ແບ່ງປັນຄວາມຮູ້, ປະສົບການໃນການຄຸ້ມຄອງຊາຍແດນກັບທະຫານຊາຍແດນຂອງປະເທດເພື່ອນລາວ

16:06 | 20/09/2024

ຍສໝ - ວັນທີ 16 ກັນຍາ, ຢູ່ແຂວງ ເງ້ອານ, ກອງບັນຊາການທະຫານຊາຍແດນແຂວງ ເງ້ອານ ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານທະຫານຊາຍແດນ 40 ຄົນຂຶ້ນກັບກອງບັນຊາການການທະຫານແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ
ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 56 ຢູ່ ລາວ

ຊຸດ​ຝຶກ​ອົບ​ຮົມ​ແມ່ນ​ການ​ເຄື່ອນ​ໄຫວ​ຫັນເປັນລະອຽດສັນ​ຍາ​ຮ່ວມ​ມື​ໄລ​ຍະ 2023 - 2025 ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ເງ້​ອານ, ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ ຫວຽດ​ນາມ ກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ ຫົວ​ພັນ ແລະ ແຂວງ​ ຊຽງ​ຂວາງ, ສາທາລະນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ​ໃນ​ປີ 2023.

ແບ່ງປັນຄວາມຮູ້, ປະສົບການໃນການຄຸ້ມຄອງຊາຍແດນກັບທະຫານຊາຍແດນຂອງປະເທດເພື່ອນລາວ

ບັນດາສຳມະນາກອນລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: Le Thach

ຊຸດ​​ຝຶກ​ອົບ​ຮົມ​ເພື່ອ​ແນ​ໃສ່ແລກປ່ຽນ​ຄວາມ​ຮູ້​ດ້ານ​ວິຊາ​ຊີບ, ປະສົບ​ການ ​ແລະ ​ເພີ່ມ​ທະວີ​ການພົວພັນ​ສົມທົບ​ກັນ​ໃນ​ການປະຕິບັດຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ, ຮັກສາ​ຄວາມໝັ້ນຄົງດ້ານ​ການ​ເມືອງ-ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ສັງຄົງ​ຢູ່​ເຂດ​ຊາຍ​ແດນ, ພ້ອມ​ກັນ​ເພື່ອກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ​ ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມືເພື່ອພ້ອມກັນພັດທະນາແບບຍືນຍົງ, ຍາວນານ. ໂດຍຜ່ານການ​ຝຶກ​ອົບຮົມເພື່ອປັບປຸງ, ເພີມທະວີສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ, ບັນດາແຂວງມີເສັ້ນທາງຊາຍແດນຮ່ວມ ​ແລະ ພິເສດແມ່ນ​ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ​ເງ້ອານ ​ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ ​ຊຽງ​ຂວາງ ​ແລະ ຫົວພັນ.

​ໃນ​ເວລາ​ປະມານ 1 ​ເດືອນ, ບັນດາສຳມະນາກອນທະຫານຊາຍແດນ ລາວ ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ບັນດາ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປ້ອງ​ກັນ​ຊາຍ​ແດນ, ວຽກ​ງານ​ການ​ທະຫານ, ວິຊາການປ້ອງ​ກັນ​ຊາຍ​ແດນ... ບົນ​ພື້ນຖານ​ນັ້ນ, ສອງ​ຝ່າຍ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີປະສິດທິຜົນກວ່າ​ອີກ​ໃນ​ວຽກງານລາດຕະເວນກວດການ, ຄຸ້ມ​ຄອງປ້ອງ​ກັນ​ຊາຍ​ແດນ ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ຟາກຊາຍ​ແດນ​ເປັນ​ຢ່າງ​ດີ.

ຫວ່າງ​ມໍ່ໆ​ມາ​ນີ້, ກຳລັງກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ​ເງ້ອານ ບໍ່​ພຽງ​ແຕ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບກຳລັງປ້ອງ​ກັນ​ຊາຍ​ແດນ ​ລາວ ​ໃນ​ວຽກງານການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຄວາມປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຊາຍ​ແດນ​ເທົ່າ​ນັ້ນ, ຫາກ​ຍັງ​ໜູນ​ຊ່ວຍ, ຊ່ວຍເຫຼືອບັນດາກົມກອງເພື່ອນກ່ຽວກັບບັນດາດ້ານຂອງວຽກງານ, ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າທີ່ໃນສະຖານະການໃຫມ່.

ກິດຈະກໍາລະຫຼິ້ນບັນເທີງທີ່ມີປະໂຫຍດໃຫ້ແກ່ເຍົາວະຊົນອະນຸຊົນ ຫວຽດນາມ - ລາວ - ກຳປູເຈຍ

ກິດຈະກໍາລະຫຼິ້ນບັນເທີງທີ່ມີປະໂຫຍດໃຫ້ແກ່ເຍົາວະຊົນອະນຸຊົນ ຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ງານມະໂຫລານໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ເຍົາວະຊົນອະນຸຊົນລາວ ແລະກຳປູເຈຍ ກ່ຽວກັບຜືນແຜ່ນດິນ, ປະຊາຊົນ, ໄວໜຸ່ມນະຄອນ ໂຮ່ຈີມິນ.

ວັນບຸນໄຫວ້ພະຈັນທີ່ອົບອຸ່ນໃຫ້ແກ່ເດັກນ້ອຍຢູ່ລາວ

ວັນບຸນໄຫວ້ພະຈັນທີ່ອົບອຸ່ນໃຫ້ແກ່ເດັກນ້ອຍຢູ່ລາວ

ຍສ​ໝ - ຕອນ​ຄ່ຳ​ວັນ​ທີ 15 ກັນຍາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ສົມທົບ​ກັບ​ວັດ ບາງລອງ ຈັດ​ຕັ້ງ​ວັນບຸນໄຫວ້ພະຈັນໃຫ້​ເດັກນ້ອຍທີ່ເປັນ​ລູກ​ຫຼານ​ຊາວ​ຫວຽດນາມ ພວມອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່​ລາວ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.