ສະ​ເໜີ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ໂດຍ​ໄວ

08:32 | 15/02/2023

ຍ​ສ​ໝ - ທ່ານ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ​ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ສາ​ກົນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໂດຍ​ໄວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ
ທະ​ນາ​ຄານ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ທະ​ນາ​ຄານ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ສະ​ເໜີ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ໂດຍ​ໄວ
ທ່ານ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ແລະ ທ່າ​ນນາງ Katherine Tai ​ຜູ້​ຕາງ​ໜ້າທາງ​ການ​ຄ້າ ອາ​ເມ​ລິ​ກາ (ພາບ: baoquocte.vn)

ສະ​ເໜີ ອາ​ເມ​ລິ​ກາ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ໂດຍ​ໄວ

ທ່ານ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ​ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ​ປະ​ຕິ​ບັດ​ບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ສາ​ກົນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໂດຍ​ໄວ.

ວັນ​ທີ 13 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ທ່າ​ນນາງ Katherine Tai ​ຜູ້​ຕາງ​ໜ້າທາງ​ການ​ຄ້າ ອາ​ເມ​ລິ​ກາ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງທ່ານ​ຜູ້​ຕ​າງ​ໜ້າ​ທາງ​ການ​ຄ້າ ນາງ Katherine Tai, ພ້ອມ​ທັງ​ແມ່ນ​ການ​ຢ້ຽມ​ຢາມ​ຂັ້ນ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ເສດ​ຖະ​ກິດ​ຄັ້ງ​ທຳ​ອິດ​ຂອງ ອຳ​ນາດ​ການ​ປົກ​ຄອງ ປະ​ທາ​ນາ​ທິ​ບໍ​ດີ Joe Biden ມາຍັງ ຫວຽດ​ນາມ. ການ​ຢ້ຽມ​ຢາມໄດ້​ເປີ​ດ​ສາກ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ. ທີ່​ການ​ຕ້ອນ​ຮັບ, ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັ​ງ​ເຊີນ ແລະ ທ່ານ​ນາງ Katherine Tai ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ ອາ​ເມ​ລິ​ກາ ໄດ້​ແລກ​ປ່ຽນ​ກ່ຽວກັບຫຼາຍ​ບັນ​ຫາ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັ​ງ​ເຊີນ ແລະ ທ່ານຜູ້​ຕາງ​ໜ້າ​ທາງ​ການ​ຄ້າ ນາງ Katherine Tai ກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC), ວິ​ວັດ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂອບ​ເຂດ​ເສດ​ຖະ​ກິດ ຢູ່​ເຂດ​ມະ​ຫາ​ສະ​ໝຸ​ດ​ອິນ​ເດຍ - ປາ​ຊີ​ຟິກ ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ (IPEF), ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ, ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຫັນ​ເປັນ​ພະ​ລັງ​ງານ, ຫັນ​ເປັນ​ດີ​ຈີ​ຕອນ… ສອງ​ຝ່າຍ​ໄດ້​ເນັ້ນ​ໜັ້ກ​ເຖິງ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ຊຸກ​ຍູ້​ທາງ​ການ​ຄ້າເສ​ລີ, ເປີດກວ້າງ, ຄວາມ​ສະ​ເໝີ​ພາບ, ອີງ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ກວມ​ລວມຢູ່​ພາກ​ພື້ນ ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ ອາ​ຊຽນ ທີ່​ຮັກ​ສາ​ບົດ​ບາດ​ເປັນ​ໃຈ​ກາງ.

ທ່ານຜູ້​ຕາງ​ໜ້າ​ທາງ​ການ​ຄ້າ​ອາ​ເມ​ລິ​ກາ ນາງ Katherine Tai ໄດ້​ຕີ​ລາ​ຄາ​ສູງ​ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ໃນ​ພາກ​ພື້ນໃນ​ໄລ​ຍະ​ຜ່ານ​ມາ. ທ່າ​ນນາງ Katherine Tai ຜູ້​ຕາງ​ໜ້າ​ທາງ​ການ​ຄ້າ ໃຫ້​ຮູ້​ວ່າ ​ການໃຫ້​ບຸ​ລິ​ມະ​ສິດ​ໃຫຍ່​ຂອງ ລັດ​ຖະ​ບານ ອາ​ເມ​ລິ​ກາ ໃນ​ປັດ​ຈຸ​ບັນ ແມ່ນ​ການ​ຊຸກ​ຍູ້​ການ​ຟື້ນ​ຟູ​ທາງ​ການ​ຄ້າ ແລະ ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ​ຕາມ​ທິດ​ຍື​ນ​ຍົງ, ສ້າງ​ຄ​ວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ກວມ​ລວມ​ບົນ​ພື້ນ​ຖານ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ທີ່ຖອດ​ຖອນ​ມາໄດ້​ຈາກວິ​ວັດ​ການ​ຮັມບມື​ກັບ​ໂຄວິດ - 19 ທີ່ຜ່ານ​ມາ. ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວ​ມມືກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ແລະ ມະ​ຫາ​ສະ​ໝຸດ​ອິນ​ເດຍ, ພ້ອມ​ທັງ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຜູ້​ອອກ​ແຮງ​ງານ​ພາຍ​ໃນ​ປະ​ເທດ. ອາ​ເມ​ລິ​ກາ​ ຈະ​ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສ້າງ​ລະ​ບົບ​ນິ​ເວດ ດ້ານ​ເສດ​ຖະ​ກິດ, ການ​ລົງ​ທຶນ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ, ຜ່ານ​ນັ້ນ ກໍ່​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ. ທ່າ​ນນາງ Katherine Tai ກໍ່​ໄດ້​ແບ່ງ​ປັນ​ບັນ​ດາ​ບຸ​ລິ​ມະ​ສິດ ແລະ ແຜນ​ການ APEC 2023 ເຊິ່ງ ອາ​ເມ​ລິ​ກາ ສວມ​ບົດ​ບາດເປັນເຈົ້າພາບ​ຈັດ​ຕັ້ງ.

ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັ​ງ​ເຊີນ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຢ້ຽມ​ຢາມ, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ນາງຜູ້​ຕາງ​ໜ້າ​ທາງ​ການ​ຄ້າ ອາ​ເມ​ລິ​ກາ ໃນ​ການ​ຊຸກ​ຍູ້​ກາ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ. ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ ໄດ້​ເນັ້ນ​ໜັກ​ເຖິງ​ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົ​ງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫັນ​ເປັນ​ພະ​ລັງ​ງານ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ເຕີບ​ໂຕ​ສີ​ຂຽວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.