ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

07:03 | 22/10/2024

ຍສໝ - ພາສາຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ວິ​ທີ​ການ​ສື່​ສານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນເຊືອກທີ່ບໍ່ມີຕົນຕົວ​ເຊື່ອມ​ຕໍ່​ບັນດາຊາວຫວຽດນາມ ທີ່​ຢູ່​ຫ່າງ​ໄກ​ຈາກກົກເຄົ້າເຫງົ້າກໍ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຟື້ນ​ຟູ​ຄວາມ​ຊົງ​ຈໍາ, ສີສັນ ແລະ ຄວາມ​ຮັກແພງ​ສໍາ​ລັບ​ບ້ານ​ເກີດ​ເມືອງ​ນອນ​​ໃນ​ໄລ​ຍະ​ການ​ປ່ຽນ​ແປງ​ຂອງ​ຊີ​ວິດ.

ບັນດາຕູ້​ປຶ້ມ​ພາສາຫວຽດນາມ ​ໃຫ້​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ
ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ

ການເດີນ​ທາງຊອກກັບຄືນເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ​ຜ່ານ​ພາສາ​ຫວຽດ​ນາມ

ທ່ານ Jean Baptiste ຟ້າມ ​ແມ່ນ​ຊາວ​ຝຣັ່ງ ​ເຊຶ້ອຊາດ​ຫວຽດນາມ, ​ໄດ້​ກຳ​ເນີ​ດ ​ແລະ ເຕີບ​ໃຫຍ່ດ້ວຍການສຶກສາ​ຢູ່​ຝຣັ່ງ ​ແຕ່​ອາຍຸ 4 ປີ. ເມື່ອລາວພັກບໍານານ, ຍາມໃດລາວກໍ່ຮູ້ສຶກໂດດດ່ຽວ ຍ້ອນການຂາດພາສາຫວຽດນາມ ຢູ່ໃນຊີວິດຂອງລາວ. ລາວ​ເວົ້າ​ວ່າ: “ຍາມໃດຂ້າພະເຈົ້າ​ຮູ້ສຶກ​ໂດດດ່ຽວ, ບໍ່​ຮູ້​ວ່າ​ຕົນ​ຢູ່​ໃສ, ເປັນຫຍັງຂ້າພະເຈົ້າ​ຈຶ່ງ​ເປັນ​ຄົນ​ຫວຽດນາມ ແຕ່​ຂ້າພະເຈົ້າ​ເວົ້າ​ພາສາ​ຫວຽດນາມ​ ບໍ່​ໄດ້, ບໍ່ເຂົ້າໃຈ​ວັດທະນະທຳ​ຫວຽດນາມ?”. ຄຳ​ຖາມ​ນີ້​ເຮັດ​ໃຫ້​ລາວ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດນາມ​ ເພື່ອກັບ​ຄືນ​ສູ່​​ກົກເຄົ້າເຫງົ້າກໍ.

ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

ພາຍຫຼັງ​ຫຼັກສູດຊຸດຮຽນ “​ກ້າວເລີ່ມຕົ້ນ​​ເຂົ້າສູ່​ຫວຽດນາມ”, ທ່ານ Jean Baptiste ຟ້າມ ກໍ່ສາມາດ​ອ່ານ, ຂຽນ ​ແລະ ​ເວົ້າ​ພາສາ​ຫວຽດນາມ ໄດ້. (ພາບຖ່າຍໜ້າຈໍ: ມິນໄທ)

ຄວາມ​ປາຖະໜາ​ຢາກ​ຊອກ​ຫາ​ກົກເຄົ້າເຫງົ້າກໍ​ຂອງ​ຕົນ​ໄດ້​ເລັ່ງແຮງ​ໃຈ​ໃຫ້​ທ່ານ Jean Baptiste ຟ້າມ ​ມາຫາ​ຫຼັກ​ສູດຊຸດຮຽນ “ກ້າວເລີ່ມຕົ້ນ​​ເຂົ້າສູ່​ຫວຽດນາມ”. ຫຼັກສູດບໍ່ພຽງແຕ່ໃຫ້ຄວາມຮູ້ກ່ຽວກັບປະຫວັດສາດ, ເສດຖະກິດ, ວັດທະນະທໍາຫວຽດນາມ ເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຜູ້ຮຽນມີຄວາມຄຸ້ນເຄີຍ ແລະ ຍົກສູງທັກສະພາສາຫວຽດນາມ. ບັນດາ​ນັກ​ສຶກສາ​ຂອງ​ໂຄງການ​ແມ່ນ​ມີ​ຄວາມ​ພິ​ເສດ​ທີ່​ສຸດ, ​ໃນ​ອາຍຸ​ແຕ່ 18 – 80 ປີ ​ແລະ ​ແມ່ນ​ລູກ​ຫຼານ​ຂອງ​ບັນດາ​ຄອບຄົວ​ທີ່​ມີເຊຶ້ອຊາດ ຫວຽດນາມ ຫຼື ຊາວ​ຝຣັ່ງ ທີ່​ມີ​ຄວາມຮັກແພງ​ພິ​ເສດ​ຕໍ່ ຫວຽດນາມ.

ໂຄງການດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍສາດສະດາຈານ Pierre Journoud ຈາກມະຫາວິທະຍາໄລ Paul Valéry Montpellier 3, ຜູ້ທີ່ຕິດພັນກັບຫວຽດນາມ ຕັ້ງແຕ່ປີ 1997. ມີລູກຊາຍຄົນໜຶ່ງທີ່ມີເຊື້ອສາຍຝຣັ່ງ - ຫວຽດນາມ, ສາດສະດາຈານ Pierre Journoud ແລະ ພັນລະຍາ - ທ່ານ ປອ ນາງ ຫງວຽນແທ່ງຮວາ, ອາຈານພາສາຫວຽດນາມ ​ຢູ່​ມະຫາວິທະຍາ​ໄລ Paul Valéry Montpellier 3, ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ປາດ​ຖະໜາ​ຢາກ​ຮັກສາ​ວັດທະນະທຳ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຝຣັ່ງ. ພາສາຫວຽດ​ນາມ​ ແມ່ນສະໝໍທີ່​ຍຶດ​ໝັ້ນ​ເຂົາເຈົ້າກັບກົກເຄົ້າເຫງົ້າກໍ​.

ພາຍຫຼັງ​ເກືອບ 6 ປີ, ມີ​ນັກ​ສຶກສາ 100 ກວ່າ​ຄົນ​ໄດ້​ຮຽນ​ຈົບ​ຫຼັກສູດ​ນີ້. ຫຼາຍ​ຄົນ​ສືບ​ຕໍ່​ຄົ້ນ​ຄ້ວາລົງ​ເລິກກ່ຽວ​ກັບ​ຫວຽດນາມ, ຍົກ​ລະດັບພາສາ​ຫວຽດນາມ ​ແລະ ໄປຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ຫວຽດນາມ.

ສຳລັບ​ທ່ານ Jean Baptiste ຟ້າມ, ຫຼັກສູດ​ດັ່ງກ່າວ​ ໄດ້​ຊ່ວຍ​ໃຫ້​ລາວ​ຫັນປ່ຽນ​ຈາກ​ການ​ບໍ່​ສາມາດ​ສື່ສານ​ພາສາ​ຫວຽດນາມ ​ໄປ​ເປັນ​ການ​ອ່ານ, ຂຽນ ​ແລະ ສົນທະນາ​ເປັນ​ພາສາ​ຂອງ​ບັນພະບຸລຸດຕົນໄດ້. ມື້ທໍາອິດທີ່ລາວສາມາດສະແດງຄວາມຄິດຂອງລາວເປັນພາສາຫວຽດນາມຢ່າງສົມບູນ, ລາວຮູ້ສຶກຄືກັບວ່າ ລາວຫາກໍ່ພົບສິ່ງສໍາຄັນໃນຊີວິດຂອງລາວທີ່ລາວສູນເສຍໄປດົນນານ.

“ຂ້າພະເຈົ້າ​ບໍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ ອີກ​ແລ້ວ! ຂ້າພະເຈົ້າສາມາດ​ໄປຫາບັນດາຄອບຄົວ, ​ໄດ້​ຮຽນ​ຮູ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຫວຽດນາມ​ ຢ່າງ​ເລິກ​ເຊິ່ງ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ແມ່ນ​ການ​ດຳລົງ​ຊີວິດ​ຢູ່​ກັບ​ຄອບຄົວ​ຫວຽດນາມ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ຜ່ານ​ທາງ​ພາສາ. ໂຄງການນີ້ ຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກວ່າຂ້າພະເຈົ້າເປັນຄົນຫວຽດນາມ”, ທ່ານແບ່ງປັນທາງໂທລະພາບ.

ປະຈຸ​ບັນ, ເມື່ອກຳແໜ້ນໄດ້​ພາສາ​ຫວຽດນາມ, ທຸກໆ​ການ​ເດີນທາງ​ກັບ​ຄືນ​ຫວຽດນາມ ​ ເພື່ອ​ເຂົ້າ​ຮ່ວມ​ບັນດາ​ການເຄື່ອນໄຫວອາສາ​ສະໝັກ ຫຼື ຊ່ວຍ​ວຽກ​ງານ​ສິດສອນ​ໄດ້​ກາຍ​ເປັນ​ປະສົບ​ການ​ທີ່​ດີ​ຂອງ​ທ່ານ Jean Baptiste ຟ້າມ. ​ແຕ່​ລະ​ຄັ້ງ, ທ່ານມີ​ໂອກາດ​ເປີດ​ອົກ​ເປີດ​ໃຈ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ຫຼົງໄຫຼ​ໃນ​ວັດທະນະທຳ​ຫວຽດນາມ.

ຮຽນ​ພາສາ​ຫວຽດຄືນ​ເມື່ອ​ອາຍຸ 47 ປີ

ທ່ານນາງ ດວານບຸຍ ແມ່ນລູກສາວຂອງຊາວຫວຽດນາມ ທີ່ໄປຮຽນຢູ່ ຝຣັ່ງ ໃນຊຸມປີ 1970. ທ່ານນາງ ກຳເນີດ ແລະ ເຕີບໃຫຍ່ຢູ່ເມືອງ Le Mans, ປະມານ 200 ກິໂລແມັດຈາກນະຄອນຫຼວງ Paris. ຕັ້ງແຕ່ຄາວເດັກນ້ອຍ, ທ່ານນາງມີໂອກາດຫນ້ອຍທີ່ຈະໃຊ້ພາສາຫວຽດນາມ, ຍົກເວັ້ນໃນການສົນທະນາໃນຄອບຄົວ. ພາສາຫວຽດ​ນາມ​ ຄ່ອຍໆ​ສູນຫາຍ​ໄປ​ໃນ​ຊີ​ວິດ​ປະ​ຈຳ​ວັນ ເມື່ອ​ຄອບ​ຄົວ​ຂອງ​ທ່ານນາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​ຝ​ຣັ່ງ.

ພາສາຫວຽດນາມ - ສະໝໍ - ດຶງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນຫາ​ກົກເຄົ້າເຫງົ້າກໍ

ນັກຂ່າວ ດວານ​ບຸຍ. (ພາບຖ່າຍໜ້າຈໍ: ມິນໄທ)

ພາຍຫຼັງ 40 ປີ​ທີ່​ບໍ່​ໄດ້​ເວົ້າ​ພາສາ​ຫວຽດ​ນາມ, ​ເຫດ​ການ​ໜຶ່ງ​ໃນ​ຄອບ​ຄົວ​ໄດ້​ກະ​ຕຸ້ນ​ໃຫ້ ທ່ານນາງ ດວານ​ບຸຍ ຄົ້ນຫາພາສາ​ຫວຽດ​ນາມ ຄືນ​. ພໍ່ຂອງທ່ານນາງເປັນພະຍາດກະທັນຫັນ ແລະ ສູນເສຍຄວາມສາມາດໃນການສື່ສານ. ທ່ານນາງ​ຮູ້ສຶກ​ວ່າ​ຄວາມ​ສຳພັນ​ລະຫວ່າງ​ທ່ານນາງ​ກັບ​ພໍ່​ຂອງ​ທ່ານນາງ​ຄ່ອຍໆ​ຫ່າງ​ອອກ​ຈາກ​ກັນ. “ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າບໍ່ຮູ້ຫຍັງກ່ຽວກັບກົກເຄົ້າເຫງົ້າກໍຂອງຕົນ, ຂ້າພະເຈົ້າຮູ້ສຶກລະອາຍທີ່ສູນເສຍກົກຮາກຂອງຂ້າພະເຈົ້າ, ຂ້າພະເຈົ້າເວົ້າພາສາແມ່ຂອງຂ້າພະເຈົ້າ ບໍ່ໄດ້ ແລະ ຂ້າພະເຈົ້າຕົກຢູ່ໃນສະພາບທີ່ບໍ່ສາມາດຮຽນພາສາຫວຽດນາມ ໄດ້ອີກ. ເຖິງແມ່ນວ່າພໍ່ຂອງຂ້າພະເຈົ້າບໍ່ສາມາດເວົ້າໄດ້ອີກແລ້ວ, ແຕ່ເມື່ອຂ້າພະເຈົ້າໃຊ້ພາສາຫວຽດນາມ, ລາວເບິ່ງຄືວ່າຈະເຂົ້າໃຈຫຼາຍຂຶ້ນ, ນັ້ນແມ່ນແຮງຈູງໃຈທີ່ເຮັດໃຫ້ຂ້າພະເຈົ້າຕັດສິນໃຈຮຽນພາສາຫວຽດນາມ ອີກຄັ້ງ".

​ເມື່ອ​​ອາຍຸ 47 ປີ, ທ່ານນາງ ດວານບຸຍ ​ໄດ້​ເລີ່​ມຕົ້ນ​ການ​ເດີນທາງ​ຮຽນ​ພາສາ​ແມ່. ສໍາລັບທ່ານນາງ, ການຮຽນຮູ້ບໍ່ພຽງແຕ່ກ່ຽວກັບການຟື້ນພູພາສາເທົ່ານັ້ນ, ຫາກຍັງກ່ຽວກັບການຊອກຫາຄວາມຊົງຈໍາ ແລະ ກົກຮາກທີ່ຖືກລືມ. ນອກ​ຈາກ​ຮຽນ​ກັບ​ຄູ​ອາ​ຈານ​ແລ້ວ, ທ່ານນາງ​ຍັງ​ໄດ້​ຮຽນ​ດ້ວຍ​ຕົນ​ເອງ​ໂດຍ​ຜ່ານ​ລາຍການ podcasts ແລະ ດົນ​ຕີ rap ຫວຽດ​ນາມ. “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ເພງ rap ຂອງ​ຫວຽດ​ນາມ ຫຼາຍ​ເພງ, ຄື “ຊັບ​ສິນ​ຂອງ​ພໍ່” ຂອງ rapper ICD ຫຼື “ເອົາມາເງີນໃຫ້ແມ່” ຂອງ Den Vau. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ຢູ່​ປະ​ເທດ​ຝຣັ່ງ, ບໍ່​ມີ​ rapper ໃດ​ເຄີຍ​ຂຽນ​ກ່ຽວ​ກັບ​ຫົວ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ຄື​ແນວ​ນັ້ນ, ຂ້າພະ​ເຈົ້າ​ເຫັນ​ວ່າ​ມັນ​ເປັນ​ພິ​ເສດ​ທີ່​ສຸດ,” ທ່ານນາງ ດວານບຸຍ ແບ່ງປັນກັບສື່ມວນຊົນ.

ພາສາຫວຽດນາມ, ສຳລັບທ່ານນາງ ດວານບຸຍ, ຄືຊັບສົມບັດທີ່ຝັງຢູ່ໃນຈິດໃຕ້ສຳນຶກ, ເຊິ່ງແຕ່ລະຄຳສັບບໍ່ພຽງແຕ່ເປັນພາຫະນະການສື່ສານເທົ່ານັ້ນ, ຫາກຍັງເຕັມໄປດ້ວຍຄວາມຊົງຈຳ, ຄວາມພາກພູມໃຈ ແລະ ຄວາມຮັກແພງບ້ານເກີດເມືອງນອນອີກດ້ວຍ. ການເປີດເຜີຍຊັບສົມບັດນັ້ນເຮັດໃຫ້ທ່ານນາງທັງຕື້ນຕັນໃຈ ແລະ ໃກ້ຊິດກັບຕົນເອງຫຼາຍຂຶ້ນ.

“ພາສາຫວຽດນາມ ຫວນຄືນຄິດເຖິງຕອນຍັງນ້ອຍ, ສຽງຮ້ອງເພັງກ່ອມຂອງແມ່ເຖົ້າ ແລະ ແມ່ ເຮັດໃຫ້ຂ້າພະເຈົ້າຮູ້ສຶກເຖິງຄວາມອົບອຸ່ນຂອງຄອບຄົວອີກຄັ້ງໜຶ່ງ”, ທ່ານນາງ ດວານບຸຍ ກ່າວໃນລາຍການໂທລະພາບໃນປີ 2023.

ການເດີນທາງຮຽນພາສາຫວຽດນາມ ບໍ່ພຽງແຕ່ຊ່ວຍໃຫ້ທ່ານນາງ ດວານບຸຍ ເຊື່ອມຕໍ່ກັບຄອບຄົວເທົ່ານັ້ນ, ຫາກຍັງຊ່ວຍໃຫ້ທ່ານນາງຄົ້ນຫາສີສັນຂອງຕົນເອງຄືນໃໝ່. "ສອງປີກ່ອນ, ຂ້າພະເຈົ້າເວົ້າພາສາຫວຽດນາມ ບໍ່ໄດ້, ແຕ່ດຽວນີ້ຂ້າພະເຈົ້າສາມາດເວົ້າກັບພໍ່ ແລະ ຄອບຄົວຂອງຂ້າພະເຈົ້າໄດ້ແລ້ວ. ການເດີນທາງຂອງການຮຽນຮູ້ພາສາແມ່ຂອງຂ້າພະເຈົ້າຄືນໃໝ່ ໄດ້ປ່ຽນແປງຂ້າພະເຈົ້າຫຼາຍ".

ນອກຈາກເປັນນັກຂຽນທີ່ມີຊື່ສຽງຂອງອາທິດ san L'Obs ແລ້ວ, ທ່ານນາງ ດວານບຸຍ ຍັງເປັນນັກຂຽນເລື່ອງກ່ຽວກັບຕົນເອງ "The Silent Father" (Le silence de mon père), ກ່ຽວກັບທ່ານນາງເປັນພະຍາດກະທັນຫັນ ແລະ ສູນເສຍຄວາມສາມາດໃນການສື່ສານ. ປຶ້ມຫົວນີ້ໄດ້ຮັບຫຼາຍລາງວັນທີ່ມີຊື່ສຽງມາໃຫ້ທ່ານນາງເຊັ່ນ: ລາງວັນ Amerigo-Vespucci ແລະ ລາງວັນວັນນະຄະດີ Porte Dorée ໃນປີ 2016.

ບົດ​ຂຽນ​ຂອງ​ທ່ານ Jean Baptiste ຟ້າມ ​ແລະ ນັກ​ຂ່າວ ດວານບຸຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສຳລັບ​ຊາວ​ຫວຽດນາມ ຢູ່ຫ່າງໄກບ້ານເກີດເມືອງນອນ, ພາສາຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ເຄື່ອງ​ມື​ສື່ສານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຫໍຜະພາທີ່​ນຳທາງ​ສູ່​ກົກເຄົ້າເຫງົ້າກໍ​ອີກ​ດ້ວຍ. ບໍ່ວ່າອາຍຸເທົ່າໃດ, ການຮຽນຮູ້ພາສາແມ່ ບໍ່ພຽງແຕ່ເປັນວິທີທີ່ຈະປຸກຄວາມຊົງຈໍາເທົ່າ​ນັ້ນ, ແຕ່ຍັງຊ່ວຍໃຫ້ພວກເຂົາຄົ້ນຫາຕົວເອງ ແລະ ເສີມສ້າງຄວາມຮັກທີ່ມີຕໍ່ຄອບຄົວ ແລະ ບ້ານເກີດເມືອງນອນອີກດ້ວຍ.

ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ

ນັກຮຽນລາວ ຢູ່ ເຊີນລາ “ຍຶດເອົາ” ພາສາຫວຽດນາມ

ຍສໝ - ໂຮງຮຽນວິທະຍາໄລເຊີນລາ ຫາກໍ່ຈັດຕັ້ງການແຂ່ງຂັນນອກແຜນການ “ນັກສຶກສາຕ່າງປະເທດລາວ - ການເດີນທາງກັບພາສາຫວຽດນາມ” ໃນປີ 2024.

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

ໂຮງຮຽນມິດຕະພາບ T78: ເປີດສົກຮຽນໃໝ່ ສຳລັບນັກຮຽນລາວປີກຽມ ພາສາຫວຽດນາມ

ຍສໝ - ບັນດາລຸ້ນນັກຮຽນຂອງໂຮງຮຽນ ແມ່ນປັດໃຈສຳຄັນ ທີ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ທີ່ໄດ້ນັບມື້ນັບແໜ້ນແຟ້ນກວ່າຂຶ້ນ.

ມີງດຶກ

ເຫດການ
302 Found

Found

The document has moved here.