ກວາງ​ບິ່ງ​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ​ສຳ​ຮອງ ກ່າ​ຣອງ

08:05 | 02/03/2023

ຍ​ສ​ໝ - ວັນ​ທີ 28 ກຸມ​ພາ, ແຂວງກວາງ​ບິ່ງ ແລະ ຄຳ​ມ່ວນ ລາວ ໄດ້​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ ​ກ່າ​ຣອງ - ໜອງມ້າ ຢ່າງ​ເປັນ​ທາງ​ການ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ໄດ້ເດີນ​ທາງໄປ​ຢຶ້​ຢາມ​ຖາມ​ຂ່າວ ແລະ ແລກ​ປ່ຽນ, ສົ່ງ​ສິນ​ຄ້າ​ຜ່ານ​ແດນ ພາຍ​ຫຼັງ​ທີ່ຖືກ​ປິດ​ເປັນ​ເວ​ລາ 3 ປີ.

ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ກວາງ​ງາຍ: ຂົນ​ຂວາຍ 151 ໂຄ​ງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ
ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ) ກວາງ​ຈິ​ມອບ​ວັດ​ຖຸ​ອຸ​ປະ​ກອນ​ຮັບ​ໃຊ້​ກອງ​ປະ​ຊຸມ​ທາງ​ໄກ ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ (ລາວ)
ພາບ​ປະ​ກອບ:  Báo Quảng Bình
ພາບ​ປະ​ກອບ: Báo Quảng Bình

​ກ່ອນ​ໜ້າ​ນັ້ນ, ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ຄຳ​ມ່ວນ ​ໄດ້​ສົ່ງ​ເອ​ກະ​ສານ​ໄປ​ຍັງ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ກວາງ​ບິ່ງ ແຈ້ງເລື່ອງ​ແຂວງ​ຄຳ​ມ່ວນ​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ເປີດ​ດ່ານ​ຊາຍ​ແດນ ກາ​ຣອງ - ໜອງ​ມ້າ ຄືນ​ໃໝ່​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ສົ່ງ​ອອກ​ໃຫ້ແກ່​​ພົນ​ລະ​ເມືອງ​ ລາວ ແລະ ຫວຽດ​ນາມ ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊາຍ​ແດນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ພົວ​ພັນ​ການ​ຄ້າ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ແຂວງ​ໂດຍຜ່ານ​ດ່ານ​ຊາຍ​ແດນ​ນີ້.

​ທ່ານ​ພັນ​ເອກ ຈິ້ງ​ແທງ​ບິ່ງ - ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ກວາງ​ບິ່ງ ໃຫ້​ຮູ້​ວ່າ ໂດຍພ້ອມ​ກັບ​ກົມ​ພາ​ສີ​ແຂວງກວາງ​ບິ່ງ, ການ​ນຳ​ກົມ​ກອງ​ໄດ້​ຊີ້​ນຳ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ ກາ​ຣອງ ເປັນ​ເຈົ້າ​ການ​ຈັດ​ສົ່​ງ​ກຳ​ລັງ, ວັດ​ຖຸ​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ເພື່ອ​ເປີດ​ດ່ານ​ຊາຍ​ແດນ​ກາ​ຣອງ ຮັບ​ໃຊ້​ການ​ເດີນ​ທາງ​ໄປ​ມາ​ຂອງ​ປະ​ຊາ​ຊົນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ລົງ​ທຶນ​ຂອງ​ປະ​ເທດ​ລາວ.

​ໂດຍ​ໄດ້​ຮູ້​​ວ່າ ກາ​ຣອງ​ ແມ່ນ​ດານ​ຊາຍ​ແດນ​ສຳ​ຮອງ ນອນ​ຢູ່​ເຂດ​ບໍ​ລິ​ເວນ​ຕາ​ແສງ ເທື້ອງ​ແຈກ, ເມືອງ ​ໂບ​ແຈກ, ແຂວງ ກວາງ​ບິ່ງ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ເງື່ອນ​ໄຂ​ເສດ​ຖະ​ກິດ - ສັງ​ຄົມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ.

ຫວ່າງ​ມໍ່​ໆ​ມາ​ນີ້, ​ໂດຍ​ເຫັນ​ໄດ້​ວ່າສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​, ຜູ​ູູ້​ຄົນ ແລະ ພາ​ຫະ​ນະ​ຜ່ານ​ແດນບໍ່​ມີຫຼາຍ, ສ່ວນຫຼາຍ​ແມ່ນ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ ລາວ ຜ່ານ​ໄປມາຢຶ້​ຢາມ​ຖາມ​ຂ່າວກັນ. ດ່ານ​ຊາຍ​ແດນ​ສຳ​ຮອງ​ນີ້​ໄດ້​ປິດ​ນັບ​ແຕ່​ເວ​ລາ​ເກີດ​ພະ​ຍາດ​ໂຄວິດ - 19 ຢູ່​ສອງ​ດ່ານ​ຊາຍ​ແດນ ກ່ອນ​ນີ້ 3 ປີ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.