ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ການ​ປົກປ້ອງ​​ປ່າ

09:22 | 01/03/2023

ຍ​ສ​ໝ - ວັນ​ທີ 24 ກຸມ​ພາ, ຢູ່​ນະ​ຄອນ​ເຫ້ວ, ກົມກວດ​ກາ​ປ່າ​ໄມ້ ຫວຽດ​ນາມ ສົມ​ທົບ​ກັບ​ກົມ​ກວດ​ກາ​ປ່າ​ໄມ້ ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ການ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ 2017 – 2022 ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ການ​ເຄື່ອນ​ໄຫວ​ສົມ​ທົບ​ກັນ​ໄລ​ຍະ 2023 – 2028.

ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ
ທ່ານ ເອກອັກຄະລັດຖະທູດ ສ.ຕວກກີສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ທ່ານ ເອກອັກຄະລັດຖະທູດ ສ.ຕວກກີສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ

ວັນ​ທີ 24 ກຸມ​ພາ, ຢູ່​ນະ​ຄອນ​ເຫ້ວ, ກົມກວດ​ກາ​ປ່າ​ໄມ້ ຫວຽດ​ນາມ ສົມ​ທົບ​ກັບ​ກົມ​ກວດ​ກາ​ປ່າ​ໄມ້ ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ການ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ 2017 – 2022 ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ການ​ເຄື່ອນ​ໄຫວ​ສົມ​ທົບ​ກັນ​ໄລ​ຍະ 2023 – 2028

ກາ​ນ​ນຳ​ສອງ​ກົມ​ກວດ​ກາ​ປ່າ ຫວຽດ​ນາມ ສົມ​ທົບ​ກັບ​ກົມ​ກວດ​ກາ​ປ່າ​ໄມ້ ລາວ​ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ

ກາ​ນ​ນຳ​ກົມ​ກວດ​ກາ​ປ່າ ຫວຽດ​ນາມ ສົມ​ທົບ​ກັບ​ການນຳກົມ​ກວດ​ກາ​ປ່າ​ໄມ້ ລາວ​ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ

(ພາບ: TTXVN)

ມີຜູ້​ຕາງ​ໜ້າ​ບັນ​ດາ​ໜ່ວຍ​ງານ​ທີ່​ມີ​ໜ້າ​ທີ່​ຄຸ້​ມ​ຄອງ​ປົກ​ປ້ອງ​ປ່າ ຢູ່ 10 ແຂວງ​ຂອງ ຫວຽດ​ນາມ ແລະ ລາວ​ ເຂົ້າ​ຮ່ວມ.

ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ 2023 – 2028, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຄວາມ​ຮູ້ ​ແລະ ປະສົບ​ການ ​ເພື່ອ​ຄວບ​ຄຸມ ​ແລະ ສະກັດ​ກັ້ນ​ການ​ລ່າ​ສັດ, ການ​ຂຸດ​ຄົ້ນ, ຄ້າຂາຍ, ຂົນ​ສົ່ງ​ໄມ້ແບບຜິດກົດໝາຍ, ຜະລິດ​ຕະພັນ​ເຄື່ອງ​ປ່າຂອງດົງ, ສັດປ່າ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງສອງ​ປະ​ເທດ. ​ແຕ່ລະ​ຝ່າຍ​ເພີ່ມ​ທະວີ​ການ​ກວດກາ ​ແລະ ຕິດຕາມ​ກວດກາ​ກໍລະນີ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​ໄມ້, ເຄື່ອງປ່າຂອງ​ດົງ ​ແລະ ສັດປ່າ​ຢູ່​ຕາມ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ຢ່າງ​ເຂັ້ມ​ງວດ, ​ພ້ອມ​ທັງ​ແລກປ່ຽນ​ຂໍ້​ມູນ​ຂ່າວສານຢ່າງເປັນ​ປະ​ຈຳ ​ແລະ ສົມທົບ​ກັນ​ແກ້​ໄຂ​ບັນດາ​ກໍລະນີ​ລະ​ເມີດ​ກົດ​ໝາຍບົນ​ພື້ນຖານ​ການ​ປະຕິບັດ​ລະບຽບ​ກົດໝາຍ​ຂອງແຕ່ລະປະເທດ.

ກົມກວດ​ກາ​ປ່າ ຫວຽດ​ນາມ ແລະ ກົມ​ກວດ​ກາ​ປ່​າ​ໄມ້ ລາວ ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ຈະ​ແລກ​ປ່ຽນ​ຂໍ້​ມູນກ່ຽວ​ກັບ​ບັນ​ດາ​ຂໍ້​ກຳ​ນົດ, ນະ​ໂຍ​ບາຍ​ໃໝ່​ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ປ່າ​, ຄ້າ​ຂາຍ​ໄມ້ ແລະ ສັດ​ປ່າ. ສອ​ງ​ຝ່າຍ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ສ້າງກົນ​ໄກ, ນະ​ໂຍບາຍ, ກົດ​ໝາຍ. ສອງ​ກົມ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄຟ​ໄໝ້​ປ່າໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ, ສົມ​ທົບ​ກັນ​ກໍ່​ສ້າງ​ລະ​ບົບ​ກວດ​ພົບ ແລະ ຕິດ​ຕາມ​ການ​ປ່ຽນ​ແປງ​ຂອງ​ປ່າ​ໂດຍ​ໄວ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ​ຈະ​ສົມ​ທົບ​ກັນ​ປະ​ຕິ​ບັດຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ຕະຫຼາດ​ສາກົນ ແລະ ຜະ​ລິດ​ຕະ​ພັນ​ຈາກ​ໄມ້, ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ບັນ​ດາ​ຕະຫຼາດ​ໃຫຍ່, ເພີ່ມ​ທະ​ວີ​ຄວາ​ມາ​ມາດ​ໃນ​ການ​ຄຸ້ມ​ຄອງ​ປ່າ​ແບບ​ຍືນ​ຍົງ, ​ຢັ້ງ​ຢືນ​ປ່າ ແລະ ​ວາງ​ແຜນ​ກຳ​ນົດ​ປ່າ​ໄມ້​ທົ່ວ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສ​າ​ຫະ​ກິດ​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ໃນການ​ຜະ​ລິດ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປ່າຂອງດົງ​ໃຫ້​ເໝາະ​ສົມ​ກັບ​ກົດ​ໝາຍ​ປັດ​ຈຸ​ບັນ​ຂອງ​ສອງ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.