ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ El Salvador

11:42 | 15/02/2023

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຜັນ​ຂ​ະ​ຫຍາຍ​ກົນ​ໄກ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮັກ​ສາ​ການ​ສົມ​ທົບ​ກັນ, ສະ​ໜັບ​ສະ​ໜູນ​ເຊິ່ງກ​ັນ​ແລະ​ກັນ ຢູ່​ບັນ​ດາ​ອົງ​ການ​ສາ​ກົນ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ
ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ ການ​ຢ້ຽມ​ຢາມ​ສິງ​ກະ​ໂປ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ແດງເຖິງ​ການ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ-ສິງ​ກະ​ໂປ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ  El Salvador

ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Alexandra Hill Tinoco ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14 – 16 ກຸມພາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ El Salvador ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມ ກໍຄື ເລື່ອງ El Salvador ເປີດນຳໃຊ້ສຳນັກງານສະຖານທູດ ປະຈຳ ຮ່າໂນ້ຍ ຈະປະກອບສ່ວນນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່ ທີ່ນັບມື້ນັບແທດຈິງ ແລະ ເຂົ້າສູ່ລວງເລິກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດໂດຍ​ລັດ​ຖະ​ບານ El Salvador ບັນ​ລຸ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການ​ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19 ແລະ ປັບ​ປຸງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

ໃນ​ໂອ​ກາດ​ນີ້, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ກໍ່​ຕາງ​ໜ້າ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ສົ່ງ​ຄຳ​ຢຶ້​ຢາມ​ຖາມ​ຂ່າວ​ໄປ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ El Salvador Nayib Bukele ແລະ ບັນ​ດາ​ການ​ນຳ​ຂັ້ນ​ສູງ El Salvador.

ທ່ານ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ ໃນ​ຖາ​ນະ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ El Salvador, ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ ແລະ ເລື່ອງ El Salvador ເປີດ​ນຳ​ໃຊ້​ສະ​ຖານ​ທູດ ປະ​ຈຳ ຮ່າ​ໂນ້ຍ ຈະ​ປະ​ກອບ​ສ່ນ​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ແທດ​ຈິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຜັນ​ຂ​ະ​ຫຍາຍ​ກົນ​ໄກ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮັກ​ສາ​ການ​ສົມ​ທົບ​ກັນ, ສະ​ໜັບ​ສະ​ໜູນ​ເຊິ່ງກ​ັນ​ແລະ​ກັນ ຢູ່​ບັນ​ດາ​ອົງ​ການ​ສາ​ກົນ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ El Salvador ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າທີ່ມີທ່າແຮງຂອງ ຫວຽດນາມ ໄດ້ແຊກຊຶມເຂົ້າຕະຫຼາດປະເທດນີ້; ສອງຝ່າຍສົມທົບກັນສ້າງກອບນິຕິກຳທີ່ສະດວກແກ່ການຄ້າ ແລະ ການລົງທຶນ, ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະວິສາຫະກິດ, ນຳ ຫວຽດນາມ ແລະ El Salvador ກາຍເປັນຈຸດເຊື່ອມຕໍ່ລະຫວ່າງຕະຫຼາດ ອາເມລິກາ ກາງ ກັບ ອາຊີຕາເວັນອອກສ່ຽງໃຕ້.

ສ່ວນທ່ານນາງ Alexandra Hill Tinoco ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ຢັ້ງຢືນວ່າ ລັດຖະບານ El Salvador ປາດຖະໜາຢາກນຳການພົວພັນກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່; ນຳພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານນາງ Alexandra Hill Tinoco ກໍໄດ້ມີການພົບປະເຈລະຈານຳກັນ.

ເຫດການ
302 Found

Found

The document has moved here.