ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ, ລັດຖະບານ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ລາວ

15:00 | 02/03/2023

ຍ​ສ​ໝ - ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ມີ​ຄວາມ​ເປັນ​ກຽດ​​ເມື່ອ​ໄດ້​ຮ່​ວມ​ເດີ​ນ​ທາງກ​ັ​ບ​ບັນດາ​ວິ​ສາ​ຫະກິດ ​ແລະ ອົງການ​ລັດຖະບານ​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ພັດທະນາ​ການ​ຂົນ​ສົ່ງ ​ແລະ ຂະ​ແໜງ​ກະສິກຳ.

ອາ​ຊຽນ ​ແລະ ສະຫະພາບ​ເອີ​ລົບ ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ອາ​ຊຽນ ​ແລະ ສະຫະພາບ​ເອີ​ລົບ ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ

ວັນທີ 27 ກຸມພາ, ຜູ້ຕາງໜ້າບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້ການຮ່ວມມືດ້ານກະສິກຳລະຫວ່າງ ຫວຽດນາມ ແລະ ລາວ.

ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດ​ນາມ ເລ​ມິງ​ຮ​ວານ ​ໄດ້ເປັນ​ປະທານ​ກອງ​ປະ​ຊຸ​ມ​ກັບ​ບັນດາ​ວິ​ສາ​ຫະກິດ​ນຳ​ໜ້າ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ຂົນ​ສົ່ງ ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິ​ທີ​ການຊຸກຍູ້ ​ແລະ ພັດທະນາ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ຂົນ​ສົ່ງໃຫ້​ແກ່​ຂະ​ແໜງ​ກະສິກຳ​ສຳລັບ​ຕະຫຼາດ​ລາວ.

ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ, ລັດຖະບານ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ ​ແລະ ລາວ
ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດ​ນາມ ເລ​ມິງ​ຮ​ວານ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາ​ບ: congthuong.vn)

ຄຽງ​ຄູ່​ກັບ​ນັ້ນ​ແມ່ນ​ແຜນການ​ກໍ່ສ້າງ​ທາງ​ດ່ວນ​ວຽງ​ຈັນ - ຮ່າ​ໂນ້ຍ ​ແລະ ທາງ​ດ່ວນ​ວຽງ​ຈັນ - ຫວຸງ​ອາງ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ​ເປົ້າ​ໝາຍ​ກາຍ​ເປັນ​ໃຈກາງ​ຂົນ​ສົ່ງຂອງ​ເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເຊື່ອມ​​ຕໍ່ກັບ​ຕະຫຼາດ​ຈີນ. ການ​ພັດທະນາ​ດ້ານ​ຄົມມະນາຄົມ​ຢູ່​ລາວ ​ໄດ້​ເປີດ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ໃນ​ນັ້ນ​ມີ ຫວຽດນາມ.

ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ເລ​ມິງ​ຮ​ວານ ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ບໍລິສັດໃຫຍ່ ເຕິນ​ກາງ ໄຊ​ງ່ອນ ​ໄດ້​ເປັນ​ເຈົ້າ​ການ ​ແລະ ນຳ​ໜ້າໃນ​ການ​ເຄື່ອນ​ໄຫວຂຸດ​ຄົ້ນ​ທ່າ​ກຳ​ປັ່ນ, ພັດທະນາ​ຕາ​ໜ່າງ​ຂົນ​ສົ່ງ ​ແລະ ສະ​ໜອງການ​ບໍລິການ, ພິ​ເສດແມ່ນຜັນ​ຂະ​ຫຍາຍ​ເສັ້ນ​ທາງ​ຂົນ​ສົ່ງ​ເຊື່ອມ​ຕໍ່​ທ່າ​ກຳ​ປັ່ນ​ພາກ​ໃຕ້ - ພາກ​ກາງ - ພາ​ກ​ເໜືອ​ກັບເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຜ່ານ​ທ່າ​ກຳ​ປັ່ນ​ຫວຸງອາງ ລາວ - ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ເຊື່ອມ​ຕໍ່​ ຫວຽດນາມ - ລາວ.

ທ່ານ ​ບຸຍ​ວັນ​ກຸຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດໃຫຍ່ ​ເຕິນ​ກາງ ໄຊ​ງ່ອນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ລາວ​ມີ ສາງ 7 ແຫ່ງ, ພ້ອມ​ດ້ວຍ​ການ​ໜູນ​ຊ່ວຍ​ຈາກ ຫວຽດນາມ ເພື່ອຂຸດ​ຄົ້ນ​ທ່າ​ກຳ​ປັ່ນຫວຸງ​ອາງ ​ແລະ ພິ​ເສດ​ແມ່ນ​ຍຸດ​ທະ​ສາດ​ບຸກທະລຸທາງ​ຄົມ​ມະ​ນາ​ຄົມ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ລາວ​ຈະ​ກາຍ​ເປັນ​ຈຸດ​ໃຈກາງ​ຂອງພາກພື້ນ. ສິ່ງ​ນີ້ມ​ີ​ຄວາມໝາຍ​​ວ່າ ກາ​ລະ​ໂອ​ກາດ​ການ​ລົງ​ທຶນ ແລະ ການ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ຢູ່​ປະ​ເທດ​ນີ້ ຍັງ​ມີຄວາມ​ສາ​ມາດ​ບ່​ົມ​ຊ້ອນ ແລະ ທ່າ​ໄດ້​ປຽບ​ອັນ​ໃຫຍ່​ຫຼວງ.

ການຍູ້ແຮງການສ້າງຕັ້ງສະມາຄົມວິສາຫະກິດກະສິກຳ ຫວຽດນາມ - ລາວ ແມ່ນເພື່ອແນໃສ່ເຊື່ອມຕໍ່, ຮ່ວມມືລົງທຶນ, ພັດທະນາ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດກະສິກຳຕາມຄວາມຕ້ອງການຂອງວິສາຫະກິດ, ຮັບໃຊ້ຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຊົນຂອງສອງປະເທດ. ບໍລິສັດໃຫຍ່ ເຕິນ​ກາງ ​ໄຊ​ງ່ອນ ມີ​ຄວາມເປັນ​ກຽດ​ເມື່ອ​ໄດ້​ຮ່ວມ​ເດີນ​ທາງ​ກັບ​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ລັດຖະບານ​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ພັດທະນາການ​ຂົນ​ສົ່ງ ​ແລະ ອຸດສາຫະກຳ​ກະສິກຳ ຫວຽດນາມ - ລາວ, ພ້ອມ​ກັນ​ນັ້ນ ກໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ທີ່​ຫາ​ຍາກ​ລະຫວ່າງ 2 ປະ​ເທດ.

ບຸນ​ຄົງ

302 Found

Found

The document has moved here.