ການ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ ຈີນ ແລະ ລາວ ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ

09:21 | 01/03/2023

ຍ​ສ​ໝ - ໃນ​ເວ​ລາ​ເກືອບ 2 ເດືອນ​ຕົ້ນປີ 2023, ຈີນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ທາງ​ລົດ​ໄຟ​ຈີນ - ລາ​ວ​ເພີ່ມ​ຂຶ້ນ​ທົບ 5 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າລະ​ຫວ່າງ ຫວຽດ​ນາມ - ບາເຣນ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ​ສິນຄ້າລະ​ຫວ່າງ ຫວຽດ​ນາມ - ບາເຣນ
ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ປີ​ໃໝ່ສ​າ​ກົນ 2023 ເພີ່ມ​ຂຶ້ນ​ຢ່າງ​ແຮງ

ໃນ​ເວ​ລາ​ເກືອບ 2 ເດືອນ​ຕົ້ນປີ 2023, ຈີນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ທາງ​ລົດ​ໄຟ​ຈີນ - ລາ​ວ​ເພີ່ມ​ຂຶ້ນ​ທົບ 5 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ການ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ ຈີນ ແລະ ລາວ ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ
ພາບ​ປະ​ກອບ: doanhnghiepvn.vn

ຈີນ​ນຳ​ເຂົ້າ​ສ່ວນຫຼາຍ​ແມ່ນ​ຖົ່ວ​ລຽນ, ໝາກ​ກ້ວຍ, ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ຈາກ​ລາວ, ໄທ. ນັບ​ແຕ່​ເດືອນ​ມີ​ນາ ປີ​ນີ້, ຈີນ ໄດ້​ຕົກ​ລົງ​ໃຫ້ ຟີ​ລິບ​ປິນ ສົ່ງ​ອອກ​ຖົ່ວ​ລຽນ​ສົດ​ໄປ​ຍັງ​ປະ​ເທດ​ນີ້ ພາຍ​ຫຼັງ​ນຳ​ເຂົ້າ​ຈາກ​ໄທ ແລະ ຫວຽດ​ນາມ.

ຕາມ​ຕົວ​ເລກ​ຈາກ​ກຸ່ມ​ບໍ​ລິ​ສັດ​ທາງລົດ​ໄຟ​​ຈີນ ນັບ​ແຕ່​ຕົ້ນ​ປີ​ນີ້, ເສັ້ນ​ທາງ​ລົດ​ໄຟ ຈີນ - ລາວ ໄດ້ຂົນ​ສົ່ງ​ສິນ​ຄ້າ​ກ່​ວາ 600.000 ໂຕນ, ໃນ​ນັ້ນ​ໄດ້​ນຳ​ເຂົ້າ​ 510.000 ໂຕ​ນ, ເພີ່ມ​ຂຶ້ນ​ທົບ​ 5 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ພ​າຍຫຼັງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເປັນ​ເວ​ລາ​ກ່​ວາ 14 ເດືອນ, ເສັ້ນ​ທາງ​ລົດ​ໄຟ​ນີ້ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ກ່​ວາ 15,6 ລ້ານ​ໂຕນ. ສະ​ຖາ​ນີ​ລົດ​ໄຟ Mohan ແມ່ນ​ດ່ານ​ຊາຍ​ແດນ​ລົດ​ໄຟ​ລະ​ດັບ​ຊາ​ດ​ອັນ​ໜຶ່ງ​ດຽວ​ລະ​ຫວ່າງ ຈີ​ນ ກັບ ລາວ. ເວ​ລາ​ຜ່ານ​ດ່ານຢູ່​ດ່ານ​ຊາຍ​ແດນ Mohan ເສຍ​ເວ​ລາບໍ່ກາຍ 5 ຊົ່ວ​ໂມງ, ແຕ່​ລະ​ວັນ​ມີ 12 ຖ້ຽວ ດ້ວຍ​ສິນ​ຄ້​າ​ສົ່ງ​ອອກ​ນຳ​ເຂົ້າ​ກ່​ວາ 1.200 ຊະ​ນິດ. ຈີ​ນ​ນຳ​ເຂົ້າຫຼັກ​ແຫຼ່ງ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອ​າ​ຫານ​ການ​ກິນ, ສົ່ງ​ອອ​ກ​ໄປ​ຍັງ​ລາ​ວ, ໄທ ແມ່ນເຄື່ອງ​ເອ​ເລັກ​ໂຕ​ນິກ, ເຕັກ​ໂນ​ໂລ​ຢີ, ວັດ​ຖຸ​ອຸ​ປະ​ກອນ​ພະ​ລັງ​ງານ​ໃໝ່.

ຍ້ອນ​ບໍ່​ມີ​ເສັ້​ນ​ທາງ​ທະ​ເລ ​ດັ່ງ​ນັ້ນ​ເສັ້ນ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ຈີນ ໄດ້​ຊ່ວຍ​ລາວ​ເປີດ​ປະຕູສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ເປີດຫຼາຍ​ກາ​ລະ​ໂອ​ກາ​ຍົກ​ລະ​ດັບ​ວົງ​ເງິນ​ການ​ຄ້າ​ລາວ - ຈີນ. ຈາກ​ເສັ້ນ​ທາງ​ລົດ​ໄຟ​ນີ້, ຈີນ​ກໍ່​ຈະ​ເຊື່ອມ​ຕໍ່​ຕະຫຼາດ​ຊົມ​ໃຊ້​ໃນ​ວົງ​ກວ້າງ​ທົ່ວ​ອາຊຽນ ກໍ່​ຄື​ປະ​ກອບ​ສ່ວນ​ຊ່ວຍ​ຈີນ​ມີ​ຄວາມ​ອຸ່ນອຽນ​ໃຈ​ກ໋ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະບຽງ​ອາ​ຫານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.