ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈ ແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ

21:50 | 24/09/2024

ຍສໝ - ເຖິງຢ່າງໃດກໍ່ຕາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ ຍັງເປັນທູດຜູ້ໜຶ່ງເພື່ອແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ ໃຫ້ເພື່ອນມິດສາກົນອີກດ້ວຍ.

Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ Number One ແລະ Mega Market ຮ່ວມແຮງຮ່ວມໃຈ ເພື່ອສ້າງຮອຍຍິ້ມທີ່ສົດໃສ ແລະ ສົມບູນໃຫ້ເດັກນ້ອຍ ຫວຽດນາມ
ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພາສາຫວຽດ ແມ່ນພາຫະນະຮັກສາ, ແຜ່ຂະຫຍາຍ, ສືບທອດວັດທະນະທຳ, ຊ່ວຍພີ່ນ້ອງຮ່ວມຊາດອາໄສຢູ່ຕ່າງປະເທດ ອະນຸລັກຮັກສາສີສັນວັດທະນະທໍາທີ່ເປັນເອກະລັກໄວ້. ບໍ່ພຽງແຕ່ເທົ່ານັ້ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ ຍັງເປັນທູດຜູ້ໜຶ່ງເພື່ອແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ ໃຫ້ເພື່ອນມິດສາກົນອີກດ້ວຍ.

ພາສາຫວຽດ ດັງກ້ອງກັງວານໃນຫ້ອງຮຽນຢູ່ຕ່າງປະເທດ

ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ (ນະຄອນຫຼວງວຽງຈັນ, ລາວ) ໄດ້ຮັບການຄຸ້ມຄອງ ໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການຊີ້ນໍາໂດຍກົງຈາກສະຖານທູດຫວຽດນາມ ປະຈຳ ລາວ ແລະການຊີ້ນໍາດ້ານວິຊາສະເພາະຂອງກະຊວງສຶກສາທິການ ແລະກິລາລາວ. ປະຈຸບັນ, ໂຮງຮຽນມີນັກຮຽນປະມານ 1.000 ຄົນ, ໃນນັ້ນ 30% ແມ່ນລູກຫຼານຊາວຫວຽດນາມ ແລະມີພະນັກງານ, ຄູສອນປະມານ 60 ຄົນ. ໃນແຕ່ລະມື້, ນອກຈາກຮຽນພາສາລາວ ແລ້ວ, ນັກຮຽນຍັງໄດ້ຮຽນພາສາຫວຽດ ແລະເວົ້າພາສາຫວຽດ ຕື່ມອີກ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮ່ວມແຮງຮ່ວມໃຈ ແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ
ຊຸດຮຽນພາສາຫວຽດ ຢູ່ລາວ. ພາບ: TTXVN

ແບ່ງປັນທີ່ກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກ ຄັ້ງທີ 4 ທີ່ດໍາເນີນຢູ່ຮ່າໂນ້ຍ ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນທິແທັງເຮືອງ ຫົວໜ້າໂຮງຮຽນ ໃຫ້ຮູ້ວ່າ ນັກຮຽນບໍ່ພຽງແຕ່ຮຽນອ່ານ, ຮຽນຂຽນ ແລະຮຽນເວົ້າພາສາຫວຽດເທົ່ານັ້ນ ຫາກວັດທະນະທຳຫວຽດນາມ, ປະຫວັດສາດຫວຽດນາມ ໃນແຕ່ລະຊົ່ວໂມງຮຽນ ຄູກໍ່ໄດ້ເອົາມາສອນຕື່ມອີກ. ທ່ານນາງ ຫງວຽນທິແທັງເຮືອງ ຖືວ່າ: “ຄູອາຈານ ຍາມໃດກໍ່ຊອກຫາທຸກມາດຕະການ, ສົມທົບລະຫວ່າງປຶ້ມຕຳລາ ແລະຄວາມເປັນຈິງ, ເຮັດແນວໃດເພື່ອໃຫ້ການສອນພາສາຫວຽດ ບັນລຸປະສິດທິຜົນດີທີ່ສຸດ; ເຮັດແນວໃດເພື່ອໃຫ້ນັກຮຽນມີຄວາມຮັກ ແລະເຂົ້າໃຈກ່ຽວກັບວັດທະນະທຳ, ຊາວຫວຽດນາມ ກວ່າອີກ, ຈາກນັ້ນມຸ່ງໄປເຖິງການມີຄວາມຮັບຜິດຊອບໃນການຮັກສາສາຍພົວພັນອັນດີງາມລະຫວ່າງສອງຊາດຫວຽດນາມ-ລາວ”.

ໂຮງຮຽນພາສາຫວຽດ ໄມ້ໄຜ່ ແມ່ນໂຮງຮຽນວົງຄະນະຍາດແຫ່ງທຳອິດ ປະຈໍາ ຍີ່ປຸ່ນ. ທ່ານນາງ ເລເທືອງ, ຮອງປະທານຜູ້ປະຈໍາການສະຫະພັນແມ່ຍິງຫວຽດນາມ ເຂດ Kansai, ຜູ້ກໍ່ຕັ້ງໂຮງຮຽນພາສາຫວຽດ ໄມ້ໄຜ່ ໃຫ້ຮູ້ວ່າ: ນອກຈາກການບຳລຸງສ້າງພາສາຫວຽດ ໃຫ້ເດັກນ້ອຍຊາວຫວຽດນາມ ຢູ່ເຂດ Kansai ໂດຍບໍ່ເສຍຄ່າແລ້ວ, ຄະນະອຳນວຍການໂຮງຮຽນ ຍັງຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ເຮັດໃຫ້ເກີດຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ ຜ່ານຮູບພາບໂຮງຮຽນໝູ່ບ້ານທີ່ມີໄມ້ໄຜ່ - ຮູບພາບທີ່ຄຸ້ນເຄີຍຂອງທຸກໆໝູ່ບ້ານຫວຽດນາມ.

ຢູ່ໂຮນລັງ, ຫ້ອງສອນພາສາຫວຽດ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພວມເຄື່ອນໄຫວໃນຮູບແບບເປັນສະໂມສອນ. ເພື່ອສອນພາສາຫວຽດ, ວັດທະນະທໍາຫວຽດນາມ ຢ່າງມີແບບມີແຜນ, ເປັນມືອາຊີບກວ່າ, ຄູ ຫງວຽນທິລານເຮືອງ, ກຳມະການຄະນະບໍລິຫານງານເວທີປາໄສແມ່ຍິງຫວຽດນາມ ຢູ່ເອີລົບ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທ່ານນາງ ເຮືອງ ຈະຍູ້ແຮງ ແລະສ້າງສະໂມສອນໃຫ້ກາຍເປັນສູນສອນພາສາຫວຽດ, ທ່ານນາງ ເຮືອງ ກ່າວວ່າ: “ຜ່ານກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກ ຄັ້ງທີ 4, ຂ້າພະເຈົ້າ ຫວັງວ່າຈະຊອກແຫຼ່ງຊ່ວຍເຫຼືອຢູ່ພາຍໃນປະເທດໄດ້, ຈາກນັ້ນສ້າງການຮ່ວມສຳພັນ ແລະປະກອບສ່ວນແຜ່ຂະຫຍາຍພາສາຫວຽດຢູ່ໂຮນລັງ. ເມື່ອມີພາສາແລ້ວນັ້ນ, ວັດທະນະທຳກໍ່ຈະແຜ່ຂະຫຍາຍຢ່າງກວ້າງຂວາງກວ່າອີກ”.

ພາລະກຳຮັກສາພາສາຫວຽດ

ເຖິງຢ່າງໃດກໍ່ຕາມ, ການອະນຸລັກ ແລະເສີມຂະຫຍາຍ, ແຜ່ຂະຫຍາຍວັດທະນະທຳຫວຽດນາມ ຢູ່ຫຼາຍປະເທດຍັງປະສົບກັບສິ່ງກີດຂວາງ. ທ່ານນາງ ຫງວຽນຫວຽດຮ່າ, ຜູ້ອຳນວຍການບໍລິຫານອົງການພົບປະແລກປ່ຽນວັດທະນະທຳຫວຽດນາມ-ອົດສະຕາລີ (Vaceo) ຊີ້ແຈ້ງວ່າ: ການຂາດແຫຼ່ງການເງິນ ແລະວິຊາສະເພາະ, ໄລຍະຫ່າງທາງດ້ານພູມສາດ ແລະການກະຈາຍຂອງວົງຄະນະຍາດ, ສະຕິການຮັກສາວັດທະນະທຳໃນວົງການໄວໜຸ່ມຫຼຸດລົງ, ຂາດຮາກຖານວັດຖຸ ແລະພາຫະນະໜູນຊ່ວຍແມ່ນມີຄວາມຫຍຸ້ງຍາກໃນການລະດົມການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງ ແລະບຸກຄົນ.

ເພື່ອສືບຕໍ່ປະຕິບັດພາລະກຳຮັກສາ ແລະແຜ່ຂະຫຍາຍພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ ອົດສະຕາລີ, ທ່ານນາງ ຫງວຽນຫວຽດຮ່າ ໄດ້ສະເໜີໃຫ້ລັດຖະບານໜູນຊ່ວຍດ້ານການເງິນເພື່ອຈັດຕັ້ງເຫດການວັດທະນະທຳ, ເປີດຫ້ອງຮຽນພາສາຫວຽດ ກໍ່ຄື ການພັດທະນາຜະລິດຕະພັນວັດທະນະທຳເຊັ່ນ, ປຶ້ມ, ສາລະຄະດີກ່ຽວກັບວັດທະນະທຳຫວຽດນາມ.

ມະຕິເລກທີ 36 NQ/TW ລົງວັນທີ 26 ມີນາ 2004 ຂອງກົມການເມືອງ ກ່ຽວກັບວຽກງານສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ກຳນົດວ່າ, ໜຶ່ງໃນບັນດາໜ້າທີ່ສຳຄັນຄວນປະຕິບັດແມ່ນຕັ້ງໜ້າລົງທຶນໃສ່ຫຼັກສູດການຮຽນ-ການສອນພາສາຫວຽດ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເປັນຕົ້ນແມ່ນສຳລັບລຸ້ນໜຸ່ມ. ຕາມທ່ານນາງ ຟ້າມທິກິມຮວາ, ຫົວໜ້າກົມຖະແຫຼງຂ່າວວັດທະນະທຳ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ແລ້ວ, ໃນຊຸມປີຜ່ານມາ, ຄະນະກຳມະການ ໄດ້ຈັດຕັ້ງບັນດາລາຍການບຳລຸງສ້າງ, ຝຶກອົບຮົມທັກສະການສອນພາສາຫວຽດ ຢູ່ຮ່າໂນ້ຍ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ລວມມີຄູອາຈານ, ອາສາສະໝັກກວ່າ 30 ປະເທດ ແລະເຂດແຄວ້ນໃນໂລກ.

ໃນປີ 2024, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ມີການເຄື່ອນໄຫວ, ຄື: ພິທີເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊອກຫາ “ທູດພາສາຫວຽດ ອາໄສຢູ່ຕ່າງປະເທດ”, ເປີດສະຫຼອງ “ຕູ້ປຶ້ມພາສາຫວຽດ”... ແນໃສ່ຮັກສາພາສາຫວຽດ ຢູ່ຕ່າງປະເທດ; ຈາກນັ້ນແຜ່ຂະຫຍາຍວັດທະນະທໍາຫວຽດນາມ ໃຫ້ເພື່ອນມິດສາກົນ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄໍາເຫັນກ່ຽວກັບການກວດກາແຫຼ່ງທີ່ມາຂອງຜະລິດຕະພັນໃນການສົ່ງອອກ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປະກອບຄໍາເຫັນກ່ຽວກັບການກວດກາແຫຼ່ງທີ່ມາຂອງຜະລິດຕະພັນໃນການສົ່ງອອກ

ຍສໝ - “ສະຖານທີ່ນັດພົບກັນຂອງພີ່ນ້ອງ​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ເລກທີ 1​” ໃນ​ປີ 2024 ດ້ວຍ​ການປະກອບຄໍາເຫັນຫຼາຍຢ່າງຂອງ​ບັນດາພີ່ນ້ອງຊາວ​ຫວຽດ​ນາມ​ທີ່ຢູ່​ຕ່າງ​ປະ​ເທດປິ່ນອ້ອມບັນຫາການ​ຕິດຕາມ​ກວດກາແຫຼ່ງທີ່ມາຂອງຜະລິດຕະພັນ, ​ຮັບ​ປະ​ກັນ​ຄວາມສະອາດ​ປອດ​ໄພຂອງອາຫານ​ເພື່ອ​ສົ່ງ​ອອກ.

ປຸກລະດົມງານປະກວດຂຽນບົດບົດແຕ່ງວັນນະຄະດີ, ກະວີນິພົນກ່ຽວກັບ “ແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ” ປຸກລະດົມງານປະກວດຂຽນບົດບົດແຕ່ງວັນນະຄະດີ, ກະວີນິພົນກ່ຽວກັບ “ແມ່ຍິງຫວຽດນາມ ອາໄສຢູ່ຕ່າງປະເທດ”

ຍສໝ - ຕອນ​ຄຳ​ວັນ​ທີ 9 ມີນາ, ຢູ່ Berlin, ​ເຢຍລະ​ມັນ, ​ເວທີ​ປາ​ໄສ​ແມ່ຍິງ ຫວຽດນາມ ຢູ່ ​ເອີ​ລົບ ​ແລະ ສະມາຄົມ​ນັກ​ປະພັນ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ປະ​ກວດ​ຂຽນ​ບົດ​ປະພັນ ​ແລະ ບົດ​ກະວີ​ກ່ຽວ​ກັບ​ແມ່ຍິງ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.