![]() | "ມູມຫວຽດນາມ" ຢູ່ Odessa (ຢູເກຼນ) |
![]() | ດານັງ: ຫ້ອງຮຽນພາສາຫວຽດນາມ ສຳລັບບັນດານັກສຶກສາລາວ ແລະ ໄທ ຢູ່ວັດຕາມບາວ |
ແສງໂຄມໄຟເພື່ອຮຽນຕົວໜັງສືຢູ່ໃນອຸມົງລີ້ໄພ
ທຸກໆຕອນບ່າຍວັນເສົາ ແລະ ວັນອາທິດ, ບັນດາຫ້ອງຮຽນພາສາຫວຽດນາມ ສຳລັບເດັກນ້ອຍໃນເຂດຕົວເມືອງ Lang Sen, Odessa, ອູແກຣນ ໄດ້ເປີດຂຶ້ນ. ສິ່ງທີ່ພິເສດຂອງຫ້ອງຮຽນແມ່ນຈັດຂຶ້ນຢູ່ໃນອຸມົງ, ບ່ອນລີ້ໄພທີ່ປອດໄພຂອງຊາວຫວຽດນາມ.
ເຖິງວ່າແມ່ນຫ້ອງຮຽນໃນສະໄໝສົງຄາມ, ແຕ່ຫ້ອງຮຽນກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາພະນັກງານສະມາຄົມຊາວຫວຽດນາມ ຢູ່ Odessa, ພໍ່ແມ່ຜູ້ປົກຄອງໄດ້ລົງທຶນບັນດາອຸປະກອນຢ່າງຄົບຊຸດ ນັບແຕ່ໂຕະ, ຕັ່ງ, ກະດານ, ເຄື່ອງໃຊ້ໃນໂຮງຮຽນ. ປຶ້ມຊຸດໃໝ່ທີ່ອັບເດດບັນດາໂຄງການໃໝ່ທີ່ສຸດຍັງໄດ້ຂົນສົ່ງໃຫ້ເດັກນ້ອຍເພື່ອຕ້ອນຮັບສົກຮຽນໃໝ່ຢ່າງທັນການ.
ໃນຫ້ອງຮຽນກວ້າງປະມານ 40 ຕາແມັດ, ເດັກນ້ອຍໄດ້ຮ່ຳຮຽນແຕ່ລະຕົວໜັງສືດ້ວຍຄວາມເອກອ້າງທະນົງໃຈ, ສະກົດຄຳກອນແຕ່ລະຂໍ້, ປະໂຫຍກກາຢາວ, ສຸພາສິດຂອງຊາດ ແລະ ຄົນພາຍເຮືອ - ອາຈານ ໂດ້ທິລານ ຍັງອຸທິດຕົນເພື່ອເຜີຍແຜ່ການປົກປັກຮັກສາວັດທະນະທຳຂອງຊາດ.
![]() |
ຫ້ອງຮຽນພາສາຫວຽດນາມ ຢູ່ໃນອຸມົງລີ້ໄພທີ່ Odessa (ອູແກຣນ). |
ໂດຍໄດ້ຮູ້ວ່າ, ຜ່ານບັນດາຊຸດຮຽນຮຽນອອນໄລ, ອາຈານ ໂດ້ທິລານ ຍາມໃດກໍ່ຝຶກຝົນຄວາມຮູ້ຢ່າງງຽບໆ, ຮັບເອົາຄວາມຮູ້ໃໝ່, ກຳໄດ້ກັບການປ່ຽນແປງຂອງບັນດາໂຄງການຮ່ຳຮຽນຢູ່ພາຍໃນປະເທດ, ຊີ້ນໍາເຮືອຢ່າງໜັກແໜ້ນ ເພື່ອໃຫ້ເດັກນ້ອຍມີຄວາມສາມາດອ່ານ, ຂຽນ, ສື່ສານເປັນພາສາຫວຽດນາມໄດ້.
ທ່ານ ຫງວຽນວັນຮຸ່ງ, ເລຂາຫ້ອງວ່າການກົງສູນກິດຕິມະສັກຫວຽດນາມ ຢູ່ Odessa, ຮອງປະທານສະມາຄົມຊາວ ຫວຽດນາມ ປະຈຳແຂວງ Odessa (ອູແກຣນ) ໃຫ້ຮູ້ວ່າ ປະຈຸບັນ ມີຊາວຫວຽດນາມ ອາໄສຢູ່ Odessa ປະມານ 500 ຄົນ. ຊີວິດການເປັນຢູ່ໃນເງື່ອນໄຂສົງຄາມປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ບັນດາຄອບຄົວຊາວຫວຽດນາມ ຢູ່ທີ່ນີ້ກໍ່ຮັກສາການຮ່ຳຮຽນໃຫ້ລູກຫຼານ. ບັນດາລູກຫຼານຍັງຮຽນອອນໄລຢູ່ເຮືອນ ແລະ ຮຽນແບບເຊິ່ງໜ້າໃນຫ້ອງຮຽນ.
ທ່ານ ຮຸ່ງ ໃຫ້ຮູ້ວ່າ ບັນດາຫ້ອງຮຽນພາສາຫວຽດນາມ ໃນສົກຮຽນ 2024-2025 ມີເດັກນ້ອຍ 30 ຄົນ ແລະ ແບ່ງອອກເປັນ 2 ຫ້ອງຮຽນດ້ວຍ 2 ລະດັບທີ່ແຕກຕ່າງກັນ. ຫ້ອງຮຽນສຳລັບເດັກນ້ອຍທີ່ບໍ່ຮູ້ພາສາຫວຽດນາມ ເລີ່ມຮຽນແຕ່ເວລາ 16:00 ໂມງ ຫາ 18:00 ໂມງ. ຫ້ອງຮຽນສຳລັບເດັກນ້ອຍທີ່ຮູ້ພາສາຫວຽດນາມແລ້ວ ເລີ່ມຮຽນແຕ່ເວລາ 18:00 ໂມງ ຫາ 20:00 ໂມງ.
ອາຈານ ໂດ້ທິລານ ແບ່ງປັນວ່າ ຊີວິດການເປັນຢູ່ແມ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພາະມີໄຟຟ້າດັບ, ຂາດນ້ຳ, ສຽງແກ, ສຽງເຕືອນໄພທີ່ດັງອອກຢູ່ເລື້ອຍໆ, ແຕ່ເດັກນ້ອຍທີ່ຮຽນຢູ່ໃນນີ້ກໍ່ປອດໄພຫຼາຍ. ອາຈານກໍ່ຮູ້ສຶກດີໃຈ ແລະ ຄວາມຮູ້ສຶກຕື້ນຕັນໃຈໃນສະພາບສົງຄາມ, ປະຊາຄົມຊາວຫວຽດນາມ ຍັງຄົງຢູ່ໃນຕົວແມືອງ ແລະ ສົ່ງລູກຫຼານໄປໂຮງຮຽນ, ໄປຫ້ອງຮຽນພາສາຫວຽດນາມ ເພື່ອໃຫ້ລູກຫຼານຍາມໃດກໍ່ລະນຶກເຖິງກົກເຄົ້າເຫງົ້າກໍວັດທະນະທຳຂອງຊາວຫວຽດນາມ.
“ການຮ່ວມເດີນທາງ, ຄວາມເອົາໃຈໃສ່ຂອງສະມາຄົມ, ປະຊາຊົນທຸກຄົນທີ່ພວມຢູ່ທີ່ນີ້ ແລະ ຄວາມກະຕືລືລົ້ນທີ່ຈະຮຽນຮູ້ຂອງລູກຫຼານໝົດທຸກຄົນ ແມ່ນກຳລັງຜັກດັນພື່ອໃຫ້ຂ້າພະເຈົ້າສືບຕໍ່ເພີ່ມພູນຄູນສ້າງຄວາມຮັກ, ຄວາມພາກພູມໃຈກັບວັດທະນະທຳ ຫວຽດນາມ ໃຫ້ແກ່ຄົນລຸ້ນຫຼັງໃນຊຸມຊົນ”, ອາຈານ ລານ ກ່າວ.
“ພໍ່ແມ່ຂອງນ້ອງ ຫງວຽນວັນກວາງເຍີດ ແບ່ງປັນວ່າ ຄອບຄົວຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ ແລະ ຮູ້ບຸນຄຸນເມື່ອລູກຫຼານຍັງມີໂອກາດຮຽນພາສາຫວຽດນາມ, ເຖິງວ່າປະເສີດໜ້າກັບຄວາມຫຍຸ້ງຍາກໃນສະພາບສົງຄາມ. ການເຂົ້າເຖິງພາສາແມ່ບໍ່ພຽງແຕ່ຊ່ວຍໃຫ້ລູກຕິດພັນກັບກົກເຄົ້າເຫງົ້າກໍ, ຫາກຍັງບຳລຸງຄວາມຮັກແພງ ແລະ ຄວາມພາກພູມໃຈຢ່າງເລິກເຊິ່ງຕໍ່ວັດທະນະທຳຫວຽດນາມ”.
ຄຳສັນຍາກັບບ້ານເກີດເມືອງນອນ
ທ່ານ ຫງວຽນຍືແມ້ງ, ປະທານສະມາຄົມຊາວຫວຽດນາມ ຢູ່ Odessa ໃຫ້ຮູ້ວ່າ ຍ້ອນສະພາບການສົງຄາມ, ສະນັ້ນ ຫ້ອງຮຽນຕ້ອງໄດ້ງົດໃນເວລາຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ. ປະຈຸບັນ, ຊີວິດການເປັນຢູ່ຂອງບັນດາປະຊາຊົນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ເຖິງຢ່າງໃດກໍ່ຕາມ ຕໍ່ຈິດໃຈຮໍ່າຮຽນ ແລະ ຄວາມມຸ່ງມາດປາດຖະໜາຢາກເຊື່ອມຕໍ່ກັບບ້ານເກີດເມືອງນອນຫວຽດນາມ, ຊຸດຮຽນໄດ້ເປີດຮຽນໃນເດືອນສິງຫາ 2024 ກ່ອນສົກຮຽນໃໝ່ຢູ່ໃນອຸມົງຂອງເຂດ Lang Sen.
ທ່ານປະທານສະມາຄົມຊາວຫວຽດນາມ ຢູ່ Odessa ກໍ່ໃຫ້ຮູ້ວ່າ ບັນດາຫ້ອງຮຽນພາສາຫວຽດນາມ ມີຄວາມໝາຍທີ່ແທດຈິງ ເພາະວ່າໃນຕົວຈິງແລ້ວ, ເດັກນ້ອຍຈຳນວນຫຼາຍທີ່ຮຽນຈົບຈາກ ອູແກຣນ ໄດ້ກັບຄືນປະເທດເພື່ອເຮັດວຽກ ມີຄວາມພັດທະນາຫຼາຍ ຍ້ອນມີພາສາຫວຽດນາມ ຢ່າງຄ່ອງແຄ້ວ.
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອູແກຣນ ຫງວຽນຮົ່ງແທ້ກ ເນັ້ນໜັກວ່າ ການຮັກສາບັນດາຫ້ອງຮຽນພາສາຫວຽດນາມ ໃຫ້ແກ່ລຸ້ນທີ 2, 3 ທີ່ເກີດ ແລະ ເຕີບໃຫຍ່ຢູ່ Odessa, ອູແກຣນ ມີບົດບາດສຳຄັນທີ່ສຸດໃນການອະນຸລັກຮັກສາ, ສືບທອດ ແລະ ເສີມຂະຫຍາຍບັນດາຮີດຄອງປະເພນີອັນລ້ຳຄ່າຂອງປະເທດຊາດ, ສ້າງກາລະໂອກາດໃຫ້ເດັກນ້ອຍໄດ້ຮຳ່ຮຽນ, ພົບປະແລກປ່ຽນເປັນພາສາຫວຽດນາມ ແລະ ອູແກຣນ.
![]() |
ລຸ້ນໜຸ່ມຊາວຫວຽດນາມ ອາໃສຢູ່ Odessa ໃນວັນເປີດຊຸດຮຽນພາສາຫວຽດນາມ. |
ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງແທ້ກ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງສະມາຄົມຊາວຫວຽດນາມ ຢູ່ Odessa ແລະ ອາຈານ ໂດທິລານ, ຜູ້ທີ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຈັດຕັ້ງການເປີດຫ້ອງຮຽນພາສາຫວຽດນາມ ໃຫ້ເດັກນ້ອຍເຖິງວ່າຈະປະສົບກັບສະພາບສົງຄາມ. ນີ້ແມ່ນການກະທຳທີ່ມີຄວາມໝາຍ, ທັງຊ່ວຍໃຫ້ເດັກນ້ອຍຮຽນພາສາຫວຽດນາມ, ທັງອະນຸລັກຮັກສາ ແລະ ຖ່າຍທອດບັນດາຄຸນຄ່າວັດທະນະທຳ ຫວຽດນາມ.
ພາສາຫວຽດນາມ ແມ່ນຄວາມເອກອ້າງທະນົງໃຈຂອງຊາດ, ເປັນບ່ອນອີງອັນໝັ້ນຄົງໃຫ້ວັດທະນະທຳພື້ນເມືອງ. ສະນັ້ນ, ໃນສະພາບການທີ່ຫຍຸ້ງຍາກຂອງສົງຄາມ, ການຮັກສາຫ້ອງຮຽນພາສາຫວຽດນາມ ຢູ່ ອູແກຣນໄດ້ນຳມາເຊິ່ງຄວາມໝາຍອັນສູງສົ່ງຫຼາຍຢ່າງ. ມັນໄດ້ສະແດງໃຫ້ເຫັນເຖິງຈິດໃຈຍາມໃດກໍ່ຫຼໍ່ລ້ຽງ, ເສີມຂະຫຍາຍຈິດໃຈຮັກຊາດ, ເຊີດຊູຊາດຕົນເອງ, ຮັກສາຮີດຄອງປະເພນີວັດທະນະທຳ ແລະ ມຸ່ງໄປເຖິງກົກເຄົ້າເຫງົ້າກໍ, ປະເທດຫວຽດນາມ ທີ່ຮັກແພງ.
ຄວາມກະຕືລືລົ້ນໃນການຮຽນຂອງອາຈານ ແລະ ນັກຮຽນໃນຫ້ອງຮຽນພາສາຫວຽດນາມ ຢູ່ Odessa ແມ່ນຄຳສັນຍາກັບບ້ານເກີດເມືອງນອນກ່ຽວກັບການທີ່ຍາມໃດກໍ່ມານະພະຍາຍາມ, ຝຶກຝົນເພື່ອຮັກສາຮີດຄອງປະເພນີວັດທະນະທຳທີ່ບັນພະບຸລຸດໄວ້ວາງໃຈ ກໍ່ຄືການແລກປ່ຽນ, ເຊື່ອມຕໍ່ກັບເພື່ອນມິດ 5 ທະວີບ ເພື່ອຢືນຢັນຄວາມພາກພູມໃຈກ່ຽວກັບບັນດາຄົນລູກຫຼານທີ່ມີເຊື້ອຊາດ ຫວຽດນາມ.
![]() | ຫ້ອງຮຽນເພື່ອປົກປັກຮັກສາພາສາບ້ານເກີດເມືອງນອນຢູ່ ຊູແອດ ຍສໝ - ຢູ່ເຂດ Östergötland, ຊູແອດ ມີຫ້ອງຮຽນພາສາຫວຽດນາມ ຂະໜາດນ້ອຍສຳລັບນັກຮຽນຊາວຫວຽດນາມ. ອາຈານ Sally - ຊາວຫວຽດນາມ ຢູ່ ຊູແອດ ບໍ່ລັງເລຕໍ່ຄວາມຫຍຸ້ງຍາກ ເພື່ອສອນພາສາຫວຽດນາມ ໃຫ້ລຸ້ນໜຸ່ມ, ປະກອບສ່ວນຮັກສາພາສາບ້ານເກີດເມືອງນອນ. |
![]() | ຕອບບຸນຄຸນຕໍ່ຜູ້ປົກປັກຮັກສາພາສາ ຫວຽດນາມ ຢູ່ ສ.ເຊັກໂກ Mới đây, Lễ Tôn vinh tiếng Việt trong cộng đồng người Việt Nam tại Séc đã được tổ chức. ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ... |
ມີງດຶກ