ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳ

10:18 | 13/09/2023

ຍສໝ - ການ​ພົບປະເຈລະຈາໄດ້ຈັດຕັ້ງ​ເພື່ອ​ຕີ​ລາຄາ​ໝາກຜົນ​ວຽກງານການສົມທົບກັນລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງຂວາງ, ຫົວພັນ, ບໍລິ​ຄຳ​ໄຊ (ລາວ) ​ແລະ ກອງ​ບັນຊາ​ການ​ທະຫານປ້ອງກັນຊາຍແດນ ​ແຂວງ ​ເຫງ້ອ່ານ (ຫວຽດນາມ) ​ໃນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ, ຕໍ່ສູ້ຕ້ານອາດຊະຍາກຳໃນໄລຍະຜ່ານມາ; ເປັນເອກະພາບກ່ຽວກັບເນື້ອໃນການປະສານສົມທົບວຽກງານໃນຕໍ່ໜ້າ.

ວັນທີ 11 ກັນຍາ, ຢູ່ ໂພນສະຫວັນ, ແຂວງຊຽງຂວາງ, ສປປ ລາວ, ໄດ້ເກີດຂຶ້ນກອງປະຊຸມປະສານງານຮ່ວມງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ການຮັກສາຄວາມ ໝັ້ນຄົງ, ຄວາມເປັນລະບຽບຢູ່ເຂດຊາຍແດນລະຫວ່າງກອງບັນຊາການທະຫານ 03 ແຂວງຊຽງຂວາງ, ຫົວພັນ ແລະ ບໍລີຄຳໄຊ ກັບກອງບັນຊາການທະຫານຊາຍແດນແຂວງ ເຫງ້ອ່ານ.

​ສະຫາຍພັນ​ເອກເລຍຶ່ເກື່ອງ, ຜູ້ຮັບຜິດຊອບການເມືອງ​ປ້ອງ​ກັນ​ຊາຍ​ແດນ​ແຂວງເຫງ້ອ່ານ ຫົວໜ້າຄະນະ​ເຂົ້າ​ຮ່ວມ​ການ​ເຈລະຈາ. ຝ່າຍລາວ, ມີການເຂົ້າຮ່ວມຂອງບັນດາສະຫາຍ ຫົວໜ້າກອງບັນຊາການກອງບັນຊາການທະຫານ 3 ແຂວງຄື: ແຂວງຊຽງຂວາງ, ຫົວພັນ ແລະ ບໍລີຄຳໄຊ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳ
ຫົວໜ້າ​ຄະນະ​ໄດ້ລົງນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ທີ່ຢູ່​ກອງ​ປະຊຸມ

ແຂວງເຫງ້ອ່ານ (ຫວຽດນາມ) ມີເສັ້ນຊາຍແດນຍາວ 468,281 ກິໂລແມັດ ຕິດກັບ 3 ແຂວງຂອງລາວ (ຊຽງຂວາງ, ຫົວພັນ ແລະ ບໍລີຄຳໄຊ). ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ​ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ເປັນ​ປະຈຳ​ເພື່ອ​ຈັດ​ຕັ້ງ​ການ​ລາດຕະ​ເວນ​ຂອງ​ສອງ​ປະ​ເທດ, ພົບ​ປະ, ​ແລກປ່ຽນ​ສະພາບ​ການ, ແຈ້ງຂ່າວສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ຄວາມ​ສະຫງົບ​ປອດ​ໄພ​ຊາຍ​ແດນຢ່າງທັນການ, ຜ່ານນັ້ນ ກໍ່ສົມທົບ​ກັນ​ແກ້​ໄຂ​ເຫດການທີ່ເກີດຂຶ້ນຢ່າງ​ທັນ​ການ. ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ສອງ​ຟາກ​ຊາຍ​ແດນ​ໄດ້​ເຮັດ​ວຽກ​ງານ​ໂຄສະນາ​, ລາດຕະ​ເວນ, ກວດກາຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ແຫ່ງ​ຊາດ; ​ໃນ​ປີ​ນີ້, ການ​ລາດຕະ​ເວນ​ສອງ​ຝ່າຍ​ໄດ້​ຮັບ​ການ​ຈັດ​ຕັ້ງ 44 ຄັ້ງ/ຜູ້ເຂົ້າຮ່ວມ 528 ຄົນ; ລາດຕະເວນ​ຝ່າຍດຽວ 132 ຄັ້ງ/ຜູ້​ເຂົ້າ​ຮ່ວມ 1.056 ຄົນ, ຮັບປະກັນ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ຢູ່​ເຂດ​ຊາຍ​ແດນ​ຍາມໃດກໍ່ເປັນປົກກະຕິ.

2 ຝ່າຍ​ໄດ້​ຊີ້​ນຳ​ບັນດາ​ຫົວໜ່ວຍ​ກວດກາ, ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ຕາມ​ລະບຽບ​ການ, ພິ​ເສດ​ແມ່ນ​ໃນວຽກງານກວດກາ​ການ​ເຂົ້າ-​ອອກເມືອງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ, ພາຫະນະ​ຜ່ານ​ດ່ານ​ຊາຍ​ແດນ, ຈຸດ​ຜ່ານ​ແດນ. ໃນວຽກງານສົມທົບ​ກັນ​ຕໍ່ສູ້ຕ້ານ​ອາດຊະຍາ​ກຳ, ການ​ລະ​ເມີດ​ຂໍ້ກຳນົດຂອງຊາຍ​ແດນ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ສັງຄົມ, ກຳລັງຕຳຫຼວດ ​ແລະ ທະຫານ 03 ​ແຂວງ​ ຊຽງ​ຂວາງ, ຫົວພັນ ​ແລະ ບໍ​ລິ​ຄຳ​ໄຊ ​ເປັນເຂົ້າການ ​ແລະ ສົມທົບ​ກັບກອງ​ບັນຊາ​ການທະຫານ​ປ້ອງ​ກັນ​ຊາຍແດນ ​ແລະ ຕຳຫຼວດ​ແຂວງ ເຫ້ງ​ອ່ານ ​ແກ້​ໄຂ 464 ຄະດີ, ຈັບ​ກຸມ​ເປົ້າໝາຍທີີ່​ກ່ຽວຂ້ອງເຖິງການຄ້າເຖື່ອນ, ອາວຸດ​, ຄ້າ​ຢາ​ເສບ​ຕິດ... 362 ຄົນ. ໄດ້​ດຳ​ເນີນການມອບຮັບອາດຊະຍາກຳຜ່ານ​​ດ່ານ​ຊາຍ​ແດນ 20 ຄັ້ງ/44 ເປົ້າໝາຍ. ສືບ​ຕໍ່​ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ບັນດາ​ຫົວໜ່ວຍແຮກສ່ຽວ, ​​ຢື້ຢາມ​ຖາມຂ່າວກັນເປັນ​ປະຈຳ​ໃນ​ໂອກາດ​ວັນ​ບຸນ​ຂອງ​ແຕ່ລະ​ປະ​ເທດ, ຜ່ານ​ນັ້ນ ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ສອງ​ປະ​ເທດ.

ປີ 2022, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຫງ້ອ່ານ ໄດ້ຈັດຕັ້ງການເຝິກອົບຮົມວຽກງານຄຸ້ມຄອງປ້ອງກັນຊາຍແດນໃຫ້ແກ່ນັກຮົບຂອງກອງບັນຊາການທະຫານແຂວງຊຽງຂວາງ 20 ສະຫາຍ; ປີ 2023, ສືບ​ຕໍ່​ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມໃຫ້ 40 ສະຫາຍ, ໜູນ​ຊ່ວຍ 03 ແຂວງ​ໃນ​ການ​ປ້ອງ​ກັນ​ໄພ​ທຳ​ມະ​ຊາດ ແລະ ພະຍາດ.

ທີ່​ການພົບປະ​ເຈລະຈາ, 2 ຝ່າຍ​ໄດ້​ສືບ​ຕໍ່​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ສົມທົບ​ກັນ​ແລກປ່ຽນ​ສະພາບ​ການ, ຊຸກຍູ້​ວຽກງານ​ສົມທົບ​ກັນ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ, ຕໍ່ສູ້ຕ້ານ​ອາດຊະຍາ​ກຳ​ລະຫວ່າງ​ກອງ​ບັນຊາ​ການ​ທະຫານປ້ອງກັນຊາຍແດນແຂວງ ເຫ້້ງອ່ານ ກັບ​ກອງ​ບັນຊາ​ການ​ທະຫານ​ຂອງປະເທດ ລາວ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.