ຫວຽດ​ນາມ - ລາ​ວ​ ຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ

14:42 | 27/02/2023

ຍ​ສ​ໝ - ໄລ​ຍະ​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ສະ​ພາບ​ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳ​ຄ້າ​​ມະ​ນຸດ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ຢ່າງໝັ້ນ​ແກ່ນ, ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ.

​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ ​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: cand.com.vn)
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: cand.com.vn)

ໄລ​ຍະ​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ສະ​ພາບ​ການ​ເຄື່ອນ​ໄຫວ​​ອາດ​ຊະ​ຍາ​ກຳ​ຄ້າ​​ມະ​ນຸດ​ຢູ່​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ຢ່າງໝັ້ນ​ແກ່ນ, ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ.

ວັນ​ທີ 22 ກຸມ​ພາ, ຢູ່​ແຂວງ ຫຼວງ​ພະ​ບາງ (ປະ​ເທດ​ລາວ), ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບ, ການ​ຕີ​ລາ​ຄາ​ໝາກ​ຜົນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາລັດ​ຖະ​ບານ ສ​າ​ທາ​ລະ​ນະ​ລັດ ສັງຄົມນິຍົມ ຫວຽດ​ນາມ ແລະ ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ ລາວ ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ການ​ຄ້າມະ​ນຸດ​ປີ 2010 – 2022. ເຫດກ​ານ​ນີ້​ໂດຍ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ, ​ຕ້ານ​ການ​ຄ້າ​ມະ​ນຸດ ແຫ່ງຊາດລາວ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ. ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ຂະ​ແໜງ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ໂດຍ​ ທ່ານ​ພັນ​ເອກ ຫງ​ວຽນ​ມິງ​ຮຽວ, ຮອງ​ຫົວ​ໜ້າ​ກົມພົວພັນຕ່າງປະເທດ, ກະ​ຊວງ​ຕຳຫຼວດ ຫວຽດນາມ ເປັນ​ຫົວ​ໜ້າ​ຄະ​ນະ. ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ຂະ​ແໜງ​ລາວ ​ໂດຍ​ທ່ານ​ພົນ​ຈັດ​ຕາ​ວາ ແກ່ນ​ຈັນ ພົມ​ມະ​ຈັກ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳຫຼວດ, ກະ​ຊວງ​ຕຳຫຼວດ ລາວ, ຫົວ​ໜ້າ​ຄະ​ນະ​ເລ​ຂາ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ຂະ​ແໜງ​ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນ ລາວ

ໃນກອງປະຊຸມ, ສອງຝ່າຍໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ຂໍ້​ສັງ​ເກດກ່ຽວກັບສະ​ພາບ​ກາອາດ​ສະຍາ​ກຳການຄ້າມະນຸດສືບ​ຕໍ່ມີຄວາມສັບ​ສົນ​ຊ້ອນ​ແຝງຫຼາຍ​ປັດ​ໄຈ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້, ພິ​ເສດ​ແມ່ນ​ພາຍຫຼັງ ຄວ​ບ​ຄຸມພະ​ຍາດCovid-19 ໄດ້ຢ່າງສົມບູນ. ວິທີການຫຼອກລວງຂອງອາດຊະຍາກໍາການຄ້າ​ມະ​ນຸດ ນັບ​ມື້​ນັບ​ເປັນຫຼາຍ​ຮູບ​ແບບ, ພິ​ເສດ​ແມ່ນການ​ສວຍ​ໃຊ້​ອິນ​ເຕີ​ເນັດ ເພື່ອ​ຈອບ​ອອຍຜູ້​ປະ​ສົບ​ເຄາະ​ຮ້າຍ ເຊິ່ງ​ສ້າງ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຕໍ່​ສູ້.

ບັ​ນດາ​ຜູ້​ແທນ​ໄດ້​ຮັບ​ຮູ້, ຕີ​ລາ​ຄາ​ສູງບັນ​ດາ​ໝາກ​ຜົນ​ຢ່າງຕັ້ງ​ໜ້າໂດຍ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນບັນ​ລຸ​ໄດ້, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ແຂວງ​ຕິດ​ກັບ​ຊາຍ​ແດນ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ. ຜ່ານ​ນັ້ນ ກໍ່ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ຢ່າງ​ໝັ້ນແກ່ນ, ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ.

ຈາກ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ແລະ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຄົງ​ຂ້າງ, ຂໍ້​ຈຳ​ກັດທີ່​ໄດ້​ຍົກ​ອອກ​ມາ​ຢູ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ບາງ​ມາດ​ຕະ​ການ​ຊຸກ​ຍູ້​ວຽກ​ງານ​ຮ່ວມ​ມື​ສາ​ກົນ​ໃນ​ການ​ແກ້​ໄຂ​ບັນ​ດາຄະດີຄ້າ​ມະ​ນຸດ​ໃນ​ໄລ​ຍະ​ຜ່ານ​ມາ. ລະ​ອຽດ​ແມ່ນ, ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສອງ​ປະ​ເທດ​ໄດ້​ຮັກ​ສາ​ຊ່ອງ​ທາງ​ຂໍ້​ມູນ​ເພື່ອ​ອັບເດດ​ເປັນ​ປະ​ຈຳ, ແລກ​ປ່ຽນ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ, ຮັກ​ສາ​ການ​ແລກ​ປ່ຽນ​ວຽກ​ງານ​, ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ທຸກ​ຂັ້ນເປັນ​ປະ​ຈຳ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ລະ​ຫວ່າງ​ສອງ​ຝ່າຍ.

ຕັ້ງ​ໜ້າ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ​ລວມ, ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ແຕ່​ລະ​ປະ​ເທດ​ເພື່ອ​ຍົກ​ສູງຄ​ວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ, ການ​ເຂົ້າ​ອອກ​ເມືອງ​ແບບ​ຜິດ​ກົດ​ໝາຍ, ແຮງ​ງານ ແລະ ຜູ້​ອົບ​ພະ​ຍົບ​ເສ​ລີແບບ​ຜິດ​ກົດ​ໝາຍ. ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່​ຄົ້ນ​ພົບ, ຢັ້ງ​ຢືນ, ດຳ​ເນີນ​ຄະ​ດີ​, ສິ່ງທີ່ມີ​ສັນ​ຍານ​ອາດ​ຊະ​ຍາ​ກຳ​ຄ້າ​​ມະ​ນຸດ​ທີ່​ມີ​ການ​ເຄື່ອນ​ໄຫ​ວ​ບົນ​ຜືນ​ແຜ່ນ​ດິນ​ລະ​ຫວ່າງ​ສອງ​ປະ​ເທດ.

ກໍ່​ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັ​ນ​ເອ​ກະ​ພາບ​ໃນ​ການ​ກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ໝາກ​ຜົນ​ແຜນ​ການ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫ້​ບຸ​ລິ​ມະ​ສິດ​ສົມ​ທົບ​ກັນ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ໄລ​ຍະ 2023 – 2025 ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ສືບ​ຕໍ່​ຮັກ​ສາ​ກົນ​ໄກ​ສົມ​ທົບກັນຢ່າງ​ແໜ້​ນ​ແຟ້ນ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາ​ຍ​ຢູ່​ແຕ່​ລະ​ປະ​ເທດ,ຮັບ​ປະ​ກັນ​ຄວາມ​ແທດ​ຈິງ, ມີ​ປະ​ສິ​ດ​ທິ​ຜົນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ສະ​ພາບ​ການ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.