ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

19:35 | 27/10/2024

ຍສໝ - "Đỗ" ບໍ່ແມ່ນ "Đố", "Quằn quại" ບໍ່ແມ່ນ "Quan quại"... ບັນດາຊ່ວງເວລາທີ່ຫນ້າຮັກເຫຼົ່ານີ້ ໄດ້ປະກົດຢູ່ໃນບັນດາວິດີໂອ TikTok ແລະ YouTube ຂອງທ່ານນາງ Liliya Kholodova (ລັດເຊຍ). ບັນດາວິ​ດີ​ໂອ​ເຫຼົ່າ​ນີ້​ ​ໄດ້​ດຶງ​ດູດ​ຜູ້​ຊົມ ​ແລະ ​ແບ່ງປັນ​ນັບໝື່ນ​ຄັ້ງ, ກາຍ​ເປັນ​ສັນຍາ​ລັກ​ທີ່ມີຊີວິດຊີວາກ່ຽວກັບການຜູກພັນ​ດ້ານ​ວັດທະນະທຳ, ​ເຜີຍ​ແຜ່​ຄວາມ​ຮັກ​ແພງພາສາ​ຫວຽດນາມ​ ຂ້າມ​ຊາຍ​ແດນ.

ຊາວ​ໜຸ່ມ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ ​ແລະ ຄວາມ​ມານະ​ພະຍາຍາມ​ປົກ​ປັກ​ຮັກສາ, ເຜີຍ​ແຜ່​ພາສາ​ຫວຽດນາມ
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

Liliya ແລະ ການເດີນທາງ "ປີ້ນກະແສ" ການສອນພາສາຫວຽດນາມ

ທ່ານນາງ Liliya Kholodova, ອາຍຸ 33 ປີ, ມີເຊື້ອສາຍລັດເຊຍ - ຫວຽດນາມ. ທ່ານນາງໄດ້ເກີດ ແລະ ເຕີບໃຫຍ່ຢູ່ໃນລັດເຊຍ. ບັນດາການ​ໄປ​ທ່ຽວ​ຫວຽດນາມ​ກັບ​ແມ່ ໄດ້​ຊ່ວຍ​ໃຫ້ທ່ານ​ນາງ​ຊຳນານທັງສອງພາສາ ​ລັດ​ເຊຍ-ຫວຽດນາມ ແລະ ເພີ່ມພູນຄູນສ້າງນ້ຳໃຈຄວາມຮັກແພງທັງສອງພື້ນຖານ​ວັດທະນະທຳ. ນີ້​ກໍ່​ແມ່ນ​ສິ່ງ​ທີ່​ໄດ້​ຊ່ວຍ​ໃຫ້​ທ່ານນາງ​ກາຍ​ເປັນທາດ "ເລັ່ງກະທົບ" ເພື່ອໃຫ້​ຜົວຂອງທ່ານນາງ - ທ່ານ ບຸ່ຍ​ເຊີນ - ຄົນເຊື້ອຊາດຫວຽດນາມ ອາໄສຢູ່ລັດເຊຍ, ຈາກຄົນ​ທີ່​ສາມາດ​ເວົ້າ​ພາສາ​ຫວຽດນາມ ສື່ສານພື້ນຖານໄດ້ໜ້ອຍໜຶ່ງນັ້ນ ໄດ້ຮູ້, ເຂົ້າ​ໃຈ​ພາສາ​ແມ່ຫຼາຍຂຶ້ນ.

ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

ຊ່ອງ TikTok "Dieu ho Li Son" ຂອງຄູ່ຜົວເມຍທ່ານນາງ Liliya ແລະ ທ່ານ ບຸ່ຍ​ເຊີນ ດຶງດູດ Likes ຫຼາຍກ່ວາ 330.000 ເທື່ອ. (ພາບ: Phan Anh)

"ທຸກຄົນຈະແປກປະຫຼາດໃຈ ເພາະວ່າ ຂ້າພະເຈົ້າເວົ້າພາສາຫວຽດນາມ ດີກວ່າຜົວຂອງຂ້າພະເຈົ້າ, ເຖິງແມ່ນວ່າລາວເປັນຄົນຫວຽດນາມ", ທ່ານນາງ Liliya ແບ່ງປັນ. ໂດຍມີຄວາມຮັບຮູ້ຢ່າງຈະແຈ້ງຄວາມ​ສຳຄັນ​ຂອງ​ການ​ອະນຸລັກ​ຮັກສາ​ພາສາ ​ແລະ ວັດທະນະທຳ​ຫວຽດນາມ​ ໃນ​ຄອບຄົວ, ນັບ​ແຕ່​ທ່ານນາງ​ແຕ່ງ​ງານ​ມາ, ​ທ່ານນາງໄດ້ຕັ້ງ​ໃຈ​ສື່ສານ​ເປັນ​ພາສາ​ຫວຽດນາມ ​ກັບ​ຜົວ.

ການ​ເດີນ​ທາງ​ໄດ້​ເລີ່​ມຕົ້ນ​ດ້ວຍ​ບັນດາບົດຮຽນ​ພື້ນຖານ, ​ເມື່ອ​ທ່ານນາງ​ນຳ​ໃຊ້​ປຶ້ມ​ແບບຮຽນ​ຊັ້ນ ​ປ 1 ​ແລະ ​ຕົວ​ອັກສອນຫວຽດນາມ ​ເພື່ອ​ຊ່ວຍ​ໃຫ້ທ່ານ ບຸ່ຍ​ເຊີນ ຄຸ້ນ​ເຄີຍ​ກັບ​ການ​ອອກສຽງ ​ແລະ ໄວຍາກອນ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະບວນການນີ້ບໍ່ແມ່ນງ່າຍ. ທ່ານ ​ເຊີນ ຈະອອກສຽງຜິດ, ຫຼົງລືມລະຫວ່າງວັນນະຍຸດໄມ້ຫອຍ ແລະ ວັນນະຍຸດໄມ້ສັກ ເຮັດໃຫ້ທ່ານນາງ Liliya ຢາກຍອມແພ້ຫຼາຍເທື່ອ. ນອກ​ນັ້ນ, ການ​ນຳ​ໃຊ້​ພາສາ​ທ້ອງຖິ່ນກວາງ​ບິ່ງ​ ຂອງທ່ານ ​ເຊີນ ດ້ວຍບັນດາຄຳ​ເວົ້າ​ຄື "chi, mô, răng rứa" ກໍ່​ເຮັດ​ໃຫ້​ການ​ສອນ​ພາສາ​ຫວຽດນາມ ​ສັບສົນ​ຂຶ້ນ.

​ແຕ່​ດ້ວຍ​ຄວາມ​ອົດທົນ ​ແລະ ຄວາມ​ຮັກ​ແພງໃຫ້ແກ່ພາສາ​ຫວຽດນາມ, ທ່ານນາງ Liliya ບໍ່​ຍອມ​ແພ້. ທ່ານນາງ ​ໄດ້​ສົ່ງເສີມຜົວ​ໂດຍວິທີ​ນຳ​ໃຊ້​ບັນດາ​ບົດຂ່າວ​ເສດຖະກິດ, ຂົງເຂດ​ທີ່ຜົວຂອງທ່ານນາງພວມເຮັດ​ວຽກ, ​ເພື່ອ​ໃຫ້​ລາວ​ສາມາດ​ປະຕິບັດພາສາ​ຫວຽດນາມ ​ໃນບັນດາ​ສະພາບ​ຕົວ​ຈິງ. ບັນດາການເຄື່ອນໄຫວຊີວິດເຊັ່ນ: ໄປຕະຫຼາດເຕັດ, ຊື້ດອກໄມ້, ຕໍ່ລາຄາກໍ່ແມ່ນໃຊ້ໂດຍນາງເພື່ອຊ່ວຍໃຫ້ຜົວຂອງທ່ານນາງ ສື່ສານເປັນທໍາມະຊາດຫຼາຍຂຶ້ນ.

ບັນດາຄວາມພະຍາຍາມຂອງເຂົາເຈົ້າ ໄດ້ເກັບກ່ຽວບັນດາຜົນສໍາເລັດບໍ່ພຽງແຕ່ພາຍໃນຄອບຄົວເທົ່ານັ້ນ. ປະຈຸ​ບັນ, ທ່ານ ບຸ່ຍ​ເຊີນ ໄດ້ສາມາດ​ສື່ສານ, ອ່ານ​ປຶ້ມ, ໜັງສືພິມ​ເປັນ​ພາສາ​ຫວຽດນາມ. ພິເສດ, ຊ່ອງ TikTok "Dieu ho Li Son" ຂອງຄູ່ຜົວເມີຍ ກໍ່ໄດ້ດຶງດູດ Like ຫຼາຍກວ່າ 330.000 ຄັ້ງ ແລະ ມີຄົນຕິດຕາມຫຼາຍກວ່າ 8.000 ຄົນ. ບັນດາວິ​ດີ​ໂອ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຕະຫຼົກເທົ່ານັ້ນ ຫາກຍັງມີເຕັມໄປດ້ວຍແຮງບັນດານໃຈ, ຊ່ວຍ​ເຜີຍ​ແຜ່​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ​ ຢ່າງ​ເປັນ​ທຳ​ມະ​ຊາດ. ມັນຫນ້າສົນໃຈທີ່ຈະເຫັນສາວລັດເຊຍ ສອນພາສາຫວຽດນາມ ໃຫ້ຜົວທີ່ມີເຊື້ອຊາດຫວຽດນາມ", ຜູ້ຕິດຕາມຄົນຫນຶ່ງໃຫ້ຄໍາເຫັນ.

ສົ່ງແຮງບັນດານໃຈຮຽນ​ພາ​ສາ​ຫວຽດນາມ ຈາກ​ສູນ​ການ​ສອນ​ສາ​ກົນ

​ເລື່ອງຂອງທ່ານນາງ Liliya ແລະ ທ່ານ ບຸ່ຍ​ເຊີນ ​ແມ່ນ​ຫຼັກຖານ​ໃຫ້​ເຫັນຄວາມ​ຮັກ​ແພງພາສາຫວຽດນາມ ສາມາດ​ແຜ່​ລາມ​ໄປ​ເຖິງ​ຜູ້​ໃດ​ກໍ່​ຕາມ, ບໍ່​ວ່າ​ຈະມີເຊື້ອຊາດ ຫຼື ຫ່າງ​ໄກ​ດ້ານພູມສັນຖານກໍ່ຕາມ. ບໍ່​ພຽງ​ແຕ່ທ່ານນາງ Liliya ​ເທົ່າ​ນັ້ນ, ​ໃນ​ທົ່ວ​ໂລກ, ຫາກຍັງມີ​ຊາວ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ທີ່​ຮັກ​ແພງ ​ແລະ ​ເລືອກສອນພາສາ​ຫວຽດນາມ, ​ແມ່ນ​ແຕ່​ໃຫ້​ຊາວ​ຫວຽດນາມ ​ເປັນ​ຕົ້ນ.

ຢູ່​ຝຣັ່ງ, ສະມາຄົມ​ມິດຕະພາບ​ຝຣັ່ງ - ຫວຽດນາມ ຢູ່ Bordeaux ​ໄດ້​ຮັກສາ​ການ​ສອນ​ພາສາ​ຫວຽດນາມ ​ໃນ​ໄລຍະ 30 ປີຜ່ານມາ. ​ແຕ່ລະ​ປີ, ສະມາຄົມ​ ກໍ່ໄດ້ຈັດ​ຕັ້ງ​ແຕ່ 4 – 5 ຊຸດຮຽນ, ດຶງ​ດູດ​ນັກ​ສຶກສາ​ຫລາຍສິບຄົນ, ບໍ່​ພຽງ​ແຕ່​ຊາວ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຊາວ​ຝຣັ່ງ​ ເປັນ​ຈຳນວນ​ຫຼວງ​ຫຼາຍນຳອີກ.

ຄົນຕ່າງ​ປະ​ເທດສົ່ງແຮງບັນດານໃຈ​ໃນ​ການຮ່ຳ​ຮຽນ​ ແລະ ເຜີຍ​ແຜ່​ພາ​ສາ​ຫວຽດນາມ

ເປີດຕູ້ປຶ້ມພາສາ​ຫວຽດ​ນາມ ເພື່ອ​ຮັບ​ໃຊ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ຝຣັ່ງ, ເດືອນ​ກໍ​ລະ​ກົດ 2024. (ພາບ: Quoc Trung)

ເມື່ອແລກປ່ຽນກັບສື່ມວນຊົນ, ທ່ານ Antoine Ertlé, ຜູ້ອຳນວຍການສູນພາສາຕ່າງປະເທດ ຢູ່ມະຫາວິທະຍາໄລ Bordeaux Montaigne ໃຫ້ຮູ້ວ່າ ການສອນພາສາຫວຽດນາມ ບໍ່ພຽງແຕ່ແມ່ນສ່ວນໜຶ່ງໃນຍຸດທະສາດເພື່ອຊຸກຍູ້ການຮຽນພາສາຕ່າງປະເທດຢູ່ຝຣັ່ງ ເທົ່ານັ້ນ, ຫາກຍັງຕອບສະໜອງຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຈາກປະຊາຊົນຊາວຫວຽດນາມ ພ້ອມທັງບັນດາຜູ້ທີ່ຮັກພາສານີ້. ສູນ​ດັ່ງກ່າວ​ ມີບັນດາ​​ອາ​ຈານສອນພາສາຫວຽດນາມ ທີ່​ມີລະດັບສູງ, ມີ​ຄວາມ​ສາມາດ ແລະ ວິທີ​ການ​ສອນ​ທີ່​ດີ, ສະ​ນັ້ນ​ໂຄງການ​ສິດສອນ​ພາສາ​ຫວຽດນາມ ​ໄດ້​ຮັບ​ການ​ນຳ​ໃຊ້​ແຕ່​ປີ 2018, ​ເລີ່​ມ​ຕົ້ນດ້ວຍບັນດາຫ້ອງຮຽນ​ຕອນຄ່ຳ. ບັນດາຫ້ອງຮຽນພາສາຫວຽດນາມ ບໍ່ພຽງແຕ່ສຸມໃສ່ຫຼັກໄວຍາກອນ, ຄຳສັບ ເທົ່ານັ້ນ, ຫາກຍັງສົມທົບບັນດາປັດໄຈທາງວັດທະນະທຳເຊັ່ນ​ ປະຫວັດສາດ, ຮີດຄອງ​ປະ​ເພນີ, ຊ່ວຍ​ໃຫ້​ນັກ​ສຶກສາ​ບໍ່​ພຽງ​ແຕ່​ຮຽນ​ພາສາ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ຮູ້ສຶກໄດ້​ເຖິງ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ຢ່າງ​ເລິກ​ເຊິ່ງກ່ວາ​ອີກ.

ທ່ານ Ertlé ຫວັງວ່າ ໃນອະນາຄົດຈະສາມາດເປີດກ້ວາງໂຄງການດັ່ງກ່າວ ເພື່ອມອບໃບຢັ້ງຢືນລະດັບມະຫາວິທະຍາໄລ, ປະລິນຍາຕີ, ຄືນຳໃຊ້ກັບໂຄງການພາສາເກົາຫຼີ. ພ້ອມ​ກັນ​ນັ້ນ, ສູນ​ຍັງ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ແລກປ່ຽນ​ກັບ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ, ເພື່ອສົ່ງ​ນັກ​ສຶກສາ​ຝຣັ່ງ ໄປຍັງຫວຽດນາມ ເພື່ອຝຶກງານພາສາ​ຫວຽດນາມ, ແລະ ກົງກັນຂ້າມ, ຕ້ອນຮັບ​ນັກ​ສຶກສາ​ຫວຽດນາມ ​ໄປຍັງ​​ຝຣັ່ງ ເພື່ອຮຽນ​ພາສາ​ຝຣັ່ງ.

ເລືອງລາວຂອງທ່ານາງLiliya Kholodova, ທ່ານ ບຸ່ຍ​ເຊີນ ແລະ ບັນດາ​ສູນ​ສອນ​ພາສາ​ຫວຽດນາມ ສາກົນ ຢືນຢັນ​ວ່າ ພາສາຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ພາສາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ວັດທະນະທຳຢ່າງເຂັ້ມແຂງອີກ​ດ້ວຍ. ຈາກ​ບັນ​ດາ​ຫ້ອງ​ຮຽນ​ຢູ່​ສູນ​ກາງ​ສາ​ກົນ​ເຖິງ​ວິ​ດີ​ໂອ​ທີ່​ເປັນ​ມິດ, ຕະ​ຫຼົກ​ຢູ່​ໃນ​ເຄືອ​ຂ່າຍ​ສັງ​ຄົມ, ຊາວ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ເຂດ​ແດນ​ທາງ​ພູ​ມິ​ສາດ, ສຳ​ຜັດ​ກັບ​ຫົວ​ໃຈ​ຂອງ​ຫລາຍ​ຄົນ​ໃນ​ທົ່ວ​ໂລກ. ບໍ່​ພຽງ​ແຕ່​ເປັນ​ມໍ​ລະ​ດົກ​ຂອງ​ຫວຽດ​ນາມ ​ເທົ່າ​ນັ້ນ, ພາ​ສາ​ນີ້​ໄດ້​ຂະ​ຫຍາຍ​ຕົວ ແລະ ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ວັດ​ທະ​ນະ​ທຳ​ທົ່ວ​ໂລກ.ຄວາມ​ພະ​ຍາ​ຍາມ​ຂອງ​ບຸກ​ຄົນ​ເຊັ່ນທ່ານນາງ Liliya ຫຼື​ ຊຸມ​ຊົນ​ການ​ຮຽນ​ຮູ້​ພາສາຫວຽດ​ນາມ ​ໃນ​ທົ່ວ​ໂລກ​ແມ່ນ​ຫຼັກ​ຖານທີ່ມີຊີວິດຊີວາໃຫ້ກຳລັງແຮງຂອງ​ພາ​ສາ. ບໍ່​ວ່າ​ຜ່ານ​ບົດ​ຮຽນ​ໃນ​ຫ້ອງ​ຮຽນ ຫຼື ​ເລື່ອງ​ລາວ​ປະ​ຈຳ​ວັນ​ທີ່​ໄດ້​ຮັບ​ການ​ແບ່ງ​ປັນ​ທາງ​ອອນ​ລາຍ, ທຸກ​ຄົນ​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ ແລະ ເຜີຍ​ແຜ່​ເອ​ກະ​ລັກ​ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ໃນ​ຍຸກ​ນີ້.

ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ

ຊາວ​ຫວຽດນາມ ອາໄສ​ຢູ່​ ກາ​ນາ​ດາ ​ເຜີຍ​ແຜ່​ຄວາມ​ເອກອ້າງທະນົງ​ໃຈຫວຽດນາມ

ຍສໝ - ​ໃນ​ບັນຍາກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດວັນທີ 2 ກັນຍາ ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະຊາ​ຄົມ​ຊາວ​ຫວຽດນາມ ອາໄສ​ຢູ່​ບາງ​ສະຖານທີ່​ຂອງ​ ກາ​ນາ​ດາ ​ໄດ້​ຈັດ​ພິທີເອົາ​ທຸງຊາດຂຶ້ນຢູ່​ສຳນັກງານເທດສະບານນະຄອນ ທີ່ພວກເຂົາດຳລົງ​ຊີວິດ​ເພື່ອ​ສະ​ແດງ​ຄວາມ​ເອກອ້າງທະນົງໃຈ ​ແລະ ນ້ຳໃຈຄວາມ​ສາມັກຄີພ້ອມ​ກັນ​ມຸ່ງໄປເຖິງປະ​ເທດ​ຊາດ​.

ຈີນ​ ສະ​ໜັບ​ຊ່ວຍເຫຼືອ​ການ​ກໍ່​ສ້າງ​ຫ້ອງອາຫານ ແລະ ​ໂພ​ຊະ​ນາ​ການ​ໃນໂຮງ​ຮຽນໃຫ້​ໂຮງ​ຮຽນ​ປະ​ຖົມ​ຢູ່​ເມືອງ​ລ້າງ​ເຊີ່ນ

ຈີນ​ ສະ​ໜັບ​ຊ່ວຍເຫຼືອ​ການ​ກໍ່​ສ້າງ​ຫ້ອງອາຫານ ແລະ ​ໂພ​ຊະ​ນາ​ການ​ໃນໂຮງ​ຮຽນໃຫ້​ໂຮງ​ຮຽນ​ປະ​ຖົມ​ຢູ່​ເມືອງ​ລ້າງ​ເຊີ່ນ

​ຍສໝ - ໂຄງການ “​ກໍ່​ສ້າງ​ຫ້ອງອາຫານ ​ແລະ ​ຊ່ວຍເຫຼືອ​ດ້ານ​ໂພ​ຊະ​ນາ​ການ​ໃນ​ໂຮງຮຽນ” ຢູ່ທີ່​ໂຮງຮຽນ​ປະຖົມ ກິມ​ດົ່ງ (ຕາ​ແສງ ກິມ​ດົ່ງ, ​ເມືອງ ​ຈາງ​ດິ່ງ, ​ແຂວງ​ລ້າງ​ເຊີ່ນ) ດ້ວຍ​ຍອດ​ມູນ​ຄ່າ 200.000 ຢວນ, ​ເທົ່າ​ກັບ 661 ລ້ານ​ດົ່ງ. ຄ່າ​ໃຊ້​ຈ່າຍ​ທັງ​ຫມົດ​ຂ້າງ​ເທິງ​ນີ້​ແມ່ນ​ສະ​ຫນອງ​ໃຫ້​ໂດຍ​ສະ​ຖານ​ທູດ​ຂອງ​ສາ​ທາ​ລະ​ນະ​ປະ​ຊາ​ຊົນ​ຈີນ ເຊິ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ລ້າ​.

ມີງດຶກ

ເຫດການ