ຫ້ອງຮຽນເພື່ອປົກປັກຮັກສາພາສາບ້ານເກີດເມືອງນອນຢູ່ ຊູແອດ

16:09 | 29/09/2024

ຍສໝ -​ ຢູ່ເຂດ Östergötland, ຊູແອດ ມີຫ້ອງຮຽນພາສາຫວຽດນາມ ຂະໜາດນ້ອຍສຳລັບນັກຮຽນຊາວຫວຽດນາມ. ອາຈານ Sally - ຊາວ​ຫວຽດນາມ ຢູ່ ຊູ​ແອດ ບໍ່​ລັງ​ເລຕໍ່ຄວາມຫຍຸ້ງຍາກ ເພື່ອສອນ​ພາສາ​ຫວຽດນາມ ​ໃຫ້​ລຸ້ນໜຸ່ມ, ປະກອບສ່ວນ​ຮັກສາ​ພາສາບ້ານເກີດເມືອງນອນ.

ເຜີຍແຜ່ຄວາມຮັກພາສາຫວຽດນາມ ໃນດິນແດນລ້ານຊ້າງ
ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ

ເມື່ອ 8 ປີກ່ອນ, ທ່ານນາງ ລືວ Sally (ຫງວຽນທິລືວ), ຮອງປະທານສະຫະພັນສະມາຄົມຊາວຫວຽດນາມ ປະຈຳ ຊູແອດ, ປະທານສະມາຄົມຊາວ ຫວຽດນາມ ຢູ່ເຂດ Östergötland, ເຖິງວ່າຫຍຸ້ງກັບການດຳເນີນທຸລະກິດຮ້ານອາຫານ, ແຕ່ກໍ່ຍັງຕັດສິນໃຈເຂົ້າຮ່ວມການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍ ຫວຽດນາມ ຢູ່ນະຄອນ Linköping, ເຂດ Östergötland.

ຫ້ອງຮຽນເພື່ອປົກປັກຮັກສາພາສາບ້ານເກີດເມືອງນອນຢູ່ ຊູແອດ

ຫ້ອງ​ຮຽນພາສາຫວຽດ​ນາມ ​ຂອງ ອາຈານ ລືວ Sally ວັນ​ທີ 18 ກັນຍາ 2024

ຫ້ອງ​ຮຽນພາສາຫວຽດ​ນາມ ທີ່​ອາຈານຈັດ​ຕັ້ງ​ໄດ້​ດຳເນີນ​ຢູ່​ໂຮງ​ຮຽນມັດທະຍົມຕອນຕົ້ນ Elsa Brandstrom. ນີ້​ແມ່ນ​ບ່ອນ​ທີ່​ບັນດານັກ​ຮຽນຊາວຫວຽດນາມ ໄດ້​ຮຽນ​ພາສາ​ແມ່​ຂອງ​ຕົນ​ເປັນ​ເວລາ 30 – 60 ນາທີ​ໃນ​ທຸກໆ​ວັນ ພາຍຫຼັງ​ເລີກຮຽນຕາມ​ຫຼັກສູດ​ປົກກະຕິ. ​ໄປ​ພ້ອມ​ກັບ​ອາຈານໃນການຮັບຜິດຊອບ​ພາລະກິດ​ນີ້​ແມ່ນ​ທ່ານ ​ເລ​ເຊີນ​ຮ່າ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ປະຈຳ ຊູ​ແອດ.

ອາຈານ Sally ​ແບ່ງປັນ​ວ່າ ການ​ສອນ​ພາສາ​ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ການສອນຕົວອັກສອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິທີ​ຊ່ວຍ​ໃຫ້​ເດັກນ້ອຍ​ເຂົ້າ​ໃຈ​ກ່ຽວກັບວັດທະນະທຳ ຫວຽດນາມ ຢ່າງ​ເລິກ​ເຊິ່ງກວ່າ​ອີກ.​ “ເມື່ອຫາກໍ່ເລີ່ມ​ຕົ້ນ, ພຽງ​ແຕ່​ໄດ້​ຍິນ​ເດັກນ້ອຍ​ເວົ້າ​ພາ​ສາ​ຫວຽດ​ນາມ ສອງ​ສາມ​ປະ​ໂຫຍກ, ເຖິງວ່າ​ຈະ​ບໍ່​ຊັດ​ເຈນ, ແຕ່ກໍ່ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ ແລະ ມີຄວາມສຸກ”, ອາຈານສະແດງຄວາມໃນໃຈ.

ບໍ່ພຽງແຕ່ໄດ້ຮັບການສະຫນັບສະຫນູນຈາກຊຸມຊົນເທົ່ານັ້ນ, ຫ້ອງຮຽນຂອງອາຈານ Sally ຍັງໄດ້ຮັບການຕີລາຄາສູງຈາກທ່ານນາງ Sabina Carlsson, ຮອງອຳນວຍການໂຮງຮຽນ Elsa Brandstrom. ທ່ານ​ນາງ Carlsson ​ເນັ້ນ​ໜັກ​ວ່າ ການ​ຮຽນ​ພາສາ​ແມ່​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ນັກຮຽນຕ່າງປະ​ເທດ​ຢູ່ ຊູ​ແອັດ: “ໂຮງຮຽນ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ນັກຮຽນ​ເຂົ້າ​ຮ່ວມ​ບັນດາ​ຫ້ອງ​ຮຽນພາສາຫວຽດນາມ, ພ້ອມ​ກັບ 15 ພາສາ​ອື່ນ​ທີ່​ໂຮງຮຽນ​ພວມ​ສອນ”, ທ່ານນາງກ່າວຕື່ມວ່າ "ສິ່ງນີ້ບໍ່ພຽງແຕ່ຊ່ວຍໃຫ້ເດັກນ້ອຍເຂົ້າເຖິງຫຼັກສູດທີ່ດີກວ່າ, ແຕ່ຍັງສ້າງເງື່ອນໄຂໃຫ້ພວກເຂົາຮັກສາເອກະລັກວັດທະນະທໍາຂອງຕົນ".

ວັນ​ທີ 18 ກັນຍາ, ທ່ານ​ນາງ ຫວູ​ທິຮວິ່ງມາຍ, ຫົວໜ້າ​ຄະ​ນະ​ກຳ​ມະ​ການກ່ຽວກັບ​ຊາວ​ຫວຽດ​ນາມ ອາໄສ່ຢູ່ຕ່າງປະເທດ ນະ​ຄອນ ໂຮ່​ຈິ​ມິນ ໄດ້​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຫ້ອງ​ຮຽນ​ຂອງ​ອາຈານ Sally. ​ທ່ານ​ນາງໄດ້​​ຮູ້​ສຶກຕື້ນຕັນໃຈຕໍ່ຈິດໃຈມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ອາຈານ ແລະ ນັກ​ຮຽນ​ໃນ​ການ​ຮັກ​ສາ​ພາ​ສາ​ຫວຽດນາມ ​ຢູ່​ຕ່າງ​ປະ​ເທດ.

ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ

ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ

ຍສໝ - ໂຮງຮຽນວິທະຍາໄລເຊີນລາ ຫາກໍ່ຈັດຕັ້ງການແຂ່ງຂັນນອກແຜນການ “ນັກສຶກສາຕ່າງປະເທດລາວ - ການເດີນທາງກັບພາສາຫວຽດນາມ” ໃນປີ 2024.

ປີ 2023: ເຊີດຊູໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດພາສາຫວຽດນາມ ປະຈຳຕ່າງປະເທດ ເປັນຄັ້ງທຳອິດ

ປີ 2023: ເຊີດຊູໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດພາສາຫວຽດນາມ ປະຈຳຕ່າງປະເທດ ເປັນຄັ້ງທຳອິດ

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ​ພາສາຫວຽດນາມ ປະຈຳ​ຕ່າງປະ​ເທດ​ໃນ​ປີ 2023 ຈຳນວນ 5 ຄົນ ​ແມ່ນ​ມາ​ຈາກ​ລາວ, ມາ​ເລ​ເຊຍ, ອົດ​ສະ​ຕາ​ລີ, ​ເຢຍລະ​ມັນ, ​ແບນ​ຊິກ. ນີ້​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ໄດ້​ປະກອບສ່ວນ​ຊ່ວຍ​ເຫຼືອ​ການ​ເຊີດຊູ ​ແລະ ​ເຜີຍ​ແຜ່​ພາສາ​ຫວຽດນາມ ​ແລະ ວັດທະນະທຳ ຫວຽດນາມ ​ໄປ​ທົ່ວ​ໂລກ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.