ການ​ເດີນ​ທາງກັບຄືນກົກເຄົ້າເຫງົ້າກໍ​ຂອງລຸ້ນ​ໜຸ່ມ​ທີ່ມີເຊຶ້ອຊາດຫວຽດນາມ: ຄົ້ນຫາສີສັນໂດຍຜ່ານພາສາແມ່

20:34 | 15/10/2024

ຍສໝ - ທ່ານ Daniel ຫງວຽນຮວ່າຍຕ໋ຽນ ເກີດ ແລະ ເຕີບໃຫຍ່ຢູ່ເມືອງ Cam (California, ອາເມລິກາ) ໃນຄອບຄົວທີ່ມີເຊື້ອຊາດຫວຽດນາມ, ແຕ່ລາວບໍ່ມີໂອກາດຫຼາຍທີ່ຈະພົວພັນກັບພາສາແມ່ຂອງລາວໃນຄາວຍັງນ້ອຍ. ບາດລ້ຽວໄດ້ມາ​ຮອດ​ກັບ Daniel ໃນຕອນທີ່ລາວ​ເຂົ້າ​ຮ່ວມຊຸດຮຽນ​ພາ​ສາ​ຫວຽດ​ນາມ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ California, San Diego. "ນັ້ນແມ່ນບາດລ້ຽວທໍາອິດ ເພື່ອໃຫ້ຂ້າພະເຈົ້າຄົ້ນຫາພາສາຂອງກົກເຄົ້າເຫງົ້າກໍຂອງຕົນ", ທ່ານ Daniel ແບ່ງປັນ.

ພາສາຫວຽດ​ນາມ ແລະ ການ​ເດີນ​ທາງບືນອອກ​ໂລກ
ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ວັດທະນະທຳ, ຊາວ​ໜຸ່ມ​ລະຫວ່າງ ​ຫວຽດນາມ ​- UAE

Daniel ຫງວຽນຮວ່າຍຕ໋ຽນ: ພາສາຫວຽດນາມ ເພື່ອເຂົ້າໃຈກ່ຽວກັບຕົນເອງ

ຫຼັງຈາກຮຽນຈົບ, Daniel ໄດ້ໄປຍັງນະຄອນ New Orleans (Louisiana, ອາເມລິກາ), ບ່ອນທີ່ລາວໄດ້ເລີ່ມຕົ້ນການເຮັດວຽກໃນຂົງເຂດທີ່ກ່ຽວຂ້ອງກັບສິ່ງແວດລ້ອມ, ຊັບພະຍາກອນທໍາມະຊາດ ແລະ ການພັດທະນາຊຸມຊົນ. ເປັນເວລາຫຼາຍປີ, Daniel ໄດ້ຊ່ວຍສ້າງການຫາລ້ຽງຊີບໃຫ້ແກ່ຊາວປະມົງທີ່ມີເຊຶ້ອຊາດຫວຽດນາມ ຫຼາຍຄົນທີ່ວ່າງວຽກພາຍຫຼັງພາຍຸ Katrina ແລະ ນ້ຳມັນຮົ່ວຢູ່ອ່າວເມັກຊິໂກ. ລາວ​ໄດ້​ສ້າງ​ຕັ້ງສະຫະກອນກະສິກຳ VEGGI, ຊ່ຽວຊານ​ໃນ​ການ​ຜະລິດ​ຜັກ​ສະອາດ, ​ເຮັດ​ເຕົ້າ​ຮູ້, ນົມ​ຖົ່ວ​ເຫຼືອງ... ສະໜອງ​ໃຫ້ບັນດາລະບົບຮ້ານ​ອາຫານ, ສັບພະສິນຄ້າຫລາຍສິບແຫ່ງຢູ່ California.

ການ​ເດີນ​ທາງກັບຄືນກົກເຄົ້າເຫງົ້າກໍ​ຂອງລຸ້ນ​ໜຸ່ມ​ທີ່ມີເຊຶ້ອຊາດຫວຽດນາມ: ຄົ້ນຫາສີສັນໂດຍຜ່ານພາສາແມ່

ທ່ານ Daniel ຫງວຽນຮວ່າຍຕ໋ຽນ ໃນ​ການ​ເດີນ​ທາງ​ໄປ​ຊອກ​ຫາ​ພືດ​ສະ​ຫມູນ​ໄພ​ຢູ່​ໃນ​ປ່າ​ຕາ​ເວັນ​ຕົກ​ສຽງ​ເຫນືອ. (ພາບ: Å by TUNG)

ການເດີນທາງກັບຄືນບ້ານເກີດເມືອງນອນໃນປີ 2008 ເປັນຂີດໝາຍບ້າດລ້ຽວທີ່ສຳຄັນໃນ​ການ​ເດີນ​ທາງຊອກຫາກົກເຄົ້າເຫງົ້າກໍຂອງທ່ານ Daniel. "ເມື່ອ​ເຫັນ​ພໍ່​ນ້ຳ​ຕາ​ໄຫລ​ເມື່ອ​ກັບ​ຄືນ​ຫວຽດ​ນາມ ຫຼັງ​ຈາກ​ຫ່າງ​ໄກ​ໄປກວ່າ 30 ປີ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ​ມີ​ຄວາມ​ຜູກ​ພັນ​ຢ່າງເລິກເຊິ່ງລະ​ຫວ່າງ​ຂ້າ​ພະ​ເຈົ້າ​ກັບ​ຫວຽດ​ນາມ, ເຖິງ​ແມ່ນ​ວ່າ​ໃນ​ເວ​ລາ​ນັ້ນ​ ຂ້າ​ພະ​ເຈົ້າ​ບໍ່​ຮູ້​​ເວົ້າ​ພາສາຫວຽດນາມ, ບໍ່​ເຂົ້າ​ໃຈ​ຫຍັງ​ກ່ຽວ​ກັບ​ຫວຽດ​ນາມ. ນັ້ນ​ແມ່ນ​ກຳລັງຜັກດັນທຳອິດ ເພື່ອໃຫ້ຂ້າພະ​ເຈົ້າຮຽນ​ພາສາ ​ແລະ ຊອກຮູ້ກ່ຽວ​ກັບ​ຫວຽດນາມ”, ທ່ານ Daniel ເລົ່າ​ໃນ​ລາຍການ​ໂທລະພາບ​ປີ 2023.

ຈາກ​ການ​ເດີນ​ທາງ​ຄັ້ງ​ທຳ​ອິດ​ນີ້, Daniel ໄດ້​ຄ່ອຍໆ​ຕິດ​ພັນ​ກັບ​ຫວຽດ​ນາມ. ມາຮອດປີ 2014, ລາວຕັດສິນໃຈກັບຄືນບ້ານເກີດເມືອງນອນເພື່ອເລີ່ມຕົ້ນທຸລະກິດ. “ພາສາຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈກ່ຽວກັບປະຊາຊົນ ແລະ ຊີວິດການເປັນຢູ່ ຢູ່ຫວຽດນາມ ຢ່າງເລິກເຊິ່ງເທົ່ານັ້ນ, ຫາກຍັງສ້າງບັນດາສາຍພົວພັນອັນເຂັ້ມແຂງ, ຊຸກຍູ້ຂ້າພະເຈົ້າໃຫ້ພັດທະນາບັນດາໂຄງການແບບຍືນຍົງເພື່ອໜູນຊ່ວຍປະຊາຊົນຊົນເຜົ່າສ່ວນຫນ້ອຍ”. ທ່ານ Daniel ໃຫ້ຮູ້. ທ່ານໄດ້ເຂົ້າ​ຮ່ວມ​ບັນດາ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ ເບັ໋ນແຈ, ເລີມດົງ, ໂຄງການ​ຕິດຕາມ​ກວດກາ​ການມອບທີ່​ດິນມອບ​ປ່າ​ໄມ້​ຢູ່​ບັນດາ​ແຂວງ​ເຂດ​ພູດ​ດ​ອຍພາກ​ກາງ​ຕອນເຫນືອ, ຕາ​ເວັນ​ຕົກ​ສຽງ​ເໜືອ...

ໃນປີ 2018, ທ່ານ Daniel ໄດ້ສ້າງຕັ້ງ Song Cai Distillery, ເຄື່ອງໝາຍການຄ້າຂອງເຫຼົ້າຫັດຖະກຳຊັ້ນສູງ, ນຳໃຊ້ສັດຖຸດິບຂອງຫວຽດນາມ ເຊັ່ນ ເຂົ້າສານໜຽວ ຮວາ ວ່າງ, ໝາກກ້ຽງໃຫຍ່ ຢ້ຽນ, ໝາກແຄ່ນ. “ພວກຂາ້ພະເຈົ້າບໍ່ພຽງແຕ່ຜະລິດເຫຼົ້າເທົ່ານັ້ນ, ຫາກຍັງເລົ່າເລື່ອງລາວຂອງວັດທະນະທຳຫວຽດນາມ ຜ່ານແຕ່ລະຂວດເຫຼົ້າ, ນັບແຕ່ບັນດາຄຸນຄ່າຫຼັກແຫຼ່ງຂອງກົກເຄົ້າເຫງົ້າກໍເຖິງຄວາມຍອດຍິ່ງໃນວິທີການຊິມ”, Daniel ແບ່ງປັນຢ່າງພາກພູມໃຈ.

ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ພັດທະນາການຫາລ້ຽງຊີບ​ແບບ​ຍືນ​ຍົງ, ທ່ານ Daniel ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຮັດວຽກຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະຊາ​ຊົນເຜົ່າສ່ວນຫນ້ອຍຢູ່ ຫວຽດນາມ, ບໍ່​ພຽງ​ແຕ່​ຮັກສາ​ບັນດາ​ແນວ​ພັນ​ກະສິກຳ​ອັນ​ລ້ຳ​ຄ່າ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ປະຊາຊົນ​ພັດທະນາທັດສະການຜະລິດ​ອີກ​ດ້ວຍ.

ຍິ່ງ​ຕິດ​ພັນ​ກັບ​ຫວຽດ​ນາມ, ທ່ານ Daniel ຢືນ​ຢັນ​ວ່າ“ນີ້​ແມ່ນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ”. ສຳລັບ ທ່ານ Daniel ​ແລະ ຊາວ​ໜຸ່ມ​ທີ່ມີີເຊຶ້ອຊາດຫວຽດນາມ ຫຼາຍ​ຄົນແລ້ວ, ເພື່ອເຂົ້າ​ໃຈ​ຊາວ​ຫວຽດນາມ ​ຢ່າງ​ເລິກ​ເຊິ່ງ ຫຼື​ ເຂົ້າໃຈຕົນ​ເອງ, ແມ່ນ​ຕ້ອງ​ເລີ່​ມຕົ້ນ​ດ້ວຍ​ພາສາ. ພາສາຫວຽດ​ນາມ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ລາວ​ຄົ້ນຫາປະເທດຊາດ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນກຸນແຈ ເພື່ອ​ເຊື່ອມ​ຕໍ່ ແລະ ພັດ​ທະ​ນາ​ຊຸມ​ຊົນນຳອີກ.

​ເດືອນມີນາ 2024, ທ່ານ Daniel ຫງວຽນຮວ່າຍຕ໋ຽນ ແມ່ນ​ໜຶ່ງ​ໃນ 100 ຄົນ​ຫວຽດນາມ ແລະ ຄົນທີ່ມີເຊຶ້ອຊາດຫວຽດນາມ ​ດີເດັ່ນໃນ​ທົ່ວ​ໂລກ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຊາວຫວຽດນາມ ລະດັບຜົນສະທ້ອນ​ 2024 ​ໂດຍ​ອົງການວິທະຍາສາດ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທົ່ວໂລກ (AVSE Global) ຈັດ​ຕັ້ງ​ຢູ່ Paris, ຝຣັ່ງ.

ຮວິ່ງ Samuel ອານ: ພາສາຫວຽດ​ນາມ ຊ່ວຍໃຫ້​ຂ້າ​ພະ​ເຈົ້າ​ສ້າງສາຍພົວ​ພັນ​ກັບ​ທຸກຄົນ

​ໃນ​ຂະນະ​ທີ່ທ່ານ Daniel ​ເລືອກ​ເສັ້ນທາງ​ທຸລະ​ກິດ​ເພື່ອ​ເຊື່ອມ​ໂຍງ​ກັບກົກເຄົ້າເຫງົ້າກໍ, ທ່ານ ຮວິ່ງ Samuel ອານ ແມ່ນຜູ້ໜຶ່ງທີ່ມີເຊຶ້ອຊາດຫວຽດນາມ ເຊິ່ງເກີດ​ຢູ່​ສະ​ວິດ, ໄດ້ເລືອກວິທີກັບ​ຄືນ​ປະ​ເທດຫວຽດນາມ ​ເພື່ອ​ມຸ່ງໝັ້ນປະຕິບັດອາຊີບ​ສິລະ​ປະ. ທ່ານ Samuel ແບ່ງປັນວ່າ ເຖິງວ່າເກີດ ແລະ ເຕີບໃຫຍ່ຢູ່ສະວິດ, ແຕ່ພາສາຫວຽດນາມ ຍາມໃດກໍ່ຖືເປັນພາກສ່ວນສໍາຄັນໃນຊີວິດຂອງລາວ.

ການ​ເດີນ​ທາງກັບຄືນກົກເຄົ້າເຫງົ້າກໍ​ຂອງລຸ້ນ​ໜຸ່ມ​ທີ່ມີເຊຶ້ອຊາດຫວຽດນາມ: ຄົ້ນຫາສີສັນໂດຍຜ່ານພາສາແມ່

ທ່ານ ຮວິ່ງ Samuel ອານ ພວມ​ເຄື່ອນ​ໄຫວໃນບົດບາດ​ເປັນ​ນັກ​ຮ້ອງ, ນັກ​ສະ​ແດງ​ຢູ່​ຫວຽດ​ນາມ. (ພາບ: ຮວິ່ງ Samuel ອານ)

“​ເຖິງ​ວ່າ​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່​ຕ່າງປະ​ເທດ​ກໍ່ຕາມ, ແຕ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ພາສາ​ຫວຽດນາມ ທຸກ​ຄັ້ງທີ່​ຢູ່​ບ້ານ, ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ແມ່ນ​ຊາວ​ຫວຽດນາມ, ສະນັ້ນ ຂ້າພະ​ເຈົ້າ​ຈຶ່ງ​ເວົ້າ​ພາສາ​ຫວຽດນາມ 100% ຢູ່​ໃນ​ບ້ານ. ຂ້າພະ​ເຈົ້າ​ຢາກ​ສຳຜັດ, ພ້ອມທັງຊອກຮູ້ກ່ຽວ​ກັບ​ຫວຽດນາມ, ກົກເຄົ້າເຫງົ້າກໍຂອງຕົນ, ບ່ອນ​ທີ່​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າເຕີບ​ໃຫຍ່​ຂຶ້ນ​. ເມື່ອ​ເຂົ້າ​ໃຈ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​, ຂ້າ​ພະ​ເຈົ້າກໍ່ເຂົ້າ​ໃຈ​ຕົນ​ເອງກ່ວາ​ອີກ​", ທ່ານ ຮວິ່ງ Samuel ອານ ແບ່ງ​ປັນ​ໃນ​ໂທລະ​ພາບ​.

ເມື່ອ​ມີ​ອາ​ຍຸ 24 ປີ, ທ່ານ Samuel ໄດ້​ຕັດ​ສິນ​ໃຈ​ກັບ​ຄືນ​ເມືອ​ຫວຽດ​ນາມ ເພື່ອ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ. ​ໃນ​ໄລຍະ​ທຳ​ອິດ, ລາວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກັບ​ພາສາ​ຫວຽດນາມ, ​ແຕ່​ຄວາມ​ອົດທົນ​ໄດ້​ຊ່ວຍ​ໃຫ້​ລາວ​ເຊື່ອມໂຍງໄດ້ຢ່າງ​ວ່ອງ​ໄວ ແລະ ຊອກ​ຫາ​ໂອກາດ​ໃນ​ຂະ​ແໜງ​ສິລະ​ປະ.

“ຫວຽດ​ນາມ ແມ່ນ​ສະ​ພາບ​ແວດ​ລ້ອມ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍບັນດາ​ກາ​ລະ​ໂອ​ກາດ​ນັບ​ບໍ່​ຖ້ວນ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ສິ​ລະ​ປະ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຫຼາຍຂະແໜງອີກ​ດ້ວຍ. ພາສາຫວຽດ​ນາມ ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ ແລະ ສ້າງ​ສາຍພົວ​ພັນ​ກັບ​ທຸກຄົນ​ຢ່າງ​ເລິກ​ເຊິ່ງກວ່າ”, ທ່ານ ຮວິ່ງ Samuel ອານ ກ່າວ.

​ໂດຍຕິດພັນກັບຫວຽດນາມ ​ເປັນ​ເວລາ 6 ປີ, ປະຈຸ​ບັນ ທ່ານ ຮວິ່ງ Samuel ອານ ເປັນນັກ​ສະ​ແດງ, ນັກ​ຮ້ອງ ​ແລະ ພວມ​ມຸ່ງໝັ້ນປະຕິບັດຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ກ່ຽວ​ກັບ​ໂຮງ​ລະຄອນ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານຊອກຫາພາລະບົດບາດໃຫມ່ຢ່າງຕໍ່ເນື່ອງ ແລະ ອຸທິດຕົນເພື່ອສິລະປະ. “ພາສາຫວຽດ​ນາມ​ ​ແມ່ນ​ພາ​ສາ​ແມ່ຂອງຂາ້ພະເຈົ້າ, ເປັນ​ຂົວ​ຕໍ່​ພາ​ໃຫ້​ຂ້າ​ພະ​ເຈົ້າ​ກັບ​ຄືນແສງໄຟບົນເວທີຂອງບ້ານ​ເກີດ​ເມືອງ​ນອນ ແລະ ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ສືບ​ຕໍ່​ຮັກ​ສາ​ຄວາມ​ຮັກ​ແພງ ແລະ ຢືນ​ຢັນ​ຕົນ​ເອງ​ບົນ​ເສັ້ນ​ທາງ​ສິ​ລະ​ປະ​ຢູ່​ບ້ານ​ເກີດ​ເມືອງ​ນອນ”, ທ່ານກ່າວ.

ການ​ເດີນ​ທາງຊອກກັບຄືນກົກເຄົ້າເຫງົ້າກໍໂດຍຜ່ານພາສາຂອງ ທ່ານ Daniel ຫງວຽນ ແລະ ທ່ານ ຮວິ່ງ Samuel ອານ ບໍ່ພຽງແຕ່ແມ່ນເລື່ອງເລົ່າສ່ວນຕົວເທົ່ານັ້ນ, ຫາກຍັງເປັນແຫຼ່ງລະດົມກຳລັງໃຈໃຫ້ລຸ້ນໜຸ່ມທີ່ມີເຊຶ້ອຊາດຫວຽດນາມ ໃນທົ່ວໂລກ. ສຳລັບ​ເຂົາ​ເຈົ້າ, ພາສາ​ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ພາສາ​ສື່ສານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ເຊື່ອມ​ໂຍງ​ດ້ານ​ຈິດ​ໃຈ​ລະຫວ່າງ​ເຂົາ​ເຈົ້າກັບ​ບ້ານ​ເກີດ​ເມືອງ​ນອນ, ສ້າງ​ກຳລັງຜັກດັນ ​ເພື່ອ​ພັດທະນາ​ບໍ່​ພຽງ​ແຕ່​ຕົນ​ເອງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໃຫ້ທັງປະຊາ​ຄົມ​ອີກ​ດ້ວຍ.

ຫວຽດນາມ ​ ເຊີດຊູ​ບົດບາດ​ຂອງ​ແມ່ຍິງ, ຊາວ​ໜຸ່ມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ

ຫວຽດນາມ ​ ເຊີດຊູ​ບົດບາດ​ຂອງ​ແມ່ຍິງ, ຊາວ​ໜຸ່ມ​ໃນ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ

ຍສໝ​ - ຫວຽດນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ມອບສິດໃຫ້​ແກ່​ແມ່ຍິງ​ໃນ​ການ​​ສະກັດ​ກັ້ນ​ການ​ປະ​ທະ​ກັນ; ຢືນຢັນ​ວ່າ ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ບາດກ້າວ​ສະ​ເພາະ​ ​ເພື່ອ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ທຸກ​ຂັ້ນ​ຂອງ​ການ​ຄຸ້ມ​ຄອງ.

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

ຍສໝ - ວັນ​ທີ 9 ມີນານີ້, ສະມາຄົມ​ຊາວ​ໜຸ່ມນັກ​ສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ໄດ້​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ VIII ອາຍຸການ 2024-2029. ​ໃນອາຍຸການໃໝ່, ສະມາຄົມ​ ໄດ້ກຳນົດຊຸກຍູ້​ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດ​ທິດ​ອາຊີບ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ.

ມີງດຶກ

ເຫດການ
302 Found

Found

The document has moved here.