ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ

16:23 | 29/09/2024

ຍສໝ- ວັນ​ທີ 25 ກັນຍາ, ຄະນະ​ການກຸສົນ​ຂອງ​ສະມາຄົມ​ຊາວຫວຽດນາມ ປະຈຳ​ເຂດ Kansai/ຍີ່ປຸ່ນ, ສະມາຄົມ​ການກຸສົນ ແຊນວ່າງ ເບີລິນ / ​ເຢຍລະ​ມັນ, ສະມາຄົມຕິດຕໍ່​ພົວພັນກັບຊາວຫວຽດນາມ ຢູ່​ຕ່າງປະ​ເທດ ພ້ອມໂຮງຮຽນ​ພາສາ​ຫວຽດນາມ ໄມ້ໄຜ່.... ​ໄດ້​ລົງ​ໄປຢ້ຽມຢາມ, ຊຸກຍູ້, ບໍລິຈາກ​ເຂົ້າສານ, ເຄື່ອງໃຊ້ປະຈຳ, ເຄື່ອງໃຊ້ໃນໂຮງຮຽນ ແລະ ມອບເງິນໜູນຊ່ວຍໃຫ້ບັນດາຄອບຄົວທີ່ຖືກຮັບຜົນກະທົບຈາກພະຍຸ ແລະ ນໍ້າຖ້ວມຢູ່ເມືອງ ດວານຮຸ່ງ, ແຂວງ ຝູ໋ເຖາະ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໋ງ: ສະຖານທູດຕ້ອງເອົາໃຈໃສ່ເຖິງ ຊາວຫວຽດນາມ ຢູ່ຕ່າງປະເທດ ດ້ວຍບັນດາການເຄື່ອນໄຫວທີ່ລະອຽດ ແລະແທດຈິງ
ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ

ລະອຽດ, ​ສະ​ມາ​ຄົມ​ຕິດ​ຕໍ່​ພົວ​ພັນ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ​ໄດ້​ມອບປື້ມ 4.000 ຫົວ ແລະ ບິກ 2.000 ກ້ານ; ປະຊາຄົມຊາວຫວຽດນາມ ຢູ່ເຂດ Kansai/ຍີ່ປຸ່ນ ແລະ ໂຮງຮຽນພາສາຫວຽດນາມໄມ້ໄຜ່ ໄດ້ມອບເຂົ້າສານ 3 ໂຕນ; ສະຖາບັນນຳໃຊ້ເຕັກໂນໂລຊີ ແລະ ພັດທະນາການສຶກສາ ແລະ ບໍລິສັດ Educhain ຫວຽດນາມ ໄດ້ບໍລິຈາກເຂົ້າສານ 2 ໂຕນ ແລະ ເຄື່ອງໃຊ້ທີ່ຈຳເປັນ; ສະມາຄົມການກຸສົນ ແຊນວ່າງ ເບີລີນ /ເຢຍລະມັນ ໄດ້ບໍລິຈາກເງິນ 60 ລ້ານ ແລະ ໄດ້ໄປຢ້ຽມຢາມໂດຍກົງ, ຊຸກຍູ້ບັນດາຄອບຄົວທີ່ຖືກຮັບຜົນກະທົບໜັກຈາກພະຍຸ ແລະ ນໍ້າຖ້ວມຢູ່ຕາແສງ ຮຸ່ງຊວຽນ, ເມືອງ ດວານຮຸ່ງ.

ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ

ປະຊາຄົມຊາວຫວຽດນາມ ຢູ່ເຂດ Kansai/ຍີ່ປຸ່ນ ແລະ ໂຮງຮຽນພາສາຫວຽດນາມໄມ້ໄຜ່ ມອບເຂົ້າສານ 3 ໂຕນ.

ກ່າວ​ຄຳ​ປາໄສທີ່​ພິທີ​ມອບ​ເຄື່ອງຊ່ວຍເຫຼືອ, ທ່ານ​ນາງ ​ເລ​ເທືອງ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ​ເຂດ Kansai, ຮອງ​ປະທານ​ສະຫະພັນ​ບັນດາ​ສະມາຄົມ​ຊາວ​ຫວຽດນາມ ຢູ່ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ປະຊາ​ຄົມ​ຊາວຫວຽດນາມ ຢູ່ ຍີ່​ປຸ່ນ ​ໄດ້​ຈັດ​ຕັ້ງ​ພິທີ​ບູຊາບັນພະບູລຸດ ຮຸ່ງເວືອງ ຢ່າງສຳເລັດຜົນ 6 ຄັ້ງ​ ​ເພື່ອ​ຕັກ​ເຕືອນ​ຊາວ​ຫວຽດນາມ ​ລຸ້ນຕ່າງໆ​ກ່ຽວ​ກັບ​ຄວາມ​ຮູ້​ບຸນຄຸນ​ຕໍ່​ກົກເຫງົ້າເຄົ້າກໍບັນພະບຸລຸດ.

ທ່ານ​ນາງ ​ເລ​ເທືອງ ​ເນັ້ນ​ໜັກ​ວ່າ: ບັນດາ​​ເຄື່ອງຊ່ວຍເຫຼືອເລັກໝນ້ອຍໆ​ນີ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ເຂດ​ Kansai ​ເວົ້າ​ສະເພາະ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ - ​ໂດຍ​ສະ​ເພາະ​ແມ່ນ​ພໍ່ແມ່​ປະຊາຊົນ​ທີ່ຖືກຮັບຜົນກະທົບຢ່າງໜັກໜ່ວງຈາກພະຍຸເລກທີ 3 ແລະ ນໍ້າຖ້ວມ ເມື່ອບໍ່ດົນມານີ້ ຢູ່ບ້ານເກີດ​ເມືອງ​ນອນ.

ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ

ສະມາຄົມການກຸສົນ ແຊນວ່າງ ເບີລິນ /ເຢຍລະມັນ ໄດ້ບໍລິຈາກເງິນ 60 ລ້ານ ແລະ ໄປຢ້ຽມຢາມໂດຍກົງ , ເປັນກຳລັງໃຈໃຫ້ບັນດາຄອບຄົວທີ່ໄດ້ຖືກຮັບຜົນກະທົບໜັກຈາກພະຍຸ ແລະ ນໍ້າຖ້ວມ.

“ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຫ່າງ​ໄກ​ຫຼາຍ​ແຫ່ງ​ຄື​ພວກ​ຂ້າພະ​ເຈົ້າ​ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ດ້ວຍ​ນ້ຳ​ໃຈ​ຮັກ​ແພງ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ແສງ​ຕາ​ເວັນ​ຈະກັບຄືນ​ຂຶ້ນຢູ່ຜືນ​ແຜ່ນດິນ​ຂອງ​ບ້ານເກີດເມືອງນອນ, ​ເສດຖະກິດ​ຈະ​ດີ​ຂຶ້ນ ​ແລະ ປະຊາຊົນ​ຈະ​ກັບ​ຄືນ​ມາທຳການ​ຜະລິດໄດ້ໂດຍ​ໄວ”, ທ່ານນາງ ເລເທືອງ ແບ່ງປັນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.