຳມະຊາດ ແລະໂລກລະບາດ, ແກ້ໄຂບັນຫາມົນລະພິດສິ່ງແວດລ້ອມທີ່ເກີດຂຶ້ນຢູ່ເຂດຊາຍແດນ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.