16 ທີມບານເຕະ ເຂົ້າຮ່ວມການແຂ່ງຂັນບານເຕະຊາວຫວຽດນາມ ຢູ່ຮີໂຣຊິມາ, ຍີ່ປຸ່ນ

22:29 | 02/10/2024

ຍສໝ - ໃນວັນທີ 29 ກັນຍາ ຢູ່ ນະຄອນຟູຄູຍາມາ ແຂວງຮີໂຣຊິມາ ປະເທດຍີ່ປຸ່ນ ໄດ້ມີການຈັດການແຂ່ງຂັນບານເຕະຂອງຊຸມຊົນຊາວຫວຽດນາມ ຢູ່ Chugoku "FAVIJA CHUGOKU CUP 2024"

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ການແຂ່ງຂັນບານເຕະຄັ້ງນີ້ ຈັດຂຶ້ນໂດຍອົງການແລກປ່ຽນສາກົນ ຫວຽດນາມ-ຍີ່ປຸ່ນ (FAVIJA), ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 16 ທີມ​ບານ​ເຕະ​ສະໝັກ​ຫຼິ້ນ​ ຂອງ​ຊາວ​ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ, ເຮັດວຽກ ແລະ ດຳລົງຊີວິດຢູ່ໃນເຂດ Chugoku ປະເທດຂອງຕາເວັນຂຶ້ນ!

16 ທີມບານເຕະ ເຂົ້າຮ່ວມການແຂ່ງຂັນບານເຕະຊາວຫວຽດນາມ ຢູ່ຮີໂຣຊິມາ, ຍີ່ປຸ່ນ

16 ທີມບານເຕະ ເຂົ້າຮ່ວມການແຂ່ງຂັນບານເຕະ ຂອງຊາວຫວຽດນາມ ຢູ່ຮີໂຣຊິມາ, ຍີ່ປຸ່ນ.

ຕັ້ງແຕ່ຮຸ່ງເຊົ້າ ໄດ້ມີບັນດາກອງເຊຍ ເປັນຄົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ປະຊາຊົນປະຈຳຖິ່ນຈຳນວນຫຼາຍ ມາເຊຍຢູ່ສະໜາມ ເຮັດໃຫ້ມີບັນຍາກາດຄຶກຄື້ນຫຼາຍ.

16 ທີມບານເຕະ ເຂົ້າຮ່ວມການແຂ່ງຂັນບານເຕະຊາວຫວຽດນາມ ຢູ່ຮີໂຣຊິມາ, ຍີ່ປຸ່ນ

Các cầu thủ thi đấu trên sân.

ບັນດານັກເຕະແຂ່ງຂັນຢູ່ໃນສະຫນາມ.

ການແຂ່ງຂັນບໍ່ພຽງແຕ່ຢຸດຢູ່ທີ່ການແຂ່ງຂັນກິລາສະໜາມເພື່ອຝຶກສຸຂະພາບເທົ່ານັ້ນ ແຕ່ຍັງເປັນໂອກາດທີ່ເຮັດໃຫ້ ຊາວຫນຸ່ມຫວຽດ ຢູ່ຍີ່ປຸ່ນ ໄດ້ພົບປະ, ແລກປ່ຽນກັນ, ສ້າງຄວາມສາມັກຄີ, ຊ່ວຍເຫຼືອກັນໃນດິນແດນທີ່ຫ່າງໄກຈາກບ້ານບ້ານເດີກເມືອງນອນນີ້. ນອກຈາກນັ້ນ ຍັງເຊື່ອມໂຍງຄວາມສຳພັນທີ່ໃກ້ຊິດ ລະຫວ່າງຄົນຫວຽດນາມທີ່ອາໄສຢູ່ຕ່າງປະເທດ ກັບປະຊາຊົນປະຈຳຖິ່ນອີກດ້ວຍ.

ຈົບໜຶ່ງມື້ແຂ່ງຂັນທີ່ຕື່ນເຕັ້ນ ແລະ ຫນ້າຈົດຈໍ່, ຖ້ວຍແຊ້ມຊະນະເລີດໄດ້ເປັນຂອງທີມ FC ພາກຕາເວັນຕົກ ໂອກ່າຢາມາ. ຮອງຊະນະເລີດແມ່ນທີມ FC 37 ຮີໂຣຊິມາ. ສອງທີມທີ່ໄດ້ຮັບລາງວັນອັນດັບທີສາມ ແມ່ນທີມ FC ໄຊໄດຈິ ແລະ FC ຝູເຖາະ.

ຄະນະຈັດງານຍັງໄດ້ມອບລາງວັນບຸກຄົນໃຫ້ນັກເຕະ ເຈີ່ນກວກຢຸຍ ໄດ້ຮັບນາມມະຍົດລາຊາແຫ່ງການຍິງປະຕູ ແລະ ນັກເຕະ ກາວກວກແຄັງ ໄດ້ຮັບນາມມະຍົດຜູ້ຮັກສາປະຕູດີເດັ່ນ ລ້ວນແຕ່ເປັນຂອງທີມ FC 37 ຮີໂຣຊິມາ.

16 ທີມບານເຕະ ເຂົ້າຮ່ວມການແຂ່ງຂັນບານເຕະຊາວຫວຽດນາມ ຢູ່ຮີໂຣຊິມາ, ຍີ່ປຸ່ນ

ລາງວັນ​ນັກ​ເຕະ​ດີ​ເດັ່ນ​ໄດ້​ເປັນ​ຂອງ​ ເຈີນວັນດາດ ທິມ FC ພາກຕາເວັນຕົກ ໂອກ່າຢາມາ

ລາງວັນ​ນັກ​ເຕະ​ດີ​ເດັ່ນ​ໄດ້​ເປັນ​ຂອງ​ ເຈີນວັນດາດ ຂອງ FC ພາກຕາເວັນຕົກ ໂອກ່າຢາມາ

ທ່ານ ໂດກວາງບາ ປະທານ FAVIJA ໄດ້ກ່າວວ່າ ສີ່ທິມທີ່ໄດ້ຮັບລາງວັນຊະນະເລີດໃນຄັ້ງນີ້ ພ້ອມຍາດໄດ້ປີ້ສິດເຂົ້າຮ່ວມກອງປະຊຸມໃຫຍ່ບານເຕະທົ່ວປະເທດຂອງຊາວຫວຽດນາມ ຢູ່ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກນີ້ ຢູ່ນະຄອນຫຼວງໂຕກຽວ.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ

ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ

ຍສໝ - ອີງຕາມປະສິດທິພາບພື້ນຖານເສດຖະກິດຂອງ 97 ປະເທດຕັ້ງແຕ່ປີ 2000, ທະນາຄານໂລກ ໄດ້ກ່າວວ່າ ກຸ່ມບັນດາປະເທດທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ແລະ ພັດທະນາຢ່າງໂດດເດັ່ນໃນປະຈຸບັນ ປະກອບມີ 16 ປະເທດ, ໃນນັ້ນມີອິນເດຍ ແລະ ຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.