ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ

14:41 | 27/02/2023

ຍ​ສ​ໝ - ຕາມ​ທ່າ​ນນາງ ຫງວຽນ​ທິ​ແອັງ​ຮ​ວາ, ຫົວ​ໜ້າ​ພະ​ແນກ​​ທ່ອງ​ທ່ຽວ​ນະ​ຄອນແລ້ວ, ນະ​ຄອນ​ໂຮຈ​ີມິນ​ ແມ່ນ​ແຂວງ​ນຳ​ໜ້າ​ດ້ານ​ເສດ​ຖະ​ກິດ, ແມ່ນ​ສູນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ກໍ່​ແມ່ນ​ສູນ​ການ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ. ກ່ອນ​ເກີດ​ພະ​ຍາດ​ໂຄວິດ - 19, ການ​ທ່ອງ​ທ່ຽວ​ໄດ້​ປະ​ກອບ​ສ່ວນ ສະ​ເລ່ຍ 10 – 11% GRDP ຂອງ​ນະ​ຄອນ, ດຶງ​ດູດ​ເກືອບ 50% ແຂກ​ທ່ອງ​ທ່ຽວ​ສາ​ກົນ ແລະ 1/3 ຈຳ​ນວນ​ແຂກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ປະ​ເທດ, ປະ​ກອບ​ສ່ວນ ¼ ລາຍ​ຮັບ​ການ​ທ່ອງ​ທ່ຽວ​ຂອງ​ທົ່ວ​ປະ​ເທດ.

ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ
ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ໃນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຍີ່​ປຸ່ນ
​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ (ພາບ: TTXVN)
​ແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ (ພາບ: TTXVN)

ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ

ຕາມ​ກົມ​ໃຫຍ່ການ​ທ່ອງ​ທ່ຽວ​ແລ້ວ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຍີ່​ປຸ່ນ ມາ​ນະ​ຄອນ​ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ນອນ​ໃນ top 10 ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນຂອງ​ນະ​ຄອນ ດ້ວຍ​ຈຳ​ນວນ​ກ່​ວາ 100.000 ເທື່ອຄົນ​ຕໍ່​ປີ. “ຫວຽດ​ນາມ ແລະ ຍີ່​ປຸ່ນ ມີຫຼາຍ​ໂອ​ກາດ​ຊຸກ​ຍູ້​ການ​ສົ່ງ​ເສີມ​ທ່ອງ​ທ່ຽວ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍ​ຫຼັງ​ພະ​ຍາດ​ໂຄວິດ - 19” - ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຄ້າ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ​ຍີ່​ປຸ່ນ ປີ 2023 ໂດຍ​ຫ້ອງວ່າ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ​ຍີ່​ປຸ່ນ (JNTO) ປະຈຳ ຫວຽດ​ນາມ ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໃນ​ຕອນ​ບ່າຍ​ວັນ​ທີ 23 ກຸມ​ພາ.

ຕາມ​ທ່າ​ນນາງ ຫງວຽນ​ທິ​ແອັງ​ຮ​ວາ, ຫົວ​ໜ້າ​ພະ​ແນກ​​ທ່ອງ​ທ່ຽວ​ນະ​ຄອນແລ້ວ, ນະ​ຄອນ​ໂຮຈ​ີມິນ​ແມ່ນ​ແຂວງ​ນຳ​ໜ້າ​ດ້ານ​ເສດ​ຖະ​ກິດ, ແມ່ນ​ສູນ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ກໍ່​ແມ່ນ​ສູນ​ການ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ. ກ່ອນ​ເກີດ​ພະ​ຍາດ​ໂຄວິດ - 19, ການ​ທ່ອງ​ທ່ຽວ​ໄດ້​ປະ​ກອບ​ສ່ວນ ສະ​ເລ່ຍ 10 – 11% GRDP ຂອງ​ນະ​ຄອນ, ດຶງ​ດູດ​ເກືອບ 50% ແຂກ​ທ່ອງ​ທ່ຽວ​ສາ​ກົນ ແລະ 1/3 ຈຳ​ນວນ​ແຂກ​ທ່ອ​ງ​ທ່ຽວ​ພາຍ​ໃນ​ປະ​ເທດ, ປະ​ກອບ​ສ່ວນ ¼ ລາຍ​ຮັບ​ການ​ທ່ອງ​ທ່ຽວ​ຂອງ​ທົ່ວ​ປະ​ເທດ. ການ​ທ່ອງ​ທ່ຽວພັດ​ທະ​ນາ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ຂະ​ແໜງ, ການ​ບໍ​ລິ​ການ​ຕ່າງໆ, ພິ​ເສດ​ແມ່ນ​ດຶງ​ດູດ​ການ​ພັດ​ທະ​ນາ​ຂອງ​ລະ​ບົບ​ສະ​ໜອງ​ສິນ​ຄ້າ ແລະ ຂົນ​ສົ່ງ​ຂອງຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

ດ້ວຍ​ການ​ປະ​ກອບ​ສ່ວນ​ສຳ​ຄັນໃນ​ການ​ພັ​ທ​ດະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການ​ທ່ອງ​ທ່ຽວ​ໄດ້​ກຳ​ນົດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂະ​ແໜງ​ປາຍ​ແຫຼມ ແລະ ນະ​ຄອນ​ຕ້ອງ​ສຸມ​ໃສ່​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພາຍຫຼັງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ, ສອງ​ຝ່າຍ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວ​ມມື​​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງຂອງ ຫວຽດ​ນາມ - ຍີ່​ປຸ່ນ ​ເວົ້າ​ລວມ, ໃນນັ້ນມີຂະແໜງທ່ອງທ່ຽວ ເວົ້າສະເພາະ. ຕະຫຼາດແຂກທ່ອງທ່ຽວ ຍີ່ປຸ່ນ ໄດ້ຮັບການຕີລາຄາສູງ ແລະ ຍາມ​ໃດ​ກໍ່​ໄດ້​ກຳ​ນົດ​ແມ່ນ​ຕະຫຼາດ​ຈຸດ​ສຸມສຳລັບ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ທົ່ວ​ປະ​ເທດ.

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ຫວຽດ​ນາມແລ້ວ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຍີ່​ປຸ່ນ ​ມາຍັງ​ນະ​ຄອນ​ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ນອນ​ໃນ top 5 ຕະຫຼາດ​ແຖວ​ໜ້າ. ປີ 2019, ນະ​ຄອນ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ຍີ່​ປຸ່ນ ກ່​ວາ 600.000 ເທື່ອ​ຄົນ, ກວມ​ເອົາ 60% ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຍີ່​ປຸ່ນ ມາ​ຫວຽດ​ນາມ. ປີ 2022, ພາຍ​ຫຼັງ​ເປີດ​ປະ​ຕູ​ຄືນ​ໃໝ່ ກໍໄດ້ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ຫຼາຍ​ຢ່າງ​ໄດ້​ຈັດ​ຕັ້ງ​ຢູ່​ຍີ່​ປຸ່ນ ແລະ ຫວຽດ​ນາມ. ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຍີ່​ປຸ່ນ ມາ​ນະ​ຄອນ​ໂຮ່​ຈີ​ມິນ​ຍາມ​ໃດ​ກໍ່​ນອນ​ໃນ top 10 ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ຂອງ​ນະ​ຄອນ​ດ້ວຍ​ຈຳ​ນວນ​ກ່​ວາ 100.000 ເທື່ອ​ຄົນ.

ກົງ​ກັນ​ຂ້າມ, ຍີ່​ປຸ່ນ ຄ່ອຍໆ​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ທີ່​ໄດ້​ຮັບ​ການ​ນິ​ຍົມ​ຊົມ​ຊອບ​ຈາກ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈີ​ມິນ​ເວົ້າ​ສະ​ເພາະ​ໃນ​ຊຸມ​ປີ​ຜ່ານ​ມາ ດ້ວຍ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ, ມີ​ຊື່​ສຽງ​ຄື: ພູ​ຝຸ​ຊີ, ວິ​ຫານ Fushimi Inari Taisha ດ້ວຍ​ພື້ນ​ຖານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ທີ່​ອຸ​ດົມ​ສົມ​ບູນ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ແລະ ບັນ​ດາ​ໂຄງ​ການ​ກໍ່​ສ້າງ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ກ່ອນ​ເກີດ​ພະ​ຍາດ​ໂຄວິດ - 19, ຍີ່​ປຸ່ນ​ໄດ້​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ປະ​ມານ 500.000 ເທື່ອ​ຄົນ​ຕໍ່​ປີ. ຄາດ​ວ່າ​ຊຸມ​ປີ​ຈ​ະ​ມາ​ເຖິງ, ຍີ່​ປຸ່ນ ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ແຖວ​ໜ້າ​ຂອງ​ແຂກ​ທ່ອງ​ທ່ຽວ​ຫວຽດ​ນາມ.

ບຸນ​ຄົງ

302 Found

Found

The document has moved here.