​ຄະ​ນະ​ພະ​ນັກ​ງານ​ລາວ​ໄປ​ສຳຫຼວດ​ຕົວ​ຈິງ ຢູ່ ສູນ​ສິ່ງຢອດ​ຍິ່ງ​ໝູ​່ບ້ານ​ອາ​ຊ​ີ​ບ ຫວຽດ

12:03 | 23/02/2023

ຍ​ສ​ໝ - ໂດຍ​ສືບ​ຕໍ່​ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ອາ​ທິ​ດ​ຜ່ານ​ມາ, ຄະ​ນະ​ພະ​ນັກ​ງານ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ໂດຍ​ສະຫາຍ ທອງ​ສະລິດ ມັງ​ໜໍ່ເມກ, ເລ​ຂ​າທິການ​ສູ​ນ​ກາງ​ພັກ, ຫົວ​ໜ້າ​ຫ້ອງວາ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມາ​ຢ້ຽມ​ຊົມ, ສຳຫຼວດກວດ​ກາ​ຕົວ​ຈິງ​ຢູ່​ສູນ​ສິ່ງຢອດ​ຍິ່ງ​ໝູ່​ບ້ານ​ອາ​ຊ​ີບ ຫວຽດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ VinUni (ເມືອງ​ຢາ​ເລິມ, ນະ​ຄອນ​ຮ່າ​ໂນ້ຍ).

Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ Valentine ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ຄວາມ​ຮັກ​ຕໍ່​ເມຍ ທີ່​ມີ​ບ້ານ​ເກີດ​ຫ່າງ​ຈາກ ຫວຽດ​ນາມ ກ່​ວາ 8000 ກີ​ໂລ​ແມັດ
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອີ​ສານ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ແຫ່ງ​ບ້ານ​ເກີດ​ເມືອງນອນ
​ຄະ​ນະ​ພະ​ນັກ​ງານ​ລາວ​ໄປ​ສຳຫຼວດ​ຕົວ​ຈິງ ຢູ່ ສູນ​ສິ່ງຢອດ​ຍິ່ງ​ໝູ​່ບ້ານ​ອາ​ຊ​ີ​ບ ຫວຽດ
ຜູ້​ຕາງ​ໜ້າ​ມະ​ຫາ​ວິ​ທະ​ຍາ​ໄລ VinUni ແນະ​ນຳ​ກັບ​ບັນ​ດາ​ຜູ້​ແທນ (ພາບ: hanoimoi.com.vn)

​ຄະ​ນະ​ພະ​ນັກ​ງານ​ລາວ​ໄປ​ສຳຫຼວດ​ຕົວ​ຈິງ ຢູ່ ສູນ​ສິ່ງຢອດ​ຍິ່ງ​ໝູ​ບ້ານ​ອາ​ຊ​ີ​ບ ຫວຽດ

ໂດຍ​ສືບ​ຕໍ່​ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ອາ​ທິ​ດ​ຜ່ານ​ມາ, ຄະ​ນະ​ພະ​ນັກ​ງານ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ໂດຍສະຫາຍ ທອງ​ສະລິດ ມັງ​ໜໍ່ເມກ, ເລ​ຂ​າທິການ​ສູ​ນ​ກາງ​ພັກ, ຫົວ​ໜ້າ​ຫ້ອງວາ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມາ​ຢ້ຽມ​ຊົມ, ສຳຫຼວດກວດ​ກາ​ຕົວ​ຈິງ​ຢູ່​ສູນ​ສິ່ງຢອດ​ຍິ່ງ​ໝູ່​ບ້ານ​ອາ​ຊ​ີບ ຫວຽດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ VinUni (ເມືອງ​ຢາ​ເລິມ, ນະ​ຄອນ​ຮ່າ​ໂນ້ຍ).

​ຢູ່​ສູນ​ສິ່ງຍອດ​ຍິ່ງ​ໝູ່​ບ້ານ​ອາ​ຊີບ ຫວຽດ, ຕາ​ແສງ​ບາດ​ຈ່າງ, ເມືອງ​ຢາ​ເລິມ, ຄະ​ນະ​ພະ​ນັກ​ງານ​ຫ້ອງວ່າ​ການ​ສູນ​ການ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ຮັບ​ຟັງການ​ແບ່ງ​ປັນຂອງ​ນັກ​ສິ​ລະ​ປະ​ກອນ​ກ່ຽວ​ກັບ​ວິ​ວັດ​ການ​ສ້າງ​ຕັ້ງ, ພັດ​ທ​ະ​ນາ ແລະ ສ້າງ​ສິ່ງຍອດ​ຍິ່ງ​ອາ​ຊີບ​ເຄື່ອງ​ປັ້ນ​ດິນ​ເຜົາ, ຮ່ຳ​ຮຽນ​ບົດ​ຮຽນ​ປະ​ສົບ​ການຂອງ​ບາດ​ຈ່າງ ​ໃນ​ການ​ຮັກ​ສາໃຫ້​ລູກ​ຫຼານ​ໃນ​ໝູ່​ບ້ານ ​ເຮັດ​ອາ​ຊີບ​ເຄື່ອງ​ປັ້ນ​ດິນ​ເຜົານີ້ຕໍ່ໄດ້, ພ້ອມ​ທັງ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ຂອງ​ໝູ່​ບ້ານ ບາດ​ຈ່າງ, ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ​ໝູ່​ບ້ານ​ໃນ​ຕະຫຼອດ​ໄລ​ຍະ​ປະ​ຫວັດ​ສາດ​ຂອງ​ທັງ​ລອງ - ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ແລະ ປະ​ເທດ ຫວຽດ​ນາມ ເວົ້າ​ລວມ.

​ພາຍຫຼັງ​ຢ້ຽມ​ຊົມ ແລະ ຮັບ​ຟັງ​ຜູ້​ຕາງ​ໜ້າ​ມະ​ຫາ​ວິ​ທະ​ຍາ​ໄລ VinUni ແບ່ງ​ປັນ, ສະ​ຫາຍ ທອງ​ສະ​ລິດ ມັງ​ໜໍ່ເມກ ສະ​ແດງ​ຄວາມ​ປະ​ທ​ັບໃຈ​ຕໍ່​ຮູບ​ແບບ ແລະ ຂອບ​ຂະ​ໜາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ VinUni. ການ​ເຄື່ອນ​ໄຫວ​ຂອງ VinUni ມີ​ບົດ​ບາດ​ສຳ​ຄັນໃນ​ກາ​ນ​ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ລວມ​ຂອງ ຮ່າ​ໂນ້ຍ ແມ່ນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ນະ​ຄອນຫຼວງ “ອະ​ລິ​ຍາ​ທຳ - ສີ​ວິ​ໄລ - ທັນ​ສະ​ໄໝ”.

​ສະ​ຫາຍ​ກໍ່​ຕີ​ລາ​ຄາ​ສູງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ສິດ​ສອນ​ຂອງ VinUni ແລະ ເຊື່ອ​ໝັ້ນ​ວ່າ ໃນ​ອະ​ນາ​ຄົດ ຈະ​ມີ​ສາດ​ສະ​ດາ​ຈານ ແລະ ນັກ​ສຶກ​ສາ​ລາວ ມາ​​ສິດ​ສອນ​ ແລະ ຮ່ຳຮຽນຢູ່​ແຫ່ງ​ນີ້.

ຕາມ​ຜູ້​ຕາງ​ໜ້າ VinUni ແລ້ວ, ໂຮງ​ຮຽນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ທີ່​ມີ​ຊື່​ສຽງ​ໃນ​ໂລກ, ໄດ້​ເຊື້ອ​ເຊີນ​ສາດ​ສະ​ດາ​ຈານ​ແຖວ​ໜ້າ​ຂະ​ແໜງ​ການຈາກ​ຕ່ງ​ປະ​ເທດ ມາ​ສິດ​ສອນເປັນ​ປະ​ຈຳ, ​ມີການລົງ​ທຶນ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ຫ້ອງ​ທົດ​ລອງ, ສູນເລີ່ມ​ຕົ້ນ Startup ເປັນຈຳນວນຫຼວງຫຼາຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.