ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ

15:12 | 17/02/2023

ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕສີຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).

ໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າສິນຄ້າ ໝູນໃຊ້ສັນຍາ EVFTA ເພື່ອສ້າງເຄື່ອງໝາຍການຄ້າສິນຄ້າ
ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ດ້ານ​ການ​ຄ້າ
ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ. (ພາບ:/BNEWS/TTXVN)
ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ. (ພາບ:/BNEWS/TTXVN)

ປີນີ້ ກ້າວເຂົ້າສູ່ປີທີ 5 ທີ່ຫວຽດນາມ ປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ (CPTPP) ດ້ວຍຄຳຮຽກຮ້ອງຕ້ອງການສູງກວ່າ ກ່ຽວກັບມາດຖານ “ສີຂຽວ” ສຳລັບຜະລິດຕະພັນ, ສິນຄ້າ, ເມື່ອສົ່ງອອກເຂົ້າຕະຫລາດສະມາຊິກຂອງສັນຍານີ້.

ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ: ຫວຽດນາມ ເຂົ້າຮ່ວມບັນດາສັນຍາ FTA ທັງມີກາລະໂອກາດຕື່ມອີກເພື່ອເປີດກວ້າງຕະຫລາດ ແລະ ກໍແມ່ນໂອກາດເພື່ອຢັ້ງຢືນການເຄົາລົບການແກ້ງແຍ່ງຢ່າງປອດໂປ່ງກັບບັນດາພື້ນຖານເສດຖະກິດອື່ນ.

ການແກ້ງແຍ່ງເພື່ອໃຫ້ພວກເຮົາຍູ້ແຮງການສົ່ງອອກ ທີ່ຈິງນີ້ກໍ່ແມ່ນການແກ້ງແຍ່ງທີ່ບໍ່ຢຸດຢັ້ງເພື່ອສາມາດປ່ຽນແປງຕົນເອງໃຫມ່. ຈາກນັ້ນ ກໍຍົກສູງຄຸນນະພາບກໍ່ຄືຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ດີທີ່ສຸດ.

ໂດຍແມ່ນຂະແຫນງສົ່ງອອກຫລັກແຫລ່ງຂອງຫວຽດນາມ ເມື່ອເຂົ້າຮ່ວມລະບົບສະຫນອງທົ່ວໂລກ, ຂະແຫນງເກີບຫນັງ ໄດ້ກຳນົດເລື່ອງເຄົາລົບ, ຕອບສະຫນອງບັນດາມາດຖານສູງຂອງ FTA ລຸ້ນໃຫມ່ ຄື: CPTPP ແລະ EVFTAໄດ້ນຳມາເຊິ່ງສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ວິສາຫະກິດ ແລະ ຄົນງານ ຫວຽດນາມ. ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ - ກະເປົາ ຫວຽດນາມ ຖືວ່າ:

ຄວາມຮຽກຮ້ອງຕ້ອງການ, ພິເສດແມ່ນຄວາມຮຽກຮ້ອງກ່ຽວກັບການຜະລິດສີຂຽວສຳລັບລະບົບສະຫນອງ ກໍ່ແມ່ນສິ່ງທ້າທາຍທີ່ວາງອອກ. ໄລຍະຈະມາເຖິງ ຕະຫລາດ ເຢຍລະມັນ ກໍ່ວາງອອກກົດໝາຍສະບັບໃຫມ່ ກ່ຽວກັບການເພີ່ມທະວີການປຶກສາຫາລືໃນລະບົບສະຫນອງສຳລັບຝ່າຍທີສາມ. ບັນດາຄຳຮຽກຮ້ອງດັ່ງກ່າວພວມແມ່ນສິ່ງທ້າທາຍກໍ່ຄືກາລະໂອກາດເພື່ອຊ່ວຍຍົກສູງລະບົບສະຫນອງຂອງຂະແຫນງເກີບຫນັງກໍ່ຄືຊ່ວຍໃຫ້ບັນດາວິສາຫະກິດ ພິເສດແມ່ນຄົນງານ ຫວຽດນາມ ຮັບປະກັນສິດຜົນປະໂຫຍດ, ກໍຄືຊ່ວຍບັນດາວິສາຫະກິດຮັບປະກັນຄຸນນະພາບຂອງແຫລ່ງຊັບພະຍາກອນມະນຸດໃຫ້ນັບມື້ນັບດີກວ່າ.

ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ -ກະເປົາ ຫວຽດນາມ. (ພາບ:BNEWS/TTXVN)
ທ່ານນາງ ຟານທິແທງຊວັນ, ຮອງປະທານ ທັງເປັນເລຂາທິການ ສະຫະສະມາຄົມເກີບຫນັງ - ກະເປົາ ຫວຽດນາມ. (ພາບ:BNEWS/TTXVN)

ຈາກຕົວຈິງການເຄື່ອນໄຫວຂອງບັນດາວິສາຫະກິດສົ່ງອອກອາຫານປອດສານພິດ (Organic), ທ່ານ ຟ້າມມິງດຶກ, ຮອງປະທານ ສະຫະສະມາຄົມ Organic ຫວຽດນາມ ຖືວ່າ: ຄວາມສາມາດບົ່ມຊ້ອນການສົ່ງອອກຂອງບັນດາຜະລິດຕະພັນ Organic ແມ່ນໃຫຍ່ຫລວງ. ສະນັ້ນ ນອກຈາກການປ່ຽນໃຫມ່ໃນວິທີສຳຜັດກັບຕະຫລາດ, ວິສາຫະກິດຄວນຍົກສູງຄຸນນະພາບຜະລິດຕະພັນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຄວາມນິຍົມຂອງຜູ້ບໍລິໂພກຢູ່ບັນດາຕະຫລາດສົ່ງອອກ.

ປະຈຸບັນ ບັນດາຜະລິດຕະພັນກະສິກຳສົ່ງອອກຫລັກແຫລ່ງຂອງ ຫວຽດນາມ ລ້ວນແຕ່ມີໃບຢັ້ງຢືນ Organic, ສົ່ງອອກຕາມມາດຖານ ອີຢູ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ ຜະລິດຕະພັນທີ່ຜະລິດມາໄດ້ຂອງຂະແຫນງ Organic ຍັງບໍ່ມີຫລາຍ ແລະ ປະຈຸບັນ ສ່ວນໃຫຍ່ບັນດາຜະລິດຕະພັນ ກຳລັງຕ້ອງສົ່ງອອກໃນຮູບແບບທີ່ເປັນວັດຖຸດິບ.

ຍຸດທະສາດສົ່ງອອກນຳເຂົ້າຂອງ ຫວຽດນາມຮອດປີ 2030 ວາງຄາດໝາຍການສົ່ງອອກພັດທະນາແບບຍືນຍົງ, ລະດັບການເຕີບໂຕສົ່ງອອກສິນຄ້າສະເລ່ຍ 6-7%/ປີໃນໄລຍະ 2021 – 2030. ສະເພາະໃນປີ 2023, ກະຊວງອຸດສາຫະກຳການຄ້າວາງຄາດໝາຍລະດັບເຕີບໂຕການສົ່ງອອກແມ່ນປະມານ 6% ເມື່ອທຽບໃສ່ປີ 2022.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.