ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາກຳລັງປ້ອງກັນຊາຍແດນ

09:04 | 22/09/2023

ຫວຽດນາມ ແລະ ລາວ ເພີ່ມທະວີ ການຮ່ວມມື ລະຫວ່າງ ກຳລັງປ້ອງກັນຊາຍແດນ

ຍົກສູງວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຍົກສູງວິຊາສະເພາະປ້ອງກັນຊາຍແດນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ
ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີຕີລາຄາວ່າ ສະພາບການຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ບັນດາແຂວງພາກຕາເວັນຕົກສ່ຽງເໜືອ (ຫວຽດນາມ) ແລະບັ ນດາແຂວງພາກເໜືອຂອງລາວ ຍັງຄົງມີບັນດາປັດໄຈທີ່ສັບສົນ ແລະ ຍາກທີ່ຈະຄາດເດົາໄດ້ຄື: ການເຄື່ອນໄຫວປາບປາມຂອງບັນດາເປົ້າໝາຍເປັນປໍລະປັກຢູ່ພາຍໃນ ແລະ ຕ່າງປະເທດ; ການ​ເຄື່ອນ​ໄຫວ​ຂອງ​ອາດ​ຊະ​ຍາ​ກອນ​ທຸກ​ປະ​ເພດ, ໂດຍ​ສະ​ເພາະ​ແມ່ນ​ອາດ​ຊະ​ຍາ​ກໍາຊື້​, ຂາຍ​, ແລະ​ ຂົນ​ສົ່ງ​ຢາ​ເສບ​ຕິດ​, ອາ​ວຸດ​ ແລະ ວັດຖຸ​ລະ​ເບີດ​; ການເຄື່ອນຍ້າຍຖິິ່ນຖານແບບເສລີ, ການເຂົ້າ-ອອກເມືອງແບບຜິດກົດໝາຍ...

Việt Nam  Lào: Tăng cường hợp tác giữa các lực lượng bảo vệ biên giới

ກຳລັງປ້ອງກັນຊາຍແດນ ສອງປະເທດ ຫວຽດນາມ ແລະ ລາວ ລາດຕະເວນຢູ່ເຂດຫຼັກໝາຍທີ 144 (ພາບ: ຊວນຕື/TTXVN)

ໃນໄລຍະອັນໃກ້ໆນີ້, ສອງຝ່າຍຈະສືບຕໍ່ປະສານສົມທົບກັນ, ຜັນຂະຫຍາຍບັນດາຂໍ້ກຳນົດຂອງເອກະສານສຳຄັນກ່ຽວກັບຊາຍແດນຫວຽດນາມ - ລາວ 2 ສະບັບທີ່ໄດ້ລົງນາມໂດຍລັດຖະບານຂອງປະເທດຢ່າງເຂັ້ມງວດ; ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນການຮ່ວມມືລະຫວ່າງ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກົມໃຫຍ່ຕຳຫຼວດ (ກະຊວງປ້ອງກັນຄວາມສະຫງົບຂອງລາວ) ແລະ ກອງບັນຊາການທະຫານຊາຍແດນ (ກະຊວງປ້ອງກັນປະເທດຫວຽດນາມ); ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ; ຄຸ້ມຄອງ ແລະ ຄວບຄຸມຄົນ ແລະ ພາຫະນະເຂົ້າ-ອອກເມືອງ, ສິນຄ້ານໍາເຂົ້າ-ສົ່ງອອກຜ່ານດ່ານຊາຍແດນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃນການໄປ-ມາຢູ່​ດ່ານ​ຊາຍ​ແດນ ​ແລະ ການ​ເປີດເສັ້ນທາງນ້ອຍໄປຍັງຊາຍ​ແດນ; ກວດພົບ, ກັກ​ຕົວ​ຜູ້​ກະທຳ​ຜິດ​ກົດໝາຍ ​ແລະ ​ແກ້​ໄຂ​ຕາມ​ລະບຽບກົດໝາຍບ້ານເມືອງທີ່ໄດ້ກຳນົດຢ່າງທັນການ.

ທັງສອງຝ່າຍ ຈະສືບຕໍ່ເປັນເສນາທິການໃຫ້ແກ່ບັນດາຄະນະພັກ, ອຳນາດການປົກຄອງທ້ອງຖິ່ນບັນດາຂັ້ນ ໃນການໂຄສະນາ, ຂົນຂວາຍປະຊາຊົນ, ຊຸກຍູ້ບັນດາການເຄື່ອນໄຫວຢູ່ດ່ານຊາຍແດນ; ​ເປັນເສນາທິການຢ່າງທັນການໃຫ້ແກ່​ຄະນະ​ຊີ້​ນຳ​ວຽກ​ງານ​ດ່ານ​ຊາຍ​ແດນ​ຂອງສອງ​ຝ່າຍ ເພື່ອ​ເອກະພາບ ແລະ ​ລາຍ​ງານຕໍ່​ຂັ້ນ​ເທິງ ປະກາດໃຊ້ແບບ​ການ​ແນະນຳ​ການ​ຂ້າມ​ຊາຍ​ແດນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ສົມທົບ​ກັນ​ຕ້ານ ແລະ ສະກັດ​ກັ້ນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງອິດທິກໍາລັງປໍລະປັກ ​ແລະ ບັນດາ​ຜູ້​ລັກລອບ​ຄ້າຂາຍ ​ແລະ ຂົນ​ສົ່ງ​ສິ່ງ​ເສບ​ຕິດ, ​ເງິນ​ປອມ, ອາວຸດ, ວັດຖຸ​ລະ​ເບີດ ເຊື້ອເພີງ​ຂ້າມ​ຊາຍ​ແດນທີ່ຜິດກົດໝາຍ, ການ​ເຂົ້າ-ອອກ​ເມືອງທີ່​ຜິດ​ກົດໝາຍ ​ແລະ ການ​ລະ​ເມີດ​ກົດໝາຍ​ອື່ນໆ​ທີ່​ກ່ຽວພັນ​ເຖິງ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ສອງຟາກ​ຊາຍ​ແດນ.

ອານຸໄຊ ສະຫວັດ

302 Found

Found

The document has moved here.