ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານຜະລິດຕະພັນກະເສດ ແລະ ປຸງແຕ່ງສະບຽງອາຫານ

15:56 | 23/02/2023

ຍສໝ -ດ້ວຍ​ຈຳນວນ​ປະຊາກອນ ຫຼາຍ​ກວ່າ 1,4 ຕື້​ຄົນ, ອິນ​ເດຍ ​ແມ່ນ​ຕະຫຼາດ​ໃຫຍ່ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ເພື່ອ​ຊົມ​ໃຊ້​ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ອາຫານ​ປຸງ​ແຕ່ງ​ຂອງ ຫວຽດນາມ ​ເຊັ່ນ: ໝາກ​ໄມ້, ກາ​ເຟ, ຊາ, ໝາກ​ພິກ​ໄທ, ໝາກຫິມະພານ.

ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ
ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ນິວ​ເດ​ລີ​ແລ້ວ, ຕອນ​ບ່າຍ​ວັນ​ທີ 22 ກຸມພາ, ສຳນັກງານ​ການ​ຄ້າ​ຫວຽດນາມ​ປະຈຳ​ອິນ​ເດຍ​ ໄດ້​ສົມທົບ​ກັບ​ກົມ​ສົ່ງ​ເສີມ​ການ​ລົງທຶນ​ແຫ່ງ​ຊາດ​ອິນ​ເດຍ (Invest India) ​ແລະ ສະຫະພັນ​ບັນດາ​ອົງການ​ສົ່ງ​ອອກ​ອິນ​ເດຍ (FIEO), ສອງອົງການຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າອິນເດຍ ໄດ້ຈັດຕັ້ງກອງປະຊຸມພົວພັນການຄ້າ ດ້ວຍຫົວຂໍ້ “ກາລະໂອກາດຮ່ວມມືດ້ານທຸລະກິດ ຫວຽດນາມ - ອິນເດຍ ກ່ຽວກັບຜະລິດຕະພັນກະເສດ ແລະ ອາຫານປຸງແຕ່ງ”. ຢູ່ທີ່ນີ້, ແນວຄວາມຄິດຮ່ວມມືໃໝ່ຫຼາຍຢ່າງ ໃນຂົງເຂດນີ້ ໄດ້ຖືກຊີ້ອອກໂດຍບັນດາຜູ້ຊ່ຽວຊານດ້ານອຸດສາຫະກໍາ.

ຫວຽດນາມ ແລະ ອິນເດຍ ຊຸກຍູ້ການຮ່ວມມືດ້ານຜະລິດຕະພັນກະເສດ ແລະ ປຸງແຕ່ງສະບຽງອາຫານ
ທ່ານຫງວຽນ​ແທ່ງ​ຫາຍ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ. (ພາບ: TTXVN)

ເຂົ້າ​ຮ່ວມ​ກອງ​ປະຊຸມ​ອອນ​ລາຍ ​ມີ​ທ່ານຫງວຽນ​ແທ່ງ​ຫາຍ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ; ທ່ານປູ່ຍຈູງເທືອງ, ທີ່​ປຶກສາ​ການ​ຄ້າ​ຫວຽດນາມ ປະຈຳ ອິນ​ເດຍ; ທ່ານ ເລ​ແທງ​ຮ່ວາ, ຮອງ​ຫົວໜ້າ​ກົມ​ພັດທະນາ​ຄຸນ​ນະພາ​ບ, ປຸງ​ແຕ່ງ ​ແລະ ພັດທະນາຕະຫຼາດ​ຜະລິດ​ຕະພັນ​ກະ​ເສດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດຫວຽດນາມ; ທ່ານ ດັ້ງ​ຟຸກຫ​ງວຽນ, ​ເລຂາທິການ​ໃຫຍ່​ສະມາຄົມ​ຜັກ ​ແລະ ໝາກ​ໄມ້ຫວຽດນາມ (Vinafruit); ທ່ານ Prashant Seth, ຮອງຜູ້ອໍານວຍການໃຫຍ່ FIEO; ທ່ານ​ນາງ Kashika Malhotra ​ແລະ ທ່ານ​ນາງ Shwetima Negi - ບັນດາ​ຜູ້​ຊ່ຽວຊານ Invest India ​ແລະ ຜູ້ຕາງໜ້າ​ຫຼາຍ​ກວ່າ 40 ວິ​ສາ​ຫະກິດ​ຂອງ 2 ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ຫາຍ ​ໃຫ້​ຮູ້​ວ່າ: ອິນ​ເດຍ ​ແລະ ຫວຽດນາມ ​ແມ່ນ​ບັນດາ​ປະ​ເທດ​ນຳ​ໜ້າ​ ໃນ​ຂົງ​ເຂດ​ກະສິກຳ ​ແລະ ສະບຽງ​ອາຫານ. ຂະນະ​ທີ່​ການ​ສົ່ງ​ອອກ​ກະສິກຳ​ຂອງ​ອິນ​ເດຍ​ໃນ​ປີ​ງົບປະມານ 2022 ​ເພີ່ມ​ຂຶ້ນ 19,92%, ບັນລຸ 50,21 ຕື້​ໂດ​ລາ, ໃນເມື່ອການ​ສົ່ງ​ອອກ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຂອງ​ຫວຽດນາມ​ໃນ​ປີ​ດຽວ​ກັນ​ບັນລຸ​ປະມານ 53,22 ຕື້ USD (​ເພີ່ມ​ຂຶ້ນ 9,9 3% ​ເມື່ອ​ທຽບ​ໃສ່​ປີ 2021).

ອຸດສາຫະກໍາປຸງແຕ່ງສະບຽງອາຫານໃນປະເທດອິນເດຍກວມເອົາ 32% ຂອງຕະຫຼາດອາຫານອິນເດຍທັງຫມົດແລະ 14% ຂອງ GDP ການຜະລິດ. ຄາດ​ຄະ​ເນ​ວ່າ, ຂະ​ແໜງ​ປຸງ​ແຕ່ງ​ສະ​ບຽງ​ອາ​ຫານ ອິນ​ເດຍ ມີ​ຄວາມ​ສາ​ມາດ​ດຶງ​ດູດ​ແຫຼ່ງ​ທຶນ​ລົງ​ທຶນ 33 ຕື້ USD ໃນ 10 ປີ​ຂ້າງ​ໜ້າ.

ດ້ວຍ​ຈຳນວນ​ປະຊາກອນ​ກວ່າ 1,4 ຕື້​ຄົນ, ອິນ​ເດຍ ​ແມ່ນ​ຕະຫຼາດ​ໃຫຍ່ ​ແລະ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ແລະ ອາຫານ​ປຸງ​ແຕ່ງ​ທີ່​ຫຼາກ​ຫຼາຍ​ຄື: ໝາກ​ໄມ້, ກາ​ເຟ, ຊາ, ໝາກ​ພິກ​ໄທ, ໝາກມ່ວງ​ຫິມະພານ, ໝາກ​ໄຄ່, ໝາກ​ອະງຸ່ນ, ໝາກ​ນັດ, ຢາງພາລາ. ເຂົ້າໜົມ, ປາງາ, ປາບາຊາ, ຜະລິດຕະພັນທັນຍາພືດ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.