ຜັນຂະຫຍາຍບັນດາວິທີການປົກປ້ອງພົນລະເມືອງ ຢູ່ພາກພື້ນຕາເວັນອອກກາງ ແລະ ຍີ່ປຸ່ນ

07:10 | 22/10/2024

ຍສໝ - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ກ່ຽວ​ກັບ​ສະພາບ​ການ​ພົນລະ​ເມືອງ ຫວຽດນາມ ຢູ່ອິດສະຣາແອນ, ລີບັງ ​ແລະ ອີຣານ ​ໃນ​ສະຖານະການ​ຄວາມເຄັ່ງ​ຕຶງທີ່ພວມເພີ່ມຂຶ້ນ ​ແລະ ສະພາບການຂອງບັນດາ​ພົນລະ​ເມືອງ ຫວຽດນາມ ທີ່ຖືກ​ຄື້ນ​ທະ​ເລຢູ່​ທະ​ເລ Ibaraki, ປະ​ເທດ ຍີ່ປຸ່ນ ​ພັດໄຫຼ​ໄປ​.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ອາຊຽນ ແລະ ຍີ່ປຸ່ນ ໄດ້ຮັບຮອງເອົາຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ

ວັນ​ທີ 17 ຕຸລາ​ 2024, ທີ່ການປະຊຸມຖະແຫຼງຂ່າວ​ປະຈຳ​ຂອງກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ໂດຍຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ​ກ່ຽວ​ກັບ​ສະພາບ​ການ​ພົນລະ​ເມືອງ​ຫວຽດນາມ ​ຢູ່ອິດສະຣາ​ແອນ, ​ລີບັງ ​ແລະ ອີຣານ ​ໃນ​ສະຖານະການຄວາມ​ເຄັ່ງ​ຕຶງທີ່ພວມເພີ່ມຂຶ້ນ ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

ຕາມ​ຂໍ້​ມູນ​ຈາກບັນດາ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ບັນດາພົນລະ​ເມືອງ ຫວຽດນາມ ​ໃນ​ປະຈຸ​ບັນ​ຍັງມີ​ຄວາມ​ປອດ​ໄພ. ບັນດາ​ອົງການຜູ້ຕາງໜ້າ ​ໄດ້ອັບເດດຂໍ້ມູນ​​, ສະພາບການໃໝ່ໃຫ້​ປະຊາຊົນ​ຢ່າງ​ຕໍ່ເນື່ອງ ແລະ ​ໄດ້​ອອກບັນດາ​ຄຳ​ເຕືອນ​ໃຫ້​ຊາວ​ຫວຽດນາມ ຕິດຕາມ​ສະພາບ​ການ​ຢ່າງ​ໃກ້ຊິດ, ​ເອົາ​ໃຈ​ໃສ່​ເຖິງ​ການ​ເດີນທາງ ​ແລະ ເປັນເຈົ້າການໃນການເຄື່ອນຍ້າຍໄປລີ້ໄພຢູ່ບັນດາ​ສະຖານີ​ລົດ​ໄຟ​ໃຕ້​ດິນ​ໃນ​ກໍລະນີ​ສຸກ​ເສີນ.

ປະຈຸ​ບັນຍັງ​ມີ​ພົນລະ​ເມືອງ ​ຫວຽດນາມ 700 ກວ່າ​ຄົນ​ ຢູ່ອິດສະຣາ​ແອນ; ພົນລະ​ເມືອງ ​ຫວຽດນາມ 13 ຄົນ​ ຢູ່ ລີບັງ ​ແລະ ພົນລະ​ເມືອງ​ ຫວຽດນາມ 8 ຄົນ​ ຢູ່ ​ອີຣານ.

ໂດຍປະຕິບັດຕາມຄວາມເຫັນຊີ້ນຳ​​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ຢູ່​ພາກພື້ນ​ຕາ​ເວັນ​ອອກ​ກາງ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາອົງການທີ່ມີໜ້າທີ່ຢູ່ທ້ອງຖິ່ນ, ບັນດາຜູ້ຕິດຕໍ່ປະສານງານ​ໃນ​ຊຸມ​ຊົນ ​ເພື່ອອັບເດດ​ສະພາບ​ການ, ເປັນເຈົ້າການ​ຢື້ຢາມຖາມຂ່າວ, ປຸກລະດົມປະຊາ​ຄົມ​ຊາວ ຫວຽດນາມ ທີ່ຢູ່​ບັນດາ​​ເຂດ​ພວມ​ມີ​ການ​ປະ​ທະ​ກັນເກີດ​ຂຶ້ນຢ່າງເປັນປະຈຳ, ຂຶ້ນແຜນ ​ແລະ ກຽມພ້ອມບັນດາແຜນງານ​ປົກປ້ອງ, ອົບພະຍົບພົນລະ​ເມືອງ​ໃນ​ກໍລະນີ​ທີ່ຈຳ​ເປັນ.

ຜັນຂະຫຍາຍບັນດາວິທີການປົກປ້ອງພົນລະເມືອງ ຢູ່ພາກພື້ນຕາເວັນອອກກາງ ແລະ ຍີ່ປຸ່ນ

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ.

ເມື່ອຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ ກ່ຽວ​ຂ້ອງກັບ​ວຽກ​ງານ​ປົກປ້ອງ ​ແລະ ສະພາບ​ການ​ຂອງ​ບັນດາພົນລະ​ເມືອງ ​ຫວຽດນາມ ​ທີ່ຖືກ​ຄື້ນ​ທະ​ເລ​​ຢູ່​ທະ​ເລ Ibaraki, ປະ​ເທດ ຍີ່ປຸ່ນ ພັດໄຫຼໄປນັ້ນ, ​ທ່ານນາງ ຟ້າ​ມທູ​ຮັ່ງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:

ຕາມ​ຂໍ້ມູນຈາກບັນດາອົງການ​ທີ່ມີໜ້າທີ່ ຍີ່ປຸ່ນ, ຕອນ​ຄ່ຳ​ວັນ​ທີ 12 ຕຸລາ 2024, ພົນລະ​ເມືອງ​ ຫວຽດນາມ 4 ຄົນ ເມື່ອພວມໄປຫາປາຢູ່ແຄມຝັ່ງທະເລ ເມືອງ Kamisu , ແຂວງ Ibaraki (ພາກ​ຕາ​ເວັນ​ອອກ​ຍີ່ປຸ່ນ) ໄດ້ຖືກ​ຄື້ນທະ​ເລພັດ​ໄຫຼ​​ໄປ​. ບັນດາກຳລັງທີ່ມີໜ້າທີ່ ໄດ້​ຊອກເຫັນ​ 2 ​ຄົນ​ມີອາການ​ສຸ​ຂະ​ພາບ​ປົກກະຕີ ແລະ​ ກຳ​ລັງ​ພະ​ຍາ​ຍາມ​ຊອກ​ຫາບັນດາ​ຜູ້​ຫາຍ​ສາບ​ສູນ.

ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຊີ້​ນຳ​ບັນດາ​ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ຍີ່ປຸ່ນ ​ເລັ່ງ​ສົມທົບ​ກັບ​ບັນດາອົງການ​ທີ່ມີໜ້າທີ່ຢູ່ທ້ອງ​ຖິ່ນ ​ເພື່ອຊອກຮູ້ກ່ຽວກັບເຫດການ, ສົມທົບ​ກັນ​ຢັ້ງຢືນ​ຕົວ​ຕົນ ​ແລະ ໜູນ​ຊ່ວຍ​ການ​ຊອກຫາ, ກູ້ຊີບ, ​ຄົ້ນ​ຫາ​ບັນດາຜູ້​ຫາຍ​ສາບ​ສູນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ

ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາຕ້ອນຮັບເຈົ້າຊາຍ ແລະ ເຈົ້າຍິງ ຍີ່ປຸ່ນ

ຍສໝ - ການຢ້ຽມຢາມຂອງເຈົ້າຊາຍ ແລະ ເຈົ້າຍິງ ຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ

ແທັງຮັ່ງ

ເຫດການ
302 Found

Found

The document has moved here.