ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ

09:37 | 28/02/2023

ຍ​ສ​ໝ - ນັ້ນແມ່ນ​ຂໍ້​ສັງ​ເກດ​ຂອງ​ຜູ້​ແທນຫຼາຍ​ທ່ານ​ທີ່ການ​ໂອ້​ລົມ​ສົນ​ທະ​ນາ: ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ: 10 ປີ​ແຫ່ງ​ຄູ່​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ແລະ ແງ່​ຫວັງ ເຊິ່ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 25 ກຸມ​ພາ 2023 ຢູ່​ຮ່າ​ໂນ້ຍ ໂດຍ​ສະ​ໂມ​ສອນ ຮ່າ​ໂນ້ຍ ຂອງອະ​ດີດ​ນັກ​ຮຽນ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ (VUSAC Hanoi) ແລະ ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ຈັດ​ຂຶ້ນ.

ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ
ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າລະ​ຫວ່າງ ຫວຽດ​ນາມ - ບາເຣນ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າລະ​ຫວ່າງ ຫວຽດ​ນາມ - ບາເຣນ
ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ (ພາບ: ເຊີນ​ຫງວຽນ)

ນັກ​ຮຽນ ຫວຽດ​ນາມ ຢູ່​ອາ​ເມ​ລິ​ກາ ຂົວ​ເຊື່ອມ​ຕໍ່​ສຳ​ຄັນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ

ນັ້ນແມ່ນ​ຂໍ້​ສັງ​ເກດ​ຂອງ​ຜູ້​ແທນຫຼາຍ​ທ່ານທີ່​ການ​ໂອ້​ລົມ​ສົນ​ທະ​ນາ: ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ: 10 ປີ​ແຫ່ງ​ຄູ່​ຮ່ວມ​ມື​ຢ່າງ​ຮອບ​ດ້ານ ແລະ ແງ່​ຫວັງ ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 25 ກຸມ​ພາ 2023 ຢູ່​ຮ່າ​ໂນ້ຍ ໂດຍ​ສະ​ໂມ​ສອນ ຮ່າ​ໂນ້ຍ ຂອງອະ​ດີດ​ນັກ​ຮຽນຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ (VUSAC Hanoi) ແລະ ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ຈັດ​ຂຶ້ນ.

ທ່ານນາງ Kate Bartlett ທີ່ປຶກສາຝ່າຍ​ວັດ​ທະ​ນະ​ທຳ ​ສະ​ຖານ​ທູດອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ ນັກ​ຮຽນ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ສວມ​ບົດ​ບາດ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຜ່ານ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານນາງ Kate Bartlett ກໍ່​ໃຫ້​ຮູ້​ວ່າ ສະ​ຖານ​ທູດອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ເພື່ອ​ແນ​ໃສ່​ປັບ​ປຸງ​ເຄືອ​ຂ່າຍ​ອະ​ດີດ​ນັກ​ສຶກ​ສາຫວຽດ​ນາມ ຢູ່ອາ​ເມ​ລິ​ກາ, ພ້ອມ​ທັງ​ຊຸກ​ຍູ້​ບັນ​ດາ​ໂຄ​ງ​ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ນະ​ທະ​ນຳ ແລະ ການ​ສຶກ​ສາ.

ໂດຍແບ່ງ​ປັນທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວິງ, ປະ​ທານ​ສະ​ມາ​ຄົມ​ຫວຽດ​ນາມ - ອາ​ເມ​ລິ​ກາ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ ປະ​ຈຳອາ​ເມ​ລິ​ກາ ໄດ້​ສັງ​ເຂດ​ໂດຍ​ລວ​ມ​ບັນ​ດາ​ຜົນ​ງານ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ບົນ​ບັນ​ດາ​ຂົງ​ເຂດ​ຄື: ເສດ​ຖະ​ກິດ - ການ​ຄ້າ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ແລກ​ປ່ຽນ, ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເປັນ​ຜົນ​ຕາມ​ມາ​ຈາກສົງ​ຄາມ ແລະ ພິ​ເສດ​ແມ່ນ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດໃຫ້​ຮູ້​ວ່າ ນັບ​ແຕ່​ເວ​ລາ 2 ປະ​ເທດ​ໄດ້​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຫວຽດ​ນາມ ແລະ ພໍ່​ແມ່​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ, ກໍ່​ຄື​ນັກ​ຮຽນ​ໄດ້​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮຳ​ບາດ​ແຜ​ສົງ​ຄາມ. ນັ້ນ​ແມ່ນ​ເລື່ອງ​ລາວ​ທີ່​ເປັນ​ໜ້າ​ຕື້ນ​ຕັນ​ໃຈ ເມື່ອ​ບັນ​ດາ​ບົດ​ບັນ​ທຶກ​ປະ​ຈຳ​ວັນ​ນ​ຂອງ​ຊາວ​ໜຸ່ມ​ຕະ​ລຸມ​ບອນ ຫວຽດ​ນາມ ໄດ້​ສົ່ງ​ຈາກ​ອາ​ເມ​ລິ​ກາ ມາ​ຍັງ​ຫວຽດ​ນາມ.

​ພາຍ​ຫຼັງ 10 ປີນັບ​ແຕ່​ເວ​ລາ ຫວຽດ​ນາມ - ອາ​ເມ​ລິ​ກາ​ ຍົກ​ລະ​ດັບ​ຄູ່​ຮ່ວມ​ມື​ຮອບ​ດ້ານ (2013 -2023), ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວິງ ໄດ້​ຢັ້ງ​ຢືນ​ວ່າ ​ສອງ​ປະ​ເທດພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ. ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິກ​າ​ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ສະ​ຖານ​ທູດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ​ຂອງ​ສອງ​ປະ​ເທດ, ໃນ​ນັ້ນ​ມີ VUSAC, ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້ຫຼາຍ​ກ່​ວາ​ອີກ.

ແລະ​ກໍ່​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ, ບັນ​ດາ​ຜູ້ແທນ​ກໍ່​ໄດ້​ປຶກ​ສາ​ຫາ​ລືຫຼາຍ​ແງ່​ມູນ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ກໍ່​ຄື​ບັນ​ດາ​ວິ​ທີ​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນ ແລະ ຮ່ຳ​ຣຽນ​ລະ​ຫວ່າງ​ອະ​ດີດ​ນັກ​ຮຽນ​ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ກັບ​ເພື່ອນ​ໜຸ່ມ ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.