JICA ສະໜັບສະໜູນການຍົກລະດັບອຸປະກອນການແພດ ໃຫ້ແກ່ໂຮງໝໍ K

19:55 | 30/05/2024

ຍສໝ - ໃນແຕ່ລະປີຢູ່ຫວຽດນາມ, ການເສຍຊີວິດຍ້ອນພະຍາດບໍ່ຕິດ ກວມເອົາ 77% ຂອງການເສຍຊີວິດທັງໝົດ, ໃນນັ້ນ ມະເຮັງແມ່ນສາເຫດອັນດັບທີ່ສອງ.

ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ
JICA ມີຄວາມສົນໃຈໃນບັນດາໂຄງການການຄົມມະນາຄົມເຂດທົ່ງພຽງລຽບແມ່ນ້ຳຂອງ

ໃນວັນ​ທີ 28 ພຶດສະພາ​ນີ້, ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA) ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຊ່ວຍ​ເຫຼືອ (G/A) ກັບ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ “​ໂຄງການ​ຍົກ​ລະດັບ​ອຸປະກອນ​ການ​ແພດ​ຢູ່​ໂຮງໝໍ K” ຢູ່​ນະຄອນ ​ໂຮ່ຈີ​ມິນ ມີຄຸນຄ່າ 1,83 ຕື້​ເຢນ (​ເທົ່າ​ກັບ​ປະມານ 300 ຕື້​ດົ່ງ).

ຜູ້ຕາງໜ້າ​ບັນດາ​ຜູ້​ລົງ​ນາມ​ລວມມີ​ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ດາວໂຮ່ງເລີນ ​ແລະ ຫົວໜ້າ​ຜູ້ຕາງໜ້າ​ອົງການ JICA ຫວຽດນາມ Sugano Yuichi. ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki, ຜູ້ອຳນວຍການ​ໂຮງໝໍ K ເລວັນກ່ວາງ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ.

JICA ສະໜັບສະໜູນການຍົກລະດັບອຸປະກອນການແພດ ໃຫ້ແກ່ໂຮງໝໍ K

JICA ສະໜັບສະໜູນການຍົກລະດັບອຸປະກອນການແພດ ໃຫ້ແກ່ໂຮງໝໍ K

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຍ້ອນ​ການ​ປ່ຽນ​ແປງ​ວິຖີ​ຊີວິດ​ໃນ​ສະພາບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ​ເປັນ​ຕົ້ນ​ເຫດ​ຂອງ​ການ​ເສຍ​ຊີວິດ​ຢູ່​ຫວຽດນາມ ​ໄດ້​ຫັນປ່ຽນ​ຈາກ​ພະຍາດ​ຕິດ​ແປດ​ໄປ​ເປັນ​ພະຍາດ​ບໍ່​ຕິດຕໍ່. ໃນແຕ່ລະປີຢູ່ຫວຽດນາມ, ການເສຍຊີວິດຍ້ອນພະຍາດບໍ່ຕິດຕໍ່ກວມເອົາ 77% ຂອງການເສຍຊີວິດທັງໝົດ, ໃນນັ້ນ ມະເຮັງແມ່ນສາເຫດອັນດັບສອງ.

ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ​ມະ​ເຮັງ​ໂລກ (GLOBOCAN), ​ໃນ​ປີ 2022, ຫວຽດນາມ ຈະ​ມີ​ຜູ້​ຕິດ​ເຊື້ອ​ໃໝ່​ເຖິງ 180,480 ຄົນ ​ແລະ 120,184 ຄົນ​ເສຍ​ຊີວິດ​ຍ້ອນ​ພະຍາດ​ມະ​ເຮັງ.

ໂຮງໝໍ K ເປັນສະຖານທີ່ສະເພາະດ້ານການປ້ອງກັນ ແລະ ປິ່ນປົວພະຍາດມະເຮັງຊັ້ນນໍາຂອງປະເທດ, ໄດ້ຮັບການກວດປະມານ 446,800 ຄົນ, ປິ່ນປົວຄົນເຈັບໃນ 68,600 ຄົນ ແລະ ປະຕິບັດການຜ່າຕັດປະມານ 30,700 ເທື່ອໃນແຕ່ລະປີ.

ພາຍໃນຂອບເຂດຂອງໂຄງການຊ່ວຍເຫຼືອທີ່ບໍ່ຕ້ອງສົ່ງຄືນໄດ້, ຄາດວ່າໂຮງໝໍ K ຈະມີອຸປະກອນຕ່າງໆເຊັ່ນ: ລະບົບ PET/CT, ເຄື່ອງບັນທຶກພາບສະທ້ອນຈາກແມ່ເຫຼັກ, ເຄື່ອງສະແກນ CT, ລະບົບສາຍເລືອດ, ແລະ ອຸປະກອນ X-ray, ລະບົບ​ເກັບ​ຮັກ​ສາ ​ແລະ ​ສົ່ງ​ຮູບ​ພາບ...

ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ  2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້ ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ 2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້

ຍ​ສ​ໝ - ໂດຍ​ຕາງ​ໜ້າ​ກະ​ຊວງ​ກໍ່​ສ້າງ, ທ່ານ ເລກວາງ​ຮຸ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA) ໄດ້​ໜູນ​ຊ່ວຍ​ກະ​ຊວງ​ກໍ່​ສ້າງ​ປະ​ຕິ​ບັດຫຼາຍ​ໂຄງ​ການ​ເຕັກ​ນິກ​ໃນ​ຮອບ​ເວ​ລາ ເກືອບ 20 ປີ​ຜ່ານ​ມາ.

JICA:  ຊ່ວຍໃຫ້ຫວຽດນາມຟື້ນຕົວ ແລະ ພັດທະນາພື້ນຖານເສດຖະກິດ JICA: ຊ່ວຍໃຫ້ຫວຽດນາມຟື້ນຕົວ ແລະ ພັດທະນາພື້ນຖານເສດຖະກິດ

ຍສໝ - ໃນໄລຍະຈະມາເຖິງ, ອົງການ JICA ຈະຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານຫວຽດນາມ ເພື່ອສືບຕໍ່ໃຫ້ການສະໜັບສະໜູນທັງດ້ານຮາດແວ ແລະ ຊອບແວ, ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ.

ຄຳຮຸ່ງ

Tags: JICA
ເຫດການ
302 Found

Found

The document has moved here.