ນັກ​ຮຽ​ນ​ຮູ້ ຈີນ ຖອດລະຫັດ​ກຳ​ລັງ​ໜູນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ

11:21 | 15/02/2023

ຍ​ສ​ໝ - ສຳ​ນັກ​ຂ່າວ​ສານ​ແຖວ​ໜ້າ​ຈີນ ໃນ​ຂົ​ງ​ເຂດ​ການ​ເງິນ - ເສດ​ຖະ​ກິດ YICAI ຫາ​ກໍ່​​ລົງ​ບົດ​ຂຽ​ນ​ຂອງ​ນັກ​ຮຽນ​ຮູ້ Zhang Rui ສາດ​ສະ​ດາ​ຈານ ເສດ​ຖະ​ສາດ, ຜູ້​ອຳ​ນວຍ​ການ​ສະ​ມາ​ຄົມ​ຄົ້ນ​ຄ້​ວາ​ຕະຫຼາດ ຈີນ ດ້ວຍ​ຫົວ​ຂໍ້ “GDP ການ​ເຕີບ​ໂຕ​ສູງ​ກ່​ວາ 8%, ກຳ​ລັງ​ໜູນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແມ່ນ​ຫຍັງ”

ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ
ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ການ​ຕໍ່​ສູ້ດ ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊ​າດ

ນັກຮຽຮູ້ ຈີນ ຖອດ​ລະຫັດກຳລັງໜູນການເຕີໂຕດ້ານເສດຖະກິດ ຫວຽດນາມ

ສຳ​ນັກ​ຂ່າວ​ສານ​ແຖວ​ໜ້າ​ຈີນ ໃນ​ຂົ​ງ​ເຂດ​ການ​ເງິນ - ເສດ​ຖະ​ກິດ YICAI ຫາ​ກໍ່​​ລົງ​ບົດ​ຂຽ​ນ​ຂອງ​ນັກ​ຮຽນ​ຮູ້ Zhang Rui ສາດ​ສະ​ດາ​ຈານ ເສດ​ຖະ​ສາດ, ຜູ້​ອຳ​ນວຍ​ການ​ສະ​ມາ​ຄົມ​ຄົ້ນ​ຄ້​ວາ​ຕະຫຼາດ ຈີນ ດ້ວຍ​ຫົວ​ຂໍ້ “GDP ການ​ເຕີບ​ໂຕ​ສູງ​ກ່​ວາ 8%, ກຳ​ລັງ​ໜູນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແມ່ນ​ຫຍັງ”

ນັບ​ແຕ່​ຕອນຕົ້ນຂອງບົດຂຽນ, ຜູ້​ຂຽນ​ໄດ້​ຢັ້ງ​ຢືນ​ວ່າ ເຖິງວ່າ​ພິ​ຈາ​ລະ​ນາ​ຕາມ​ຂອບ​ເຂດ​ທົ່ວ​ໂລກ ຫຼື ໃນ​ພາກ​ພື້ນ ອາ​ຊີ, ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດນາມ ລ້ວນ​ແຕ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ໄວ​ທີ່​ສຸດ, ດ້ວຍ​ລະ​ດັ​ບກ​າ​ນ​ໂຕບ​ໂຕ GDP ບັນ​ລຸ 8,02%, ສູງ​ທີ່​ສຸດ​ໃນ​ຮອບ​ເວ​ລາ 25 ປີ​ຜ່ານ​ມາ, ລື່ນ​ກາຍ​ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ເຊິ່ງແມ່ນ 6 – 6,5%.

ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ມີ​ກຳ​ລັງ​ໜູນ​ພາຍ​ໃນ​ຢ່າງ​ແຮງ ຈາກ​ການ​ຊົມ​ໃຊ້​ພາຍ​ໃນປະເທດ, ພ້ອມ​ທັງ​ຄວາມ​ຕ້ອງ​ການ​ພາຍນອກ​ກໍ່​ມີ​ຜົນ​ກະ​ທົບ​ບໍ່​ໜ້ອ​ຍ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ, ຈາກ​ນັ້ນ ກໍ​ສ້າງ​ຄວາມ​ສະ​ເໝີ​ພາບ​ການ​ດູ່ນ​ດ່ຽງ​ລະ​ຫວ່າງ​ກຳ​ລັງ​ໜູນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ.

ພາບ​ປະ​ກອບ: People.com.cn
ພາບ​ປະ​ກອບ: People.com.cn

ຕາມ​ສາດ​ສະ​ດາ​ຈານ Zhang Rui ແລ້ວ, GDP ຫວຽດ​ນາມ ປີ 2022 ເປັນ​ຄັ້ງ​ທຳ​ອິດທີ່​ລື່ນ​ກາຍ​ລະ​ດັບ 400 ຕື້ USD (ບັນ​ລຸ 409 ຕື້ USD), ສະ​ເລ່ຍ​ຕໍ່​ຫົວ​ຄົນ​ປະ​ມານ 4.110 USD, ທັງ​ສອງ​ຕົວ​ເລກ​ລ້ວນ​ແຕ່​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ. ສິ່ງ​ສຳ​ຄັນ​ກ່​ວາ​ນັ້ນ​ແມ່ນ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ການ​ເຕີ​ບ​ໂຕ​ກ່ຽວ​ກັບ​ຈຳ​ນວນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ຄຸນ​ນະ​ພາບ​ອີກດ້ວຍ.

ໜຶ່ງ​ແມ່ນ ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຈະ​ແຈ້ງ​ຈາກ​ການ​ເຕີບ​ໂຕ. ພິ​ຈາ​ລະ​ນາ​ຕາມ​ແງ່​ມູນ​ເສດ​ຖະ​ສາດແລ້ວ, GDP ແລະ ລາຍ​ຮັບ​ທົ່ວ​ປະ​ເທດ (NI) ແມ່ນ 2 ນິ​ຍາມ​ທີ່​ແຕກ​ຕ່າງ​ກັນ. ຖ້າ GDP ສ່ອງ​ແສງ​ບັນ​ດາ​ມຸນ​ຄ່າ​ເສດ​ຖະ​ກິດ ຍ້ອນ​ກຳ​ລັງ​ແຮງ​ງານ​ທົ່ວ​ປະ​ເທດ​ສ້າງ​ຂຶ້ນ, ນັ​ບ​ທັງ​ພົນ​ລະ​ເມືອງ​ຫວຽດ​ນາມ ແລະ ຕ່າງ​ປະ​ເທດ, ສ່ວນ NI ສ່ອງ​ແສງ​ໃຫ້​ເຫັນ​ລາຍ​ຮັບ​ຕົວຈິງ​ຂອງ​ປະ​ຊາ​ຊົນ​ປະ​ເທດໜຶ່ງນັ້ນ ຈະ​ມີ​ຄວາມ​ໝາຍ​ແທດ​ຈິງ​ຖ້າ​ບັນ​ລຸ​ໄດ້​ລະ​ດັບ​ສູງ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ GDP ສະ​ເລ່ຍ.

ລາຍ​ຮັບ​ສະ​ເລ່ຍ​ຂອງ​ປະ​ຊາ​ຊົນ​ບັນ​ລຸ 4,6 ລ້ານ​ດົ່ງ/ເດືອນ, ປະ​ມານ 55,2 ລ້ານ/ປີ, ເພີ່ມ​ຂຶ້ນ 9,5%ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ລື່ນ​ລະ​ດັບເພີ່ມ​ຂຶ້ນ​ຂອງ GDP, ເສະແດງ​ວ່າ ປະ​ຊາ​ຊົນ​ໄດ້​ຮັບສ່ວນຫຼາຍ​ແມ່ນໝາກ​ຜົນ​ຈາກ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ອັດ​ຕາ​ໄພ​ເງິນ​ເຟີ້​ພາຍ​ໃນ​ປະ​ເທດ​ພຽງ​ແຕ່​ຢູ່​ລະ​ດັບ 3,15%, ອັດ​ຕາ​ວ່າງ​ງານ ແມ່ນ 3,3% ສະ​ແດງ​ໃຫ້​ເຫັນ​ຄວາມ​ສ່ຽງ​ຫຍໍ້​ທໍ້ ເຊິ່ງ​ປະ​ຊາ​ຊົນ​ປະ​ສົບ​ໃນ​ການ​ດຳ​ລົງ​ຊີ​ວິດ ແລະ ວຽກ​ງານ​ຈາ​ກວິວັດການ​ເຕີບ​ໂຕ​ແມ່ນ​ໜ້ອຍ​ພໍ​ສົມ​ຄວນ.

ສອງ​ແມ່ນ, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ມີ​ທ່າ​ອ່ຽງ​ດຸ່ນ​ດ່ຽງ, ກົມ​ກຽວ, ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ການ​ເຕີບ​ໂຕ ແລະ ອັດ​ຕາ​ປະ​ກອບ​ສ່ວນ​ໃຫ້​ແກ່​ພື້​ນ​ຖານ​ເສດ​ຖະ​ກິດ​ຂອງ​ທັງ 3 ຂົງ​ເຂດ: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ການ​ກໍ່​ສ້າງ, ການ​ບໍ​ລິ​ການ, ການ​ເຕີບ​ໂຕ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ, ເຂດ​ພາກ​ໃນ​ທົ່ວ​ປະ​ເທດ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ຂະ​ແໜງ​ປຸງ​ແຕ່ງ​ມີ​ການ​ເຕີບ​ໂຕ​ຂຶ້ນ​ເຖິງ 8,1%, ຂອງການ​ເຕີບ​ໂຕ​ດ້ານ​ສະບຽງ​ອາ​ຫານທີ່​ເປັນ​ປົກ​ກະ​ຕິ, ສະ​ເລ່ຍ​ຕໍ່​ຫົວ​ຄົນ​ບັນ​ລຸ​ກ່​ວາ 200 kg, ຍືນ​ຢູ່​ອັນ​ດັບ​ທີ 1 ຂອງ​ແຖວ​ໜ້າ​ໃນ​ພາກ​ພື້ນ ອາ​ຊີ, ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສ​ດ​ຖະ​ກິດ.

ສາມ​ແມ່ນ ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ຢ່າງ​ແຮງ, ຂະ​ແໜງ​ຂາຍ​ຍ່ອຍ​ເພີ່ມ​ຂຶ້ນ 10,15%, ຍອດ​ມູນ​ຄ່າ​ຂາຍ​ຍ່ອຍ​ບັນ​ດາ​ສິນ​ຄ້າ​ບໍ​ລິ​ໂພກ ແລະ ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ 19,8%, ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 9,5%, ການ​ສົ່ງ​ອອກ​ເກີນ​ດູນ 11,2 ຕື້ USD, ນຳ​ຫວຽດ​ນາມ ເຂົ້າ​ໃນຈຳ​ນວນ 30 ປະ​ເທດ ແລະ ເຂດ​ແຄ້ວນ ທີ່​ມີ​ຍອດ​ວົງ​ເງິນ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ກຳ​ລັງ​ໜູ​ນ​ຈາກຫຼາຍ​ມາດ​ຕະ​ການ​ຄົບ​ຊຸດ

ເມື່ອເບິ່ງຄືນ​ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ປີ 2019 ບັນ​ລຸ 7%, ແລ້ວຫຼຸດ​ລົງ​ຢ່າງ​ແຮງ​ຍັງ​ເຫຼືອ 2,91% ແລະ 2,58% ໃນສອງ​ປີທີ່​ເກີດ​ພະ​ຍາດ​ໂຄວິດ - 19, ທ່ານ​ສາດ​ສະ​ດາ​ຈານ Zhang Rui ຕີ​ລາ​ຄາ​ວ່າ ຫວຽດ​ນາມ ໄດ້​​ຍົກ​ເລີກ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ - 19 ແລະ ເປີດ​ປະ​ຕູ​ຄືນ​ໃໝ່, ສ້າງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່​ຂຶ້ນ​ເຖິງ 13,67% ໃນ​ໄຕ​ມາດ​ທຳ​ອິດ, ຈາກ​ນັ້ນ​ຍູ້ GDP ທັງ​ປີ​ເພີ່ມ​ຂຶ້ນ​ສູງ​ລະ​ດັບ​ສະ​ຖິ​ຕິ, ເຊິ່ງພິ​ສູດ​ໃຫ້​ເຫັນ​ພື້ນ​ຖານ​ເສ​ດ​ຖະ​ກິດ​ບັນ​ລຸ​ໄດ້​ການ​ເຕີບ​ໂຕຫຼັງ​ພະ​ຍາດ​ໂຄວິດ - 19.

ຕາມ​ການ​ອະ​ທິ​ບາຍ​ຂອງ​ນັກ​ຮຽນ​ຮູ້​ຈີນ, ສາຍ​ເຫດ​ສຳ​ຄັນ​ຍ້ອນ ສະ​ກຸນ​ເງິນດົງ​ຂອງ ຫວຽດນາມ ຮັ​ກ​ສາ​ໄດ້​ກຳ​ລັງ​ໃນ​ສະ​ພາບ​ການ​ເງິນ​ຕາ​ຂອງ​ບັນ​ດາ​ພື້ນ​ຖານ​ເສ​ຖະ​ກິດ​ໃຫຍ່ໃນ​ໂລກ ລ້ວນ​ແຕ່ຫຼຸດ​ລົງຢ່າງ​ແຮງ ເມື່ອ​ສະ​ກຸນ​ເງິນ USD ເພີ່ມ​ຂຶ້ນ. ສະ​ກຸນ​ເງິນດົງ ພຽງ​ແຕ່ຫຼຸດ​ລົງເລັກ​ໜ້ອຍ​ 4% ໃນ​ປີ 2022, ຍ້ອນອັດ​ຕາ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ພື້ນ​ຖານທີ່ໝັ້ນ​ແກ່ນ​ຈາ​ກການ​ສົ່ງ​ອອກ​ເດີນ​ດູນ ແລະ ວົງ​ການ​ເງິນ​ນຳ​ເຂົ້າ, ສ້າງ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນໃນຂົງເຂດທີ່ກວ້າງໃຫຍ່ ​ເພື່ອ​ໃຫ້​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາສາມາດປັບ​ປຸງ​ນະ​ໂຍ​ບາຍ​ຢ່າງ​ມີໄຫວ​ພິບ ແລະ ແນ່ນອນ​ກ່​ວາ. ສອງ​ແມ່ນ​ດັດ​ປັບ​ອັດ​ຕາ​ດອກ​ເບ້ຍ​ຂອງທະ​ນາ​ຄານ​ແຫ່ງ​ລັດ ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ຮັດ​ແໜ້ນ​ເງິ​ນ​ຕາ​ຂອງ ຫວຽດ​ນາມ ແມ່ນ​ໜ້ອຍ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ພື້ນ​ຖານ​ເສດ​ຖະ​ກິດ​ຕ່າງໆ, ຮັບ​ປະ​ກັນ​ໃຫ້​ການ​ຊຳ​ລະ​ຢ່າງເປັນຈຳນວນຫຼາຍ ແລະ ມີ​ສະ​ຖຽນ​ລະ​ພາບສຳລັບ​ພືື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ກໍ່​ຄື​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ເຈົ້າ​ຂອງ​ເສດ​ຖະ​ກິດ​ອາດ​ຈະ​ຟື້ນ​ຟູ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ດ້ວຍຄ່າ​ໃຊ້​ຈ່າຍ​ຕ່ຳ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ເສ​ລີ​ທາງ​ການ​ຄ້າ​ທີ່​ປອດ​ໂປ່ງ ແລະ ສະ​ດວກ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ຕໍ່​ການ​ສົ່ງ​ອອກ​ນຳ​ເຂົ້າ ແລະ ການ​ເຕີບ​ໂຕ​ດ້ານ​ເສດ​ຖ​ະ​ກິດ​ຂອງຫວຽດ​ນາມ ຢ່າງ​ຈະ​ແຈ້ງ.

ທ່ານ ສາດ​ສະ​ດາ​ຈານ Zhang Rui ໃຫ້​ຮູ້​ວ່າ ນອກ​ຈາກ​ການ​ບັນ​ລຸ​ສັນ​ຍາ​ການ​ຄ້າ​ເສ​ລີ ກັບ​ສະ​ຫະ​ພາບ​ເອີ​ລົບ​, ເປັນ​ສະ​ມາ​ຊິກ​ຂອງ ອາ​ຊຽນ, ຫວຽດ​ນາມ ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ສັນ​ຍ​າ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ທີ່​ມີ​ຜົນ​ສັກ​ສິດ​ກວ່າ 1 ປີຜ່ານມາ, ຍ້ອນເຫດນັ້ນ ​ສິນ​ຄ້າ​ປະ​ເພດ​ສິນ​ໃນ​ນ້ຳ, ຜະ​ລິດ​ຕະ​ພັນ​ກະ​ເສດ ດ້ວຍ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ຂອງ ຫວຽດ​ນາມ ຈິ່ງສາມາດ​ແຊກ​ຊຶມເຂົ້າ​ຕະຫຼາດ​ໃຫຍ່​ດ້ວຍ​ຄ່າ​ໃຊ້​ຈ່າຍ​ຕ່ຳ, ຍິ່ງ​ໄປ​ກ່​ວາ​ນັ້ນ​ແມ່ນ 0.

ພ້ອມ​ກັນ​ນັ້ນ, ດ້ວຍ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ​ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ກ່​ວາ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ຢູ່​ອາ​ຊີ ​ຄື: ສິງ​ກະ​ໂປ, ສ.ເກົາຫຼີ, ຍີ່​ປຸ່ນ ແລະ ຈີນ ຕາມ​ລຳ​ດັບ​ແມ່ນ 4 ນັກ​ລົງ​ທຶນ FDI ໃຫຍ່​ທີ່​ສຸດ​ຢູ່ ຫວຽດ​ນາມ. ໃນ​ບົດ​ລາຍ​ງານ​ຕີ​ລາ​ຄາ​ການ​ກະ​ທົບ​ຈາກ RCEP ແລ້ວ, ສັນ​ຍາ​ນີ້​ໄດ້​ປະ​ກອບ​ສ່ວນ​ກ່​ວາ 10% ເຂົ້າ​ໃນການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໃນ​ປີ 2022, ຊຸກ​ຍູ້​ການ​ສ້າງວຽກ​ເຮັດ​ງານ​ທຳ 1,1 ລ້ານ​ວຽກ​ພາຍ​ໃນ​ປະ​ເທດ.

ກົງ​ກັນ​ຂ້າມ​ກັບ​ການ​ຄາດ​ຄະ​ເນ​ຂອງກອງປະຊຸມ ສ​ປ​ຊ ກ່ຽວ​ກັບ​ການ​ຄ້າ ແລະ ການ​ພັດ​ທະ​ນາ ຖື​ວ່າ ຍອດ​ເງິນ​ລົງ​ທຶນ FDI ທົ່ວ​ໂລກຫຼຸດ​ລົງຫຼື ເທົ່າ 50% ເມື່ອ​ທຽ​ບ​ໃສ່​ກັບ​ປີ​ກາຍ​ນີ້. ຫວຽດ​ນາມ ດຶງ​ດູດ​ເງິນ​ລົງ​ທຶ​ນຈາກ​ຕ່າງ​ປະ​ເທດ​ໄດ້ 22,4 ຕື້ USD, ເພີ່ມ​ຂຶ້ນ 13,5%ເມື່ອ​ທຽບ​ໃສ່​ກັບ​ປີ​ກາຍ​ນີ້, ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ກ່ຽວ​ກັບການດ​ຶງ​ດູນ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ຮອບ​ເວ​ລາ 5 ປີ​ມາ​ນີ້. ກາ​ນ​ລົງ​ທຶນ​ນີ​້ໄດ້​ຊ່ວຍ​ໃຫ້ ຫວຽດ​ນາມ ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນທີ່​ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ, ຈາກ​ນັ້ນ ກໍ່​ແຊກ​ຊຶມ​ເຂົ້າ​ເຄືອ​ຂ່າຍ​ສະ​ໜອງ​ທົ່ວ​ໂລກ, ມີ​ທີ່​ຕັ້ງ​ສູງ​ກ່​ວາ​ໃນ​ລະ​ບົບ​ຂະແໜງທຳການ​ຜະ​ລິດ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.