ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU

20:00 | 16/02/2023

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ EU - ອາ​ຊຽນ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ປະ​ຈຳ​ຫວຽດ​ນາມ.

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ
ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຍັງ​ຄົງ​ມີຫຼາຍຄວາມ​ໝັ້ນ​ໝາຍ

ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຟ້າມ​​ມິງຈິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ EU - ອາ​ຊຽນ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ປະ​ຈຳ​ຫວຽດ​ນາມ.

ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່ EU ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 5 ​ແລະ ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ 3 ຂອງ ຫວຽດນາມ; ​ສ່ວນ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດໃນກຸ່ມ ອາ​ຊຽນ ​ຂອງ EU. ພິ​ເສດ, ດ້ວຍສັນຍາ​ການ​ຄ້າ​ເສລີ ​ອີ​ຢູ - ຫວຽດນາມ (EVFTA) ​ແມ່ນ​ກຳລັງໜູນ​ສຳ​ຄັນ ຊ່ວຍ​ຊຸກຍູ້​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປີ 2022, ວົງ​ເງິນ​ການ​ຄ້າ​​ບັນລຸ 62,4 ຕື້ USD, ​ເພີ່ມ​ຂຶ້ນ 9,8% ​ເມື່ອ​ທຽບ​ໃສ່​ກັບ 2021.

2 ຝ່າຍ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ມີ​​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ຂຸດ​ຄົ້ນ​ພາຍຫຼັງ​ສັນຍາ​ອາ​ລັກ​ຂາ​ການ​ລົງທຶນ (EVIPA) ​ມີ​ຜົນ​ສັກສິດ. ປະຈຸ​ບັນ, 12/27 ປະ​ເທດ​ສະມາຊິກ EU ​ໄດ້​ໃຫ້​ສັດຕະຍາບັນ​ສັນຍາ EVIPA.

ກ່າວ​ຄຳ​ເຫັນ​ທີ່​ການເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ຊີ້​ແຈ້ງວ່າ: ພາຍຫຼັງ 36 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ຫລາຍ​ຢ່າງ. ຮອດ​ທ້າຍ​ປີ 2022, ຂອບ​ຂະ​ໜາດ​ເສດຖະກິດ​ຫວຽດນາມ ຄາດ​ວ່າ​ຈະ​ບັນລຸ 409 ຕື້ USD, ລາຍ​ຮັບ​ຕໍ່​ຫົວ​ຄົນ​ປະມານ 4.100 USD; ຂອບຂະ​ຫນາດ​ການ​ຄ້າ​ຂຶ້ນ​ກັບ​ກຸ່ມ 30 ພື້ນ​ຖານເສດ​ຖະ​ກິດແຖວ​ໜ້າ​ກ່ຽວ​ກັບ​ການ​ຄ້າ​ສາ​ກົນ​. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ 15 ສະບັບ​ກັບ 60 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ໃນ​ນັ້ນ​ມີ EU ​ແລະ ນັບ​ມື້​ນັບ​ຫັນບັນດາ​ຕະຫຼາດ, ຜະລິດ​ຕະພັນ ​ແລະ ລະ​ບົບ​ສະໜອງ​ເປັນຫຼາຍ​ຮູບ​ແບບ.

​ໃນ​ປີ 2022, ​ເສດຖະກິດ​ມະຫາ​ພາກໄດ້ຮັບການຮັກສາ​ເປັ​ນ​ປົກ​ກະ​ຕິ; ອັດຕາເງິນເຟີ້ໄດ້​ຮັບ​ການຄວບຄຸມ, ຄວາມດຸ່ນດ່ຽງສໍາຄັນໄດ້​ຮັບ​ປະ​ກັນ; ການເຕີບໂຕ GDP ໃນປີ 2022 ບັນລຸກວ່າ 8%; ວົງ​ເງິນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ບັນລຸ​ກວ່າ 732 ຕື້ USD, ​ເພີ່ມ​ຂຶ້ນ 9,5%, ວົງ​ເງິນ​ການສົ່ງ​ອອກ​ເກີນ​ດຸນບັນ​ລຸ​ກວ່າ 11 ຕື້ USD; ທຶນ FDI ບັນລຸປະມານ 22,4 ຕື້ USD, ສູງທີ່ສຸດໃນ 5 ປີຜ່ານມາ. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ມີ​ນັກ​ລົງທຶນ​ທີ່​ມາ​ຈາກ 142 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ດ້ວຍ 36.400 ກວ່າ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 440 ຕື້ USD.

ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ, ​ພື້ນ​ຖານເສດຖະກິດ​ພວມ​ຢູ່​ໃນ​ໄລຍະ​ຫັນປ່ຽນ, ພາຍຫຼັງ​ສົງຄາມ​ຫຼາຍ​ປີ, ຫວຽດ​ນາມ​ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ສະ​ນັ້ນ ​ໃນ​ຂະ​ບວນການ​ຮ່ວມ​ມື, 2 ຝ່າຍ​ຕ້ອງ​ມີຄວາມ​ຈິງ​ໃຈ ​ແລະ ອົດທົນ, ຮັບຟັງ, ມີ​ການ​ແລກປ່ຽນນຳ​ກັນ, ຊອກ​ຫາ​ວິ​ທີ​ການແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເປີດ​ກວ້າງ, ເປັນ​ມິດ ແລະ ມີ​ຄວາມ​ຮັບຜິດຊອບນຳ​ກັນ ​ເພື່ອ​ເຮັດ​ໃຫ້​ດີ​ກ່ວາ​ອີກ ບົນ​ຈິດ​ໃຈ “ຜົນ​ປະ​ໂຫຍ​ດທີ່​ກົມກຽວ, ແບ່ງ​ປັນຄວາມ​ສ່ຽງ”, “​ເວົ້າແທ້​ເຮັດຈິງ, ​ໄດ້ໃຫ້ຄຳ​ໝັ້ນ​ສັນ​ຍາແລ້ວຕ້ອງປະຕິບັດ​, ​ໄດ້ປະຕິບັດແລ້ວຕ້ອງ​ບັນ​ລຸ​ໄດ້​ໝາກຜົນ”.

ທ່ານ Jens Ruebbert, ຮອງ​ປະທານສະພາບໍລິຫານຂອງ​ສະ​ພາວິ​ສາ​ຫະ​ກິດ EU - ອາ​ຊຽນ ​ໃຫ້​ຮູ້​ວ່າ ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ວິ​ສາ​ຫະກິດ​ 50 ກວ່າ​ທ່ານ​. ນີ້​ແມ່ນ​ຄະ​ນະ​ປະ​ຕິ​ບັດ​ງານທຳ​ອິດ​ໃນ​ປີ 2023 ຂອງສະ​ພາວິ​ສາ​ຫະ​ກິດ EU - ອາ​ຊຽນ, ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ຫວຽດນາມ.

ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ EU
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຟ້າມ​​ມິງຈິງ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ EU - ອາ​ຊຽນ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ປະ​ຈຳ​ຫວຽດ​ນາມ (ພາບ: TTXVN)

ທ່ານ​ກໍ່​ສ​ະ​ແດງ​ຄວາມຊົມ​ເຊີຍຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ເຊິ່ງ ​ຫວຽດນາມ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ​ໃນ​ການ​ຄວບ​ຄຸມ​ພະຍາດ, ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ, ​ນຳ​ຫວຽດນາມ ກາຍ​ເປັນ​ປະກົດ​ການໜຶ່ງ​ໃນ​ໂລກ, ​ເປັນ​ຈຸດໝາຍ​ດຶງ​ດູດ​ນັກທຸລະກິດ. ຫວຽດນາມ ​ພວມ ​ແລະ ຈະສວມ​ບົດບາດ​ສຳຄັນ​​ຕໍ່ກັບ EU ​ໃນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນກວ່າ​ອີກ​, ເປັນ​ຕົ້ນ​ແມ່ນ​ໃນ​ໂລກທີ່​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ​ໃນ​ປະຈຸ​ບັນ.

ທ່ານ Alain Cany, ປະທານ EuroCham ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ບັນດາຜົນງານ ແລະໝາກຜົນໃໝ່ໃນການຜັນ​ຂະ​ຫຍາຍສັນຍາ EVFTA ໃນໄລຍະຈະມາເຖິງ ແລະ ຢືນຢັນວ່າ ບັນດາວິສາຫະກິດຈະຕັ້ງໜ້າຊຸກຍູ້ການຮັບຮອງເອົາສັນຍາ EVIPA. ທ່ານ Jens Ruebbert ​ແລະ ທ່ານ Alain Cany ​ໄດ້​ຍົກ​ອອກ​ບາງ​ຄຳ​ຖາມ ​ແລະ ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ນະ​ໂຍບາຍ​ພະລັງງານ​ແຮງລົມ​ນອກຊາຍ​ຝັ່ງ; ການວາງແຜນຜັງພື້ນທີ່ທາງທະເລແຫ່ງຊາດ; ການວາງແຜນຜັງພັດທະນາໄຟຟ້າ VIII; ແຜນ​ທີ່​ການ​ປະ​ຕິ​ຮູບ​ຂະ​ແຫນງ​ສາ​ທາ​ລະ​ນະ​ສຸກ ​ແລະ ​ບັນ​ຊີ​ລາຍ​ຊື່ຢຸກຢາທີ່​ປະ​ກັນ​ໄພຈ່າຍ​; ການ​ຕໍ່​ອາຍຸ​ໜັງ​ສື​ອະນຸຍາດອອກ​ແຮງ​ງານ​ໃຫ້​ແກ່ຊາວ​ຕ່າງປະ​ເທດ…

ພາຍຫຼັງ​ຮັບ​ຟັງ​ຄຳ​ເຫັນ ​ແລະ ຄຳ​ຕອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ ​ກໍ່​ຄືການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ; ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ອີ​ຢູ ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ​ກ່​ວາ​​ອີກ.

ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈບັນດາຄຳເຫັນທີ່ໄດ້​ຍົກ​ອອກ​ມາ​ຢູ່ກອງປະຊຸມ ໂດຍສະແດງໃຫ້ເຫັນຄວາມຮັບຜິດຊອບ, ການແບ່ງປັນ, ການຮ່ວມ​ເດີນ​ທາງ, ການສະໜັບສະໜູນຂອງບັນດາຄູ່ຮ່ວມມື, ວິສາຫະກິດ, ນັກລົງທຶນໃນໄລຍະທີ່ຜ່ານມາກັບຫວຽດນາມ, ພິເສດແມ່ນໃນໄລຍະການລະບາດຂອງພະຍາດໂຄວິດ-19; ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ບັນດາ​ອົງການ​ຂອງ​ຫວຽດນາມ ຍິ່ງ​ເຫັນ​ໄດ້​ເຖິງຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່ຢືນຢັນ​ວ່າ ຫວຽດນາມຢຶດ​ໝັ້ນ​​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເປັນ​ເພື່ອນມິດ, ຄູ່​ຮ່ວມ​ມື​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ພົວພັນ​ຕ່າງປະ​ເທດ, ຕັດ​ສິນ​ໃຈສ້າງ​ພື້ນຖານ​ເສດຖະກິດເປັນ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ ໄປ​ຄຽງ​ຄູ່​ກັບ​ຄວາມ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ, ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ; ​ຖື​ກຳ​ລັງ​ພາຍ​ໃນ​ເປັນ​ພື້ນ​ຖານ, ຍຸດ​ທະ​ສາດ, ການ​ຕັດ​ສິນ​ໃຈ, ໄລ​ຍະ​ຍາວ, ກຳ​ລັງ​ພາຍ​ນອກ​ເປັນ​ສຳ​ຄັນ, ບຸກ​ທະ​ລຸ.

ຫວຽດນາມ ກໍ່ພວມ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ແປງ​ຮູບ​ແບບ​ການ​ເຕີ​ບ​ໂຕ, ດຳ​ເນີນ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ບົນ​ພື້ນຖານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ​ໃນ​ນັ້ນ​ໃຫ້ບຸລິມະສິດ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຄື: ​ເສດຖະກິດ​ດີ​ຈີ​ຕອນ, ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕສີ​ຂຽວ, ​ເສດຖະກິດໝູນວຽນ. , ອຸດສາຫະກໍາເຕັກໂນໂລຢີສູງ, ກະສິກໍາລະບົບນິເວດ; ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ຄວາມ​ຮັບຜິດຊອບ.

ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຂະ​ແໜງ​​ເສດຖະກິດ​ທີ່ມີ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ນັກ​ລົງທຶນ; ​ເຄົາລົບ, ຊຸກຍູ້ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້ເຂດ​ນີ້​ພັດທະນາ​ໃນ​ໄລຍະ​ຍາວ, ມີ​ການຮ່ວມ​ມື ​ແລະ ແຂ່ງຂັນ​ກັນ​ຢ່າງ​ປອດ​ໄສ​ໃນ​ພາກ​ພື້ນ​ກັບ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ຕ່າງໆ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.