ຍສໝ - ສາມາດເຫັນໄດ້ວ່າ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ຜົນປະໂຫຍດທີ່ຈະແຈ້ງທີ່ສຸດເຊິ່ງສັນຍາ EVFTA ນຳມາໃຫ້ນັ້ນແມ່ນໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບ, ເພີ່ມຂຶ້ນຈາກ 35 ຕື້ເອີໂຣໃນປີ 2019 ມາເປັນ 48 ກວ່າຕື້ເອີໂຣ ໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຊັດເຈນ.
ຍສໝ - ທ່ານໝໍ ໂງຫາຍເຊີນ ແມ່ນນັກປີນພູທີ່ມີສັນຊາດ ຫວຽດນາມ ຄົນທຳອິດທີ່ຂຶ້ນພູ K2 ຂອງ ປາກິດສະຖານ ຢ່າງສຳເລັດຜົນ. K2 ແມ່ນຈອມພູທີ່ສູງອັນດັບສອງໃນໂລກ ແລະ ໄດ້ຕີລາຄາວ່າ ປີນຂຶ້ນຍາກກວ່າຈອມພູ Everest ທີ່ສູງທີ່ສຸດ ເປັນຫຼາຍເທົ່າ.
ຍສໝ - ນີ້ແມ່ນເນື້ອໃນປຶກສາຫາລືທີ່ບັນດາການພົບປະລະຫວ່າງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານຮອງປະທານສະພາສູງ Nagahama Hiroyuki; ທ່ານນາງ Miyazaki Katsura ຮອງປະທານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ແລະ ທ່ານ Suzuki Naomichi ຜູ້ວ່າການແຂວງ Hokkaido ເຊິ່ງໄດ້ດຳເນີນໃນວັນທີ 9 ສິງຫາ ຢູ່ ຍີ່ປຸ່ນ.
ຍສໝ - ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄປພ້ອມກັບຜົນປະໂຫຍດຢ່າງໃຫຍ່ຫຼວງນັ້ນ, ມັນກໍ່ເຮັດໃຫ້ເພີ່ມທະວີການເຄື່ອນໄຫວອາດຊະຍາກຳ.
ຍສໝ - ຕອນເຊົ້າວັນທີ 7 ສິງຫານີ້ ສະຫະພັນບັນດາອົງການມິດຕະພາບແຂວງບັກລຽວ ໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ. ແຂວງບັກລຽວ ໄດ້ຈັດການມອບຂອງຂວັນໃຫ້ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຄົນພິການ ໃນບໍລິເວນນະຄອນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ, ວາລະສານຂໍແນະນໍາບົດຂຽນຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມກ່ຽວກັບໄລຍະທາງທີ່ສະໜິດຕິດພັນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຢູ່ພາກພື້ນ.
ຍສໝ - ນັ້ນແມ່ນຄວາມປາຖະໜາຕົ້ນຕໍຂອງບັນດາເພື່ອນມິດສາກົນໃນເຄືອຂ່າຍຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ທີ່ໄດ້ຝາກຝັງໃນບັນດາຈົດໝາຍ ແລະ ໂທລະເລກອວຍພອນສະຫາຍເລຂາທິການໃຫຍ່.
ຍສໝ - ພື້ນຖານເສດຖະກິດຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ທ່າອ່ຽງເຕີບໂຕເປັນກວ້າງ, ປີນີ້ດີກ່ວາໄລຍະດຽວກັນຂອງປີ 2023.
ຍສໝ - ບັນດາການນຳຂອງບັນດາພັກ ແລະ ບັນດາປະເທດໄດ້ສົ່ງຈົດໝາຍ ແລະ ໂທລະເລກຊົມເຊີຍສະຫາຍ ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ ໂຕເລີມ ທີ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ຍສໝ - ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ເຖິງປະຕິດິລິຍາຂອງ ຫວຽດນາມ ຕໍ່ກັບກະຊວງການຄ້າ ອາເມລິກາ ສືບຕໍ່ກຳນົດ ຫວຽດນາມ ເປັນພື້ນຖານເສດຖະກິດບໍ່ເປັນຕະຫຼາດ.
ຍສໝ - ກົມປ້ອງກັນພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ກົມກັກກັນພະຍາດສັດ ແລະ ພືດ ສ.ເກົາຫຼີ (APQA) ໄດ້ປະກາດຢ່າງເປັນທາງການຢູ່ເວັບໄຊຂອງ APQA ກ່ຽວກັບລະບຽບການນຳເຂົ້າໝາກສົ້ມໂອສົດຈາກ ຫວຽດນາມ ໄປ ສ.ເກົາຫຼີ.
ຍສໝ - ຕອນເຊົ້າວັນທີ 3 ສິງຫາ, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ.
ຍສໝ - “ເຖິງວ່າຄຳຮ້ອງຟ້ອງນີ້ຖືກສານອາເມລິກາ ປະຕິເສດເຖິງ 3 ຄັ້ງ, ແຕ່ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຍັງສືບຕໍ່ດຳເນີນການຟ້ອງຮ້ອງຄັ້ງທີ 4, ພວກຂ້າພະເຈົ້າພວມຮ້ອງຟ້ອງບັນດາບໍລິສັດຜະລິດສານເຄມີຂອງອາເມລິກາ ຕ້ອງຮັບຜິດຊອບຕໍ່ການທີ່ໄດ້ຊ່ວຍເຫຼືອທະຫານອາເມລິກາໃນການຫວ່ານສານເຄມີສີສົ້ມ/ດີໂອຊິນ, ເຊິ່ງກໍ່ໃຫ້ເກີດຜົນສະທ້ອນຮ້າຍແຮງໃນໄລຍະແຕ່ປີ 1961-1971.
ຍສໝ - ອະນາຄົດຂອງເດັກນ້ອຍທີ່ໂຊກຮ້າຍປາກແວ່ງ, ເພດານໂວ່ ຈະມີຄວາມສົມບູນຫຼາຍຂຶ້ນ ເມື່ອໄດ້ຮັບການຊ່ວຍເຫຼືອໃນການຜ່າຕັດ. ຫວ່າງມໍ່ໆມານີ້, ບໍລິສັດ Mega Market ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ໃນນັ້ນ ມີບໍລິສັດການຄ້າ-ການຜະລິດ Number One ຈຳກັດ ໄດ້ໜູນຊ່ວຍຄ່າຜ່າຕັດໃຫ້ແກ່ເດັກນ້ອຍ ຫວຽດນາມ ໂດຍຜ່ານອົງການຜ່າຕັດໄສຍະກໍາຮອຍຍິ້ມ (Operation Smile Vietnam).
ຍສໝ - ພິທີໄຫວ້ອາໄລ ສະຫາຍ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຕາມພິທີງານສົບລະດັບຊາດຢູ່ຫໍງານສົບແຫ່ງຊາດ ເລກທີ 5 ເຈີ່ນແທ້ງຕົງ, ນະຄອນ ຮ່າໂນ້ຍ ແຕ່ເວລາ 7 ໂມງຫາ 22 ໂມງ ວັນທີ 25 ກໍລະກົດ ແລະ ແຕ່ເວລາ 7 ໂມງ ຫາ 13 ໂມງ ວັນທີ 26 ກໍລະກົດ ປີ 2024.
ຍສໝ - ຄຽງຄູ່ກັບທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການຄ້າເອເລັກໂຕນິກກໍ່ແມ່ນປັດໄຈສຳຄັນທີ່ສົ່ງຜົນສະທ້ອນເຖິງຊີວິດ, ສັງຄົມ ແລະ ໂຄງປະກອບຂອງພື້ນຖານເສດຖະກິດຢ່າງຫຼວງຫຼາຍ.
ຍສໝ - ໃນເວລາ 13 ໂມງ ຂອງວັນທີ 26 ກໍລະກົດ, ພິທີກ່າວໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫໍທໍາພິທີງານສົບແຫ່ງຊາດ ທີ່ເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງ, ນະຄອນ ຮ່າໂນ້ຍ. ພິທີປົງອັດຖິໄດ້ຈັດຂຶ້ນໃນເວລາ 15 ໂມງ ຂອງວັນດຽວກັນ ຢູ່ສຸສານ ມາຍຢິກ, ນະຄອນ ຮ່າໂນ້ຍ.
ຍສໝ - ທ່ານ ປະທານສະພາທີ່ປຶກສາດ້ານການເມືອງແຫ່ງຊາດ ຈີນ ຫວັງຫູໜິງ; ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo; ທ່ານລັດຖະມົນຕີການຕ່າງປະເທດ ອາເມລີກາ Antony Blinken; ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide... ຈະມາຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມພິທີງານສົບຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ.
ຍສໝ - ງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ດຳເນີນໄປຢ່າງເຄັ່ງຂຶມຢູ່ທີ່ຫໍງານສົບແຫ່ງຊາດ. ບັນດາຄະນະບໍລິຫານງານສູນກາງພັກ; ປະທານປະເທດ; ລັດຖະບານ; ສະພາແຫ່ງຊາດ ແລະ ສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາໄຫວ້ອາໄລ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ອຸທິດຊີວິດຢ່າງບໍ່ຮູ້ສຶກອິດເມື່ອຍເພື່ອປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຈົນເຖິງລົມຫາຍໃຈສຸດທ້າຍ. ນັ້ນແມ່ນຄຳປາໄສທີ່ຕື້ນຕັນໃຈໃນຈົດໝາຍທີ່ຂຽນດ້ວຍມືຈາກພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ນາລີ ສີສຸລິດ ສົ່ງເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂງທິເມິ້ນ.
ຍສໝ - ໂດຍຮັບຂ່າວເຖິງແກ່ມໍລະນະກໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳບັນດາປະເທດ ໄດ້ສົ່ງໂທລະເລກ/ຈົດໝາຍສະແດງຄວາມເສົ້າສະຫຼົດໃຈເຖິງພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວສະຫາຍ ຫງວຽນຟູ໋ຈ້ອງ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ສສ ຫວຽດນາມ, ປະທານປະເທດສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະຄອບຄົວ ໂສກເສົ້າ ເສຍດາຍຢ່່າງໄດ້ສຸດຊຶ້ງ ແຈ້ງຂ່າວວ່າ:
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ແມ່ນປັນຍາຊົນ, ຜູ້ເກັ່ງກ້າສາມາດຂອງການປະຕິວັດຫວຽດນາມ, ນັກແນວຄິດ, ນັກວັດທະນະທຳ, ແມ່ນທຸງທິດສະດີຂອງພັກ, ນັກສຶກສາດີເດັ່ນທີ່ຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຢ່າງບໍ່ຢຸດຢັ້ງ, ເພິ່ນໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະປະເທດຊາດເຮົາ, ຕະຫຼອດຊີວິດຂອງເພິ່ນ ເພື່ອປະເທດຊາດ ແລະ ປະຊາຊົນ.
ຍສໝ - ສະຫາຍ ຫງວຽນຟູຈ້ອງ, ເກີດປີ 1944, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາໃນເວລາ 13 ໂມງ 38 ນາທີຂອງວັນທີ 19 ກໍລະກົດ 2024 ຢູ່ໂຮງໝໍສູນກາງກອງທັບ 108.
ຍສໝ - ວັນທີ 16 ກໍລະກົດ, ຄະນະກໍາມະການປະຊາຊົນແຂວງ ກວາງຈີ້ ໄດ້ອອກຂໍ້ຕົກລົງສະບັບເລກທີ 1728/QD-UBND ອະນຸມັດຜ່ານໂຄງການໜູນຊ່ວຍການກໍ່ສ້າງຫ້ອງນໍ້າໃຫ້ບັນດາຄອບຄົວຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢູ່ແຂວງ ກວາງຈີ້ ທີ່ໄດ້ຮັບອຸປະຖຳຈາກອົງການ The DOVE Fund, ດ້ວຍຍອດຈຳນວນທຶນ 30.190 USD, ເທົ່າກັບ 700 ລ້ານດົ່ງ.
ຍສໝ - ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ໄດ້ປະກາດຂໍ້ຕົກລົງ ແລະປະດັບຫຼຽນໄຊດາວຄຳໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ຍສໝ - ກອງປະຊຸມເຊີແນວ ແມ່ນກອງປະຊຸມສາກົນຫຼາຍຝ່າຍມີການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດໃນໂລກ. ພ້ອມດ້ວຍໄຊຊະນະດ້ຽນບຽນຝູ ໃນວັນທີ 7 ພຶດສະພາ 1954, ການເຊັນສັນຍາເຊີແນວ ໄດ້ສິ້ນສຸດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງປະຊາຊົນຫວຽດນາມ, ສ້າງສະພາບການຍຸດທະສາດໃໝ່ຂອງການປະຕິວັດຫວຽດນາມ ແມ່ນການກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ, ພ້ອມທັງດຳເນີນການປະຕິວັດປົດປ່ອຍຊາດຢູ່ພາກໃຕ້ເພື່ອປະຕິບັດເປົ້າໝາຍສັນຕິພາບ, ເອກະລາດຂອງປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.
ຍສໝ - ຕອນເຊົ້າວັນທີ 15 ກໍລະກົດ, ຄະນະພັກນະຄອນນຫຼວງ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານ ນະຄອນຫຼວງ ວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປີ 2024. ເຂົ້າຮ່ວມພິທີເປີດມີສະຫາຍ ນາງ ຫງວຽນທິຕວ໋ຽນ, ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ຮ່າໂນ້ຍ; ສະຫາຍ ວິລະສັກ ນາມມຸນຕີ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະກວດກາພັກ, ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ - ຫົວໜ້າຄະນະພະນັກງານນະຄອນຫຼວງ ວຽງຈັນ ມາເຄື່ອນໄຫວສຶກສາຢູ່ ຮ່າໂນ້ຍ.
ຍສໝ - ອີງຕາມບົດລາຍງານ Expat Insider 2024 ທີ່ປະຕິບັດໂດຍອົງການ InterNations, ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ, ເປັນອັນດັບທີ 1 ໃນຈຳນວນ 174 ປະເທດ ແລະ ເຂດແຄວ້ນເມື່ອເວົ້າເຖິງດ້ານການເງິນສ່ວນບຸກຄົນ. ນີ້ກໍ່ແມ່ນປີທີ 4 ຕິດຕໍ່ກັນທີ່ ຫວຽດນາມ ໄດ້ຈັດອັນດັບໜຶ່ງໃນມາດຖານນີ້.
ຍສໝ - ການທູດວັດທະນະທຳແມ່ນພາກສ່ວນປະກອບສໍາຄັນຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະທັນສະໄໝ, ໃນນັ້ນການທູດທາງການເມືອງແມ່ນຕົ້ນຕໍ, ການທູດເສດຖະກິດແມ່ນການບຸກທະລຸ, ການທູດວັດທະນະທຳແມ່ນພື້ນຖານດ້ານຈິດໃຈທີ່ສ້າງສີສັນຂອງການທູດຫວຽດນາມ.