ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໂອ້ລົມສົນທະນາ ກັບການນຳສະມາຄົມວິສາຫະກິດຕ່າງປະເທດ

08:45 | 24/02/2023

ຍ​ສ​ໝ - ນະຄອນໂຮ່ຈີມິນ ຈະປະກາດບັນດາຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບສິດອຳນາດ, ຄວາມຮັບຜິດຊອບ, ໄລຍະປະຕິບັດບັນດາລະບຽບການບໍລິຫານ ໃຫ້ສະມາຄົມວິສາຫະກິດ ໂດຍໄວ.

ເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດປະຈຳນະຄອນ ໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດປະຈຳນະຄອນ ໂຮ່ຈີມິນ
ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020)
ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໂອ້ລົມສົນທະນາ ກັບການນຳສະມາຄົມວິສາຫະກິດຕ່າງປະເທດ
ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ແລກ​ປ່ຽນ​ກັບ​ວິ​ສາ​ຫະ​ກິດ​ນະ​ຄອນ​ໂຮ່​ຈີ​ມິນ (ພາບ: nld.com.vn)

ວັນທີ 22 ກຸມພາ, ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ຈັດການໂອ້ລົມສົນທະນາກັບ 18 ການນຳນະຄອນ ການນຳ ສະມາຄົມວິສາຫະກິດຕ່າງປະເທດ ຢູ່ນະຄອນໂຮ່ຈີມິນ ດ້ວຍຫົວຂໍ້ “ຍົກສູງປະສິດທິຜົນການເຄື່ອນໄຫວວຽກງານທາງລັດຖະການ, ຍູ້ແຮງການປະຕິຮູບການບໍລິຫານ ແລະ ປັບປຸງສະພາບແວດລ້ອມແຫ່ງການລົງທຶນ; ຊຸກຍູ້ການພັດທະນາເສດຖະກິດ; ຮັບປະກັນສະຫວັດດີການສັງຄົມ”.

ທີ່​ການ​ໂອ້​ລົມ​ສົນ​ທ​ະ​ນາ, ປະ​ທານ Eurocham ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ມີ​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດຫຼາຍ​ຄົນ​ພວມ​ປະ​ທົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຂໍ​ໃບ​ອະ​ນຸ​ຍາດ​ອອກ​ແຮງ​ງານ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຍ້ອນ​ມີຫຼາຍ​ຂັ້ນ​ຕອນ​ທີ່​ສັບ​ສົນ, ຫຍູ້ງ​ຍາກ. ນອກ​ຈາກ​ນັ້ນ, Eurocham ສະ​ເໜີ ທາງ​ນະ​ຄອນ​ສືບ​ຕໍ່ ຍູ້​ແຮງ​ເຕັດ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ພິ​ເສດ​ແມ່ນ​ໃນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ກໍ່​ຄື​ລາຍ​ເຊັນ​ດີ​ຈີ​ຕອນ, ເອ​ກະ​ສານ​ດີ​ຈີ​ຕອນ. ແລະ ມີ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດຫຼາຍ​ຄົນ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ​ທາງ​ນະ​ຄອນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ​ບັນ​ດາ​ມາດ​ຕະ​ການ​ປົກ​ປັກ​ຮັ​ກ​ສາ​ສິ່ງ​ແວດ​ລ້ອມ, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟານວັນໝາຍ, ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຢືນຢັນວ່າ: ນະຄອນໂຮ່ຈີມິນ ພວມສຸມໃສ່ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເຮັດແຈ້ງຄວາມຮັບຜິດຊອບໃນການບໍລິຫານຂອງບັນດາອົງການ, ຄວາມຮັບຜິດຊອບວຽກງານທາງລັດຖະການ ຂອງອົງການພາລະກອນແຕ່ລະຄົນ ໜຶ່ງໃນບັນດາໜ້າທີ່ປີ 2023 ແມ່ນສຸມໃສ່ປະສິດທິເຄື່ອນໄຫວວຽກງານທາງລັດຖະການ ປະຕິຮູບລະບຽບການບໍລິຫານໃຫ້ມີປະສິດທິຜົນກວ່າເກົ່າ, ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນ. ນະຄອນໂຮ່ຈີມິນ ຈະປະກາດບັນດາຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບສິດອຳນາດ, ຄວາມຮັບຜິດຊອບ, ໄລຍະປະຕິບັດບັນດາລະບຽບການບໍລິຫານ ໃຫ້ສະມາຄົມວິສາຫະກິດ ໂດຍໄວ. ທ່ານ ຟານວັນໝາຍ ເນັ້ນໜັກວ່າ: ນະຄອນຈະສືບຕໍ່ມານະພາຍາຍາມ, ປັບປຸງການບໍລິຫານ, ນຳໃຊ້ການຫັນເປັນດີຈີຕອນຍິ່ງຫຼາຍຍິ່ງດີ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ໃນວິວັດການປະຕິບັດບັນດາລະບຽບການບໍລິຫານ ຈະເປັນນະຄອນທີ່ບັນລຸເປົ້າໝາຍ ການເຄື່ອນໄຫວໂດຍພື້ນຖານຂອງອຳນາດການປົກຄອງ ໃນລະບົບດີຈີຕອນ ໃນປີ 2025.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.