ການພົບປະແລກປ່ຽນປະຊາຊົນຫວຽດນາມ - ອັງກິດ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ

16:56 | 22/02/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 20 ກຸມພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນ່າງປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດນາມ (VUFO) ຫງວຽນ​ເຟືອງ​ງາ ໄດ້​ໃຫ້ການ​ຕ້ອນຮັບທ່ານ Mark Kent - ​ອະດີດ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ (ອາຍຸ​ການ 2007-2010).

ທ່ານ​ເອກ​ອັກຄະ​ລັດຖະທູດ Iain Frew ​ເນັ້ນ​ໜັກ​ວ່າ: “ການ​ພົວພັນ​ລະຫວ່າງ ຫວຽດນາມ - ອັງກິດ ​ແມ່ນ​ໃກ້​ຊິດ​ກວ່າ​ເວລາໃດໝົດ” ທ່ານ​ເອກ​ອັກຄະ​ລັດຖະທູດ Iain Frew ​ເນັ້ນ​ໜັກ​ວ່າ: “ການ​ພົວພັນ​ລະຫວ່າງ ຫວຽດນາມ - ອັງກິດ ​ແມ່ນ​ໃກ້​ຊິດ​ກວ່າ​ເວລາໃດໝົດ”
ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ WTM 2022 ຢູ່ ອັງກິດ

ທີ່​ການ​ພົບ​ປະ, ທ່ານ​ນ່າງປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດນາມ (VUFO) ຫງວຽນ​ເຟືອງ​ງາ ​ໄດ້​ແນະນຳ​ໂຄງ​ປະກອບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ. ໃນ​ບັນ​ດາ​ອົງ​ການ​ສະ​ມາ​ຊິກຂອງ VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອັງ​ກິດ ມີ​ຫລາຍ​ການ​ເຄື່ອນ​ໄຫວ​ທີ່ຕັ້ງໜ້າ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ອັງກິດ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ - ບຳລຸງສ້າງລະ​ຫວ່າງ​ສອງ​ປະ​ເທດ.

ການພົບປະແລກປ່ຽນປະຊາຊົນຫວຽດນາມ - ອັງກິດ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ

ທ່ານ​ນ່າງປະ​ທານ VUFO ຫງວຽນ​ເຟືອງ​ງາ ໄດ້​ໃຫ້ການ​ຕ້ອນຮັບທ່ານ Mark Kent - ​ອະດີດ​ເອກ​ອັກຄະ​ລັດຖະທູດ ອັງກິດ ປະຈຳ ຫວຽດນາມ

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ມຸ່ງ​ໄປ​ເຖິງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ ຄົບຮອບ 50 ປີ (11 ກັນຍາ 1973 – 11 ກັນຍາ 2023), ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ສຳ​ມະ​ນາ, ​ແລກປ່ຽນ​ບົດຮຽນ, ​ແລກປ່ຽນ​ວັດທະນະທຳ, ງານວາງສະ​ແດງ​ຮູບ​ພາບ...

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ໄດ້​ສະແດງຄວາມຊົມເຊີຍ ​ທ່ານ Mark Kent ​ທີີ່ໄດ້​ກາຍ​ເປັນ​ປະທານ​ເຄືອ​ຂ່າຍ​ມິດຕະພາບ ຫວຽດນາມ - ອັງກິດ ​ນັບແຕ່​ວັນ​ທີ 1 ເມສາ 2023. ​ເຄືອ​ຂ່າຍ​ມິດຕະພາບ​ຫວຽດນາມ - ອັງກິດ ​ແມ່ນເຕົ້າໂຮມ​ບັນດາ​ອົງການ ​ແລະ ບຸກຄົນ​ຂອງ​ອັງກິດ ທີ່​ມີ​ຄວາມ​ສົນ​ໃຈ​ກັບ ຫວຽດນາມ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື ຫວຽດນາມ - ອັງກິດ ​ໃນ​ຫຼາຍ​ຂົງ​ເຂດ​ຄື ການ​ຄ້າ, ການ​ສຶກສາ, ວິຊາສະເພາະ, ວັດທະນະທຳ.

ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ປະສົບ​ການ, ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ຮັກ​ແພງທີ່ມີຕໍ່​ຫວຽດນາມ, ທ່ານ Mark Kent ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ ຫວຽດນາມ - ອັງກິດ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ VUFO ​ແລະ ເຄືອ​ຂ່າຍ​ມິດຕະພາບຫວຽດນາມ - ອັງກິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.