![]() | ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ |
![]() | ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. |
ວັນທີ 11 ກັນຍາ, ສະຖານທູດຫວຽດນາມ ປະຈໍາປະເທດຮຸ່ງກາຣີ ໄດ້ຈັດງານບໍລິຈາກເພື່ອຊ່ວຍເຫຼືອພີ່ນ້ອງທີ່ກຳລັງໄດ້ຮັບຜົນຮ້າຍຈາກພາຍຸເລກທີ 3. ພາຍໃນເວລາພຽງສອງອາທິດກວ່າ, ຊຸມຊົນຊາວ ຫວຽດນາມ ຢູ່ຮຸ່ງກາຣີ ໄດ້ຮັບບໍລິຈາກເງິນປະມານ 44,000 ເອີໂຣ (ເທົ່າກັບປະມານ 1,2 ຕື້ ດົງ) ເພື່ອຊ່ວຍເຫຼືອພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກພາຍຸຍາກີ ຢູ່ບ້ານເກີດເມືອງນອນ.
ໃນການປະຊຸມສະຫຼຸບຜົນກິດຈະກຳການບໍລິຈາກ, ຄະນະບໍລິຫານງານສະມາຄົມຊາວຫວຽດນາມ ຢູ່ຮຸ່ງກາຣີ ໄດ້ສະແດງຄວາມເຫັນໃຈຕໍ່ຄວາມເຈັບປວດທີ່ພີ່ນ້ອງຊາວຫວຽດນາມ ຢູ່ພາກເໜືອໄດ້ຮັບຈາກພາຍຸເລກທີ 3. ຄະນະບໍລິຫານງານສະມາຄົມໄດ້ກ່າວວ່າ ເຖິງແມ່ນວ່າຈະໄດ້ກຽມພ້ອມຢ່າງຄົບຖ້ວນເພື່ອຈັດງານບຸນໄຫວ້ພະຈັນ ໃຫ້ຊຸມຊົນ, ແຕ່ວ່າສະມາຄົມໄດ້ຕັດສິນໃຈຍົກເລີກກິດຈະກໍາປະຈຳປີນີ້ ເພື່ອມຸ່ງໄປເຖິງບ້ານເກີດເມືອງນອນ.
![]() |
ຜູ້ຕາງໜ້າສະຖານທູດ, ສະມາຄົມ ແລະ ປະຊາຊົນໃນຊຸມຊົນເຂົ້າຮ່ວມກອງປະຊຸມສະຫຼຸບການບໍລິຈາກ. (ຮູບພາບ: ຫງວຽນຮວ່າງລິງ/Vietnam+). |
ຊຸມຊົນຫວຽດນາມ ທັງໝົດ ຢູ່ຮຸ່ງກາຣີ ຄື: ບັນດາສະມາຄົມ, ໝູ່ຄະນະ, ສ່ວນບຸກຄົນ ແລະ ວິສາຫະກິດຕ່າງໆ ໄດ້ຮ່ວມມືກັນເພື່ອມານະພະຍາຍາມບັນເທົາທຸກຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກພາຍຸນໍ້າຖ້ວມ.
ໃນການປະຊຸມຄັ້ງນີ້ ທ່ານ ເລຈ້ອງຮ່າ , ທີ່ປຶກສາ, ຫົວໜ້າຄະນະວຽກງາປະຊາຄົມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະມາຄົມ. ນີ້ແມ່ນໜຶ່ງໃນກິດຈະກໍາມະນຸດສະທໍາຫຼາຍຢ່າງທີ່ຊຸມຊົນຊາວ ຫວຽດນາມ ຢູ່ຮຸ່ງກາຣີ ໄດ້ປະຕິບັດໃນເວລາທີ່ຜ່ານມາດ້ວຍຈິດໃຈແບ່ງປັນ ແລະ ມີຄວາມຮັບຜິດຊອບຕໍ່ພີ່ນ້ອງຢູ່ບ້ານເກີດເມືອງນອນ
ໃນການປະຊຸມດັ່ງກ່າວ, ຄະນະບໍລິຫານງານສະມາຄົມ ຍັງໄດ້ສັນຍາວ່າ ຈະສົ່ງເງິນບໍລິຈາກໄປມອບໃຫ້ເຖິງມືໃຫ້ພີ່ນ້ອງປະຊາຊົນທີ່ເຂດພາຍຸນໍ້າຖ້ວມໄດ້ທຳລາຍມ້າງເພ ໂດຍໄວທີ່ສຸດ.
![]() | ສານປະຊາຊົນສູງສຸດ ສາມາດປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໄດ້ 44.521 ເລື່ອງ ໃນໄລຍະ 5 ປີຜ່ານມາ ສານປະຊາຊົນສູງສຸດ ໄດ້ຕິດຕາມກວດກາ ການປະຕິບັດການຕັດສິນຄະດີ ຕາມຂະບວນການຍຸຕິທຳ ໂດຍມີຄະດີ ເຂົ້າສານປະຊາຊົນ ແລະ ສານທະຫານ ທຸກຂັ້ນທັງໝົດ 44.521 ເລື່ອງ. ໃນນີ້, ມີຄະດີທີ່ຄ້າງມາ 1.606 ເລື່ອງ, ເຊິ່ງລວມທັງໝົດ 46.127 ເລື່ອງ, ສາມາດແກ້ໄຂໄດ້ແລ້ວ 43.559 ເລື່ອງ, ເທົ່າກັບ 94.43%, ຍັງຄ້າງ 2.568 ເລື່ອງ ຖ້າທຽບໃສ່ 5 ປີກ່ອນ ເຫັນວ່າຄະດີເພີ່ມຂຶ້ນ. ໂດຍແຍກຕາມແຕ່ລະຄະດີ, ເຊິ່ງປະກອບມີ ຄະດີເຂົ້າສານຂັ້ນຕົ້ນ ຢູ່ສານເຂດ, ແຂວງ, ນະຄອນຫລວງ ແລະ ສານທະຫານ ມີຈຳນວນ 37.454 ເລື່ອງ. |
![]() | ລັດຖະບານໂຮງລັງ ໜຸນຊ່ວຍ 2 ລ້ານ ເອີໂຣ ໃຫ້ແກ່ບັນດາທ້ອງຖີ່ນພາກກາງຫວຽດນາມ ຍສໝ - ທ່ານນາງ Elsbesh Akkerman - ເອກອັກຄະລັດຖະທະທູດໂຮງລັງ ປະຈຳຢູ່ຫວຽດນາມ ໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງລັດຖະບານຫວຽດນາມ ຕໍ່ໜ້າບັນດາຄວາມເສຍຫາຍຢ່າງໜັກ ໃນດ້ານຊິວີດອິນຊີ, ສັບສິນ ແລະ ພື້ນຖານໂຄງລ່າງ. |
ແທັງຮັ່ງ