ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ແຮກ​ສ່ຽວ​ຖານລະຫວ່າງບ້ານ ຂອງ ລາຍ​ເຈົາ (ຫວຽດ​ນາມ) ແລະ ຢຸນ​ນານ (ຈີນ)

14:00 | 02/03/2023

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 28 ກຸມ​ພາ, ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ນຳ​ໂດຍ​ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ແຂວງ ​ລາຍ​ເຈົາ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ໄດ້ສະ​ເໜີໃຫ້​ແຂວງ ​ລາຍ​ເຈົາ ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະ​ວີການ​ແຮກ​ສ່ຽວລະຫວ່າງໝູ່​​ບ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ແຂວງ​ຢຸນນານ (ຈີນ).

ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ) ຊຸກ​ຍູ້​ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ແຂ​ວງ ໜອງ​ບົວ ລຳ​ພູ (ໄທ)
Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ

ທີ່​ການ​ພົບ​ປະ, ທ່ານ ໂຕງແທັງ​ຫ໋າຍ, ກຳມະການ​ຄະ​ນະປະຈຳ​ພັກ​ແຂວງ, ຮອງ​ປະທານ​ຜູ້​ປະ​ຈຳ​ການຄະນະ​ກຳ​ມະ​ການ​ປະຊາຊົນ​ແຂວງ, ປະທານ​ສະຫະພັນ​ບັນດາ​ອົງການຈັດ​ຕັ້ງ​ມິດຕະພາບ​ແຂວງ​ລາຍ​ເຈົາ ​ໄດ້ແນະ​ນຳເງື່ອນ​ໄຂ​ທຳ​ມະ​ຊາດ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນປີ 2022 ຂອງແຂວງໂດຍສັງເຂບ.

ຕາມ​ນັ້ນ​ແລ້ວ, ​ແຂວງ​ລາຍ​ເຈົາ ​ແມ່ນ​ແຂວງ​ພູດ​ອຍ, ​ເຂດ​ຊາຍ​ແດນ​ຢູ່​ພາກ​ຕາ​ເວັນ​ຕົກ​​ສ່ຽງ​ເໜືອ​ຂອງ​ປະ​ເທດ, ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ພິ​ເສດກ່ຽວ​ກັບ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ມີ​ຫຼັກ​ໝາຍ​ເລກ​ທີ 17-18 ​ຢູ່​ຍອດ​ແມ່​ນ້ຳດາ, ມີ​ດ່ານ​ຊາຍ​ແດນ​ສາ​ກົນ ມາ​ລູ​ທ່າງ ແລະ​ ມີ​​ເສັ້ນ​ທາງ​ຄ້າຂາຍ​ຫຼາຍ​ສາຍກັບ​ຈີນ. ລາຍ​ເຈົາ​ຍັງ​ແມ່ນ​ບ່ອນ​ດຳລົງ​ຊີ​ວິດ​​ຂອງ 20 ຊົນເຜົ່າ, ​ໃນ​ນັ້ນ​ມີ 3 ຊົນ​ເຜົ່າ​ທີ່ມີລັກສະນະສະເພາະ​ຄື: ກົງ, ມາງ, ລາ​ຫູ...

ການ​ເຮັດ​ວຽກ (ພາບ: laichau.gov.vn)
ການ​ເຮັດ​ວຽກ (ພາບ: laichau.gov.vn)

ປີ 2022, ​ເສດຖະກິດ​ຂອງ​ແຂວງ​​ສືບ​ຕໍ່​ຟື້ນ​ຟູ ​ແລະ ພັດທະນາ, ຮັບປະກັນ​ຊີວິດ​ສັງຄົມ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ວັດທະນະທຳ - ສັງຄົມ​ສືບ​ຕ​ໍ່ພັດທະນາ, ການປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບໄດ້​ຮັບ​ການ​ປັບ​ປຸງ ແລະ ມີ​ຄວາມ​ໝັ້ນຄົງ. ເສດຖະກິດຂະຫຍາຍຕົວດີສົມຄວນ ບັນລຸ 9,0%, ລື່ນກາຍ 1,3 ດັດຊະນີສ່ວນຮ້ອຍ ເມື່ອທຽບໃສ່ແຜນການປີ 2022 ທີ່ໄດ້ວາງອອກ. ຂົງເຂດວັດທະນະທຳ-ສັງຄົມ ສືບຕໍ່ມີຄວາມສົນໃຈ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ...

ໂດຍລາຍ​ງານ​ໝາກຜົນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນຂອງ​ແຂວງ​ລາຍ​ເຈົາ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຮັກສາ ​ແລະ ​ເປີດກວ້າງ​ການ​ທູດ​ປະ​ຊາ​ຊົນ​ດ້ວຍຫຼາຍ​ຮູ​ບ​ແບບ​ທີ່​ເໝາະ​ສົມ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ ແລະ ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ແຂວງ​ລາຍ​ເຈົາ ​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໃນ​ພາກ​ພື້ນ​ ແລະ ​ໃນ​ໂລກ. ທາງ​ແຂວງ​ກໍ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ ​ແລະ ການ​ນຳ​ໃຊ້​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ແຫຼ່ງກຳລັງ​ເພີ່ມ​ເຕີມ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ລາຍ​ເຈົາ ​ເອົາ​ໃຈ​ໃສ່​ສົມທົບ​ກັນ​ປະຕິບັດ​ວຽກ​ງານ​ການ​ທູດ​ປະຊາຊົນ​ຢ່າງ​ຕັ້ງໜ້າ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ແຂວງ...

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ອັນ​ຕັ້ງໜ້າ​ຂອງ​ແຂວງ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ທູດ​ປະຊາຊົນ. ທ່ານ​ນາງ​ສະ​ເໜີ​ໃຫ້​ແຂວງ​ລາຍ​ເຈົາ ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນໃຫ້ຫຼາຍ​ກ່​ວາ​ອີກ, ​ເພີ່ມ​ທະວີ​ການແຮກ​ສ່ຽວລະຫວ່າງໝູ່​ບ້ານກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ແຂວງຢຸນນານ (ຈີນ); ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ. ປ່ຽນ​ແປງໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ລະດົມ​ການ​ຊ່ວຍ​ເຫຼືອ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງປະ​ເທດ; ຕັ້ງໜ້າ​ລະດົມ​ແຫຼ່ງກຳລັງ​ສາກົນ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.