ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ສ.​ເກົາຫຼີ

08:26 | 23/02/2023

ຍ​ສ​ໝ - ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນດຶກ​ຫາຍ ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ນຳ​ໂດຍ​ທ່ານ Kim Hak Yong, ສະມາຊິກສະພາ​ແຫ່ງຊາດ ສ.​ເກົາຫຼີ.

ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ
ນໍ້າໃຈມິດຕະພາບ​ປະຊາຊົນ​ແມ່ນ​ຂົວ​ຕໍ່​ທີ່​ໝັ້ນຄົງ​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ ນໍ້າໃຈມິດຕະພາບ​ປະຊາຊົນ​ແມ່ນ​ຂົວ​ຕໍ່​ທີ່​ໝັ້ນຄົງ​ໃຫ້​ແກ່​ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ
ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ສ.​ເກົາຫຼີ
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນດຶກ​ຫາຍ (ພາບ: TTXVN)

ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ສ.​ເກົາຫຼີ

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນດຶກ​ຫາຍ ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ນຳ​ໂດຍ​ທ່ານ Kim Hak Yong, ສະມາຊິກ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ.

ໂດຍຂ່ຳ​ນັບ​ຮັບຕ້ອນຄະນະຜູ້ແທນສະພາແຫ່ງຊາດ ສ.ເກົາຫຼີ ມາ​ຢ້ຽມ​ຢາມ​ເນື່ອງ​ໃນ​ໂອ​ກາດສອງປະເທດຫາກໍ່ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022 ແລະ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກ​ຫ໋າຍ ຢືນຢັນວ່າ ຫວຽດ​ນາມ ​ແລະ ສ.​ເກົາຫຼີ ມີ​ຄວາມ​ຄ້າຍຄື​ກັນ​ຫຼາຍ​ດ້ານ​ໃນປະຫວັດສາດ, ວັດທະນະທຳ, ທີ່​ຕັ້ງ​ພູມ​ສາດ​ທີ່ໃກ້​ຊິດ, ​ພ້ອມກັນແບ່ງ​ປັນ​ຜົນ​ປະ​ໂຫຍດຍຸດ​ທະ​ສາດ​ຫຼາຍ​ຢ່າງ.

ສອງ​ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ທີ່​ສຸດ​ຂອງ​ກັນ​. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ; 2 ຝ່າຍ​ໄດ້ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ. ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ​ໃນ​ນັ້ນ​ມີ 80.000 ຄອບຄົວ ຫວຽດນາມ - ສ.​ເກົາຫຼີ ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາຫຼີ (VKFTA), ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP); ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ 100 ຕື້ USD ​ໃນ​ປີ 2023 ​ແລະ 150 ຕື້ USD ​ໃນ​ປີ 2030 ຕາມ​ທິດ​ດຸ່ນດ່ຽງ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ສ.​ເກົາຫຼີ - ຫວຽດນາມ, ​​ຮັບ​ຮູ້​ການ​ປະກອບ​ຂອງ​ທ່ານ Kim Hak Yong ​ໃນ​ການ​ພົວພັນ​ລະຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ.

ທ່ານ​ອະດີດ​ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ ສ.​ເກົາຫຼີ - ຫວຽດນາມ Kim Hak Yong ຂອບ​ໃຈ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ດຶກ​ຫາຍ ທີ່ໃນ​ໄລ​ຍະ​ຜ່າ​ນ​ມາ ​ໄດ້ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຫວຽດ​ນາມ ສ.​ເກົາຫຼີ.

ທ່ານ Kim Hak Yong ໃຫ້ຮູ້ວ່າ ປີ 2023 ແມ່ນປີທີ 31 ທີ່ຫວຽດນາມ ແລະ ສ.ເກົາຫຼີ ໄດ້ສ້າງຕັ້ງການພົວພັນ ແລະ ຫວ່າງມໍ່ໆມານີ້, ບົນພື້ນຖານບັນດາໝາກຜົນການຮ່ວມມືທີ່ດີໃນໄລຍະທີ່ຜ່ານມາ, ຫວຽດນາມ ແລະ ສ.ເກົາຫຼີ ໄດ້ເຫັນດີຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້​ແມ່ນ​ເຫດການ​ສຳຄັນ ​ແລະ ​ເປັນ​ຂີດ​ໝາຍ​ສຳຄັນ, ​ເປີດ​ກາລະ​ໂອກາດ​ໃຫຍ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາຫຼີ.

ທ່ານ Kim Hak Yong ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ 2 ປະ​ເທດ ຈະ​ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.