ຫວຽດນາມ - ກຳປູເຈຍ: ເສີມຂະຫຍາຍການຄວບຄຸມຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງບົກ ແລະ ທາງທະເລ | |
ຫວຽດນາມ - ກຳປູເຈຍ ຖືເປັນສຳຄັນການຊຸກຍູ້ການຮ່ວມມືດ້ານກະສິກຳ 2 ຝ່າຍ |
ວັນທີ 18 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນກຳປູເຈຍ (CPP) ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ທ່ານ Hun Sen ປະທານພັກ CPP, ນາຍົກລັດຖະມົນຕີກຳປູເຈຍ.
![]() |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານ Hun Sen ປະທານພັກ CPP |
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານ Hun Sen ປະທານພັກ CPP, ນາຍົກລັດຖະມົນຕີກຳປູເຈຍ ໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບສະພາບການໂລກ, ພາກພື້ນ; ໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງຄວາມສໍາຄັນ, ຄວາມໝາຍດ້ານຍຸດທະສາດຂອງສາຍພົວພັນຫວຽດນາມ-ກໍາປູເຈຍ ທີ່ມີຕໍ່ຄວາມໝັ້ນຄົງ, ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
![]() |
ສ່ວນທ່ານ Hun Sen ປະທານພັກ CPP, ນາຍົກລັດຖະມົນຕີກຳປູເຈຍ ຢັ້ງຢືນວ່າ ໄປພ້ອມກັບການປັບປຸງ ແລະ ພັດທະນາການພົວພັນດ້ານການເມືອງ, ສອງຝ່າຍຄວນເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ເພື່ອຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດ.
ຢູ່ທີ່ນີ້, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກໍຕີລາຄາສູງໝາກຜົນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາ, ວິທະຍາສາດ - ເຕັກນິກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພ້ອມທັງສະເໜີບາງທິດທາງການຮ່ວມມືລະອຽດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ສອງຝ່າຍເຫັນດີເປັນເອກະພາບນໍາກັນວ່າ ໃນສະພາບການປັດຈຸບັນ, ສອງພັກ, ສອງລັດ ຄວນເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ, ສືບຕໍ່ຖືການພົວພັນດ້ານການເມືອງແມ່ນມີຄວາມໝາຍສໍາຄັນແຖວໜ້າເພື່ອກໍານົດທິດໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດ. ສອງຝ່າຍໄດ້ເຫັນດີຍູ້ແຮງສາຍພົວພັນການຮ່ວມມືລະຫວ່າງບັນດາອົງການຂອງພັກ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ແນວໂຮມ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດ.
ຄຳຮຸ່ງ