ຫ້ອງຮຽນພາສາຫວຽດນາມ ຢູ່ Östergötland: ສືບທອດ​ສີສັນຫວຽດນາມ ຢູ່ດິນແດນ ຊູແອດ

10:51 | 05/10/2024

ຍສໝ - ຢູ່ເຂດ Östergötland, ຊູແອດ, ອາຈານ Sally ລືວ ຫງວຽນ (ຫງວຽນທິລືວ) ໄດ້ແບ່ງເວລາ 8 ປີເພື່ອສອນພາສາຫວຽດນາມ ໃຫ້ແກ່ລຸ້ນໜຸ່ມທີ່ມີເຊື້ອຊາດຫວຽດນາມ, ດ້ວຍຄວາມປາຖະຫນາທີ່ຈະຮັກສາພາສາ ແລະ ວັດທະນະທໍາບ້ານເກີດເມືອງນອນ. ໃນພື້ນທີ່ມີ​ຄວາມອົບອຸ່ນຂອງ​ຫ້ອງ​ຮຽນຂະໜາດນ້ອຍ, ຄວາມ​ຮັກ ແລະ ຄວາມ​ອົດທົນ​ຂອງ​ອາຈານໄດ້​ຊ່ວຍ​ເຊື່ອມ​ຕໍ່​ບັນດາ​ເດັກນ້ອຍ​ທີ່​ເກີດ​ຢູ່​ມນດິນ​ແດນທີ່ຫ່າງ​ໄກ​ກົກເຄົ້າເຫງົ້າກໍ ຫວຽດນາມ.

ຫ້ອງຮຽນເພື່ອປົກປັກຮັກສາພາສາບ້ານເກີດເມືອງນອນຢູ່ ຊູແອດ
ດານັງ: ຫ້ອງຮຽນພາສາຫວຽດນາມ ສຳລັບບັນດານັກສຶກສາລາວ ແລະ ໄທ ຢູ່ວັດຕາມບາວ

ການເດີນທາງເຜີຍແຜ່ໄຟແຫ່ງຄວາມຮັກພາສາຫວຽດນາມ

ໃນຕອນບ່າຍລະດູໃບໄມ້ຫຼົ່ນຢູ່ນະຄອນ Linköping, ເຂດ Östergötland, ລົມໄດ້ພັດຄ່ອຍໆຜ່ານປ່ອງຢ້ຽມຫ້ອງຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ Elsa Brandstrom. ທ່າມກາງພື້ນທີ່ອັນສະຫງົບງຽບ, ສຽງ​ຂອງ​ອາຈານ Sally ດັງ​ອອກ​ມາ​ຢ່າງ​ອົບ​ອຸ່ນ, ອ່ອນ​ໂຍນ​ແຕ່​ເຕັມໄປດ້ວຍຄວາມ​ຕັດ​ສິນ​ໃຈ. ອ້ອມ​ຮອບ​ອາຈານແມ່ນ​ໄວ​ໜຸ່ມທີ່ມີເຊື້ອຊາດຫວຽດນາມ, ສຸມ​ໃສ່ຟັງ​ຄຳສອນແຕ່ລະຄຳ, ພະຍາຍາມອອກສຽງພາສາຫວຽດນາມແຕ່ລະສັບໃຫ້ຖືກຕ້ອງ.

"ອີກຄັ້ງຫນຶ່ງ, "ຊົງຈໍາ"!", ອາຈານໄດ້ຄ່ອຍໆປັບສຽງເມື່ອເດັກຊາຍອ່ານຫຼົງສຽງ "n" ແລະ "m". ອາຈານ Sally ອະທິບາຍດ້ວຍຄວາມອົດທົນ: "ລູກຈື່ໄວ້ວ່າ "ຊົງຈໍາ" ແມ່ນເວລາທີ່ພວກເຮົາຈົດຈໍາວັນພິເສດ, ພວກເຮົາຕ້ອງເນັ້ນໃສ່ສຽງທີ່ຖືກຕ້ອງເພື່ອສະແດງຄວາມຫມາຍ".

ຫ້ອງຮຽນພາສາຫວຽດນາມ ຢູ່ Östergötland: ສືບທອດ​ສີສັນຫວຽດນາມ ຢູ່ດິນແດນ ຊູແອດ

ນັກຮຽນຫ້ອງຮຽນພາສາຫວຽດນາມ ຂອງອາຈານ ລືວ Sally.

ບັນດາສຽງຢຸດໆຢ່ອນໆອອກມາ, ເຖິງວ່າຍັງບໍ່ທັນດີປານໃດແຕ່ເຮັດໃຫ້ອາຈານຍິ້ມໄດ້. ນີ້​ແມ່ນ​ຊ່ວງ​ເວລາ​ນ້ອຍ​ໆໃນ​ການ​ເດີນ​ທາງ​ເປັນ​ເວລາ 8 ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ພະຍາຍາມ​ທີ່​ ອາຈານ Sally ມຸ່ງໝັ້ນປະຕິບັດຢ່າງ​ບໍ່​ຢຸດ​ຢັ້ງ. ສຳລັບ​ ອາຈານ Sally ແລ້ວ, ຫ້ອງ​ຮຽນ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ສອນ​ພາສາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນກ້າເບ້ຍແຫ່ງ​ຄວາມ​ຮັກ ​ແລະ ຄວາມ​ເອກອ້າງທະນົງ​ໃຈກ່ຽວກັບ​ກົກເຄົ້າເຫງົ້າກໍ​ຫວຽດນາມ. ບັນດາເລື່ອງລາວນ້ອຍໆທີ່​ເຕັມ​ໄປ​ດ້ວຍ​ສີສັນບ້ານເກີດ ຍາມໃດກໍ່ເປັນຂົວຕໍ່ຊ່ວຍໃຫ້ເດັກນ້ອຍຮັບເອົາຢ່າງງ່າຍດາຍ ແລະ ມີຄວາມຮູ້ສຶກເຖິງຄຸນຄ່າຂອງພາສາຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.

ກ່ອນ​ນີ້ 8 ປີ, ​ໃນ​ຂະ​ນະ​ທີ່​ເປັນຜູ້ຈັດການຮ້ານ​ອາ​ຫານ​ຫວຽດ​ນາມ ຢູ່ ຊູແອດ, ອາຈານ Sally ໄດ້​ຮັບ​ຮູ້ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປົກ​ປັກ​ຮັກ​ສາ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໃຫ້​ແກ່​ລຸ້ນ​ໜຸ່ມທີ່ມີເຊື້ອຊາດຫວຽດນາມ. ເຖິງ​ແມ່ນ​ວ່າ​ເຮັດທຸລະ​ກິດ ​ບໍ່​ຄ່ອຍ​ມີ​ເວລາ, ​ແຕ່​ອາຈານ​ຍັງ​ຕັ້ງ​ໃຈ​ຈະ​ເປີດ​ຫ້ອງ​ຮຽນ​ພາສາ​ຫວຽດນາມ ​ໃຫ້​ແກ່​ເດັກນ້ອຍ​ຫວຽດນາມ ຢູ່ Östergötland. “ພາສາຫວຽດ​ນາມ ແມ່ນເຊືອກເຊື່ອມຕໍ່ອັນດຽວ​ລະ​ຫວ່າງ​ເດັກ​ນ້ອຍກັບກົກເຄົ້າເຫວົ້າກໍ. ຖ້າໃຫ້ປ່ອຍມັນສູນຫາຍໄປ, ພວກເຮົາຈະສູນເສຍຫຼາຍກວ່າພາສາ” ອາຈານແບ່ງປັນ.

ຢູ່ ຊູແອດ, ເດັກນ້ອຍມີສິດທີ່ຈະຮຽນພາສາແມ່ເປັນເວລາ 30 ຫາ 60 ນາທີທຸກໆມື້ຫຼັງຈາກຊົ່ວໂມງຮຽນຫຼັກ. ສິ່ງນີ້ສ້າງເງື່ອນໄຂເພື່ອໃຫ້ເດັກນ້ອຍສາມາດຮັກສາທັກສະທາງດ້ານພາສາ ແລະ ຕິດພັນທາງດ້ານວັດທະນະທໍາ. ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ທ່ານ ເລ​ເຊີນ​ຮ່າ, ປະ​ທານ​ສະ​ຫະ​ພັນ​ສະ​ມາ​ຄົມຊາວ ຫວຽດ​ນາມ ປະຈຳ ຊູແອດ, ອາຈານ Sally ໄດ້​ເປີດ​ຫ້ອງ​ຮຽນ​ຢູ່​ໂຮງ​ຮຽນມັດທະຍົມຕອນຕົ້ນ Elsa Brandstrom, ບ່ອນທີ່ສົ່ງເສີມການ​ຮັກ​ສາ​ພາ​ສາ​ແມ່.

ການ​ສອນ​ພາສາ​ຫວຽດນາມ​ ໃຫ້​ແກ່​ເດັກນ້ອຍ​ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່​ ຊູແອດ ບໍ່​ແມ່ນ​ເລື່ອງ​ງ່າຍ. ພາສາຫວຽດ, ມີ 6 ສຽງວັນນະຍຸດ ແລະ ບັນດາພະຍາງທີ່ສັບສົນ ເປັນສິ່ງທ້າທາຍສຳລັບນັກຮຽນທີ່ຄຸ້ນເຄີຍກັບພາສາທ້ອງຖິ່ນ. ເດັກນ້ອຍຫຼາຍຄົນສາມາດເວົ້າພຽງແຕ່ປະໂຫຍກທີ່ງ່າຍດາຍ, ຍັງບໍ່ຄ່ອງແຄ້ວ. ​ແຕ່​ສຳລັບ​ອາຈານ Sally, ບໍ່​ມີ​ຄວາມ​ກ້າວໜ້າໃດແມ່ນສິ່ງທີ່ເລັກນ້ອຍ: “ມີຄວາມຮູ້ສຶກຕື້ນຕັນໃຈຫຼາຍເມື່ອ​ໄດ້​ຍິນ​ພວກ​ເດັກນ້ອຍ​ຄ່ອຍໆ​ເວົ້າ​ພາສາ​ຫວຽດນາມ​ແຕ່ລະ​ສຽງ​ໄດ້​ຊັດ​ເຈນ​ຂຶ້ນ, ​ເຖິງວ່ານັ້ນ​ແມ່ນ​ສຽງ​ທີ່​ຍາກ​ຄື ​ວັນນະຍຸດໄມ້ໜັ້ງ ​ຫຼື​ ວັນນະຍຸດໄມ້ຫງາ”.

ບໍ່​ພຽງ​ແຕ່​ສອນ​ພາ​ສາ​ຫວຽດນາມ​ເທົ່າ​ນັ້ນ, ອາຈານຍັງ​ສົ່ງເສີມໃຫ້​ເດັກ​ນ້ອຍ​ມີ​ຄວາມ​ພາກ​ພູມ​ໃຈ​ກ່ຽວກັບຕົ້ນ​ກຳ​ເນີດ​ຂອງ​ຕົນ. “​ເຖິງ​ແມ່ນ​ວ່າພວກລູກ​ເວົ້າ​ພາສາ​ຊູ​ແອັດ, ນຸ່ງຖືຄື​ຄົນ​ຊູ​ແອັດ, ​ແຕ່​ໜ້າ, ຊື່ ​ແລະ ອາຫານ​ທີ່​ມັກ​ຂອງພວກລູກລ້ວນ​ແຕ່ມີລັກສະນະຫວຽດນາມ. ຈົ່ງພູມໃຈ ແລະ ໃຊ້ພາສາຫວຽດນາມເລື້ອຍໆ, ເພາະວ່າມັນເປັນຈິດວິນຍານຂອງພວກເຮົາ”. ນັກຮຽນຂອງອາຈານມັກຈະເວົ້າວ່າ “ສະບາຍດີ” ເປັນພາສາຫວຽດນາມ ແທນທີ່ “Hej” ເມື່ອພົບກັບອາຈານ, ແລະສິ່ງນັ້ນຢ່າງດຽວກໍ່ເປັນແຫຼ່ງກຳລັງໃຈອັນໃຫຍ່ຫຼວງໃຫ້ອາຈານສືບຕໍ່ການເດີນທາງຕໍ່ໄປຂອງຕົນ.

ເພື່ອເຮັດໃຫ້ເວລາຮຽນມີຊີວິດຊີວາຂຶ້ນ, ອາຈານ Sally ໄດ້ປະສົມປະສານລະຫວ່າງເຕັກໂນໂລຢີ ແລະ ເອກະສານສິດສອນທີ່ທັນສະໄໝ. ສຳລັບ​ເດັກນ້ອຍ, ອາຈານໄດ້​ນຳ​ໃຊ້​ບັນດາ​ບົດ​ເພງ​ເດັກນ້ອຍ ຫວຽດນາມ, ຮູບເງົາເອກະສານກ່ຽວກັບບຸນປີໃໝ່ ແລະ ບຸນໄຫວ້ພະຈັນ. ສຳລັບ​ເດັກນ້ອຍ​ຜູ້​ມີ​ອາຍຸໃຫຍ່ກ່ວາ, ອາຈານໄດ້​ແນະນຳ​ປະຫວັດສາດ​ ຫວຽດນາມ, ກອນຜະຫຍາ, ສຸພາສິດ ແລະ ທັງສິລະ​ປະ​ຂັບແຈ່ວ, ກ່າຍເລືອງ ຫຼື​ ​ເຄື່ອງ​ດົນຕີ​ພື້ນ​ເມືອງ. ອາຈານໄດ້ຊອກຫາວິທີການສິດສອນທີ່ເໝາະສົມກັບອາຍຸ ແລະ ລະດັບຂອງເດັກນ້ອຍ, ພ້ອມກັນນັ້ນ ກໍ່ຕິດແທດກັບຫຼັກສູດຂອງເດັກນ້ອຍຢູ່ໂຮງຮຽນ ເພື່ອທັງຮຽນເອົາຄວາມຮູ້ ແລະ ຝຶກພາສາຫວຽດນາມໄປນຳ.

ຍົກບາດກ້າວ​ການ​ເດີນທາງປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດນາມ

ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ຊາວ ​ຫວຽດນາມ ຢູ່​ ຊູ​ແອັດ ​ເທົ່າ​ນັ້ນ, ຫ້ອງ​ຮຽນ​ຂອງອາຈານ Sally ຍັງໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງເຂັ້ມແຂງ​ຈາກ​ຝ່າຍຄະນະອຳນວຍການໂຮງຮຽນ​ມັດທະຍົມຕອນຕົ້ນ Elsa Brandstrom.

ທ່ານນາງ Sabina Carlsson, ຮອງອະທິການບໍດີໂຮງຮຽນ Elsa Brandstrom ໃຫ້ຮູ້ວ່າ “ພວກ​ຂ້າພະເຈົ້າໄດ້ມີຄວາມຮັບຮູ້​ວ່າ ການ​ຮຽນ​ພາ​ສາ​ ຫຼື “ພາ​ສາ​ແມ່” ຂອງ​ນັກ​ຮຽນຕ່າງປະເທດຢູ່ ຊູແອດ ເວົ້າລວມ ຫຼື ລູກຫຼານຂອງຊາວຫວຽດນາມ ເວົ້າສະເພາະ ແມ່ນ​ສຳ​ຄັນ​ຫຼາຍ. ທີ່​ໂຮງ​ຮຽນ Elsa Brandstrom ພວມມີຫ້ອງຮຽນສອນພາສາປະຈຳຖິ່ນປະມານ 15 ພາສາໃຫ້ແກ່ນັກຮຽນ. ສິ່ງນີ້ ຈະຊ່ວຍໃຫ້ນັກຮຽນເຊື່ອມໂຍງເຂົ້າໃນສະພາບແວດລ້ອມຂອງໂຮງຮຽນ ແລະ ສາມາດເຂົ້າເຖິງວິຊາຮຽນໃນແຕ່ລະລະດັບຢູ່ ຊູແອດ ໄດ້ຢ່າງວ່ອງໄວ. ໂຮງຮຽນ ຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ນັກຮຽນມີເວລາຮຽນພາສາຫວຽດນາມ ຢູ່ໂຮງຮຽນ. ນັ້ນ​ແມ່ນ​ເຫດ​ຜົນ​ທີ່​ອາຈານ ລືວ ເປີດ​ຫ້ອງ​ຮຽນ ແລະ ໜູນ​ຊ່ວຍ​ການ​ສອນ​ພາ​ສາ​ຫວຽດ​ ຢູ່​ໂຮງ​ຮຽນ Elsa Brandstrom”.

ຫ້ອງຮຽນພາສາຫວຽດນາມ ຢູ່ Östergötland: ສືບທອດ​ສີສັນຫວຽດນາມ ຢູ່ດິນແດນ ຊູແອດ

ອາຈານ ລືວ Sally ​ແບ່ງ​ປັນ​ກ່ຽວ​ກັບ​ຫ້ອງ​ຮຽນ.

ເດືອນກັນຍາ 2024, ທ່ານນາງ ວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ໄປຢ້ຽມຢາມຫ້ອງຮຽນພາສາຫວຽດນາມ ຢູ່ Linköping. ທ່ານນາງ ບໍ່ອາດກັ້ນຄວາມຕື້ນຕັນໃຈຕໍ່ກັບຄວາມກະຕືລືລົ້ນຂອງອາຈານ Sally ແລະ ຄວາມພະຍາຍາມທີ່ບໍ່ຢຸດຢັ້ງຂອງນັກຮຽນໄວ້ໄດ້.

ທີ່​ການ​ພົບ​ປະ, ນັກຮຽນຜູ້​ໜຶ່ງ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ມີ​ປຶ້ມ​ພາສາ​ຫວຽດນາມ ​ແລະ ຝຶກ​ຂຽນຕົວໜັງສືໃສ່ປຶ້ມຕາກະໂລ້ ຄື​ກັບ​ບັນດາ​ນັກຮຽນຢູ່​ຫວຽດນາມ. ນັ້ນແມ່ນຄວາມປາດຖະຫນາທີ່ງ່າຍດາຍແຕ່ເລິກເຊິ່ງ, ສະແດງອອກເຖິງຄວາມປາຖະຫນາທີ່ຈະເຊື່ອມຕໍ່ກັບບ້ານເກີດເມືອງນອນ, ເຖິງແມ່ນວ່າເດັກນ້ວຍພວມອາໄສຢູ່ໄກເຄິ່ງໜ່ວຍໂລກກໍ່ຕາມ.

ທ່ານນາງ ມາຍ ກ່າວວ່າ “ພາສາຫວຽດນາມ​ ຍັງ​ມີ ແມ່ນ​ຊົນ​ເຜົ່າກໍ່ຍັງມີ, ເຖິງວ່າ​ຈະ​ໄປ​ໃສ​ກໍ່​ຍັງ​ເປັນ​ຄົນ​ຫວຽດນາມ, ສະນັ້ນ ​ຕ້ອງ​ຮັກສາ​ພາສາ​ຫວຽດນາມ, ຮຽນ​ຮູ້ ​ແລະ ​ເຂົ້າ​ໃຈເຊື້ອຊາດຫວຽດນາມ, ຫຼັງຈາກນັ້ນຈະສາມາດຮຽນ​ພາສາຂອງປະເທດປະຈຳຖິ່ນ (ຊູແອດ) ຫຼື ພາສາອື່ນໆ”.

ເລື່ອງລາວຂອງອາຈານ Sally ບໍ່ຢຸດຢູ່ໃນຫ້ອງຮຽນພາສາ. ນັ້ນເປັນ​ການ​ເດີນ​ທາງຢ່າງຍຶດໝັ້ນດ້ວຍຄວາມ​ເຊື່ອໝັ້ນເຂົ້າໃນຄຸນຄ່າ​ຂອງ​ພາ​ສາ ​ແລະ ​ວັດ​ທະ​ນະ​ທໍາ​. ຫ້ອງ​ຮຽນ​ຂອງ​ອາຈານ​ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ​ຢູ່​ໃນປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ຊູ​ແອັດ. ຄວາມ​ອົດ​ທົນ​ຂອງອາຈານ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຄົນ​ລຸ້ນ​ໜຸ່ມ​ຮຽນ​ພາ​ສາ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຂົວຕໍ່ກັບ​ບ້ານ​ເກີດ​ເມືອງ​ນອນຢ່າງແໜ້ນແຟ້ນອີກດ້ວຍ.

ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ

ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ

ຍສໝ - ຕອບ​ສະໜອງ​ວັນເຊີດຊູພາສາ ຫວຽດນາມ ໃນປະຊາຄົມຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ຄະນະ​ປະສານ​ງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ພິທີເຊີດຊູພາສາ ຫວຽດນາມ ຢູ່ ລາວ ໃນປີ 2024.

ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

Mới đây, Lễ Tôn vinh tiếng Việt trong cộng đồng người Việt Nam tại Séc đã được tổ chức. ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ພິທີ​ເຊີດ​ຊູ​ພາສາ​ ຫວຽດນາມ​ ໃນ​ປະຊາ​ຄົມ​ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.