ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

14:00 | 02/03/2023

ຍ​ສ​ໝ - ວັນ​ທີ 28 ກຸມ​ພາ ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່​ງ​ຊາດ UNESCO ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2022 ແລະ ​ວາງ​ອອກການ​ກຳ​ນົດ​ທິດ​ການ​ເຄື່ອນ​ໄຫວ ປີ 2023.

ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ EuroCham ສະ​ເໜີ ຫວຽດ​ນາມ ປັບ​ປຸງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຮ່າ​ກິມງອກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ UNESCO ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ຜູ້​ຕາງ​ໜ້າ​ກາ​ນ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ການ​ນຳ​ບາງ​ແຂວງ, ນະ​ຄອນ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຫ້ອງວ່າ​ການ UNESCO ປະ​ຈຳ ຮ່າ​ໂນ້ຍ, ຜູ້​ຕາງ​ໜ້າ​ຄະ​ນະ​ຄຸ້ມ​ຄອງບັນ​ດາ​ນາມ​ມະ​ຍົດ UNESCO ປະ​ຈຳ ຫວຽດ​ນາມ ແລະ ນັກ​ຊ່ຽວ​ຊານ​ໃນ​ບັນ​ດາ​ຂົງ​ເຂດ​ຂອງ UNESCO.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການແຫ່ງ​ຊາດ UNESCO ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ປີ 2022 ຂອງ​ຄະນະ​ກຳມະການ​ໃນ​ບັນ​ດາຂົງ​ເຂດ​​ຮ່ວມ​ມື​ກັບ UNESCO. ຫວຽດນາມ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດ້ວຍ​ຄະ​ແນນ​ສຽງ​ສູງ​ສຸດ​ເຂົ້າເປັນ​ສະ​ມາ​ຊິກ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ເພື່ອ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ນາມ​ມະ​ທຳ ໄລຍະ 2022-2026.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ UNESCO ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຮ່າ​ກິມງອກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ດ້ວຍ 4 ນາມມະຍົດ, ​​​ໃນ​ນັ້ນ​ມີ: ​ເຄື່ອງປັ້ນດິນ​ເຜົາ​ຂອງ​ຊາວ​ເຜົ່າ​ຈຳ - ມໍລະດົກ​ວັດທະນະທຳນາມ​ມະ​ທຳ; 2 ມໍລະດົກ​ເອກະສານ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ຄື ແຜ່ນສີ​ລາ​ລຶກ ມາ​ຍາຍ ຢູ່​ທັດ​ສະ​ນີ​ຍະ​ພາບ ງູ​ແຮັງ​ເຊີນ ​ແລະ ເອ​ກະ​ສານ​ໜັງ​ສື​ຫວຽດ​ເດີມ ຢູ່​ໝູ່​ບ້ານ ເຈື່ອງ​ລຶວ; ນະຄອນ ກາວ​ແລ້ງ ​ເຂົ້າ​ຮ່ວມ​ຕາ​ໜ່າງນະ​ຄອນ​​ຮຽນ​ຮູ້​ທົ່ວ​ໂລກ​ຂອງ UNESCO. ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ເດືອນ 9/2022.

ສິ່ງ​ທີ່ເປັນ​ໜ້າສົນ​ໃຈ​ນັ້ນ​ແມ່ນ ປະຈຸ​ບັນ ຫວຽດນາມ ​ແມ່ນ​ສະມາຊິກ​ຂອງ 3 ກົນ​ໄກ​ບໍລິຫານ ​ແລະ ວິຊາ​ສະ​ເພາະ​ສຳຄັນ​ຂອງ UNESCO, ລວມ​ມີ: ສະພາ​ບໍລິຫານ ​ໄລຍະ 2021 – 2025; ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ, ເສີມ​ຂະ​ຫຍາຍ​ຄວາມ​ຫຼາກ​ຫຼາຍຂອງ​ເອ​ກະ​ສານ​ດ້ານ​ວັດທະນະທຳ ​ໄລຍະ 2021 - 2025, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳນາມ​ມະ​ທຳ ​ໄລຍະ 2022 - 2026. ບົດ​ບາດ ແລະ ທີ່​ຕັ້ງ​ຂອງ ຫວຽດ​ນາມ ຢູ່​ເວ​ທີ​ປາໄ​ສຫຼາຍ​ຝ່າຍທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ, ສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ຂອງ​ຄະນະ​ເລຂາ, ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ການ​ຕີ​ລາຄາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ໃນ​ປີ 2022.

ທ່ານ Christian Manhart, ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ປີ 2023, UNESCO ຈະສືບຕໍ່ໜູນຊ່ວຍເຄືອຂ່າຍບັນດານະຄອນທີ່ມີຫົວຄິດປະດິດສ້າງ, ການທ່ອງທ່ຽວແບບຍືນຍົງ, ຂະແໜງຫັດຖະກຳທ້ອງຖິ່ນ, ບັນດາເຄື່ອງໝາຍມໍລະດົກ, ການໂອ້ລົມສົນທະນາສຳຄັນກ່ຽວກັບອຸດສາຫະກຳວັດທະນະທຳ (ຮູບເງົາ) ຢູ່ ຫວຽດນາມ. ນອກຈາກ​ນັ້ນ, ຫ້ອງການ UNESCO ປະຈຳ ຫວຽດນາມ ຈະ​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສົນທິສັນຍາ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ນາມ​ມະ​ທຳ ​ປີ 2003.

ທ່ານ Christian Manhart ​ໃຫ້​ຮູ້​ວ່າ: “ເປົ້າ​ໝາຍ​ຈຸດ​ສຸມ​ໃນ​ປີ 2023 ​ແມ່ນ​ພວກ​ຂ້າພະເຈົ້າ​ຈະ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມສຳລັບ​ຊາວ​ໜຸ່ມ, ​ຜູ້ມີ​ຫົວ​ຄິ​ດ​ປະ​ດິດ​ສ້າງ ​ແລະ ຍູ້​ແຮງບັນດາ​ເວທີ​ປາ​ໄສ ​ແລະ ເຄືອ​ຂ່າຍ​ສາກົນ​ເຊື່ອມ​ຕໍ່ ຮ່າ​ໂນ້ຍ ກັບ ອາຊີ ​ແລະ ​ເອີ​ລົບ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.