ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ

11:43 | 15/02/2023

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້.

ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ແລະ Trinidad & Tobago ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ
93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ. 93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.
ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: TTXVN)

ຕອນບ່າຍວັນທີ 14ກຸມພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບສະພາທຸລະກິດສະຫະພາບເອີລົບ (ອີຢູ) - ອາຊຽນ. ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນທຸກລັດຖະນະໂຍບາຍ. ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກກອບກົດໝາຍທີ່ອຳນວຍສະດວກໃຫ້ແກ່ການລົງທຶນ, ການຜະລິດ ແລະ ດຳເນີນທຸລະກິດຂອງປະຊາຊົນ ແລະ ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ.

ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້. ກ່ຽວກັບການຫັນປ່ຽນດ້ານພະລັງງານໂດຍຍຸຕິທຳ, ທ່ານປະທານສະພາແຫ່ງຊາດ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືກ່ຽວກັບການລະດົມແຫຼ່ງກຳລັງການເງິນສີຂຽວ, ກໍຄືການດຸ່ນດ່ຽງລະຫວ່າງບັນດາຜົນປະໂຫຍດ ແລະ ຄ່າໃຊ້ຈາຍໃນໄລຍະຫັນປ່ຽນ. ສະເໜີໃຫ້ສະພາຕັ້ງໜ້າຂົນຂວາຍເພື່ອໃຫ້ສະຫະພາບເອີລົບໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນສະຫະພາບເອີລົບ -ຫວຽດນາມ ໂດຍໄວ, ຍົກເລີກບັດເຫຼືອງກ່ຽວກັບສິນໃນນ້ຳຫວຽດນາມໂດຍໄວ.

ສ່ວນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ມີ​ແງ່​ຫວັງ​ພັດ​ທະ​ນາ​ໃຫຍ່ຫຼວງ​ທີ່​ສຸດ, ຜູ້​ຕາງ​ໜ້າ​ຄະ​ນະ​ຖື​ວ່າ ປີ 2022 ຫວຽດ​ນາມ​ບັນ​ລຸ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ​ກ່​ວາ 8% ດັ່ງ​ນັ້ນ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ, ການ​ຄ້າ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ໂລກ. ຫວຽດ​ນາມ ຢາກ​ປະ​ຕິ​ບັດ​ການ​ປ່ອຍ​ອາຍ​ພິດ​ລົງ 0 ໃນ​ປີ 2050 ແລະ ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU - ອາ​ຊຽນ ຫວັງ​ວ່າ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ເປ​ົ້າ​ໝາຍ​ນີ້ ແລະ ຖື​ວ່າ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ດີ​ທີ່​ສຸດ, ຫວັງ​ວ່າ​ພ້ອມ​ກັບ​ບ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU, ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - EU ຈະ​ຍູ້​ແຮງ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ໃຫ້ ຫວຍດ​ນາມ ອາດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ລະ​ຫວ່າງ EU - ອາ​ຊຽນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.