ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

19:33 | 25/02/2023

ຍ​ສ​ໝ - ວັນທີ 23 ກຸມພາ, ຢູ່ ປັກກິງ, ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2023).

ສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລັດເຊຍ-ຫວຽດນາມ ສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລັດເຊຍ-ຫວຽດນາມ
ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ(ພາບ: nhandan.vn)

ວັນທີ 23 ກຸມພາ, ຢູ່ ປັກກິງ, ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2023).

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງເລື່ອງ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ກ່ອນນີ້ 73 ປີ, ຕີລາຄາສູງໝາກຜົນການຮ່ວມມືສຳຄັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນການໄປຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເມື່ອເດືອນ ພະຈິກ 2022, ໄດ້ຊຸກຍູ້ຢ່າງແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ.

ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບພັກ, ລັດ ແລະ ປະຊາຊົນ ຈີນ. ທ່ານສະເໜີໃຫ້ 2 ຝ່າຍເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ, ຄວບຄຸມ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ປີ 2023 ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ, ຄອບ​ຮອບ 15 ປີ​ແຫ່ງວັນ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ນັບ​ແຕ່​ຕົ້ນ​ປີ​ນີ້, ເລື່ອງ ຈີນ ຫັນ​ນະ​ໂຍ​ບາຍ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ຢ່າງ​ສຸດ​ຂີດ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

​ພິ​ທີ​ສະ​ເຫຼີມ​ສະຫຼອງ 73 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ຈີນ ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​, ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ. ບັນ​ດາ​ແຂກ​ຖືກ​ເຊີນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕ່​ບັນ​ດາ​ຜົນ​ງານ​ສຳ​ຄັນ​ເຊິ່ງ​ຫວຽດ​ນາມ ແລະ ຈີນ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ສະ​ແດງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ ແລະ ຍ້ອງ​ຍໍ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ທີ່​ພົ້ນ​ເດັ່ນ​ເຊິ່ງ​ສະ​ຖານ​ທີ່​ຫວຽດ​ນາມ ແນະ​ນຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.