ເປີດຕົວສູນການສຶກສາ ຫວຽດນາມວິທະຍາ ແຫ່ງທຳອິດ ຢູ່ໂອຊາກ້າ (ຍີ່ປຸ່ນ)

22:11 | 11/10/2024

ຍສໝ - ວັນທີ 7 ຕຸລາ, ສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຍີ່ປຸ່ນ ຢູ່ໂອຊາກ້າ, ຍີ່ປຸ່ນ ໄດ້ຮ່ວມມືກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳໂອຊາກ້າ ຈັດງານພິທີເປີດຕົວ “ສູນການສຶກສາ ຫວຽດນາມວິທະຍາ”.

ສູນສຶກສາ ຫວຽດນາມວິທະຍາ (ມະຫາວິທະຍາໄລ ອຸດອນທານີ) ເຜີຍແຜ່ຄວາມຮັກພາສາ ຫວຽດນາມ ຢູ່ ໄທ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ໂດຍກວ້າງປະມານ 50 ຕາແມັດ, ຕັ້ງຢູ່ພາຍໃນເຂດມະຫາວິທະຍາໄລ ໂອຊາກ້າ, ຍີ່ປຸ່ນ, ສູນການສຶກສາ ຫວຽດນາມວິທະຍາເປັນພື້ນຖານຮ່ວມມືດ້ານການຄົ້ນຄວ້າ, ບຳລຸງສ້າງການສຶກສາລົງເລິກຂະແໜງກ່ຽວກັບຫວຽດນາມ, ສະໜອງຂໍ້ມູນ ແລະ ຄວາມຮູ້ທີ່ຫຼາຍທິດກ່ຽວກັບຫວຽດນາມ. ພ້ອມກັນນັ້ນ ຍັງມີສ່ວນປະກອບໃນການຊຸກຍູ້ຄວາມເຂົ້າໃຈ ແລະ ສາຍພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດຍີ່ປຸ່ນ ແລະ ຫວຽດນາມ ອີກດ້ວຍ.

ເປີດຕົວສູນການສຶກສາ ຫວຽດນາມວິທະຍາ ແຫ່ງທຳອິດ ຢູ່ໂອຊາກ້າ (ຍີ່ປຸ່ນ)

ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງ.

ທ່ານ ຫງວຽນແມັງດົງ, ຮອງຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ສະແດງຄວາມຊື່ນຊົມຍິນດີ ແລະ ອວຍພອນໃຫ້ສູນການສຶກສາ ຫວຽດນາມວິທະຍາ ມີການພັດທະນາຢ່າງຕໍ່ເນື່ອງ ເພື່ອເປັນຂົວເຊື່ອມໂຍງລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ ໃນເວລາຕໍ່ໄປ.

ກ່າວຄຳປາໄສໃນພິທີ, ທ່ານ ໂງຈິ້ງຮ່າ ກົງສຸນໃຫຍ່ຫວຽດນາມ ປະຈຳໂອຊາກ້າ ໄດ້ສະແດງຄວາມຊື່ນຊົມຍິນດີທີ່ໄດ້ເຂົ້າຮ່ວມ ແລະ ຮ່ວມກັນຈັດງານເປີດຕົວສູນການສຶກສາ ຫວຽດນາມວິທະຍາ. ທ່ານ ກົງສຸນໃຫຍ່ ໄດ້ຕີລາຄາສູງການສ້າງຕັ້ງສູນການສຶກສາ ຫວຽດນາມວິທະຍາ ເຊິ່ງຈະເປີດໄລຍະໃຫມ່ໃນການກຳນົດທິດພັດທະນາຂອງສະມາຄົມສົ່ງເສີມການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຍີ່ປຸ່ນ ຢູ່ໂອຊາກ້າ ໃນສະພາບການທີ່ສາຍພົວພັນ ຫວຽດນາມ ແລະ ຍີ່ປຸ່ນ ກຳລັງພັດທະນາເປັນຢ່າງດີ ແລະ ນັບມື້ນັບມີຄວາມຕ້ອງການກ່ຽວກັບຄວາມເຂົ້າໃຈ ກໍ່ຄືການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍດ້ານ ເຊັ່ນ: ການເມືອງ - ເສດຖະກິດ, ວັດທະນະທໍາ - ສັງຄົມ, ການທ່ອງທ່ຽວ - ກິລາ ແລະ ອື່ນໆ.

ເປີດຕົວສູນການສຶກສາ ຫວຽດນາມວິທະຍາ ແຫ່ງທຳອິດ ຢູ່ໂອຊາກ້າ (ຍີ່ປຸ່ນ)

ທ່ານ ໂງຈິ້ງຮ່າ ກົງສຸນໃຫຍ່ຫວຽດນາມ ປະຈຳໂອຊາກ້າ ກ່າວຄຳປາໄສອວຍພອນ.

ຕາງໜ້າໃຫ້ພະນັກງານ, ຄູອາຈານຂອງສູນ ຫວຽດນາມວິທະຍາ, ທ່ານນາງ ເລເທືອງ ໄດ້ກ່າວວ່າ: ນີ້ຈະເປັນແຫຼ່ງພູມປັນຍາບັນດິດ, ເປັນພື້ນຖານສຳລັບການຄິດປະດິດສ້າງ ແລະ ພັດທະນາຄວາມຮູ້ກ່ຽວກັບຫວຽດນາມ ໃນຫຼາຍດ້ານ ເຊັ່ນ: ເສດຖະກິດ, ສັງຄົມ, ການເມືອງ, ປະຫວັດສາດ ແລະ ວັດທະນະທຳ. ສູນກໍ່ຍັງເປັນສະຖານທີ່ເກັບກຳຂໍ້ມູນ, ຄວາມຮູ້ກ່ຽວກັບປະຫວຽດນາມ ທີ່ມີຄຸນນະພາບ, ເພື່ອໃຫ້ບໍລິການແກ່ບັນດາອົງການຂອງລັດ ແລະ ອົງການເອກະຊົນຂອງຍີ່ປຸ່ນ, ເພື່ອແນໃສ່ຊຸກຍູ້ຄວາມພົວພັນລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ໃນຫຼາຍດ້ານ.

ທ່ານນາງ ເລເທືອງ ຍັງໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງບັນດາກິດຈະກຳການສອນ ແລະ ການຮຽນພາສາຫວຽດນາມ ຢູ່ຍີ່ປຸ່ນ, ໃນສະພາບການທີ່ການເຊື່ອມໂຍງດ້ານເສດຖະກິດລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ມີການພັດທະນາຢ່າງຕໍ່ເນື່ອງໃນທຸກລະດັບ, ໂດຍຫຼາຍແຂວງ ແລະ ນະຄອນຂອງທັງສອງປະເທດໄດ້ລົງນາມໃນຂໍ້ຕົກລົງຮ່ວມມື, ກາຍເປັນບັນດາທ້ອງຖິ່ນແຮກສ່ຽວ, ພ້ອມກັນພັດ​ທະ​ນາ​.

ເຂົ້າຮ່ວມໃນພິທີເປີດຕົວ, ທ່ານ ສາດສະດາຈານ ສີມິຊູ ມາຊາກິ, ຫົວໜ້າໜ່ວຍງານພາສາຫວຽດ, ພະແນກພາສາຕ່າງປະເທດ, ມະຫາວິທະຍາໄລ ໂອຊາກາ, ປະເທດຍີ່ປຸ່ນ ໄດ້ສະແດງຄວາມປາຖະຫນາຢາກຈະເພີ່ມທະວີການຕົກລົງຮ່ວມມືລະຫວ່າງໜ່ວຍງານພາສາຫວຽດ, ພະແນກພາສາຕ່າງປະເທດ, ມະຫາວິທະຍາໄລ ໂອຊາກາ ກັບບາງມະຫາວິທະຍາໄລຂອງຫວຽດນາມ ໃນໄລຍະຈະມາເຖິງ. ກິດຈະກໍານີ້ມີຈຸດປະສົງເພື່ອແລກປ່ຽນນັກສຶກສາ, ຜູ້ຊ່ຽວຊານ, ນັກວິທະຍາສາດ, ຄູອາຈານລະຫວ່າງມະຫາວິທະຍາໄລ ແລະ ຄູ່ຮ່ວມມື ຫວຽດນາມ ໃນການຮ່ຳຮຽນ, ການຄົ້ນຄວ້າ, ການສອນ ແລະ ການເຮັດວຽກທີ່ມີກຳນົດເວລາ. ການຮ່ວມມືນີ້ຈະມີບົດບາດເປັນຂົວເຊື່ອມໂຍງສະມາຄົມຄົ້ນຄວ້າ ຫວຽດນາມ ຢູ່ຍີ່ປຸ່ນ ກັບບັນດາຜູ້ຊ່ຽວຊານຫວຽດນາມວິທະຍາ ຢູ່ຫວຽດນາມ ໃຫ້ນັບມື້ນັບມີຄວາມເລິກເຊິ່ງ ແລະ ສົມບູນແບບຍິ່ງຂຶ້ນ.

ທ່ານ ປອ ບຸ່ຍວັນຕ໋ວນ, ຜູ້ປຶກສາສູນ ຫວຽດນາມວິທະຍາ ຢູ່ຍີ່ປຸ່ນ ໄດ້ກ່າວວ່າ ການເປີດສູນ ຫວຽດນາມວິທະຍາ ຢູ່ໂອຊາກາ ປະເທດຍີ່ປຸ່ນ ຈະເປັນຂົວເຊື່ອມໂຍງການຮ່ວມມືລະຫວ່າງບັນດາສຳນັກງານ, ສະຖາບັນຄົ້ນຄວ້າ, ອົງການ, ບຸກຄົນທີ່ເປັນນັກວິທະຍາສາດ ແລະ ບັນດາວິສາຫະກິດຂອງປະເທດປະຈຳຖິ່ນກັບຄູ່ຮ່ວມມືຂອງຫວຽດນາມ ໃນຫຼາຍຂົງເຂດ, ຊຸກຍູ້ຄວາມພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບ ຍີ່ປຸ່ນ.

ສູນຍັງເປັນສະຖານທີ່ຈັດຕັ້ງບັນດາກິດຈະກໍາແລກປ່ຽນວັດທະນະທໍາ, ເສດຖະກິດ ແລະ ເຊື່ອມໂຍງຊຸມຊົນຊາວຫວຽດນາມ ຢູ່ຍີ່ປຸ່ນ ກັບປະຊາຊົນຍີ່ປຸ່ນ ທີ່ມັກຮັກພາສາຫວຽດ ແລະ ວັດທະນະທໍາຫວຽດນາມ, ຜ່ານນັ້ນ ກໍ່ແນະນຳ ແລະ ໂຄສະນາຮູບພາບ, ປະເທດຊາດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ.

ນອກຈາກນີ້, ບັນດາກິດຈະກໍາຂອງສູນຍັງຈະເປັນເຊືອກເຊື່ອມໂຍງພໍ່ແມ່ປະຊາຊົນ ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດກັບປະຊາຊົນພາຍໃນປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດຄວາມສາມັກຄີປະຊາຊາດອັນຍິ່ງໃຫຍ່, ປະກອບສ່ວນຍົກສູງຈິດໃຈເອກອ້າງທະນົງໃຈ, ນ້ຳໃຈເຊີດຊູຊາດຕົນເອງໃນບັນດາຊຸມຊົນ. ແຕ່ລະຄົນໃນບັນດາພໍ່ແມ່ປະຊາຊົນຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດນັ້ນ ຈະເປັນທັງຂົວເຊື່ອມໂຍງ ແລະ ເປັນພາຫະນະໃນການເຜີຍແຜ່ຄູນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ, ກາຍເປັນ “ທູດ” ດ້ານວັດທະນະທໍາ ແລະ ເສດຖະກິດຂອງຫວຽດນາມ ຢູ່ຕ່າງປະເທດ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.