ຍສໝ - ບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ມີຄວາມເປັນກຽດເມື່ອໄດ້ຮ່ວມເດີນທາງກັບບັນດາວິສາຫະກິດ ແລະ ອົງການລັດຖະບານໃນການເພີ່ມທະວີການເຊື່ອມຈອດ, ພັດທະນາການຂົນສົ່ງ ແລະ ຂະແໜງກະສິກຳ.
ຍສໝ - ຕອນບ່າຍວັນທີ 28 ກຸມພາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ນຳໂດຍທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ມີການພົບປະກັບການນຳແຂວງ ລາຍເຈົາ. ທ່ານນາງ ຫງວຽນເຟືອງງາ ໄດ້ສະເໜີໃຫ້ແຂວງ ລາຍເຈົາ ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການແຮກສ່ຽວລະຫວ່າງໝູ່ບ້ານກັບບັນດາທ້ອງຖິ່ນຂອງແຂວງຢຸນນານ (ຈີນ).
ຍສໝ - ວັນທີ 28 ກຸມພາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2022 ແລະ ວາງອອກການກຳນົດທິດການເຄື່ອນໄຫວ ປີ 2023.
ຍສໝ - ວັນທີ 28 ກຸມພາ, ແຂວງກວາງບິ່ງ ແລະ ຄຳມ່ວນ ລາວ ໄດ້ເປີດປະຕູດ່ານຊາຍແດນ ກ່າຣອງ - ໜອງມ້າ ຢ່າງເປັນທາງການເພື່ອຮັບໃຊ້ໃຫ້ແກ່ປະຊາຊົນເຂດຊາຍແດນສອງປະເທດ ຫວຽດນາມ - ລາວ ໄດ້ເດີນທາງໄປຢຶ້ຢາມຖາມຂ່າວ ແລະ ແລກປ່ຽນ, ສົ່ງສິນຄ້າຜ່ານແດນ ພາຍຫຼັງທີ່ຖືກປິດເປັນເວລາ 3 ປີ.
ຍສໝ - ວັນທີ 24 ກຸມພາ, ຢູ່ນະຄອນເຫ້ວ, ກົມກວດກາປ່າໄມ້ ຫວຽດນາມ ສົມທົບກັບກົມກວດກາປ່າໄມ້ ລາວ ຈັດຕັ້ງກອງປະຊຸມສະຫຼຸບການຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍໃນໄລຍະ 2017 – 2022 ແລະ ປຶກສາຫາລືບັນດາການເຄື່ອນໄຫວສົມທົບກັນໄລຍະ 2023 – 2028.
ຍສໝ - ໃນເວລາເກືອບ 2 ເດືອນຕົ້ນປີ 2023, ຈີນໄດ້ນຳເຂົ້າສິນຄ້າຜ່ານທາງລົດໄຟຈີນ - ລາວເພີ່ມຂຶ້ນທົບ 5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຍສໝ - ຫວ່າງມໍ່ໆມານີ້, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບບ້ານມິດຕະພາບ ເວເນຊູເອລາ - ຫວຽດນາມ ເຂົ້າຮ່ວມວັນບຸນ Carnaval ທີ່ເປັນມູນເຊື້ອຂອງເວເນຊູເອລາ ໂດຍນະຄອນ Caracasຈັດຕັ້ງຢູ່ໃຈກາງນະຄອນຫຼວງ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງຜູ້ແທນຫຼາຍທ່ານທີ່ການໂອ້ລົມສົນທະນາ: ການພົວພັນ ຫວຽດນາມ - ອາເມລິກາ: 10 ປີແຫ່ງຄູ່ຮ່ວມມືຢ່າງຮອບດ້ານ ແລະ ແງ່ຫວັງ ເຊິ່ງໄດ້ດຳເນີນໃນວັນທີ 25 ກຸມພາ 2023 ຢູ່ຮ່າໂນ້ຍ ໂດຍສະໂມສອນ ຮ່າໂນ້ຍ ຂອງອະດີດນັກຮຽນ ຫວຽດນາມ ຢູ່ ອາເມລິກາ (VUSAC Hanoi) ແລະ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຂຶ້ນ.
ທ່ານ ຮອງປະທານສະພາແຫ່ງຊາດ ເຈີນແທງເໝີນ ກ່າວວ່າ ໄລຍະຜ່ານມາ, ສະພາແຫ່ງຊາດ ໄດ້ຫັນບັນດາແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກເປັນລະບອບລະບຽບການ; ຕົກລົງບັນດາບັນຫາສຳຄັນໃນຂົງເຂດການຕ່າງປະເທດ
ຍສໝ - ໄລຍະຜ່ານມາ, ສອງຝ່າຍໄດ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນສະພາບການເຄື່ອນໄຫວອາດຊະຍາກຳຄ້າມະນຸດຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນຢ່າງໝັ້ນແກ່ນ, ຍາວນານລະຫວ່າງສອງປະເທດ.
ຍສໝ - ຕາມທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນແລ້ວ, ນະຄອນໂຮຈີມິນ ແມ່ນແຂວງນຳໜ້າດ້ານເສດຖະກິດ, ແມ່ນສູນວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ກໍ່ແມ່ນສູນການທ່ອງທ່ຽວໃຫຍ່ທີ່ສຸດຂອງ ຫວຽດນາມ. ກ່ອນເກີດພະຍາດໂຄວິດ - 19, ການທ່ອງທ່ຽວໄດ້ປະກອບສ່ວນ ສະເລ່ຍ 10 – 11% GRDP ຂອງນະຄອນ, ດຶງດູດເກືອບ 50% ແຂກທ່ອງທ່ຽວສາກົນ ແລະ 1/3 ຈຳນວນແຂກທ່ອງທ່ຽວພາຍໃນປະເທດ, ປະກອບສ່ວນ ¼ ລາຍຮັບການທ່ອງທ່ຽວຂອງທົ່ວປະເທດ.
ຍສໝ - ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ.
ຍສໝ - ວັນທີ 23 ກຸມພາ, ຢູ່ ປັກກິງ, ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2023).
ຍສໝ - ນະຄອນໂຮ່ຈີມິນ ຈະປະກາດບັນດາຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບສິດອຳນາດ, ຄວາມຮັບຜິດຊອບ, ໄລຍະປະຕິບັດບັນດາລະບຽບການບໍລິຫານ ໃຫ້ສະມາຄົມວິສາຫະກິດ ໂດຍໄວ.
ຍສໝ -ດ້ວຍຈຳນວນປະຊາກອນ ຫຼາຍກວ່າ 1,4 ຕື້ຄົນ, ອິນເດຍ ແມ່ນຕະຫຼາດໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນ ເພື່ອຊົມໃຊ້ບັນດາຜະລິດຕະພັນກະເສດ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ເຊັ່ນ: ໝາກໄມ້, ກາເຟ, ຊາ, ໝາກພິກໄທ, ໝາກຫິມະພານ.
ຍສໝ - ໂດຍສືບຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ອາທິດຜ່ານມາ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ໂດຍສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວາການສູນກາງພັກປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຊົມ, ສຳຫຼວດກວດກາຕົວຈິງຢູ່ສູນສິ່ງຢອດຍິ່ງໝູ່ບ້ານອາຊີບ ຫວຽດ ແລະ ມະຫາວິທະຍາໄລ VinUni (ເມືອງຢາເລິມ, ນະຄອນຮ່າໂນ້ຍ).
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ສ.ເກົາຫຼີ ນຳໂດຍທ່ານ Kim Hak Yong, ສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ.
ຍສໝ - ຕອນບ່າຍວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນ່າງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຫງວຽນເຟືອງງາ ໄດ້ໃຫ້ການຕ້ອນຮັບທ່ານ Mark Kent - ອະດີດເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ (ອາຍຸການ 2007-2010).
ຍສໝ - ທີ່ການພົບປະ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະທ່ານ Hun Sen ປະທານພັກ CPP, ນາຍົກລັດຖະມົນຕີກຳປູເຈຍ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບສະພາບການໂລກ, ພາກພື້ນ
ຍສໝ - ຕາມຂໍ້ມູນຈາກກອງບັນຊາທະຫານແຂວງ ເຊີນລາ, ອົງການປະຈຳສະພາສະໜອງເຂດປ້ອງກັນປະເທດແຂວງ ເຊີນລາ ຫາກໍ່ຈັດຕັ້ງປະຕິບັດແຜນການສະບັບເລກທີ 31/KH-UBND ລົງວັນທີ 2 ກຸມພາ 2023 ຂອງຄະນະກຳມະການປະຊາຊົນແຂວງ ເຊີນລາ ກ່ຽວກັບການຈັດຕັ້ງການຝຶກອົບຮົມພາສາຫວຽດ ໃຫ້ແກ່ພະນັກງານ ແລະ ທະຫານປະຊາຊົນຂອງ 9 ແຂວງ ສປປ ລາວ ໃນປີ 2023.
ຍສໝ - ຫວ່າງມໍ່ໆມານີ້, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນ ກູບາ ປະຈຳສະຫະປະຊາຊາດ, ເນື່ອງໃນໂອກາດທີ່ກູບາ ເລີ່ມດຳລົງບົດບາດເປັນປະທານ G77 ແລະ ຈີນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ຕີລາຄາສູງບົດບາດຂອງກູບາ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ພ້ອມກັນນັ້ນ ກໍເຊື່ອໝັ້ນວ່າ ກູບາຈະດຳລົງຕຳແໜ່ງປະທານ ກູ່ມ G77 ແລະ ຈີນ ຢ່າງສຳເລັດຜົນ. Mới đây, phát biểu tại cuộc gặp phái đoàn Cuba tại Liên hợp quốc, nhân dịp ...
ຍສໝ - ໃນອາທິດຜ່ານມາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ພົບປະແລກປ່ຽນກັບຄະນະຜູ້ແທນສະມາຄົມມິດຕະພາບສາກົນ ຍີ່ປຸ່ນ (JIFA) ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ. 2 ອົງການໄດ້ເຫັນດີເປັນເອກະພາບການຮ່ວມມືກັນຢ່າງເປັນປະຈຳ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ຜ່ານນັ້ນ ກໍປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ. Tuần vừa qua, tại Hà Nội, Hội hữu nghị Việt Nam - Nhật Bản đã giao lưu với ...
ກອງປະຊຸມປີນີ້ມີຄວາມໝາຍສຳຄັນຍ້ອນບັນດາຝ່າຍພວມມານະພະຍາຍາມ ເພີ່ມທະວີຄວາມວັດທະນາຖາວອນ ແລະ ສາມັກຄີລະຫວ່າງ ອາຊຽນ ແລະ ສ.ເກົາຫຼີໃນສະພາບການຊຸກຍູ້ການຮ່ວມມືໃນໄລຍະພາຍຫຼັງໂຄວິດ - 19.
ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕສີຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ EU - ອາຊຽນ ແລະ ສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ.
ຍສໝ - ວັນທີ 14 ກຸມພາ ປີ 2023, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Sandeep Arya ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງອິນເດຍ ປະຈຳ ຫວຽດນາມ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ, ຮັກສາການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາໃນພາກພື້ນ ແລະ ທົ່ວໂລກ.
ຍສໝ - ສຳນັກຂ່າວສານແຖວໜ້າຈີນ ໃນຂົງເຂດການເງິນ - ເສດຖະກິດ YICAI ຫາກໍ່ລົງບົດຂຽນຂອງນັກຮຽນຮູ້ Zhang Rui ສາດສະດາຈານ ເສດຖະສາດ, ຜູ້ອຳນວຍການສະມາຄົມຄົ້ນຄ້ວາຕະຫຼາດ ຈີນ ດ້ວຍຫົວຂໍ້ “GDP ການເຕີບໂຕສູງກ່ວາ 8%, ກຳລັງໜູນຂອງພື້ນຖານເສດຖະກິດ ຫວຽດນາມ ແມ່ນຫຍັງ”
ຍສໝ - ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ ອາເມລິກາ ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍໄວ