ຍສໝ - ບັນດາຫ້ອງຮຽນພາສາຫວຽດນາມ ຢູ່ລາວ ບໍ່ພຽງແຕ່ແມ່ນບ່ອນຮັກສາພາສາແມ່ໃຫ້ຊຸມຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງເປັນຂົວຕໍ່ວັດທະນະທຳ, ຊ່ວຍໃຫ້ຊາວຫວຽດນາມ ແລະ ລາວ ມີຄວາມສະໜິດຕິດພັນກວ່າອີກ. ຢູ່ເບື້ອງຫຼັງທຸກຕົວອັກສອນແມ່ນຄວາມມານະພະຍາຍາມທີ່ບໍ່ອິດເມື່ອຍຂອງຜູ້ທີ່ຫວ່ານກ້າຕົວອັກສອນ, ຖືພາລະກິດເພີ່ມພູມຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງປະເທດໃນຕົວສະເໜີ.
ຍສໝ - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການເຕືອນໃຫ້ພົນລະເມືອງ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອູແກຣນ ຕ້ອງກຽມພ້ອມແຜນການທີ່ດີທີ່ສຸດເພື່ອຮັກສາຄວາມປອດໄພ.
ຍສໝ - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ໊ນ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.
ຍສໝ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນສາມາດດາວໂຫຼດໂປແກຼມ YooLife ຢູ່ App Store ຫຼື CH Play ເພື່ອເຂົ້າຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນຊ່ອງດິຈິຕອນ.
ຍສໝ - ຜ່ານແອັບ YooLife, ຊາວຫວຽດນາມອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ ສາມາດຢ້ຽມຊົມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໃນພື້ນທີ່ດິຈິຕອນ.
ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ.
ຍສໝ - ທ່ານ ຮສຈ.ປອ ເຈີ່ນເລຮືງ, ມະຫາວິທະຍາໄລວິສາວະກອນ Paris (EIVP), ມະຫາວິທະຍາໄລ Gustave Eiffel (UGE), ຄະນະຫົວໜ້າເຄືອຂ່າຍນັກປັນຍາຊົນຫນຸ່ມຫວຽດນາມ ທົ່ວໂລກ (Global VYSA) ໄດ້ແບ່ງປັນ 4 ຂໍ້ສະເໜີເພື່ອເສີມຂະຫຍາຍບົດບາດຂອງໄວໜຸ່ມຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໃນການສ້າງສາບ້ານເກີດເມືອງນອນ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບພະນັກງານ, ລັດຖະກອນຂອງສະຖານກົງສຸນໃຫຍ່ ແລະ ປະຊາຄົມຊາວຫວຽດນາມ ຢູ່ແຂວງຢູນໜານ, ຈີນ ໃນການໄປປະຕິບັດງານຢູ່ປະເທດນີ້ແຕ່ວັນທີ 5-8 ພະຈິກ.
ຍສໝ - ໂດຍຕອບສະໜອງການລະດົມຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ວັນທີ 6 ມິຖຸນາ 2024, ສະຖານທູດ ຫວຽດນາມ ປະຈຳ ມົງໂກລີ ພ້ອມກັນກັບສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ມົງໂກລີ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນໂຄງການ “ໄຕ້ແສງສະຫວ່າງເຂດຊາຍແດນ” ຢູ່ ກາວບັ່ງ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນແຜນການສົມທົບກັນເຮັດວຽກ 2024 ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຄະນະທະນາຍຄວາມຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 31 ຕຸລາ, ທ່ານ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນໍາວຽກງານຖະແຫຼງຂ່າວຕ່າງປະເທດ ໄດ້ເຮັດວຽກກັບຄະນະຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ປີ 2024.
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມລົງນາມໃນໂຄງການສົມທົບກັນວຽກງານການທູດປະຊາຊົນ ແລະ ວຽກງານຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2024-2029.
ຍສໝ - ບັນດາແຂກເຂົ້າຮ່ວມສະແດງຄວາມປະທັບໃຈຕໍ່ບັນດາໝາກຜົນແຫ່ງການພັດທະນາເສດຖະກິດຂອງຫວຽດນາມ, ປາດຖະໜາຢາກຄົ້ນຫາທັດສະນິຍະພາບທີ່ມີຊື່ສຽງຢູ່ 3 ເຂດພາກຂອງປະເທດ ຫວຽດນາມ ແລະ ຊອກຫາກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.
ຍສໝ - "Đỗ" ບໍ່ແມ່ນ "Đố", "Quằn quại" ບໍ່ແມ່ນ "Quan quại"... ບັນດາຊ່ວງເວລາທີ່ຫນ້າຮັກເຫຼົ່ານີ້ ໄດ້ປະກົດຢູ່ໃນບັນດາວິດີໂອ TikTok ແລະ YouTube ຂອງທ່ານນາງ Liliya Kholodova (ລັດເຊຍ). ບັນດາວິດີໂອເຫຼົ່ານີ້ ໄດ້ດຶງດູດຜູ້ຊົມ ແລະ ແບ່ງປັນນັບໝື່ນຄັ້ງ, ກາຍເປັນສັນຍາລັກທີ່ມີຊີວິດຊີວາກ່ຽວກັບການຜູກພັນດ້ານວັດທະນະທຳ, ເຜີຍແຜ່ຄວາມຮັກແພງພາສາຫວຽດນາມ ຂ້າມຊາຍແດນ.
ຍສໝ - ວັນທີ 9 ມິຖຸນາ, ສະຖານທູດ ຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ແລະ ມອບລາງວັນໃຫ້ແກ່ກົມກອງລວມໝູ່, ບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະຊາຄົມຢູ່ ຍີ່ປຸ່ນ ໃນປີ 2024.
ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດພົບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.
ຍສໝ - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບສະພາບການພົນລະເມືອງ ຫວຽດນາມ ຢູ່ອິດສະຣາແອນ, ລີບັງ ແລະ ອີຣານ ໃນສະຖານະການຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນ ແລະ ສະພາບການຂອງບັນດາພົນລະເມືອງ ຫວຽດນາມ ທີ່ຖືກຄື້ນທະເລຢູ່ທະເລ Ibaraki, ປະເທດ ຍີ່ປຸ່ນ ພັດໄຫຼໄປ.
ຍສໝ - ພາສາຫວຽດນາມ ບໍ່ພຽງແຕ່ແມ່ນວິທີການສື່ສານເທົ່ານັ້ນ, ຫາກຍັງແມ່ນເຊືອກທີ່ບໍ່ມີຕົນຕົວເຊື່ອມຕໍ່ບັນດາຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກກົກເຄົ້າເຫງົ້າກໍ, ຊ່ວຍໃຫ້ເຂົາເຈົ້າຟື້ນຟູຄວາມຊົງຈໍາ, ສີສັນ ແລະ ຄວາມຮັກແພງສໍາລັບບ້ານເກີດເມືອງນອນໃນໄລຍະການປ່ຽນແປງຂອງຊີວິດ.
ຍສໝ - ວັນທີ 5 ພຶດສະພາ, ສູນວັດທະນະທໍາຫວຽດນາມ ປະຈໍາ ຝຣັ່ງ ໄດ້ສົມທົບກັບບັນດາວິສາຫະກິດ ເພື່ອປະຕິບັດລາຍການໂຄສະນາວັດທະນະທໍາ, ການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຫັດຖະກຳສິລະປະ, ອາຫານຂອງ ຫວຽດນາມ.
ຍສໝ - ທ່ານ Daniel ຫງວຽນຮວ່າຍຕ໋ຽນ ເກີດ ແລະ ເຕີບໃຫຍ່ຢູ່ເມືອງ Cam (California, ອາເມລິກາ) ໃນຄອບຄົວທີ່ມີເຊື້ອຊາດຫວຽດນາມ, ແຕ່ລາວບໍ່ມີໂອກາດຫຼາຍທີ່ຈະພົວພັນກັບພາສາແມ່ຂອງລາວໃນຄາວຍັງນ້ອຍ. ບາດລ້ຽວໄດ້ມາຮອດກັບ Daniel ໃນຕອນທີ່ລາວເຂົ້າຮ່ວມຊຸດຮຽນພາສາຫວຽດນາມ ຢູ່ມະຫາວິທະຍາໄລ California, San Diego. "ນີ້ແມ່ນການເດີນທາງຊອກຫາກົກເຄົ້າເຫງົ້າກໍຂອງຂ້າພະເຈົ້າໄດ້ເລີ່ມຕົ້ນ", ທ່ານ Daniel ແບ່ງປັນ. ຈາກນັ້ນມາ, ພາສາແມ່ກາຍເປັນກຸນແຈທີ່ນຳລາວໄປສູ່ປະສົບການທີ່ເລິກເຊິ່ງກວ່າໃນການຄົ້ນພົບເອກະລັກຂອງລາວ ແລະ ເຊື່ອມໂຍງກັບບ້ານເກີດເມືອງນອນ.
ຍສໝ - ນີ້ແມ່ນຄຳສະເໜີຂອງທ່ານ ຫຼີເຊື່ອງກັ່ນ, ເອກອັກຄະລັດຖະທູດການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ ທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ອ່ານຟ່ອງ ໃນວັນທີ 24 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 7 ຕຸລາ, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຍີ່ປຸ່ນ ຢູ່ໂອຊາກ້າ, ຍີ່ປຸ່ນ ໄດ້ຮ່ວມມືກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳໂອຊາກ້າ ຈັດງານພິທີເປີດຕົວ “ສູນການສຶກສາ ຫວຽດນາມວິທະຍາ”.
ຍສໝ - ເຖິງວ່າມີສະພາບສົງຄາມຮ້າຍແຮງກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມ ຢູ່ Odessa, ອູແກຣນ ຍາມໃດກໍ່ມານະພະຍາຍາມຮັກສາເອກະລັກວັດທະນະທຳ, ພາສາຫວຽດນາມ ຢ່າງບໍ່ຢຸດຢັ້ງໃຫ້ແກ່ຄົນລຸ້ນຫຼັງ.
ຍສໝ - ຊຸມຊົນຊາວ ຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນປະມານ 44,000 ເອີໂຣ (ເທົ່າກັບປະມານ 1,2 ຕື້ ດົງ) ເພື່ອຊ່ວຍເຫຼືອພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກພາຍຸ ຍາກີ ຢູ່ບ້ານເກີດເມືອງນອນ.
ຍສໝ - ຢູ່ເຂດ Östergötland, ຊູແອດ, ອາຈານ Sally ລືວ ຫງວຽນ (ຫງວຽນທິລືວ) ໄດ້ແບ່ງເວລາ 8 ປີເພື່ອສອນພາສາຫວຽດນາມ ໃຫ້ແກ່ລຸ້ນໜຸ່ມທີ່ມີເຊື້ອຊາດຫວຽດນາມ, ດ້ວຍຄວາມປາຖະຫນາທີ່ຈະຮັກສາພາສາ ແລະ ວັດທະນະທໍາບ້ານເກີດເມືອງນອນ. ໃນພື້ນທີ່ມີຄວາມອົບອຸ່ນຂອງຫ້ອງຮຽນຂະໜາດນ້ອຍ, ຄວາມຮັກ ແລະ ຄວາມອົດທົນຂອງອາຈານໄດ້ຊ່ວຍເຊື່ອມຕໍ່ບັນດາເດັກນ້ອຍທີ່ເກີດຢູ່ມນດິນແດນທີ່ຫ່າງໄກກົກເຄົ້າເຫງົ້າກໍ ຫວຽດນາມ.
ຍສໝ - ໃນວັນທີ 29 ກັນຍາ ຢູ່ ນະຄອນຟູຄູຍາມາ ແຂວງຮີໂຣຊິມາ ປະເທດຍີ່ປຸ່ນ ໄດ້ມີການຈັດການແຂ່ງຂັນບານເຕະຂອງຊຸມຊົນຊາວຫວຽດນາມ ຢູ່ Chugoku "FAVIJA CHUGOKU CUP 2024"
ຍສໝ- ວັນທີ 25 ກັນຍາ, ຄະນະການກຸສົນຂອງສະມາຄົມຊາວຫວຽດນາມ ປະຈຳເຂດ Kansai/ຍີ່ປຸ່ນ, ສະມາຄົມການກຸສົນ ແຊນວ່າງ ເບີລິນ / ເຢຍລະມັນ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ຢູ່ຕ່າງປະເທດ ພ້ອມໂຮງຮຽນພາສາຫວຽດນາມ ໄມ້ໄຜ່.... ໄດ້ລົງໄປຢ້ຽມຢາມ, ຊຸກຍູ້, ບໍລິຈາກເຂົ້າສານ, ເຄື່ອງໃຊ້ປະຈຳ, ເຄື່ອງໃຊ້ໃນໂຮງຮຽນ ແລະ ມອບເງິນໜູນຊ່ວຍໃຫ້ບັນດາຄອບຄົວທີ່ຖືກຮັບຜົນກະທົບຈາກພະຍຸ ແລະ ນໍ້າຖ້ວມຢູ່ເມືອງ ດວານຮຸ່ງ, ແຂວງ ຝູ໋ເຖາະ.
ຍສໝ - ຢູ່ເຂດ Östergötland, ຊູແອດ ມີຫ້ອງຮຽນພາສາຫວຽດນາມ ຂະໜາດນ້ອຍສຳລັບນັກຮຽນຊາວຫວຽດນາມ. ອາຈານ Sally - ຊາວຫວຽດນາມ ຢູ່ ຊູແອດ ບໍ່ລັງເລຕໍ່ຄວາມຫຍຸ້ງຍາກ ເພື່ອສອນພາສາຫວຽດນາມ ໃຫ້ລຸ້ນໜຸ່ມ, ປະກອບສ່ວນຮັກສາພາສາບ້ານເກີດເມືອງນອນ.
ຍສໝ - ເຖິງຢ່າງໃດກໍ່ຕາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ ຍັງເປັນທູດຜູ້ໜຶ່ງເພື່ອແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ ໃຫ້ເພື່ອນມິດສາກົນອີກດ້ວຍ.