ທ່ານ ເອກອັກຄະລັດຖະທູດ ສ.ຕວກກີສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ

19:33 | 25/02/2023

ຍ​ສ​ໝ - ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ.

​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ ​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ
ຫວຽດນາມ ຄະ​ນະ​ປະ​ຕິ​ບັດ​ງານ ຕຳຫຼວດ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ກູ້​ໄພ​ກູ້​ຊີບ​ຢູ່ ຕວັກ​ກີ ຫວຽດນາມ ຄະ​ນະ​ປະ​ຕິ​ບັດ​ງານ ຕຳຫຼວດ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ກູ້​ໄພ​ກູ້​ຊີບ​ຢູ່ ຕວັກ​ກີ
ທ່ານ ເອກອັກຄະລັດຖະທູດ ສ.ຕວກກີສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ
ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: tienphong.vn)

ໃນໄລຍະເວລາແຕ່ວັນທີ 13 – 22 ກຸມພາ, ຄະນະນາຍ ແລະ ພົນທະຫານ ລວມ 76 ຄົນຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍການຊອກຫາຢູ່ບັນດາສະຖານທີ່ເກີດເຫດແຜ່ນດິນໄຫວຢູ່ແຂວງ Hatay, ໜຶ່ງໃນບັນດາທ້ອງຖິ່ນຖືກຜົນສະທ້ອນໜັກໜ່ວງທີ່ສຸດຍ້ອນເຫດແຜ່ນດິນໄຫວຢູ່ຕວກກີ. ຄະນະໄດ້ສົມທົບກັບບັນດາອົງການກ່ຽວຂ້ອງທ້ອງຖິ່ນ ແລະ ກຳລັງກູ້ໄພກູ້ຊີບຂອງປະເທດຕ່າງໆຜັນຂະຫຍາຍວຽກງານຊອກຫາກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍ. ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ. ທ່ານເອກອັກຄະລັດຖະທູດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າລວມ ແລະ ໜ່ວຍກູ້ໄພກູ້ຊີບເວົ້າສະເພາະ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃຈຄວາມມານະພະຍາຍາມຂອງຕວກກີ; ພ້ອມທັງຂອບອົກຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ສາມັກຄີ ພ້ອມກັບຕວກກີ ໃນໄລຍະເວລາທີ່ຫຍຸ້ງຍາກຜ່ານມາ. ທ່ານ ໃຫ້​ຮູ້​ວ່າ: ມື້​ນີ້, ພວກ​ເຮົາ​ມີ​ໜ້າ​ທີ່​ທີ່​ນີ້ ເພື່ອ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ທີ່​ອົງ​ອາດ​ຫະ​ການ, ການ​ປະ​ກອບ​ສ່ວນ ແລະ ການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງ​ເຂົາ​ເຈົ້າ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ພາ​ລະ​ກຳ​ມະ​ນຸດ​ສະ​ທຳ​ທົ່ວ​ໂລກ.

ສ່ວນ​ທ່ານ​ພົນ​ຕີ ຫງວຽນ​ຈ້ອງ​ບິ່ງ ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ​ໄດ້​ແຈ້ງ​ໃຫ້​ຊາບ​ຂໍ້​ມູນ​ລະ​ອຽດ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໜ້າ​ທີ່ ແລະ ໝາກ​ຜົນ​ຂອງ​ບັນ​ດາ​ນັກ​ຮົບ​ ຫວຽດ​ນາມ ໃນ​ພາ​ລະ​ກິດ​ມະ​ນຸດ​ສະ​ທຳ​ສາ​ກົນ​ນີ້.

ພິທີຍ້ອງຍໍຊົມເຊີຍກຳລັງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດແຜ່ນດິນໄຫວ ຢູ່ຕວກກີ ຫາກໍ່ປະຕິບັດສຳເລັດໜ້າທີ່ກັບຄືນເມື່ອປະເທດດ້ວຍຄວາມປອດໄພໃນວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.